ຮອງອຳນວຍການວິທະຍາຄານປ້ອງກັນຊາດຫວຽດນາມ ເຂົ້າຢ້ຽມຂ່ຳນັບ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ລາວ

06:36 | 13/01/2020

ວັນທີ 9 ມັງກອນ 2020 ນີ້, ຢູ່ຫ້ອງປະຊຸມຫ້ອງວ່າການກະຊວງປ້ອງກັນປະເທດ ລາວ, ສະຫາຍພົນຕີ ສອນທອງ ພົມລາວົງ, ກຳມະການຄະນະພັກກະຊວງຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍພົນຕີ ຟານແອ່ງຫວຽດ, ຮອງອໍານວຍການວິທະຍາຄານປ້ອງກັນຊາດ ຫວຽດນາມ.

ໃນລະຫວ່າງວັນທີ 7-13 ມັງກອນ 2020 ນີ້, ພ້ອມດ້ວຍຄະນະໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຮ່ວມຄະນະຜູ້ແທນວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ. ສະຫາຍ ພົນຕີ ສອນທອງ ພົມລາວົງ ໄດ້ກ່າວສະແດງຄວາມຕ້ອນຮັບຢ່າງອົບອຸ່ນໄມຕີຈິດມິດຕະພາບຕໍ່ ສະຫາຍ ພົນ ຕີ ຟານແອ່ງຫວຽດ, ພ້ອມດ້ວຍຄະນະທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້ເຊິ່ງຈະເປັນການປະກອບສ່ວນຢ່າງສຳຄັນເຂົ້າ ໃນການເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງຊາດສອງກອງທັບ ລາວ- ຫວຽດນາມ ໂດຍສະເພາະແມ່ນສອງວິທະຍາຄານຄື: ວິທະ ຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ແລະ ວິທະຍາຄານ ປ້ອງກັນຊາດຫວຽດນາມໃຫ້ນັບມື້ແໜ້ນແຟ້ນ ແລະ ຈະເລີນງອກງາມຍິ່ງຂຶ້ນ.

ຮອງອຳນວຍການວິທະຍາຄານປ້ອງກັນຊາດຫວຽດນາມ ເຂົ້າຢ້ຽມຂ່ຳນັບ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ລາວ

ສະຫາຍພົນຕີ ຟານ ແອ່ງ ຫວຽດ ແລະ ສະຫາຍ ພົນຕີ ສອນທອງ ພົມລາວົງ. (ພາບ: qdnd.vn)

ສະຫາຍພົນຕີ ຟານ ແອ່ງ ຫວຽດ ກໍໄດ້ກ່າວສະແດງຄວາມຂອບໃຈຕໍ່ ສະຫາຍພົນຕີ ສອນທອງ ພົມລາວົງ ທີ່ໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນ. ສະຫາຍພົນຕີ ຟານ ແອ່ງ ຫວຽດ ໄດ້ລາຍງານກ່ຽວກັບຈຸດປະສົງການມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກກັບຄະນະຜູ້ແທນວິທະຍາຄານ ໄກສອນ ພົມວິຫານ ໃນຄັ້ງນີ້ກໍເພື່ອເປັນການເພີ່ມທະວີສາຍພົວພັນມິດຕະພາບຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງຊາດສອງກອງທັບຫວຽດນາມ-ລາວ, ໂດຍສະເພາະແມ່ນການຮ່ວມມືກັນລະຫວ່າງສອງວິທະຍາຄານວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ແລະ ວິທະຍາຄານ ປ້ອງກັນຊາດຫວຽດນາມໃຫ້ແໜ້ນແຟ້ນ ແລະ ກ້າວເຂົ້າສູ່ລວງເລິກ.

(ແຫຼ່ງ​ຂໍ້​ມູນ​: kongthap.gov.la)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.