06:30 | 12/12/2020

ເປີດງານ ວາງສະແດງຮູບພາບ 45 ປີແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ສປປ ລາວ

ເປ ດງານ ວາງສະແດງຮ ບພາບ 45 ປ ແຫ ງການເຕ ບໃຫຍ ຂະຫຍາຍຕ ວຂອງ ສປປ ລາວ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເປັນປະທານ ກອງປະຊຸມສຸດຍອດ ຂອບການ ຮ່ວມມື ກໍາປູເຈຍ-ລາວ-ມຽນມາ-ຫວຽດນາມ (CLMV)
ເປ ດງານ ວາງສະແດງຮ ບພາບ 45 ປ ແຫ ງການເຕ ບໃຫຍ ຂະຫຍາຍຕ ວຂອງ ສປປ ລາວ ລາວ: ບັນດາການເຄື່ອນໄຫວ ສະເຫລີມສະຫລອງວັນສະຖາປານາ ສປປ ລາວ ຄົບຮອບ 45 ປີ
ເປ ດງານ ວາງສະແດງຮ ບພາບ 45 ປ ແຫ ງການເຕ ບໃຫຍ ຂະຫຍາຍຕ ວຂອງ ສປປ ລາວ
ພິ​ທີ​ຕັດ​ແຖວ​ຜ້າ​ໄຂ ວາງສະແດງຮູບພາບ 45 ປີແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ສປປ ລາວ (ພາບ: Kpl)

ງານວາງສະແດງໃນຄັ້ງນີ້, ມີຮູບພາບທັງໝົດ 250 ກວ່າຮູບ, ທີ່ສ່ອງແສງໃຫ້ເຫັນເຖິງຜົນງານການເຄື່ອນໄຫວວຽກງານຂອງບັນດາຜູ້ນຳພັກ, ລັດ ໃນໄລຍະ 45 ປີ ຜ່ານມາ ຈົນເຖິງປັດຈຸບັນ, ເປັນຕົ້ນ ການເຕີບໃຫຍ່ຂະຫຍາຍຕົວ ແລະ ການຊີ້ນໍາ-ນໍາພາຂອງ ພັກປະຊາຊົນປະຕິວັດລາວ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ຂົງເຂດການປົກຄອງ ສປປ ລາວ (ອົງການນິຕິບັນຍັດ, ບໍລິຫານ ແລະ ຕຸລາການ), ຂົງເຂດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຂົງເຂດວຽກງານເສດຖະກິດ, ຂົງເຂດວຽກງານວັດທະນະທໍາ-ສັງຄົມ ແລະ ຂົງເຂດການພົວພັນການຕ່າງປະເທດ ແລະ ການເຊື່ອມໂຍງສາກົນ. ທັງນີ້, ເພື່ອເປັນການປະກອບສ່ວນສະເຫລີມ ສະຫລອງວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ ແລະ ລະນຶກວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 100 ປີ, ທັງເປັນການ ສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ, ຄຸນງາມຄວາມດີອັນເລີດລໍ້າ ຂອງປະທານ ໄກສອນ ພົມວິຫານ ແລະ ບັນດາສະຫາຍຜູ້ນໍາພັກ-ລັດ, ບັນດາພະນັກງານ, ນັກຮົບ ແລະ ປະຊາຊົນບັນດາເຜົ່າ ທີ່ໄດ້ອຸທິດຊີວິດ ແລະ ເລືອດເນື້ອ ເພື່ອພາ ລະກິດປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ໂອກາດດັ່ງກ່າວ, ທ່ານ ຄໍາຜາ ພິມມະສອນ ຮອງຫົວໜ້າຫ້ອງວ່າການສູນກາງພັກ ໄດ້ຍົກໃຫ້ເຫັນເຖິງ ມູນເຊື້ອແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງ ສປປ ລາວ ໃນໄລຍະ 45 ປີຜ່ານມາ ໂດຍຕອບສະໜອງກັບຄວາມມຸ່ງມາດປາຖະໜາ ອັນແຮງກ້າຂອງທົ່ວປວງຊົນລາວທັງຊາດ, ໃນວັນທີ 2 ທັນວາ 1975, ກອງປະຊຸມໃຫຍ່ຜູ້ແທນປະຊາຊົນທົ່ວປະເທດໄດ້ຕົກລົງ ສະຖາປະນາ ສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງເປັນທາງການ ນັ້ນແມ່ນໄຊຊະນະປະຫວັດສາດທີ່ເປັນຜົນລວມຍອດແຫ່ງການຕໍ່ສູ້ປະຕິວັດ ອັນລະອິດລະອ້ຽວ ເຊິ່ງເຕັມໄປດ້ວຍການເສຍສະຫລະ ແລະ ຄວາມຍາກລໍາບາກອັນນັບບໍ່ຖ້ວນ.

