|
ບັນຍາກາດກອງປະຊຸມເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 7 ສະໄໝທີ X ຂອງພັກ
ໂດຍການເປັນປະທານຂອງທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ມີບັນດາຄະນະພັກ, ຄະນະນຳສະພາແຫ່ງຊາດເຂົ້າຮ່ວມ. ໂດຍອີງຕາມຄຳສັ່ງຂອງຄະນະເລຂາທິການສູນກາງພັກເລກທີ 13/ຄລສພ ລົງວັນທີ 17 ທັນວາ 2018 ວ່າດ້ວຍການຈັດຕັ້ງເຊື່ອມຊຶມຜັນຂະຫຍາຍມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 7 ຂອງສູນກາງພັກສະໄໝທີ X ທັງນີ້ກໍເພື່ອເປັນການເພີ່ມທະວີການນຳພາແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ສ້າງຄວາມເຂັ້ມແຂງຂອງການຄຸ້ມຄອງມະຫາພາກ ແລະ ມະຕິຂອງຄະນະບໍລິຫານງານສູນກາງພັກສະໄໝທີ X ສະບັບເລກທີ 056/ຄບສພ ລົງວັນທີ 19 ທັນວາ 2018 ວ່າດ້ວຍການປັບປຸງຮາກຖານການເມືອງຂອງລະບອບປະຊາທິປະໄຕປະຊາຊົນໃຫ້ເຂັ້ມແຂງ ແລະ ໜັກແໜ້ນ, ຄຳສັ່ງຂອງນາຍົກລັດຖະມົນຕີສະບັບເລກທີ 12/ນຍ ລົງວັນທີ 23 ສິງຫາ 2018 ວ່າດ້ວຍການຈັດຕັ້ງປະຕິບັດ 8 ມາດຕະການຊຸກຍູ້ເສດຖະກິດ. ກອງປະຊຸມໄດ້ຮັບຟັງການບັນຍາຍເອກະສານດັ່ງກ່າວ ແລະ ປະກອບຄຳຄິດຄຳເຫັນໂດຍການວິເຄາະວິໄຈບັນຫາຕ່າງໆເພື່ອສ້າງຄວາມຮັບຮູ້ເຂົ້າໃຈຕໍ່ກັບເນື້ອໃນເອກະສານໃຫ້ເລິກເຊິ່ງ, ເຫັນໄດ້ດ້ານດີ-ດ້ານອ່ອນຂໍ້ຄົງຄ້າງ ແລະ ທິດທາງແຜນ ການໃນຕໍ່ໜ້າເພື່ອນຳໄປປະຕິບັດ, ແກ້ໄຂບັນຫາໃຫ້ດີຂຶ້ນ, ເປັນຕົ້ນບັນຫາທີ່ພົວພັນກັບການປະຕິບັດວຽກງານຄວາມຮັບຜິດຊອບຂອງຕົນ. ໃນໂອກາດດັ່ງກ່າວທ່ານ ນາງ ປານີ ຢາທໍ່ຕູ້ ກໍໄດ້ເນັ້ນໃຫ້ຄະນະພັກ-ຄະນະນຳແຕ່ລະຂັ້ນຖືສຳຄັນ ແລະ ເປັນຄວາມຮັບຜິດຊອບໂດຍກົງຂອງແຕ່ລະທ່ານໃນການເຜີຍແຜ່ຜັນຂະຫຍາຍເນື້ອໃນກອງປະຊຸມດັ່ງກ່າວພ້ອມນຳເອົາເນື້ອໃນຈິດໃຈໄປຈັດຕັ້ງປະຕິບັດໃຫ້ເປັນແຜນການ-ແຜນງານທີ່ຕິດພັນກັບໜ້າທີ່ຮັບຜິດຊອບຂອງຕົນ, ຖືເອົາການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດຕິດພັນກັບການປັບປຸງຮາກຖານປອດໃສເຂັ້ມແຂງ, ໜັກແໜ້ນ, ກະກຽມເງື່ອນໄຂດ້ານຕ່າງໆເພື່ອດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ.
(ແຫຼ່ງຂໍ້ມູນ: pasaxon.org.la)