ຄວາມຈິງຂອງປະຫວັດຊາດບໍ່ແມ່ນເພື່ອກໍ່ຄວາມກຽດຊັງ

00:54 | 14/05/2019

ຍສໝ-ປະຊາຊົນຈີນຫຼາຍຄົນເຂົ້າໃຈຜິດກັບສົງຄາມຊາຍແດນ. ແຕ່ການຕໍ່ສູ້ຂອງທະຫານ ແລະ ປະຊາຊົນຫວຽດນາມຕໍ່ກັບການຮຸກຮານຂອງທະຫານຈີນກໍ່ແມ່ນຄວາມເປັນທໍາເຊິ່ງບໍ່ສາມາດລື່ມໄດ້. ໜັງສືພິມເອລີກໂຕນິກການສຶກສາຫວຽດນາມຂໍຖືເປັນກຽດທີ່ໄດ້ແນະນໍາບົດຂຽນຂອງທ່ານ ນາງ ຫງວຽນຖີ້ບີ່ງ - ອາດີດຮອງປະທານປະເທດສາທາລະນະລັດສັງຄົມນິຍົມຫວຽດນາມກ່ຽວກັບການຕໍ່ສູ້ເພື່ອປ້ອງກັນຊາຍແດນພາກເຫນືອໃນປີ 1979 ຂອງກອງທັບ ແລະ ປະຊາຊົນຂອງພວກເຮົາ.