ຕະຫລອດຫລາຍສິບປີຂອງປະຊາຊົນລາວ ພາຍໃຕ້ການນໍາພາຂອງພັກ, ໄຊຊະນະດັ່ງກ່າວ, ໄດ້ເປັນການລຶບລ້າງຢ່າງສິ້ນເຊີງລະບອບສັກດີນາ-ຫົວເມືອງຂຶ້ນແກ່ ຍາວມາຕັ້ງຫລາຍຮ້ອຍປີ, ເປັນການໄຂສັງກາດໃໝ່ໃນປະຫວັດການຄົງຢູ່ ແລະ ຂະຫຍາຍຕົວຂອງຊາດລາວເຮົາ ເຊິ່ງປະຊາຊົນຊາວຜູ້ອອກແຮງງານບັນດາເຜົ່າ ໄດ້ກາຍມາເປັນເຈົ້າຂອງປະເທດຊາດ ທີ່ມີເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຕົນເອງ, ປະເທດຊາດຂອງພວກເຮົາໄດ້ກ້າວເຂົ້າສູ່ໄລຍະແຫ່ງການສ້າງສາພັດທະນາເພື່ອຄວາມຈະເລີນຮຸ່ງເຮືອງ ແລະ ຄວາມກ້າວໜ້າທາງສັງຄົມຢ່າງແທ້ຈິງ. ພາຍຫລັງການສ້າງຕັ້ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພາລະກິດການປະຕິວັດຂອງປະເທດເຮົາກໍໄດ້ກ້າວເຂົ້າສູ່ໄລຍະໃໝ່ ເຊິ່ງເປັນໄລຍະແຫ່ງການປະຕິບັດສອງໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ດໍາເນີນພາລະກິດການປ່ຽນແປງໃໝ່, ໄລຍະແຫ່ງການສືບຕໍ່ສ້າງ ແລະ ຂະຫຍາຍລະບອບປະຊາທິປະໄຕ ປະຊາຊົນ, ສ້າງບັນດາປະຖົມປັດໄຈເພື່ອກ້າວຂຶ້ນສັງຄົມນິຍົມເທື່ອລະກ້າວ.

ທ່ານ ຄໍາຜາ ພິມມະສອນຍັງໄດ້ຮຽກຮ້ອງ ໃຫ້ທົ່ວສັງຄົມ ກໍຄື ປະຊາຊົນລາວ ບັນດາເຜົ່າ ຈົ່ງເຂົ້າຮ່ວມ ໃນການພັດທະນາເສດຖະກິດ-ສັງຄົມຢ່າງຕັ້ງໜ້າ, ອອກແຮງປັບປຸງຊີວິດການເປັນຢູ່ຂອງຕົນໃຫ້ດີຂຶ້ນ, ແກ້ໄຂຄວາມທຸກຍາກໃຫ້ນັບມື້ນັບຫລຸດລົງ ດ້ວຍການອອກແຮງແຂ່ງຂັນກັນເພີ່ມພູນຜະລິດຜົນ, ສ້າງໃຫ້ມີການຜະລິດສິນຄ້າ ເພື່ອໃຊ້ສອຍຢູ່ພາຍໃນປະເທດ ແລະ ເພື່ອເປັນສິນຄ້າຂາອອກໃຫ້ນັບມື້ຫລາຍກ່ວາເກົ່າ. ພ້ອມກັນນັ້ນ, ກໍຕັ້ງໜ້າປົກປັກຮັກສາ ແລະ ເສີມຂະຫຍາຍຂະນົບທໍານຽມວັດທະນະທໍາອັນດີງາມຂອງຊາດ, ປະກອບສ່ວນພັດທະນາການສຶກສາ, ສາທາລະນະສຸກ ແລະ ປັບປຸງລະບົບການເມືອງຂັ້ນຕ່າງໆ ກໍຄືເຂົ້າຮ່ວມໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢ່າງເປັນເຈົ້າການ.

