|
ກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນກຸມພາ 2019 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 19 ກຸມພາ 2019
ກອງປະຊຸມໃນຄັ້ງນີ້, ຈະໄດ້ດໍາເນີນເປັນເວລາ 02 ວັນ ຄື ວັນທີ 19-20 ກຸມພາ 2019, ເຊິ່ງຈະໄດ້ພ້ອມກັນຄົ້ນຄວ້າ, ປະກອບຄໍາຄິດຄໍາເຫັນ ແລະ ພິຈາລະນາຮັບຮອງເອກະສານສຳຄັນຈຳນວນ 8 ລາຍການ ຄື: ໜຶ່ງ. ຮ່າງແຜນຜັງລວມຂອງນະຄອນຫລວງວຽງຈັນ ຮອດປີ 2023; ສອງ. ບົດລາຍງານຜົນການກວດກາໂຄງການເຊົ່າສຳປະທານທີ່ດິນ; ສາມ. ຮ່າງກົດໝາຍວ່າດ້ວຍທີ່ດິນ; ສີ່. ຮ່າງກົດໝາຍວ່າດ້ວຍກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ; ຫ້າ. ບົດລາຍງານຄວາມຄືບໜ້າ ການຈັດຕັ້ງປະຕິບັດ 10 ຕົວຊີ້ວັດ ໃນການດຳເນີນທຸລະກິດຢູ່ ສປປ ລາວ; ຫົກ. ບົດລາຍງານຄວາມຄືບໜ້າໃນການຫັນເກັບລາຍຮັບງົບປະມານເປັນທັນສະໄໝ; ເຈັດ. ຮ່າງແຜນຈຸດສຸມພັດທະນາຊົນນະບົດຕິດພັນກັບການພັດທະນາການລົງທຶນ ແລະ ແປດ. ຮ່າງນະໂຍບາຍລາຄາໄຟຟ້າຕິດພັນກັບຍຸດທະສາດພັດທະນາພະລັງງານໄຟຟ້າ.
(ແຫຼ່ງຂໍ້ມູນ: ຂປລ)