ເອກອ້າງທະນົງໃຈທີ່ໄດ້ເປັນ "ທູດ" ຂອງປະເທດລ້ານຊ້າງ
ສປປ ລາວ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ແຕ່ໃຫ້ປະຊາຊົນບໍ່ຄວນປະໝາດ | |
ສປປ ລາວ ຈະກາຍເປັນປະເທດ ທີ່ມີລາຍຮັບປານກາງສູງ |
ໂຮງຮຽນນາຍທະຫານບົກເລກ 1. ພາບ: ດີ່ງທາວ. |
ເຖິງວ່າຢູ່ໄກຈາກປະເທດຊາດ, ໄກຄອບຄົວ, ຄວາມແຕກຕ່າງກັນດ້ານພາສາ... ແຕ່ນັກສຶກສາເຫຼົ່ານັ້ນໄດ້ມານະພະຍາຍາມຢ່າງບໍ່ຢຸດຢັ້ງ, ບືນຕົວຂຶ້ນໃນຮໍ່າຮຽນ, ຝຶກຝົນຫຼໍ່ຫຼອມ, ຍາມໃດກໍ່ແມ່ນ "ທູດ" ຂອງນໍ້າໃຈມິດຕະພາບ, ການຮ່ວມມື, ຮ່ວມແຮງຮ່ວມໃຈເພີ່ມພູນຄູນສ້າງສາຍພົວພັນສາມັກຄີແບບພິເສດລະຫວ່າງສອງປະເທດ, ສອງກອງທັບຫວຽດນາມ-ລາວ.
ຕາມທ່ານພັນເອກ ບຸ່ຍກວາງຮຸ່ງ, ເລຂາພັກ, ຫົວໜ້າການເມືອງພະແນກຄຸ້ມຄອງນັກສຶກສາສາກົນແລ້ວ, ໃນໂອກາດງານບຸນໃຫຍ່, ການສະເຫຼີມສະຫຼອງເຫດການສໍາຄັນຂອງປະເທດເພື່ອນມິດລາວ, ກົມກອງ ລ້ວນແຕ່ຈັດຕັ້ງການເຄື່ອນໄຫວທີ່ເໝາະສົມຄື: ງານແຂ່ງຂັນ, ງານມະຫາກໍາກິລາ, ວັດທະນະທໍາ, ສິລະປະ... ສ້າງບັນຍາກາດເບີກບານມ່ວນຊື່ນ, ມີການແຂ່ງຂັນຢ່າງຟົດຟື້ນລະຫວ່າງນັກສຶກສາສອງປະເທດ. ດ້ານອື່ນ, ການນໍາ, ຜູ້ບັນຊາການກົມກອງກໍ່ລະດົມກໍາລັງໃຈ, ລະດົມສົ່ງເສີມເປັນປະຈໍາ ແລະສ້າງທຸກເງື່ອນໄຂສະດວກເພື່ອນັກສຶກສາປະເທດເພື່ອນມິດລາວ ຮໍ່າຮຽນບັນລຸໄດ້ໝາກຜົນສູງທີ່ສຸດ; ນັກສຶກສາແຕ່ລະຄົນຍາມໃດກໍ່ປະຕິບັດເນື້ອໃນ, ຂໍ້ກຳນົດຂອງກົມກອງ, ປັບຕົວກັບແບບແຜນພື້ນຖານລະບຽບ, ການເຄື່ອນໄຫວຂອງໂຮງຮຽນໄດ້ຢ່າງວ່ອງໄວ. ວາທີນາຍຮ້ອຍ ຄຸກສະຄອນ ສີພັນດອນ, ນັກສຶກສາຫ້ອງ 1, ຊຸດທີ 38 ກໍ່ສ້າງນາຍທະຫານບັນຊາເສນາທິການທະຫານບົກຂັ້ນໝວດລະດັບມະຫາວິທະຍາໄລ, ພະແນກຄຸ້ມຄອງນັກສຶກສາສາກົນ ແບ່ງປັນວ່າ: “ພວກຂ້າພະເຈົ້າຍາມໃດກໍ່ຮັກແພງ, ອຸປະຖຳຄ້ຳຊູ, ຊ່ວຍເຫຼືອກັນບືນຕົວຂຶ້ນປະຕິບັດສຳເລັດໜ້າທີ່ ແລະມີສະຕິເພີ່ມພູນຄູນສ້າງ, ສ້າງນໍ້າໃຈສາມັກຄີລະຫວ່າງກອງທັບສອງປະເທດ”. ເມື່ອເວົ້າເຖິງຄວາມຮັບຜິດຊອບ, ອາລົມຈິດຄວາມຮັກແພງທີ່ມີຕໍ່ປະເທດຊາດ, ວາທີນາຍຮ້ອຍ ອາຄົມ ສີລີພັນຍາ, ນັກສຶກສາຫ້ອງ 1 ສະແດງວ່າ: “ມູນເຊື້ອ, ປະຫວັດສາດອັນອົງອາດກ້າຫານຂອງປະເທດຊາດ ຍາມໃດກໍ່ແມ່ນບ່ອນອີງເພື່ອໃຫ້ພວກຂ້າພະເຈົ້າພະຍາຍາມຢ່າງບໍ່ຢຸດຢັ້ງ. ລັດ, ກອງທັບປະຊາຊົນລາວ ມີຄວາມເຊື່ອໝັ້ນ, ສ້າງເງື່ອນໄຂເພື່ອໃຫ້ພວກຂ້າພະເຈົ້າໄດ້ມາຮໍ່າຮຽນຢູ່ຫວຽດນາມ. ນັ້ນບໍ່ພຽງແຕ່ແມ່ນຄວາມເອົາໃຈໃສ່ເທົ່ານັ້ນ ຫາກຍັງແມ່ນການຕັ້ງຄວາມຫວັງນຳຮຸ່ນໜຸ່ມ. ສະນັ້ນ, ພວກຂ້າພະເຈົ້າຕ້ອງອອກແຮງແຂ່ງຂັນຮໍ່າຮຽນ, ຝຶກຝົນຫຼໍ່ຫຼອມເມື່ອກັບຄືນປະເທດຈະເສີມຂະຫຍາຍຄວາມຮູ້ທີ່ໄດ້ຮຽນມາ, ຮັບໃຊ້ກອງທັບ, ປະເທດຊາດ ແລະປະຊາຊົນເປັນຢ່າງດີ”.
ຫວຽດນາມ ຊົມເຊີຍຂໍ້ລິເລີ່ມເຂົ້າຮ່ວມ ແລະ ເຊື່ອມຕໍ່ອິນໂດ - ປາຊີຟິກ ຍສໝ - ຕາມຜູ້ໂຄສົກກະຊວງການຕ່າງປະເທດຫວຽດນາມ ທ່ານນາງ ເລທິທູຮັງ, ຫຼັກໝັ້ນນີ້ ໄດ້ແບ່ງປັນໂດຍຫວຽດນາມ ແລະ ປະເທດອື່ນໆ ໃນເອກະສານທັດສະນະຂອງອາຊຽນກ່ຽວກັບອິນໂດ - ປາຊີຟິກ (AOIP). |
ອິນເດຍ ໄດ້ບໍລິຈາກສິ່ງຂອງສ່ວນຕົວໃຫ້ແກ່ປະຊາຊົນທີ່ຖືກຜົນກະທົບຈາກໄພນ້ຳຖ້ວມຢູ່ພາກກາງຫວຽດນາມ ຍສໝ - ຫວ່າງແລ້ວນີ້, ທ່ານ Pranay Verma - ເອກອັກຄະລັດຖະທູດອິນເດຍ ປະຈຳ ຫວຽດນາມ ໄດ້ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ທີ່ລັດຖະບານອິນເດຍມອບໃຫ້ຜູ້ຖືກຮັບຜົນສະທ້ອນຈາກໄພນ້ຳຖ້ວມ ແລະ ດິນເຈື່ອນທີ່ເກີດຂຶ້ນຢູ່ຫຼາຍແຂວງພາກກາງຫວຽດນາມ. |
ເສດຖະກິດຫວຽດນາມ ຍັງຄົງໄດ້ຮັບການຄາດຄະເນວ່າ ຈະບັນລຸການເຕີບໂຕສູງ ແລະ ຫວຽດນາມ ສືບຕໍ່ແມ່ນຈຸດເດັ່ນຂອງເສດຖະກິດໂລກປີ 2021 ຍສໝ - ດ້ວຍບັນດາຜົນງານທີ່ບັນລຸໄດ້ໃນປີ 2020 ພ້ອມກັບບັນດາການຕີລາຄາຢ່າງມີວິທະຍາສາດ, ພາວະວິໄສກ່ຽວກັບແງ່ຫວັງເສດຖະກິດ ສັງຄົມ ກໍ່ຄື ຖານະບົດບາດຂອງຫວຽດນາມ ນັບມື້ນັບໄດ້ຮັບການປັບປຸງ, ຍົກສູງຂຶ້ນໃນເວທີ ສາກົນ. |