| |
ທ່ານ ຫວັງອີ້, ລັດຖະມົນຕີ ກະຊວງ ການຕ່າງປະເທດຈີນ. ພາບ: ຂປລ
ເມື່ອບໍ່ດົນມານີ້, ທ່ານ ຫວັງອີ້, ລັດຖະມົນຕີ ກະຊວງ ການຕ່າງປະເທດຈີນ ຖະແຫລງວ່າ: ຜູ້ນຳລັດຖະບານຈາກ 37 ປະເທດ ລວມທັງ ສະມາຊິກ ອາຊຽນ ທັງໝົດ ໂດຍສະເພາະ ຣັດເຊຍ, ອິຕາລີ ແລະ ອົດສະຕຣາລີ ຈະເຂົ້າຮ່ວມກອງປະຊຸມ “ໜຶ່ງແລວ ໜຶ່ງເສັ້ນທາງ ເພື່ອການຮ່ວມມືສາກົນ” ແລະ ກອງປະຊຸມການເລີ່ມຕົ້ນ ໜຶ່ງແລວ ໜຶ່ງເສັ້ນທາງຈະຈັດຂຶ້ນໃນອາທິດນີ້ໂດຍແບ່ງອອກເປັນກອງປະຊຸມ ປຶກສາຫາລືແລກປ່ຽນຄວາມຄິດເຫັນ ລະຫວ່າງ ເຈົ້າໜ້າທີ່ລະດັບສູງທີ່ສູນກອງປະຊຸມແຫ່ງຊາດຢູ່ນະຄອນຫລວງປັກກິ່ງ ແລະ ກອງປະຊຸມໂຕະມົນລະດັບຜູ້ນຳເພື່ອປຶກສາຫາລືຫລາຍປະເດັນສຳຄັນທີ່ພົ້ນເດັ່ນໃນປັດຈຸບັນ.(ແຫຼ່ງຂໍ້ມູນ: ຂປລ)