ບັນດາການເຄື່ອນໄຫວແທດຈິງເພື່ອສະເຫຼີມສະຫຼອງ 65 ປິ ແຫ່ງວັນໄຊຊະນະດ້ຽນບຽນຝູ

13:46 | 07/05/2019

ຍສໝ - ໃນຊຸມວັນນີ້ ຢູ່ບັນດາແຂວງ ແລະ ນະຄອນ ຕ່າງໆຂອງຫວຽດນາມໄດ້ຈັດຕັ້ງການເຄື່ອນໄຫວວັດທະນະທໍາ, ກິລາ ແລະ ທ່ອງທ່ຽວຫຼາຍຢ່າງ ເພື່ອສະເຫຼີມສະຫຼອງ 65 ປີ ແຫ່່ງວັນໄຊຊະນະ ດ້ຽນບຽນຝູ ຄັ້ງປະຫວັດສາດ.

ບັນດາການເຄື່ອນໄຫວແທດຈິງເພື່ອສະເຫຼີມສະຫຼອງ 65 ປິ ແຫ່ງວັນໄຊຊະນະດ້ຽນບຽນຝູ

ການແຂ່ງຂັນຖີບລົດຖີບພາຍໃຕ້ຫົວຂໍ້ “ມາຢາມດ້ຽນບຽນຝູ ປີ 2019”. ພາບ:baochinhphu.vn

ວັນທີ 02 ພຶດສະພາ, ຢູ່ຮ່າໂນ້ຍ ໄດ້ດໍາເນີນກອງປະຊຸມສໍາມະນາສາກົນພາຍໃຕ້ຫົວຂໍ້ “65 ປີ ບັ້ນຮົບດ້ຽນບຽນຝູ: ພາບລວມຂອງສາກົນ ແລະ ພາຍໃນປະເທດ”. ກອງປະຊຸມສໍາມະນານີ້ ໄດ້ເນັ້ນໜັກເຖິງເຫດການດ້ຽນບຽນຝູ ຈາກແງ່່ມູມສາກົນ ແລະ ທ້ອງຖິ່ນ, ມຸ່ງໄປສູ່ການພັດທະນາແບບຍືນຍົງລະຫວ່າງ ຝລັ່ງ ແລະ ຫວຽດນາມ. ດ້ຽນບຽນຝູ ໃນມື້ນີ້ໄດ້ກາຍເປັນຈຸດນັດພົບແຫ່ງສັນຕິພາບ, ການຮ່ວມມື ແລະ ມິດຕະພາບລະຫວ່າງບັນດາປະເທດ.

ບັນດາການເຄື່ອນໄຫວແທດຈິງເພື່ອສະເຫຼີມສະຫຼອງ 65 ປິ ແຫ່ງວັນໄຊຊະນະດ້ຽນບຽນຝູ

ງານວາງສະແດງຫົວເລື່ອງສະເພາະ “ດ້ຽນບຽນ ປີນັ້ນ”. ພາບ:baovanhoa.vn

ງານວາງສະແດງຫົວເລື່ອງສະເພາະ “ດ້ຽນບຽນ ປີນັ້ນ” ໄດ້ໄຂຂຶ້ນໃນຕອນບ່າຍວັນທີ 3 ພຶດສະພາ, ຢູ່ຫໍພິພິທະພັນວິຈິດສິນຫວຽດນາມ, ຮ່າໂນ້ຍ. ການເຄື່ອນໄຫວນີ້ໄດ້ຈັດຕັ້ງຂຶ້ນເພື່ອແນໃສ່ເຊີດຊູ, ສະແດງຄວາມຮູ້ບຸນຄຸນຕໍ່ພະນັກງານ, ນັກຮົບ ແລະ ບັນດາຜູ້ທີ່ສ້າງໄຊຊະນະ “ດັງກ້ອງກັງວານໄປທົ່ວຫ້າທະວີບ, ສັ່ນສະເທືອນໄປທົ່ວໂລກ”, ປົກປັກຮັກສາພື້ນຖານເອກະລາດແຫ່ງຊາດໄວ້ຢ່າງໝັ້ນຄົງ, ນໍາມາເຊິ່ງຄວາມອີ່ມໜໍາສໍາລານ, ຄວາມຜາສຸກ ໃນປັດຈຸບັນໃຫ້ແກ່ປະຊາຊົນ.

