ທ່ານອະດີດຮອງນາຍົກລັດຖະມົນຕີຫວຽດນາມ ເຈືອງຫວິງຈ້ອງ ເຖິງແກ່ມໍລະນະກຳ
![]() |
ທ່ານອະດີດຮອງນາຍົກລັດຖະມົນຕີຫວຽດນາມ ເຈືອງຫວິງຈ້ອງ ເຖິງແກ່ມໍລະນະກຳ ໃນເວລາ 3 ໂມງ 25 ນາທີຂອງວັນທີ 19 ກຸມພາ (ພາບ: TTXVN) |
ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ ແລະ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ພ້ອມດ້ວຍຄອບຄົວ ມີຄວາມໂສກເສົ້າເສຍດາຍຢ່າງສຸດຊຶ້ງ ເມື່ອແຈ້ງໃຫ້ຊາບວ່າ: ພາຍຫຼັງເຈັບໜັກມາເປັນໄລຍະໜຶ່ງ, ເຖິງວ່າພັກ, ລັດ ແລະ ຖັນແຖວສາດສະດາຈານ, ແພດໝໍ ພ້ອມດ້ວຍຄອບຄົວໄດ້ປິ່ນປົວ ແລະ ເບິ່ງແຍງດູແລຢ່າງສຸດຈິດສຸດໃຈ ແຕ່ຍ້ອນອາຍຸສູງ, ສຸຂະພາບອ່ອຍເພຍ, ທ່ານອະດີດຮອງນາຍົກລັດຖະມົນຕີ ຫວຽດນາມ ເຈືອງຫວິງຈ້ອງ ໄດ້ເຖິງແກ່ມໍລະນະກຳໃນເວລາ 3 ໂມງ 25 ນາທີຂອງວັນທີ 19 ກຸມພາ ປີ 2021 (ເຊິ່ງກົງກັບວັນທີ 8 ເດືອນຈຽງ ປີສະຫຼູ) ຢູ່ເຮືອນພັກສ່ວນຕົວ ຢູ່ບ້ານເລືອງທ້ວນ, ຕາແສງ ເລືອງເກື໊ອຍ, ເມືອງ ຢົ່ງຈົມ, ແຂວງ ເບັ້ນແຈ, ລວມອາຍຸ 79 ປີ.
ງານສົບທ່ານອະດີດຮອງນາຍົກລັດຖະມົນຕີ ເຈືອງຫວິງຈ້ອງ ຈະຖືກດຳເນີນຕາມງານສົບລະດັບຊາດ. ຄະນະຈັດຕັ້ງງານສົບແຫ່ງລັດ ລວມມີສະມາຊິກ 21 ທ່ານ, ໂດຍທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຟ້າມບິ່ງມິນ ເປັນຫົວໜ້າຄະນະ.
![]() | ທ່ານເອກອັກຄະລັດຖະທູດ ເຈິ່ນດຶກບິ່ງ ຮັບດຳລົງຕຳແໜ່ງຮອງເລຂາທິການໃຫຍ່ ອາຊຽນ ຍສໝ - ທ່ານເຈິ່ນດຶກບິ່ງ ຮອງເລຂາທິການໃຫຍ່ ຈະຮັບຜິດຊອບໜ້າທີ່ວຽກງານໜູນຊ່ວຍ, ຄະນະເລຂາອາຊຽນເຄື່ອນໄຫວຢ່າງສະດວກ ລວມມີບັນດາວຽກງານບໍລິການວຽກງານພາຍໃນກຸ່ມ, ບຸກຄະລາກອນ, ການເງິນ ແລະ ງົບປະມານ, ເຕັກໂນໂລຢີຂໍ້ມູນຂ່າວສານ, ບໍລິຫານຂໍ້ມຸນຂ່າວສານ, ການຖະແຫຼງຂ່າວ, ການພົວພັນປະຊາຄົມ, ນິຕິກຳ… |
![]() | ຫວຽດນາມ ເຂົ້າຮ່ວມການຮັກສາສັນຕິພາບຢູ່ສປຊ: ຍົກສູງທີ່ຕັ້ງບົດບາດ ແລະ ກຳລັງແຮງທາງການທູດ ຍສໝ - ຫຼາຍປະເທດ, ພິເສດແມ່ນບັນດາປະເທດໃຫຍ່ ໄດ້ສະແດງຄວາມຫວັງຢາກເພີ່ມທະວີການຮ່ວມມືກັບຫວຽດນາມ ໃນການເຄື່ອນໄຫວຮັກສາສັນຕິພາບ, ຜ່ານນັ້ນເປີດກ້ວາງເນື້ອໃນ, ເຮັດໃຫ້ການພົວພັນຂອງຫວຽດນາມ ກັບບັນດາປະເທດເລິກເຊິ່ງກ່ວາອີກ. |
![]() | ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ: ຊົມເຊີຍ ລະດູບານໃໝ່, ບັນຍາກາດໃໝ່, ໄຊຊະນະໃໝ່ ຍສໝ - ໃນປີທີ່ຜ່ານມາ ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບເຮົາ ໄດ້ເສີມຂະຫຍາຍນ້ຳໃຈຮັກຊາດຢ່າງເຕັມລົ້ມ, ເຈດຈຳນົງ, ຄວາມຕັດສິນໃຈ, ຄຸນນະທາດ, ຄວາມສາມັກຄີ, ຫົວຄິດປະດິດສ້າງ, ມານະພະຍາຍາມສູ້ຊົນບັນລຸໄດ້ບັນດາຜົນງານທີ່ສຳຄັນຍິ່ງ, ຮອບດ້ານພໍ ສົມຄວນ, ສ້າງບັນດາຂີດໝາຍທີ່ພົ້ນເດັ່ນ. |