ເປ ດງານ ວາງສະແດງຮ ບພາບ 45 ປ ແຫ ງການເຕ ບໃຫຍ ຂະຫຍາຍຕ ວຂອງ ສປປ ລາວ ​ແຜນ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ລວມ ຂອງ 3 ປະ​ເທດ ຫວຽດ​ນາມ, ລາວ, ກຳ​ປູ​ເຈຍ

ຍ​ສ​ໝ - ແຜນການນີ້ແມ່ນເອກະສານຍຸດທະສາດຂອງເຂດ ທີ່ກ່ຽວຂ້ອງເຖິງການພັດທະນາການທ່ອງທ່ຽວຢູ່ 13 ແຂວງ ໃນເຂດສາມລຽມພັດທະນາ CLV, ລວມມີ 4 ແຂວງຂອງກຳປູເຈຍ, 4 ແຂວງຂອງລາວ ແລະ 5 ແຂວງຂອງຫວຽດນາມ.

ເປ ດງານ ວາງສະແດງຮ ບພາບ 45 ປ ແຫ ງການເຕ ບໃຫຍ ຂະຫຍາຍຕ ວຂອງ ສປປ ລາວ ຊຸກຍູ້ການຮັດແໜ້ນສາຍພົວພັນຫລາຍດ້ານ ລະຫວ່າງລາວ - ສິງກະໂປ

ໃນວັນທີ 9 ທັນວາ 2020 ທີ່ຫ້ອງວ່າການແຂວງຈຳປາສັກ, ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບ ທ່ານ Ms Leow Siu Lin ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ສິງກະໂປ ປະຈຳ ສປປ ລາວ ພ້ອມຄະນະ, ໃນໂອກາດມາເຄື່ອນໄຫວ ...

ເປ ດງານ ວາງສະແດງຮ ບພາບ 45 ປ ແຫ ງການເຕ ບໃຫຍ ຂະຫຍາຍຕ ວຂອງ ສປປ ລາວ ລາວ-ຈີນ ເພີ່ມຄວາມເຂັ້ມແຂງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕາມຊາຍແດນລໍາແມ່ນໍ້າຂອງຕອນເໜືອ

ໃນວັນທີ 09 ທັນວາ 2020 ທີ່ທ່າເຮືອກອງຮ້ອຍທະຫານຊາຍແດນ 122, ໄດ້ຈັດຕັ້ງພິທີຕ້ອນຮັບ ສະຫາຍ ທ່ານ ພົນຕີ ຢວນຮ້າຜິງ ຫົວໜ້າກອງບັນ ຊາການໃຫຍ່ຕໍາຫຼວດລາດຕາເວນທາງນ້ຳແຂວງ ຢູນນານ ສປ ຈີນ ພ້ອມຄະ ນະ ເຂົ້າຮ່ວມຊົມການສະແດງຫັດແອບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຕາມຊາຍແດນ ລໍາແມ່ນໍ້າຂອງຕອນເໜືອ ຮ່ວມມືລາວ-ຈີນ ກອງຮ້ອຍທະຫານຊາຍແດນ 122 ດ່ານບ້ານມອມ ເມືອງຕົ້ນເຜິ້ງ ...

Link: https://huunghivietlao.thoidai.com.vn/detail-article-8099.html

In bài biết