ເທື່ອທຽນເຫ້ວ, ເງະອານ ບົງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ ລາວ
ສ້າງເງື່ອນໄຂສະດວກເພື່ອໃຫ້ຜູ້ແທນຊາວເຜົ່າສ່ວນໜ້ອຍເຂົ້າຮ່ວມສະພາແຫ່ງຊາດ | |
ສະຖານທູດ ຫວຽດນາມມອບຜ້າອັດປາກ ດັງ ແລະ ສະບຽງອາຫານໜູນຊ່ວຍນັກສຶກສາ ຫວຽດນາມ ພວມຮ່ຳຮຽນຢູ່ ລາວ |
![]() |
ການນຳກອງບັນຊາການທະຫານແຂວງກ໋ວາງຈິຖະຫວາຍທູບທຽນຕໍ່ບັນດານັກຮົບທີ່ເສຍສະຫຼະຊີວິດ ເພື່ອຊາດ |
ຫວ່າງແລ້ວນີ້ ກອງບັນຊາການທະຫານແຂວງເທື່ອທຽນເຫ້ວ ໃຫ້ຮູ້ວ່າ ຫາກໍ່ຈັດຕັ້ງພິທີຕ້ອນຮັບ, ທະຫວາຍຖູບທຽນ ໃຫ້ ອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ, ທະຫານອາສາສະໝັກ ແລະ ນັກຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດເພື່ອຊາດ ຢູ່ປະເທດ ສາທາລະນະລັດປະຊາທິປະໄຕປະຊາຊົນ ລາວ 14 ຊຸດ ກັບຄືນປະເທດ ແລະ ປົງສົບຢູ່ສຸສານນັກຮົບເສຍສະລະຊີວິດເພື່ອ ຊາດນະຄອນເຫ້ວ.
ລະດູແລ້ງປີ 2020 – 2021, ເຖິງວ່າຖືກຜົນກະທົບຢ່າງຮ້າຍແຮງຈາກໂລກລະບາດໂຄວິດ - 19, ແຕ່ ພະນັກງານ, ນັກຮົບ 30 ຄົນຂອງກອງ 192, ກອງບັນຊາການທະຫານແຂວງ ເທື່ອທຽນເຫ້ວ ໄດ້ແກ້ໄຂຄວາມຫຍຸ້ງຍາກ, ສົມທົບກັນຢ່າງແໜ້ນແຟ້ນ ກັບຄະນະພັກທຸກຂັ້ນ, ອຳນາດການປົກຄອງ ແລະ ປະຊາຊົນລາວບັນດາເຜົ່າ, ຈັດຕັ້ງການຊອກຫາ, ທ້ອນໂຮມ ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ, ທະຫານອາສາສະໝັກ ແລະ ນັກຊ່ຽວຊານຫວຽດນາມ 14 ຊຸດທີ່ເສຍສະຫຼະຊີວິດ ເພື່ອຊາດ ຢູ່ລາວກັບຄືນປະເທດ. ໃນນັ້ນມີ 9 ຊຸດໄດ້ຊອກເຫັນໃນບໍລິເວນແຂວງ ສະລະວັນ ແລະ 5 ຊຸດໄດ້ຄົ້ນຫາຢູ່ບໍລິເວນແຂວງເຊກົງ.
![]() |
ຖະຫວາຍທູບທຽນ |
ວຽກງານຄົ້ນຫາ, ທ້ອນໂຮມອັດຖິບັນດານັກຮົບເສຍສະລະຊີວິດເພື່ອ ຊາດຢູ່ປະເທດເພື່ອນລາວ ກັບຄືນປະເທດ ແມ່ນແຜນນະໂຍບາຍໃຫຍ່ຂອງ ພັກ ແລະ ລັດ ຫວຽດນາມ, ທັງຕອບສະໜອງໄດ້ຄວາມມຸ່ງມາດປາດຖະໜາ, ນ້ຳໃຈອັນຍິ່ງໃຫຍ່ຂອງແຕ່ລະຄອບຄົວພີ່ນ້ອງ ແລະ ປະຊາຊົນທົ່ວປະເທດ. ທັງສະແດງໃຫ້ເປັນຄວາມຮູ້ບຸນຄຸນຕໍ່ບັນດາວິລະຊົນທີ່ເສຍສະຫຼະຊີວິດ ເພື່ອຊາດ ໃນການຕໍ່ສູ້ ແລະ ເສຍສະຫຼະຊີວິດໃນພາລະກິດສ້າງສາ, ປົກປັກຮັກສາປະເທດຊາດ ແລະ ປະຕິບັດໜ້າທີ່ສາກົນອັນສູງສົ່ງ.
