ດ່ານັງ ປຸກລະດົມບຸນເຕັດປູກຕົ້ນໄມ້ປີ 2025

11:00 | 09/02/2025

ຍສໝ - ວັນທີ 8 ກຸມພາ, ກຸ່ມບັນດາອົງການພັກ, ແນວໂຮມປະເທດຊາດ ແລະບັນດາອົງການຈັດຕັ້ງການເມືອງ-ສັງຄົມນະຄອນດ່ານັງ ຈັດຕັ້ງພິທີປຸກລະດົມບຸນເຕັດປູກຕົ້ນໄມ້ລະດູບານໃໝ່ປີ 2025 ຢູ່ທາງສາມແຍກ ຫງວຽນຟານວິງ ແລະທາງຮວ່າງຊາ (ຕາແສງທ້ໍກວາງ, ເມືອງເຊີນຈ່າ, ນະຄອນດ່ານັງ).

ມະຫາວິທະຍາໄລ ດ່ານັງ ໄດ້ເຊັນບົດບັນທຶກກ່ຽວກັບການບຳລຸງສ້າງຊັບພະຍາກອນມະນຸດໃຫ້ແກ່ລາວແລະ ກຳປູເຈຍ ມະຫາວິທະຍາໄລ ດ່ານັງ ໄດ້ເຊັນບົດບັນທຶກກ່ຽວກັບການບຳລຸງສ້າງຊັບພະຍາກອນມະນຸດໃຫ້ແກ່ລາວແລະ ກຳປູເຈຍ
ສະຫະພັນອົງການຈັດຕັ້ງມິດຕະພາບ ດ່ານັງ ສືບຕໍ່ຈັດຕັ້ງປະຕິບັດການປ້ອງກັນການລະບາດຂອງພະຍາດ Covid-19 ສະຫະພັນອົງການຈັດຕັ້ງມິດຕະພາບ ດ່ານັງ ສືບຕໍ່ຈັດຕັ້ງປະຕິບັດການປ້ອງກັນການລະບາດຂອງພະຍາດ Covid-19
ດ່ານັງ ປຸກລະດົມບຸນເຕັດປູກຕົ້ນໄມ້ປີ 2025

ທ່ານ ຫງວຽນວັນກວາງ ກໍາມະການສູນກາງພັກ, ເລຂາພັກນະຄອນດ່ານັງ; ທ່ານ ຫງວຽນດິ່ງວິງ ຮອງເລຂາຜູ້ປະຈໍາການຄະນະພັກນະຄອນດ່ານັງ; ພ້ອມກັບບັນດາສະຫາຍການນໍານະຄອນດ່ານັງ ແລະພະນັກງງານ, ສະມາຊິກພັກ... ກວ່າ 500 ຄົນຂອງບັນດາກົມກອງຂຶ້ນກັບກຸ່ມແຂ່ງຂັນເຂົ້າຮ່ວມພິທີປຸກລະດົມ. ກ່າວຄໍາເຫັນທີ່ພິທີ, ທ່ານ ເລວັນຈູງ ກຳມະການຄະນະປະຈຳຄະນະພັກນະຄອນ, ປະທານຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ນະຄອນດ່ານັງ ຮຽກຮ້ອງບັນດາຫົວໜ່ວຍ, ພະນັກງານ, ສະມາຊິກສະມາຄົມ, ສະມາຊິກຊາວໜຸ່ມ ແລະປະຊາຊົນທຸກຊັ້ນວັນນະຕັ້ງໜ້າເຂົ້າຮ່ວມການປູກຕົ້ນໄມ້ຂຽວ, ຍູ້ແຮງການໂຄສະນາຢ່າງເລິກເຊິ່ງກວ້າງຂວາງກ່ຽວກັບຄວາມໝາຍຂອງບຸນເຕັດປູກຕົ້ນໄມ້, ປະກອບສ່ວນກໍ່ສ້າງນະຄອນດ່ານັງ ແລະຫວຽດນາມ ສີຂຽວ, ສະອາດ, ຄວາມງາມ. ໃນຂອບເຂດລາຍການ, ກຸ່ມບັນດາອົງການຈັດຕັ້ງພັກ, ແນວໂຮມປະເທດຊາດ ແລະບັນດາອົງການຈັດຕັ້ງການເມືອງ-ສັງຄົມນະຄອນດ່ານັງ ມອບຕົ້ນໝາກຟ້າວ 175 ຕົ້ນທີ່ມີຍອດມຸນຄ່າ 450 ກວ່າລ້ານດົ່ງໃຫ້ຄະນະກໍາມະການປະຊາຊົນນະຄອນ.

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ
ເຫດການ