ເພີ່ມທະວີການນໍາຂອງພັກເພື່ອແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ

00:54 | 14/05/2019

ການເພີ່ມທະວີການນຳພາຂອງພັກຕໍ່ຂົງເຂດເສດຖະກິດເປັນໜຶ່ງໃນເນື້ອໃນຍົກສູງຄວາມສາມາດນຳພາຂອງພັກທີ່ກອງປະຊຸມໃຫຍ່ ຄັ້ງທີ X ວາງອອກ, ທັງນີ້ເພື່ອສຸມໃສ່ແກ້ໄຂຄວາມຫຍຸ້ງຍາກທີ່ກຳລັງເກີດຂຶ້ນທາງດ້ານເສດຖະກິດ-ການເງິນຂອງປະເທດລາວ.

ເພີ່ມທະວີການນໍາຂອງພັກເພື່ອແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ

ເພີ່ມທະວີການນໍາຂອງພັກເພື່ອແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ

ພ້ອມດຽວກັນນັ້ນ, ກໍເປັນການປັບປຸງ ຄວາມເຂັ້ມແຂງໃນການຄຸ້ມຄອງມະຫາພາກທາງດ້ານເສດຖະກິດ, ເຮັດໃຫ້ເສດຖະກິດແຫ່ງຊາດ ຂະຫຍາຍຕົວຕາມທິດຍືນຍົງ ແລະ ເສີມຂະຫຍາຍບັນດາທ່າແຮງບົ່ມຊ້ອນຂອງຊາດ, ເພື່ອເປັນເຈົ້າການປະຕິບັດການເຊື່ອມໂຍງເສດຖະກິດ ຂອງປະເທດຊາດ ເຂົ້າກັບພາກພື້ນ ແລະ ສາກົນ ໂດຍສະເພາະແມ່ນການຫັນປະເທດເຊື່ອມຈອດໃຫ້ເປັນຈຸດໜຶ່ງໃນການດຶງດູດການລົງທຶນເພື່ອພັດທະນາ. ເຖິງແມ່ນວ່າໃນໄລຍະ ຜ່ານມາຈະໄດ້ຮັບການຊີ້ນຳໂດຍກົງ ຂອງສູນກາງພັກກໍຄືຄະນະພັກແຕ່ລະຂັ້ນໃນການຈັດຕັ້ງປະຕິບັດວຽກງານທາງດ້ານເສດຖະກິດ-ການເງິນ ຢ່າງເປັນລະບົບກໍຕາມ, ແຕ່ວ່າຄວາມຫຍຸ້ງຍາກດ້ານ ການເງິນ-ງົບປະມານ, ບັນຫາໜີ້ສິນສາທາລະນະ ແລະ ຄວາມອ່ອນແອຂອງວຽກງານແຜນການ, ການເງິນກໍຄືເສດ ຖະກິດມະຫາພາກ ເວົ້າລວມ ເວົ້າສະເພາະແມ່ນຄວາມຫຍຸ້ງຍາກທາງດ້ານລະບົບເສດຖະກິດ-ການເງິນ ຂອງປະເທດລາວ. ຍັງຕ້ອງໄດ້ເອົາໃຈໃສ່ໄຈ້ແຍກເລິກເຊິ່ງຕື່ມອີກເພື່ອຊີ້ໃຫ້ເຫັນບັນຫາທີ່ເກີດຂຶ້ນທີ່ເປັນ ໄພອັນຕະລາຍທີ່ແທ້ຈິງຕໍ່ບົດບາດການນຳພາຂອງພັກ ແລະ ຕໍ່ລະບອບໃໝ່ຊຶ່ງສິ່ງທ້າທາຍ ແລະ ບົດທົດ ສອບອັນໜັກໜ່ວງຂອງຄະນະບໍລິຫານງານສູນກາງພັກແມ່ນການແກ້ໄຂບັນຫາຄວາມຫຍຸ້ງຍາກດ້ານເສດຖະກິດ-ເງິນຕາໃຫ້ມີຄວາມໝັ້ນທ່ຽງ, ໂດຍຖືວຽກງານນີ້ເປັນລັກສະນະໃຈກາງຂອງການ ເຄື່ອນ ໄຫວຂອງຕົນ.