ຄວາມຈິງຂອງປະຫວັດຊາດບໍ່ແມ່ນເພື່ອກໍ່ຄວາມກຽດຊັງ

ທ່ານ ນາງ ຫງວຽນຖີ້ບີ່ງ ອາດີດຮອງປະທານປະເທດ

ບັນນາທິການຂໍຖືເປັນກຽດສະໜອງເນື້ອໃນບົດຂຽນດັ່ງກ່າວໃຫ້ແກ່ເພື່ອນຜູ້ອ່ານຄືດັ່ງຕໍ່ໄປນີ້: 
ສົງຄາມຊາຍແດນພາກເຫນືອແມ່ນເລື່ອງທີ່ຫນ້າເສົ້າໃຈໃນປະຫວັດສາດ, ເລື່ອງໂສກເສົ້າໃນສາຍພົວພັນລະຫວ່າງຫວຽດນາມ - ຈີນ.
ຢ່າງໃດກໍ່ຕາມ, ເລື່ອງໂສກເສົ້ານີ້ກໍ່ແມ່ນເລື່ອງລາວຂອງປະຫວັດສາດຢູ່ແລ້ວ. 
ແລະ ແມ່ນເປັນປະຫວັດສາດກໍ່ຕ້ອງໄດ້ຮັບຮູ້ດ້ວຍຄວາມຈິງຢ່າງຄົບຖ້ວນ.
ບໍ່ສາມາດລື່ມວັນທີ 17 ເດືອນກຸມພາປີ 1979 ໄດ້,  ເປັນມື້ທີ່ສົງຄາມຊາຍແດນພາກເຫນືອໄດ້ເກີດຂຶ້ນ; ເປັນມື້ທີ່ລູກຫຼານຫຼາຍພັນຄົນຂອງພວກເຮົາໄດ້ເສຍສະລະເພື່ອປົກປ້ອງຊາຍແດນຂອງປະເທດຊາດ.
ກ່າວເຖິງມື້ນັ້ນກໍ່ເພື່ອໃຫ້ປະຊາຊົນຂອງພວກເຮົາຕ້ອງຈື່ຈໍາໄວ້, ຕ້ອງຮູ້ບຸນຄຸນ ແລະ ໃຫ້ກຽດແກ່ນັກຮົບ ແລະ ພໍ່ແມ່ປະຊາຊົນທີ່ໄດ້ເສຍສະລະເພື່ອປົກປ້ອງຊາຍແດນຂອງປະເທດຊາດ,  ຄືພວກເຮົາທີ່ໄດ້ໃຫ້ກຽດ ແລະ ຈະຕ້ອງໃຫ້ກຽດຕໍ່ວິລະຊົນຫຼາຍພັນຄົນໃນສົງຄາມປົດປ່ອຍປະເທດ.
ບໍ່ພຽງແຕ່ປະຊາຊົນຂອງພວກເຮົາຈໍາເປັນຕ້ອງເຂົ້າໃຈ, ແຕ່ປະຊາຊົນຈີນ ແລະ ປະຊາຊົນຂອງບັນດາປະເທດອື່ນໆກໍ່ຕ້ອງເຂົ້າໃຈຢ່າງຖືກຕ້ອງກ່ຽວກັບຄວາມຈິງ, ຄວາມເປັນທໍາ ແລະ ຖືເປັນບົດຮຽນ. ບໍ່ສາມາດລືມໄດ້.
ປະຊາຊົນຈີນຫຼາຍຄົນຍັງມີຄວາມເຂົ້າໃຈຜິດກ່ຽວກັບສົງຄາມຊາຍແດນນັ້ນ. ແຕ່ການຕໍ່ສູ້ຂອງທະຫານ ແລະ ປະຊາຊົນຫວຽດນາມນັ້ນກໍ່ແມ່ນຄວາມເປັນທໍາເຊິ່ງບໍ່ສາມາດລື່ມໄດ້.
ຈະຄິດໄດ້ບໍວ່າຫວຽດນາມຫາກໍ່ພົ້ນອອກຈາກສົງຄາມເປັນເວລາ 30 ປີ, ທີ່ກໍາລັງສຸມໃສ່ໃນການຟື້ນຟູຫຼັງສົງຄາມ ແລະ ກໍາລັງປະເຊີນກັບຄວາມຫຍຸ້ງຍາກຫຼາຍຢ່າງແຕ່ໄປກໍ່ເລື່ອງກັບຈີນ, ເປັນປະເທດໃຫຍ່, ເປັນປະເທດສັງຄົມນິຍົມເຊິ່ງໄດ້ສະຫນັບສະຫນູນ ແລະ ຊ່ວຍເຫຼືອຫວຽດນາມໃນສົງຄາມກູ້ປະເທດຊາດໃນໄລຍະຜ່ານມາ?
ຄວາມຈິງທີ່ວ່າທະຫານ ແລະ ປະຊາຊົນຫວຽດນາມໄດ້ຕໍ່ຕ້ານກັບການຮຸກຮານຢ່າງບໍ່ມີຄວາມເປັນທໍາຂອງທະຫານຈີນເພື່ອປົກປ້ອງຊາຍແດນປະເທດຊາດ.
ໃນຄວາມຄິດເຫັນຂອງຂ້າພະເຈົ້າ, ບໍ່ພຽງແຕ່ເອົາຄວາມຈິງດ້ານປະຫວັດຊາດກ່ຽວກັບຮ່ວາງຊາ, ເຈື່ອງຊາ ເຂົ້າໃນປຶ້ມຮຽນ, ແຕ່ກໍ່ຍັງຕ້ອງເຕືອນຫາເຫດການສົງຄາມຊາຍແດນພາກເໜືອຢ່າງຄົບຖ້ວນນໍາອີກ. 
ລູກຫຼານຂອງພວກເຮົາຕ້ອງໄດ້ຮູ້ ແລະ ມີສິດທີ່ຈະຮູ້ຈັກດ້ານປະຫວັດສາດ, ຮູ້ຈັກກ່ຽວກັບຄຸນງາມຄວາມດີຂອງຄົນຮຸ່ນກ່ອນ, ມີຄວາມເອກອ້າງທະນົງຕົວ ແລະ ສືບຕໍ່ປະເພນີອັນດີງາມ.
ຂ້າພະເຈົ້າຕ້ອງການເນັ້ນຫນັກວ່າ: ພວກເຮົາເຄົາລົບນັບຖືດ້ານປະວັດສາດບໍ່ໄດ້ຫມາຍຄວາມວ່າພວກເຮົາກໍ່ຄວາມກຽດຊັງ.
