ຄວາມຕ້ອງການບໍລິໂພກນ້ຳມັນໃນທົ່ວໂລກໃນປີນີ້ຈະຫລຸດລົງເຫລືອ 1,3 ລ້ານຖັງຕໍ່ວັນ

08:51 | 17/05/2019

ຍສໝ - ຫວ່າງແລ້ວນີ້, ອົງການພະລັງງານສາກົນ (IEA) ປະກາດວ່າປະລິມານການສະໜອງນ້ຳມັນໃນໂລກໃນເດືອນ ເມສາ ຫລຸດລົງ ເນື່ອງຈາກສະພາບຄວາມເຄ່ັງຕຶງໃນທົ່ວໂລກ.

ຄວາມຕ້ອງການບໍລິໂພກນ້ຳມັນໃນທົ່ວໂລກໃນປີນີ້ຈະຫລຸດລົງເຫລືອ 1,3 ລ້ານຖັງຕໍ່ວັນ

ພາບປະກອບ

ບົດລາຍງານປະຈຳເດືອນກ່ຽວກັບຕະຫລາດນ້ຳມັນໃນທົ່ວໂລກລະບຸວ່າປະລິມານນ້ຳມັນດິບຂອງ ອິຣານ ໃນເດືອນ ເມສາ ຜ່ານມາໄດ້ຫລຸດລົງເຫລືອ 2,6 ລ້ານຖັງຕໍ່ວັນ, ເປັນລະດັບຕ່ຳສຸດໃນຮອບ 5 ປີ ຜ່ານມາ ແລະ ຈະສືບຕໍ່ຫລຸດລົງລະດັບຕ່ຳສຸດເປັນປະຫວັດການນັບແຕ່ເກີດສົງຄາມກັບ ອິຣັກ ໃນຊຸມປີ 1980 ຂອງສັດຕະວັດກ່ອນ. ການສົ່ງອອກນ້ຳມັນຂອງ ອິຣານ ໃນເດືອນ ພຶດສະພາ ຈະຫລຸດລົງປະມານ 500.000 ຖັງຕໍ່ວັນເມື່ອທຽບໃສ່ຕົວເລກທ່ີກຳນົດໄວ້. ອົງການພະລັງງານສາກົນ (IEA) ລາຍງານວ່າ: ປະລິມານການສະໜອງນ້ຳມັນໃນທົ່ວໂລກຫລຸດລົງທ່າມກາງບັນດາປະເທດ OPEC ແລະ ພັນທະມິດລັດເຊຍ ພວມຊຸກຍູ້ຂໍ້ຕົກລົງໃໝ່ຫລ້າສຸດໃນການຈຳກັດການເພີ່ມປະລິມານການຜະລິດ. ອົງການພະລັງງານສາກົນ (IEA) ຍັງຄາດວ່າ: ລະດັບຄວາມຕ້ອງການບໍລິໂພກນ້ຳມັນໃນທົ່ວໂລກໃນປີນີ້ຈະຫລຸດລົງເຫລືອ 1,3 ລ້ານຖັງຕໍ່ວັນ.

(ໄຊພອນ)

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