|
ຍີ່ປຸ່ນໃຫ້ການຊ່ວຍເຫຼືອພື້ນຖານໂຄງລ່າງຢູ່ລາວ
ລັດຖະບານຍີ່ປຸ່ນອະນຸມັດເງິນຊ່ວຍເຫຼືອລ້າ 348.227 ໂດລາສະຫະລັດ ຫຼື ປະມານ 2,99 ຕື້ກີບ ແກ່ລາວ ເພື່ອນຳໃຊ້ໃນໂຄງການກໍ່ສ້າງພື້ນຖານໂຄງລ່າງ ຜ່ານໂຄງການສົ່ງເສີມຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGPs) ຄື: ໂຄງການກໍ່ສ້າງຂົວຂ້າມນ້ຳອອງ ບ້ານສີພັນໄຊ ໂຄງການກໍ່ສ້າງຂົວຂ້າມນ້ຳຄຳ ບ້ານຈອມຈຸກ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໂຄງການກໍ່ສ້າງຂົວຂ້າມຫ້ວຍສາລາ ບ້ານໜອງກັນ ເມືອງທ່າປາງທອງ ແຂວງສະຫວັນນະເຂດ ແລະ ໂຄງການກໍ່ສ້າງລະບົບນ້ຳປະປາຂະໜາດນ້ອຍ ບ້ານທ່າສົ້ມມໍ ເມືອງປາກຊັນ ແຂວງບໍລິຄຳໄຊ.
ພິທີລົງນາມສັນຍາການຊ່ວຍເຫຼືອດັ່ງກ່າວ ຈັດຂຶ້ນວັນທີ 25 ມີນາ 2019 ຢູ່ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ລະຫວ່າງທ່ານ ທາເຄຊິ ຮິກິຮາຣະ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳລາວ ກັບບັນດາຫົວໜ້າຫ້ອງການ ຍທຂ ເມືອງ ແລະ ແຂວງກ່ຽວຂ້ອງ ມີທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງ ຍທຂ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໂຄງການກໍ່ສ້າງຂົວຂ້າມນ້ຳອອງ ນ້ຳຄຳ ຫ້ວຍສາລາ ເປັນຂົວທີ່ເຊື່ອມຕໍ່ເສັ້ນທາງສາຍຫຼັກຂອງປະຊາຊົນທ້ອງຖິ່ນເຂົ້າສູ່ເຂດຕົວເມືອງ ແລະ ສະຖານທີ່ສາທາລະນະຕ່າງໆ ເຊິ່ງມີຄວາມຈຳເປັນໃນການຂົນສົ່ງສິນຄ້າ ເດີນທາງໄປໂຮງຮຽນ ແລະ ສະຖານທີ່ເຮັດວຽກ ເນື່ອງຈາກປະລິມານນ້ຳໃນເຂດດັ່ງກ່າວ ມີການເພີ່ມຂຶ້ນໃນລະດູຝົນເຮັດໃຫ້ການໄປ-ມາພົບຄວາມລຳບາກ ໂຄງການຈຶ່ງມີຈຸດປະສົງຍົກລະດັບຄຸນນະພາບການສັນຈອນ ເພື່ອອຳນວຍຄວາມສະດວກໃຫ້ການຂົນສົ່ງສິນຄ້າ ແລະ ບໍລິການ ໂດຍກໍ່ສ້າງຂົວເບຕົງ ແລະ ຂົວເຫຼັກ ເຊິ່ງຈະສາມາດສ້າງປະໂຫຍດໃຫ້ປະຊາຊົນປະມານ 6.300 ຄົນ ສ່ວນໂຄງການກໍ່ສ້າງລະບົບນ້ຳປະປາຂະໜາດນ້ອຍຢູ່ບ້ານທ່າສົ້ມມໍ ມີເປົ້າໝາຍຍົກລະດັບການເຂົ້າເຖິງນ້ຳສະອາດ ໂດຍການສ້າງຖັງກອງນ້ຳ ປະກອບມີອ່າງນ້ຳ 2 ອ່າງ ທໍ່ສົ່ງນ້ຳ 5,4 ກິໂລແມັດ ຄາດວ່າປະຊາຊົນຈະໄດ້ຮັບຜົນປະໂຫຍດ 1.128 ຄົນ.
ທ່ານ ທາເຄຊິ ຮິກິຮາຣະ ກ່າວວ່າ: ສິ່ງທີ່ດີທີ່ສຸດສຳລັບໂຄງການເຫຼົ່ານີ້ ໂຄງການຈະສາມາດສ້າງຄວາມສຸກໃຫ້ປະຊາຊົນໃນຊຸມຊົນຮາກຖານ ເຊິ່ງເປັນເອກະລັກພິເສດຂອງ GGPs ໂດຍຜ່ານໂຄງການ GGP ນີ້ ຍີ່ປຸ່ນສາມາດດຳເນີນໂຄງການທີ່ເປັນໂຄງການປັບປຸງພື້ນຖານໂຄງລ່າງໃຫ້ຊຸມຊົນຂະໜາດນ້ອຍ 42 ໂຄງການ ລວມທັງ 4 ໂຄງການນີ້.
(ແຫຼ່ງຂໍ້ມູນ: vientianemai.net)