ກ່ອນໜ້ານັ້ນໃນວັນທີ 5 ພຶດສະພາ, ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດເສັ້ນທາງເລກ 9, ຄະນະພັກແຂວງ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ແຂວງກ໋ວາງຈິ ໄດ້ຈັດຕັ້ງພິທີຕ້ອນຮັບຢາງສົມກຽດ ແລະ ບົງອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ.
ແລະກໍ່ໃນວັນດຽວກັນ, ຢູ່ດ່ານຊາຍແດນສາກົນ ນ້ຳກັ້ນ ໄດ້ດຳເນີນພິທີມອບຮັບ ອັດຖຸນັບຮົບເສຍສະຫຼະຊີວິດເພື່ອຊາດ, ທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວກັບຄືນປະເທດຊາດ.
ດ້ວຍຄວາມມານະພະຍາຍາມ, ກອງທ້ອນໂຮມອັດຖິ, ກອງບັນຊາການທະຫານແຂວງເງະອານ ໄດ້ຊອກຫາ, ທ້ອນໂຮມໄດ້ອັດຖິ 95 ຊຸດ.
![]() | ສະຖານທູດ ຫວຽດນາມປະຈຳ ລາວ ອວຍພອນບຸນເຕັດໃຫ້ແກ່ບັນດານັກຮົບທີ່ພວມປະຕິບັດໜ້າທີ່ຢູ່ລາວ ຍສໝ - ຫໍສະພາແຫ່ງຊາດລາວຫຼັງໃໝ່ແມ່ນໜຶ່ງໃນບັນດາສັນຍາລັກທີ່ມີຄວາມໝາຍຫຼາຍຢ່າງຂອງການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ ແລະ ລາວ. ໂຄງການແມ່ນຂອງຂວັນຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ມອບໃຫ້ພັກ, ລັດ ແລະ ປະຊາຊົນລາວ, ເນື່ອງໃນໂອກາດທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມໄປຢ້ຽມຢາມລາວ ຢ່າງເປັນທາງການ. |
![]() | ລົງນາມການຮ່ວມມືລະຫວ່າງ ຫວຽດນາມ ກັບ ກຳປູເຈຍ ກ່ຽວກັບການຊອກຫາອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ, ນັກຮົບອາສາສະໝັກ ແລະ ນັກຊ່ຽວຊາ ຍສໝ - ທ່ານພັນເອກ ດ່າມກຽນທຶ໊ກ, ຜູ້ບັນຊາການກອງບັນຊາການທະຫານ, ຮອງຫົວໜ້າຄະນະປະຈຳຄະນະສະເພາະກິດແຂວງ ກຽນຢາງໃຫ້ຮູ້ວ່າ: ນັບແຕ່ເວລາປະຕິບັດສົນທິສັນຍາລະຫວ່າງ ສອງລັດຖະບານ ປະເທດ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ແລະ ລັດຖະບານລາຊະອານາຈັກກຳປູເຈຍ ໄດ້ລົງນາມໃນວັນທີ 28 ສິງຫາ 2020 ຢູ່ນະຄອນຫຼວງ Phnom Penh, ລາຊະອານາຈັກກຳປູເຈຍ ມາຮອດປັດຈຸບັນ, ກອງ K92, ກອງບັນຊາການທະຫານ ... |
![]() | ພັກ ແລະ ລັດ ຍາມໃດກໍ່ຈົດຈຳບຸນຄຸນຂອງບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ, ທະຫານເສຍອົງຄະ ຍສໝ - ທ່ານນາງ ດັ້ງທິງອກທິ້ງ ຮອງປະທານປະເທດ ໄດ້ມາໄວ້ອາໄລ, ຖະຫວາຍທູບທຽນຢູ່ສຸສານນັກຮົບເສຍສະຫຼະຊີວິດແຂວງລາຍເຈົາ. |
ບຸນຄົງ