ປະເທດລາວ ເລີ່ມຟື້ນຟູຊີວິດການເປັນຢູ່ໃຫ້ປະຊາຊົນ ທີ່ຖືກ ຜົນກະທົບຈາກ ໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳອູ 7
ພິທີເປີດການຟື້ນຟູຊີວິດ ການເປັນຢູ່ໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະທົບດັ່ງກ່າວ ໄດ້ຈັດຂຶ້ນໃນວັນ 29 ທັນວາ 2020 ໂດຍການເຂົ້າຮ່ວມຂອງ ທ່ານ ທອງສຸກ ເປົາສຸລີ ເຈົ້າເມືອງຜົ້ງສາລີ, ທ່ານ ທອງ ອາລີ ຫົວໜ້າພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຜົ້ງສາລີ, ພະນັກງານຈາກຂະແໜງ ການທີ່ກ່ຽວຂ້ອງ, ພ້ອມດ້ວຍອຳນາດການ ປົກຄອງທ້ອງຖິ່ນ ແລະ ປະຊາຊົນ.
![]() |
ທ່ານ ທອງສຸກ ເປົາສຸລີ ເຈົ້າເມືອງຜົ້ງສາລີ ກ່າວຄຳເຫັນທີ່ພິທີ. (ພາບ: KPL) |
ໂອກາດນີ້, ທ່ານ ສຸລິຍາ ແສງດາລາ ຮອງຫົວໜ້າພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງຜົ້ງສາລີ, ທັງເປັນຫົວໜ້າ ໜ່ວຍງານ ຈັດສັນຍົກຍ້າຍປະຊາຊົນ ທີ່ຖືກຜົນກະທົບຈາກ ໂຄງການກໍ່ສ້າງເຂື່ອນໄຟຟ້າ ນ້ຳຕົກ ນ້ຳອູ 4 ແລະ ນ້ຳອູ 7 ກ່າວວ່າ: ໃນການຟື້ນຟູຊີວິດ ການເປັນຢູ່ໃຫ້ປະຊາຊົນປະກອບມີ: ການຈັດສັນທີ່ດິນສຳລັບ ທຳຜະລິດກະສິກຳ, ການແນະນຳເຕັກນິກໃນການສົ່ງເສີມການປູກຝັງ, ການລ້ຽງສັດ ແລະ ການປະມົງ, ລວມທັງສະໜອງທຶນ ແລະ ແນວພັນຕ່າງໆ.
ພ້ອມກັນນັ້ນ ກໍຈະໄດ້ສະໜອງອຸປະກອນ ເພື່ອຮັບໃຊ້ສຳລັບຂະແໜງການບໍລິການ, ເຊິ່ງປະຊາຊົນ ສາມາດຄັດເລືອກອາຊີບຕ່າງໆ ຕາມທີ່ຕົນເອງມັກ ແລະ ມີຄວາມຖະໜັດ ໃນ 3 ຂະແໜງການຄື: ກະສິກຳ, ການປະມົງ ແລະ ບໍລິການ, ທັງນີ້ ກໍເພື່ອແນໃສ່ເຮັດໃຫ້ຊີວິດ ການເປັນຢູ່ຂອງປະ ຊາຊົນທີ່ຖືກຜົນກະທົບຈາກໂຄງການ ມີຊີວິດທີ່ດີຂຶ້ນ ແລະ ມີການພັດທະນາຢ່າງຕໍ່ເນື່ອງ.
![]() |
(ພາບ: KPL) |
ໂອກາດນີ້, ທ່ານ ທອງສຸກ ເປົາສຸລີ ແລະ ທ່ານ ທອງ ອາລີ ກໍໄດ້ເນັ້ນໃຫ້ຜູ້ພັດທະນາໂຄງ ການ ຕ້ອງສຸມທຶນຮອນເຂົ້າ ຊ່ວຍຟື້ນຟູຊີວິດການເປັນຢູ່ ໃຫ້ປະຊາຊົນໃນ 3 ບ້ານ ດັ່ງກ່າວຕາມທ່າແຮງບົ່ມຊ້ອນຂອງບ້ານ, ຂະນະດຽວກັນ ອົງການຈັດຕັ້ງ ແລະ ປະຊາຊົນ ກໍຕ້ອງມີຫລັກໝັ້ນທາງດ້ານການເມືອງ, ປະຕິບັດຕາມແນວທາງ ຂອງພັກ-ລັດ ໃນການພັດທະນາ ແລະ ຮ່ວມມືຢ່າງສະໜິດແໜ້ນກັບທາງໂຄງການ ເພື່ອສຸມໃສ່ໃນການປູກຝັງ, ລ້ຽງສັດ ແລະ ບໍລິການອື່ນໆ ທີ່ເໝາະສົມກັບພື້ນທີ່ຂອງບ້ານ ເພື່ອເຮັດໃຫ້ຊີວິດການ ເປັນຢູ່ຂອງຕົນດີຂຶ້ນ ແລະ ຫລຸດພົ້ນອອກຈາກ ຄວາມທຸກຍາກເທື່ອລະກ້າວ.