ພິເສດກົມການເມືອງສູນກາງພັກຕ້ອງໄດ້ຊີ້ນຳຢ່າງຕໍ່ເນື່ອງຕື່ມອີກຕໍ່ລັດຖະບານ, ສະພາແຫ່ງຊາດໃນການຄົ້ນຄວ້າບັນດາມະຕິ, ຄຳສັ່ງຂອງພັກທີ່ມີຢູ່ເປັນຈຳນວນຫຼວງຫຼາຍເພື່ອເລັ່ງແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນທີ່ເກີດຂຶ້ນ. ເຖິງຢ່າງໃດກໍຕາມ, ຖ້າເບິ່ງບັນຫາຢ່າງພາວະວິໄສ ທີ່ສຸດຈະເຫັນວ່າຄຸນນະພາບການຈະເລີນເຕີບໂຕຂອງເສດຖະກິດແຫ່ງຊາດໃນໄລຍະຜ່ານມານັ້ນຍັງມີລັກສະນະບອບບາງຫຼາຍ, ຍັງບໍ່ທັນຮັບປະກັນຄວາມຍືນຍົງຕາມທິດທີ່ວາງອອກ, ການຂາດດຸນງົບປະມານຂອງລັດຍັງສູງ ແລະ ເພີ່ມຂຶ້ນຢ່າງ ຕໍ່ເນື່ອງໃນແຕ່ລະປີ ແລະ ແຫຼ່ງດຸ່ນດ່ຽງຕໍ່ການຂາດດຸນດັ່ງກ່າວ ເກືອບທັງໝົດແມ່ນອາໄສການກູ້ຢືມຈາກຕ່າງປະເທດ, ຕໍ່ກັບສະພາບການດັ່ງກ່າວນີ້ຖ້າບໍ່ໄດ້ຮັບການແກ້ໄຂຢ່າງຈິງຈັງກໍບໍ່ສະເພາະແຕ່ເຮັດໃຫ້ການພັດທະນາບໍ່ມີຄວາມຍືນຍົງຕາມທິດທີ່ວາງໄວ້, ແຕ່ຫາກ ຍັງເພີ່ມຄວາມສ່ຽງ ແລະ ຜົນກະທົບໃນວົງກວ້າງຕໍ່ເຂດອື່ນໆຂອງຊີວິດສັງຄົມ. ໃນຂະນະດຽວກັນນັ້ນບັນຫາໜີ້ສິນ ກໍຍັງມີ ຄວາມໜັກໜ່ວງ, ເນື່ອງຈາກວ່າແຫຼ່ງລາຍຮັບພາຍໃນປະເທດກໍມີຄວາມບອບບາງຫຼາຍບໍ່ຕ່າງຫຍັງກັບຈັງຫວະການເຕີບໂຕທາງດ້ານເສດຖະກິດ, ຈຶ່ງເປັນສາເຫດທີ່ບໍ່ທັນສາມາດເປັນ ແຫຼ່ງລາຍຮັບ ເພື່ອນຳໄປສຳລະໜີ້ສິນໄດ້ ແລະ ຍັງກະທົບ ຕໍ່ການສຳລະສະສາງເງິນກູ້ຈາກ ທະນາຄານ ຊຶ່ງມັນໄດ້ກາຍເປັນຜົນກະທົບແບບຕ່ອງໂສ້ຕໍ່ພາກທຸລະກິດພາຍໃນປະເທດ, ທັງເປັນການສູນເສຍແຫຼ່ງລາຍ ຮັບງົບປະມານຕື່ມອີກ. ພ້ອມດຽວກັນນັ້ນ, ສະພາບຄັງສຳຮອງເງິນຕ່າງປະເທດໃນໄລຍະຜ່ານມາກໍໄດ້ຫຼຸດລົງຕໍ່ເນື່ອງຊຶ່ງເປັນຄວາມຫຼໍ່ແຫຼມທີ່ສຸດຕໍ່ຄວາມໝັ້ນຄົງໃນລະບົບເງິນຕາຂອງປະເທດ. ນອກຈາກນັ້ນ, ຍັງເປັນຜົນກະທົບຕໍ່ຄວາມສາມາດສຳລະສະສາງການນຳເຂົ້າສິນຄ້າອຸປະໂພກ, ບໍລິໂພກທີ່ສະໜອງຄວາມຕ້ອງການສ່ວນໃຫຍ່ຂອງປະເທດລາວ.