ພວກເຮົາຮູ້ຄວາມຈິງ, ເຂົ້າໃຈສິ່ງທີ່ຖືກຕ້ອງ ແລະ ທອດຖອນບົດຮຽນສໍາລັບການພົວພັນສາກົນໃນສະພາບການທີ່ສະລັບສັບຊ້ອນໃນປະຈຸບັນ.
ຂ້າພະເຈົ້າສະຫນັບສະຫນູນເສັ້ນທາງດ້ານການທູດທີ່ສະຫລາດ, ຄ່ອງແຄ້ວ, ການເຄົາລົບຫຼັກການສາກົນ.
ປະສົບການໃນການຕໍ່ສູ້, ການຫລີກລ່ຽງ ຫລື ຄວາມມິດງຽບລ້ວນແຕ່ບໍ່ໄດ້ເກີດເປັນປະໂຫຍດ, ເພາະວ່າພວກເຮົາບໍ່ສາມາດອະທິບາຍຄວາມຈິງ ຄວາມຖືກຕ້ອງ ຄວາມຜິດພາດໄດ້, ບາງຄັ້ງກໍ່ສົ່ງເສີມໃຫ້ຄູ່ແຂ່ງ, ເຮັດໃຫ້ພວກເຂົາຄິດວ່າພວກເຮົາອ່ອນແອ, ຜິດພາດ.
ຢ່າງໃດກໍຕາມ, ຖ້າການຄົ້ນຄວ້າພິຈາລະນາບໍ່ທົ່ວເຖິງອາດຈະເຮັດໃຫ້ສະຖານະການມີຄວາມສັບສົນຫຼາຍ, ບໍ່ເປັນປະໂຫຍດໃຫ້ແກ່ພາລະກິດ.
ດັ່ງນັ້ນສິ່ງທີ່ເປັນບົດຮຽນຈາກການສູນເສຍຂອງພວກເຮົາໃນອາດີດແມ່ນຫຍັງ? ຫວຽດນາມແມ່ນປະເທດທີ່ຮັກຄວາມເປັນສັນຕິພາບ.
ແຕ່ໃດມາ, ພວກເຮົາກໍ່ຖືເປັນສໍາຄັນການສຸມໃສ່ໃນການສ້າງຄວາມສໍາພັນກັບເພື່ອນບ້ານທີ່ດີກັບຈີນ, ເຖິງແມ່ນວ່າມີຄວາມຂັດແຍ້ງຫຼາຍຢ່າງໃນປະຫວັດຊາດຂອງສອງປະເທດ.
ໃນສະພາບການໃນປະຈຸບັນ, ພວກເຮົາຕ້ອງການມີສະພາບການທີ່ສະຫງົບດີ, ຫມັ້ນຄົງເພື່ອສ້າງສາ ແລະ ພັດທະນາປະເທດຊາດ ແລະ ຕ້ອງການເພື່ອນມິດທີ່ດີເພື່ອການຮ່ວມມື, ສະນັ້ນຫວຽດນາມກໍ່ຕ້ອງຖືເປັນສໍາຄັນຕໍ່ການພົວພັນມິດຕະພາບກັບຈີນ - ເປັນປະເທດໃຫຍ່ແມ່ນມີການພັດທະນາທີ່ມະຫັດສະຈັນ.
ຄືກັບປະເທດອື່ນໆ, ສິດອະທິປະໄຕແຫ່ງຊາດສໍາລັບຫວຽດນາມແມ່ນມີຄວາມສັກສິດ ແລະ ພວກເຮົາຈະປົກປັກຮັກສາໃນທຸກກໍລະນີ, ພ້ອມກັນນັ້ນພວກເຮົາກໍ່ສະຫນັບສະຫນູນແນວທາງນະໂຍບາຍໃນການແກ້ໄຂຂໍ້ຂັດແຍ່ງສິດອະທິປະໄຕທັງຫມົດໂດຍວິທີການສັນຕິພາບ, ດ້ວຍຄວາມນັບຖືເຊິ່ງກັນ ແລະ ກັນ. 
ໃນການສູ້ຮົບ, ພວກເຮົາໄດ້ປະຕິບັດຕາມຄໍາສອນຂອງລຸງໂຮ່ວ່າ: "ແລ້ວແຕ່ສະພາບການເພື່ອໃຫ້ການຮັບມືທີ່ເໝາະສົມ",  ຮັກສາຫຼັກໝັ້ນຫຼັກການຂອງຄວາມເປັນເອກະລາດປະເທດຊາດຢ່າງສະເໝີ, ສິດອະທິປະໄຕແຫ່ງຊາດ, ແຕ່ກໍ່ຍັງມີຄວາມຍືດຫຍຸ່ນໃນຍຸດທະສາດ.
ຂ້າພະເຈົ້າເຊື່ອໃນອໍານາດແຫ່ງຄວາມເປັນທໍາ, ຄວາມຊອບທໍາ, ເຊື່ອໃນອໍານາດຂອງຄວາມສາມັກຄີຂອງປະຊາຊົນແລະ ເຊື່ອໃນການສະຫນັບສະຫນູນຂອງປະຊາຊົນໃນໂລກ.
ພວກເຮົາຈໍາເປັນຕ້ອງປະຕິບັດຕາມຈິດໃຈນັ້ນ.
ແຕ່ຂ້າພະເຈົ້າກໍ່ຕ້ອງການເນັ້ນຫນັກວ່າຈະມີຄວາມຫຍຸ້ງຍາກໃນການປົກປ້ອງສິດອະທິປະໄຕຖ້າຫາກວ່າປະເທດບໍ່ມີແຫຼ່ງກໍາລັງແຮງພາຍໃນ, ບໍ່ມີພື້ນຖານທີ່ແຂງແຮງຂອງເສດຖະກິດ, ດ້ານການເມືອງ, ຄວາມປອດໄພ ແລະ ປ້ອງກັນຊາດກັບຄວາມສາມັກຄີປະເທດຊາດຢ່າງເຂັ້ມແຂງ.
ນີ້ແມ່ນໜ້າທີ່ວຽກງານທີ່ສໍາຄັນທີ່ສຸດເຊິ່ງພວກເຮົາຕ້ອງການເພື່ອພະຍາຍາມ.
  
  
  
ທ່ານ ນາງ ຫງວຽນຖີ້ບີ່ງ - ອາດີດຮອງປະທານປະເທດ

(ໄຊພອນ)

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