![]() | ໂຄງການເຂື່ອນໄຟຟ້ານໍ້າກົງ 1 ຄືບໜ້າ 80% ຄາດ ຈະສຳເລັດ 100% ໃນທ້າຍເດືອນກໍລະກົດ 2021 ໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳກົງ 1 ໜ້າວຽກໂດຍລວມ ສຳເລັດແລ້ວ 81,9%, ພາຍ ຫລັງເລີມລົງມີກໍ່ສ້າງ ມາແຕ່ທ້າຍເດືອນຕຸລາ 2017, ປັດຈຸບັນ ພວມດຳເນີນການ ກໍ່ສ້າງສັນເຂື່ອນ, ຕິດຕັ້ງປະຕູທາງນ້ຳລົ້ນ, ຕິດຕັ້ງຈັກ ເບີ 2, ຄອນກິດໄລນິງທໍ່ຫາຍໃຈ, ໂຄງສ້າງປະຕູນໍ້າ ທ້າຍເຮືອນຈັກ, ໂຄງສ້າງສະວິດຢາດ GIS ແລະ ວຽກດຶງສາຍ 115 ກິໂລໂວນ. ຄາດວ່າ ການກໍ່ສ້າງທັງໝົດ ຈະໃຫ້ສຳເລັດ 100% ໃນເດືອນ ກໍລະກົດ 2021 ກະແສໄຟຟ້າທັງໝົດ ຈະສົ່ງຂາຍໃຫ້ລັດວິສາຫະກິດໄຟຟ້າລາວ. |
![]() | ປະເທດລາວ ເລີ່ມດຳເນີນການທົດລອງຂອງເຂື່ອນໄຟຟ້ານ້ຳຕົກ ດອນສະໂຮງ ຍສໝ - ຕາມແຜນການ, ເຂື່ອນໄຟຟ້ານ້ຳຕົກ ດອນສະໂຮງ ຈະດຳເນີນການທົດລອງ ຂອງແຕ່ລະໜ່ວຍຫົວຈັກ 10 ວັນກ່ອນທີ່ທຸກໜ່ວຍຫົວຈັກ ຈະດຳເນີນການຢ່າງເປັນທາງການໃນທ້າຍປີນີ້. |
![]() | ສະຖານທູດຫວຽດນາມ ປະຈຳ ປະເທດ ແມັກຊີໂກ ລະດົມເງິນ ບໍລິຈາກ ຊ່ວຍເຫຼຶອ ປະຊາຊົນລາວ ແກ້ໄຂຜົນກະທົບຈາກເຫດເຂື່ອນໄຟຟ້າແຕກ ຍສໝ - ໃນວັນທີ 7 ສິງຫາ, ສະຖານທູດຫວຽດນາມ ປະຈໍາ ແມັກຊີໂກ ໄດ້ລະດົມເງິນບໍລິຈາກ ສະໜັບສະໜູນປະຊາຊົນລາວ ອ້າຍນ້ອງ ຫຼັງເຫດການເຂື່ອນໄຟຟ້າພະລັງງານນຳ້ ເຊປຽນ-ເຊນ້ຳນ້ອຍແຕກ ຢູ່ແຂວງອັດຕະປື, ລາວ, ກໍ່ຄວາມເສຍຫາຍຢ່າງຮ້າຍແຮງໃຫ້ແກ່ຊີວິດ ແລະ ຊັບສິນຂອງພໍ່ແມ່ປະຊາຊົນ. |