ຕໍ່ກັບບັນຫາທີ່ກ່າວມານັ້ນ ພັກ-ລັດເຮົາ ຕ້ອງໄດ້ເອົາໃຈໃສ່ ໃນການຈັດຕັ້ງປະຕິບັດບາງມາດຕະການດັ່ງຕໍ່ໄປນີ້ຢ່າງເຂັ້ມງວດເພື່ອແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ ານ ເສດຖະກິດ-ເງິນຕາ ໃຫ້ນັບມື້ມີຄວາມໝັ້ນທ່ຽງຂຶ້ນເທື່ອລະກ້າວຄື: ໜຶ່ງ: ເພີ່ມຄວາມສາມັກຄີໃຫ້ເປັນປຶກແຜ່ນພາຍໃນພັກ, ຢຶດໝັ້ນບັນດາຫຼັກການຈັດຕັ້ງເຄື່ອນໄຫວອັນເປັນພື້ນ ຖານຂອງພັກ, ສ້າງຄວາມເຂົ້າໃຈທີ່ຖືກຕ້ອງ ແລະ ເອກະພາບ ຕໍ່ຄວາມຫຍຸ້ງຍາກທີ່ເກີດຂຶ້ນຕິດພັນກັບການຮັບຜິດຊອບລວມໝູ່ ແລະ ບຸກຄົນ ເພື່ອແກ້ໄຂບັນຫາ, ເດັດດ່ຽວຕ້ານລັດທິສວຍໂອກາດເຊັ່ນ: ນັ່ງເສີຍຖ້າຈັງຫວະໂອກາດ, ຖິ້ມຄວາມຮັບຜິດຊອບໃຫ້ຜູ້ອື່ນ, ບໍ່ບືນຕົວເຮັດສຳເລັດໜ້າທີ່ ຫຼື ທັບຖົມໂຈມຕີກັນ...ສອງ: ຕ້ອງເຫັນວ່າ ຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃນປັດຈຸບັນແມ່ນການສະສົມມາເປັນເວລາຍາວນານ ຊຶ່ງ ເກີດຈາກຫຼາຍສາເຫດແຕ່ທີ່ສໍາຄັນແມ່ນຍັງຂາດຄວາມສະດຸ້ງໄວຕໍ່ກັບບັນຫາທີ່ເກີດຂຶ້ນ. ດັ່ງນັ້ນ, ຕ້ອງມີການປັບປຸງເປັນລະບົບແຕ່ນະໂຍບາຍຈົນເຖິງຂອດການຈັດຕັ້ງປະຕິບັດໃຫ້ມີຄວາມໂປ່ງໃສ, ມີປະສິດ ທິພາບ ຊຶ່ງເປັນບັນຫາຮີບດ່ວນ ແລະ ຕ້ອງດຳເນີນການບູລະນະຢ່າງເປັນປະຈຳຕໍ່ເນື່ອງ. ສາມ: ສະພາບຄວາມຫຍຸ້ງຍາກທາງ ດ້ານເສດຖະກິດ-ເງິນຕາ ຕ້ອງໄດ້ຮັບການແກ້ໄຂໄປພ້ອມກັບການປະສານກົມກຽວລະຫວ່າງການຍູ້ແຮງພາກການຜະລິດ, ການບໍລິການ, ເພື່ອຕອບສະໜອງຄວາມຕ້ອງການຊົມໃຊ້ຢູ່ພາຍໃນ ແລະ ສ້າງຄວາມເຂັ້ມແຂງຂອງຖານລາຍຮັບຢູ່ພາຍໃນກັບການເພີ່ມປະສິດທິພາບໃນການຄຸ້ມຄອງ ລາຍຮັບ ແລະ ດຳເນີນບັນດາມາດຕະການປະຢັດຢ່າງຈິງຈັງ, ຕ້ອງນຳໄປສູ່ການຊີ້ນຳຈັດຕັ້ງປະຕິບັດຢ່າງເຂັ້ມງວດ, ເຊີດຊູຄວາມເປັນເຈົ້າການສູງສຸດຂອງທຸກພາກສ່ວນໃນລະບົບການເມືອງຕິດພັນກັບການ ປຸກລະດົມບັນດາພາກສ່ວນເສດຖະກິດໃຫ້ເຂົ້າຮ່ວມຂະບວນການຕົວຈິງໃນທົ່ວສັງຄົມຢ່າງແຂງແຮງພາຍໃຕ້ການນຳພາຂອງພັກ. ສີ່:ການແກ້ໄຂບັນຫາຄວາມຫຍຸ້ງຍາກທາງ ດ້ານເສດຖະກິດ-ເງິນຕາ ທີ່ເກີດ ຂຶ້ນໃນປັດຈຸບັນມີຄວາມຈຳເປັນຕ້ອງໄປພ້ອມກັບການຫັນປ່ຽນອົງປະກອບການລົງທຶນຂອງລັດ ໂດຍເນັ້ນການລົງທຶນທີ່ມີປະສິດຜົນຕົວຈິງ, ການປະຕິຮູບອັນແທ້ຈິງເພື່ອຊຸກຍູ້ການຜະລິດ, ການບໍລິການ, ການ ສົ່ງເສີມວິສາຫະກິດຂະໜາດນ້ອຍ, ຂະໜາດກາງໃຫ້ຕິດພັນກັບການແກ້ໄຂຄວາມຫຍຸ້ງຍາກຂອງປະຊາຊົນ. ຫ້າ: ການແກ້ໄຂບັນຫາຄວາມ ຫຍຸ້ງຍາກທາງດ້ານເສດຖະກິດ - ເງິນຕາ ບໍ່ສາມາດຕັດແຍກການ ແກ້ໄຂບັນຫາກ່ຽວກັບຂັ້ນຂອດດ້ານການບໍລິຫານລັດ, ການປັບປຸງພາຍໃນ, ໂດຍຕີຖອຍຜົນປະໂຫຍດຂອງບຸກຄົນ, ກຸ່ມກ້ອນທີ່ຂັດຂວາງການແກ້ບັນຫາ ແລະ ຖືເອົາຜົນສຳເລັດ ແລະ ການຫັນປ່ຽນຕົວຈິງເປັນມາດຖານແຫ່ງສະຕິຄວາມຮັບຜິດຊອບ ແລະ ຄວາມສາມາດຂອງຜູ້ນຳພາຢູ່ແຕ່ລະບ່ອນ, ເດັດດ່ຽວປັບປຸງການນຳຂອງພັກສູ່ຄຸນນະພາບໃໝ່.