ວັນທີ 3 ພຶດສະພາ, ຢູ່ຮ່າໂນ້ຍ, ກົມຄຸ້ມຄອງ ແລະ ສໍາເນົາເອກະສານຂາເຂົ້າຂາອອກແຫ່ງລັດ (ສັງກັດກະຊວງພາຍໃນຫວຽດນາມ) ໄດ້ຈັດຕັ້ງພິທີເປີດຕົວປື້ມອ່ານ “ດ້ຽນບຽນຝູ 13 ມີນາ - 07 ພຶດສະພາ 1954”. ໃນລະຫວ່າງວັນທີ 3 – 19 ພຶດສະພາ 2019, ທີ່ຫໍພິພິທະພັນວິຈິດສິນຫວຽດນາມ ຢູ່ ຮ່າໂນ້ຍ ກໍໄດ້ດໍາເນີນງານວາງສະແດງ ດ້ວຍຫົວຂໍ້ວ່າ “ດ້ຽນບຽນ ໃນປີນັ້ນ”.

ນອກຈາກບັນດາການເຄື່ອນໄຫວທີ່ໄດ້ກ່າວມາຂ້າງເທິງນັ້ນ, ຫວ່າງແລ້ວນີ້, ງານມະໂຫລານໂຄສະນາເຜີຍແຜ່ແບບເຄື່ອນທີ່, ງານມະໂຫລານໂຄສະນາແນະນໍາກ່ຽວກັບປື້ມອ່ານ, ການແຂ່ງຂັນຖີບລົດຖີບ ດ້ວຍຫົວຂໍ້ “ມາຢາມດ້ຽນບຽນຝູ ປີ 2019” ກໍ່ໄດ້ຈັດຂຶ້ນ ກໍ່ເພື່ອສະເຫຼີມສະຫຼອງ 65 ປີ ແຫ່່ງວັນໄຊຊະນະ ດ້ຽນບຽນຝູ ຄັ້ງປະຫວັດສາດ.

ຕອນຄໍ່າວັນທີ 5 ພຶດສະພາ, ທີ່ສະໜາມຫຼວງ 7/5 (ນະຄອນດ້ຽນບຽນຝູ, ແຂວງດ້ຽນບຽນ), ໂທລະພາບຫວຽດນາມ ສົມທົບກັບຄະນະພັກແຂວງ, ສະພາປະຊາຊົນ, ຄະນະກໍາມະການປະຊາຊົນ, ຄະນະກໍາມະການແນວໂຮມປະເທດຊາດຫວຽດນາມແຂວງດ້ຽນບຽນ ໄດ້ຈັດຕັ້ງລາຍການພົບປະແລກປ່ຽນສິລະປະ ສະເຫຼີມສະຫຼອງໄຊຊະນະດ້ຽນບຽນຝູ ຄົບຮອບ 65 ປີ ດ້ວຍຫົວຂໍ້ “ດ້ຽນບຽນ - ຈຸດນັດພົບແຫ່ງສັນຕິພາບ”.

ບັນດາການເຄື່ອນໄຫວແທດຈິງເພື່ອສະເຫຼີມສະຫຼອງ 65 ປິ ແຫ່ງວັນໄຊຊະນະດ້ຽນບຽນຝູ

ລາຍການພົບປະແລກປ່ຽນສິລະປະ ສະເຫຼີມສະຫຼອງໄຊຊະນະດ້ຽນບຽນຝູ ຄົບຮອບ 65 ປີ ດ້ວຍຫົວຂໍ້ “ດ້ຽນບຽນ - ຈຸດນັດພົບແຫ່ງສັນຕິພາບ”. ພາບ: qdnd.vn

ເຂົ້າຮ່ວມລາຍການມີທ່ານນາງ ຕ່ອງທິ້ຟ໋ອງ, ຮອງປະທານຜູ້ປະຈໍາການສະພາແຫ່ງຊາດຫວຽດນາມ, ທ່ານ ຫວໍວັນເຖືອງ, ຫົວໜ້າຄະນະໂຄສະນາສຶກສາສູນກາງ; ພ້ອມດ້ວຍການນໍາບັນດາກະຊວງ, ຄະນະ, ຂະແໜງການສູນກາງ, ບັນດາແຂວງ; ການນໍາແຂວງດ້ຽນບຽນ, ບັນດານັກຮົບເກົ່າທີ່ເຄີຍເຂົ້າຮ່ວມບັ້ນຮົບດ້ຽນບຽນຝູ... ລາຍການມີ 3 ພາກສ່ວນຫຼັກ ຄື: “ຈຸດນັດພົບເດືອນ 5”, “ຈຸດນັດພົບປະຫວັດສາດ”, “ຈຸດນັດພົບແຫ່ງສັນຕິພາບ”. ເຂົ້າຮ່ວມການສະແດງສິລະປະທີ່ລາຍການມີການເຂົ້າຮ່ວມຂອງນັກສິລະປິນດີເດັ່ນຫຼາຍຄົນ ພ້ອມດ້ວຍນັກສິລະປິນ, ນັກສະແດງຫຼາຍຮ້ອຍຄົນຂອງສູນກາງ ແລະ ແຂວງດ້ຽນບຽນ.

(ໄຊພອນ)

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