|
ຍີ່ປຸ່ນ ໄດ້ຮັບຄວາມເສຍຫາຍ ຈາກພາຍຸ Hagibis ຢ່າງງໜັກ ເຮັດໃຫ້ມີຜູ້ເສຍຊີວິດ ເກືອບ 80 ຄົນ, ສູນຫາຍ 10 ຄົນ.(ພາບ:news.zing.vn)
ວັນທີ 13 ຕຸລາ 2019, ວົງການເຈົ້າໜ້າທີ່ຂອງ ຍີ່ປຸ່ນ ໄດ້ປະກາດວ່າ ຢ່າງໜ້ອຍສຸດມີ 11 ຄົນ ເສຍຊີວິດ ເມື່ອພາຍຸ Hagibis ພັດຖະຫຼົ່ມເຂົ້າປະເທດນີ້ ພ້ອມທັງເກີດຝົນຕົກໜັກທີ່ບໍ່ເຄີຍມີມາກ່ອນ. ອໍານາດການປົກຄອງ ໄດ້ອອກຄໍາສັ່ງໃຫ້ຍົກຍ້າຍປະຊາຊົນກວ່າ 6 ລ້ານຄົນ ໄປຍັງບ່ອນປອດໄພໃນທົ່ວປະເທດ ຍີ່ປຸ່ນ. ໄລ່ມາຮອດປັດຈຸບັນ, ຢ່າງໜ້ອຍສຸດມີປະຊາຊົນຮັບບາດເຈັບ 80 ຄົນ, ໃນຂະນະນັ້ນ ມີ 270.000 ຄອບຄົວ ບໍ່ມີໄຟຟ້າໃຊ້. ຢູ່ເຂດທ່າກໍ່າປັ່ນ ໂຕກຽວ ຢູ່ເມືອງ Nagasaki, ອໍານາດການປົກຄອງໄດ້ຊ່ອຍກູ້ ກໍ່າປັ່ນຂົນສົ່ງສິນຄ້າລໍາໜຶ່ງ ທີ່ຖືກໂຈມນໍ້າ, ກູ້ເອົາຊີວິດຂອງລູກເຮືອຄົນຕ່າງປະເທດ 3 ຄົນ. ສ່ວນຈໍານວນລູກເຮືອທີ່ຍັງເຫຼືອນັ້ນ ໄດ້ຮັບຖືວ່າ ແມ່ນຖືກຫາຍຊາບສູນ. ຕາມຕໍາຫຼວດທະເລຍີ່ປຸ່ນ ແລ້ວ, ນີ້ແມ່ນກໍ່າປັ່ນຂົນສົ່ງສິນຄ້າຂອງ ປານາມາ. ໃນຈໍານວນລູກເຮືອຂອງກໍ່າປັ່ນລໍາດັ່ງກ່າວ ມີຄົນມຽນມາ 3 ຄົນ, ຄົນຈີນ 7 ຄົນ ແລະ ຄົນຫວຽດ 2 ຄົນ.
|
ເຮືອນຈົມຢູ່ໃຕ້ນ້ຳ ປະມານ 45.000 ຫລັງ.(ພາບ:news.zing.vn)
ຂະນະທີ່ ທົ່ງນາ ທາງພາກເໜືອສ່ວນໃຫຍ່ ໄດ້ຮັບຄວາມເສຍຫາຍຢ່າງໜັກ ເພາະຖືກນ້ຳຖ້ວມ ເປັນບໍລິເວນກວ້າງ ແລະ ເຂື່ອນໃນພື້ນທີ່ຕ່າງໆ 130 ແຫ່ງ ໄດ້ຮັບຄວາມເສຍຫາຍ ເຊັ່ນກັນ. ຂະນະທີ່ ລັດຖະມົນຕີ ກະຊວງການເງິນ ຍີ່ປຸ່ນ ມີງົບປະມານ ສຳຮອງ ເພື່ອຟື້ນຟູໄພພິບັດ 500.000 ລ້ານເຢັນ ແລະ ພ້ອມເຈລະຈາ ເພີ່ມຕື່ມອີກ ຖ້າມີຄວາມຈຳເປັນ.ນອກຈາກນີ້ ຍີ່ປຸ່ນ ຍັງກຽມຮັບມື ກັບພາຍຸໃຫຍ່ອີກ 2 ຫົວ ຄື: ໂນກູຣິ ແລະ ບົວລອຍ ພວມເຄື່ອນຕົວ ເຂົ້າແຄມຝັ່ງທາງພາກໃຕ້ຂອງປະເທດ.
(ໄຊພອນ)