ສະນັ້ນ, ເພື່ອຮັບປະກັນໃຫ້ການແກ້ໄຂບັນຫາຄວາມ ຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໄດ້ຮັບການຈັດຕັ້ງປະຕິບັດຢ່າງຖືກຕ້ອງບັນຫາສຳຄັນແມ່ນກ ານເພີ່ມທະວີຄວາມຮັບຜິດຊອບ ແລະ ປັບປຸງ ແບບແຜນເຮັດວຽກຂອງສູນກາງພັກ ແລະ ຄະນະພັກຂັ້ນ ຕ່າງໆ ຊຶ່ງເລີ່ມຈາກການແກ້ໄຂບັນຫາທີ່ຕົ້ນເຫດ ແລະ ຮັບປະກັນການຜັນຂະຫຍາຍຢ່າງ ຕໍ່ເນື່ອງ ຈາກນະໂຍບາຍ ແລະ ການເຄື່ອນໄຫວປະຕິບັດຕົວຈິງ, ເຮັດໃຫ້ຄະນະພັກທຸກຂັ້ນ, ການຈັດຕັ້ງລັດທຸກຂົງເຂດ ກາຍເປັນອົງກອນແຫ່ງການປະຕິບັດ, ການບຸກເບີກ ແລະ ປະດິດສ້າງທີ່ແທ້ຈິງເພື່ອເປັນກົນໄກສົ່ງເສີມ, ຍູ້ດັນໃຫ້ທົ່ວສັງຄົມເຂົ້າຮ່ວມແກ້ໄຂບັນຫາບົນພື້ນຖານດັ່ງກ່າວນັ້ນ, ຕ້ອງໄດ້ສຸມໃສ່ປະຕິບັດບົດ ບາດການນຳພາ-ຊີ້ນຳໂດຍ ກົງຂອງສູນກາງພັກ, ສູນກາງພັກດຳເນີນການກວດກາປົກກະຕິຕໍ່ຄວາມຮັບຜິດຊອບການເມືອງ ແລະ ປະສິດທິຜົນການເຄື່ອນໄຫວຂອງການນຳຂັ້ນສູນກາງ, ໃນການປະຕິບັດມາດຕະການຕົວຈິງຢ່າງເຂັ້ມງວດຕໍ່ທຸກການລະເມີດ ຫຼື ການເມີນເສີຍ ໃນການຈັດຕັ້ງປະຕິບັດມະຕິຄຳສັ່ງຕ່າງໆ. ພ້ອມດຽວກັນນັ້ນ, ກໍຍົກສູງຄວາມຮັບຜິດຊອບ, ຄວາມສາມາດ ແລະ ບົດບາດນຳພາຕົວຈິງ ຂອງຄະນະພັກຂັ້ນຕ່າງໆ ຕໍ່ກັບການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນດ້ວຍການດຳເນີນ ຢ່າງເປັນລະບົບຕໍ່ເນື່ອງເພື່ອແກ້ໄຂຢ່າງທັນການທຸກປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນຂອບເຂດຄວາມຮັບຜິດຊອບຂອງຕົນ ແລະ ໃຫ້ສາມາດຜ່ານຜ່າຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ເງິນຕາ, ພ້ອມທັງເປັນການຍົກສູງສະຕິຊາດ, ເອກະລາດ, ຄວາມເປັນເຈົ້າຕົນເອງ, ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງ ຄວາມເຂັ້ມແຂງດ້ວຍຕົນເອງ.

(ແຫຼ່ງ​ຂໍ້​ມູນ​: pasaxon.org.la)

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