ປະເທດລາວ ເປີດງານວາງສະແດງແນວທາງການພັດທະນາການທ່ອງທ່ຽວ ແບບຍືນຍົງອາຊຽນ 2020
ຫວຽດນາມ ໄດ້ມອບຜ້າບັງປາກຈຳນວນ 30.000 ແຜ່ນ ເພື່ອສະໜັບສະໜູນ ປະເທດລາວ ປ້ອງກັນ ແລະ ຕ້ານ COVID-19 | |
ປະເທດລາວ: ໄຂງານວາງສະແດງຜະລິດຕະພັນກະສິກຳສະອາດ ແລະ ຈຳໜ່ວຍເບ້ຍໄມ້ ປີ 2020 |
ພິທີເປີດງານມີຂຶ້ນໃນຕອນເຊົ້າວັນທີ 6 ພະຈິກ ຜ່ານມາ ທີ່ໂຮງແຮມຄຣາວພາຊາ ນະຄອນຫຼວງວຽງຈັນໃຫ້ກຽດເຂົ້າຮ່ວມຂອງ ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງ ຖວທ, ທ່ານ ນາງ ບຸນຄໍາ ວໍລະຈິດ ຮອງລັດຖະມົນຕີກະຊວງ ຊັບພະຍາກອນ ທໍາມະຊາດ ແລະ ສິີ່ງແວດລ້ອມ, ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ພ້ອມມີບັນດາແຂກຈາກພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
![]() |
ງານວາງສະແດງແນວທາງການພັດທະນາການທ່ອງທ່ຽວ ແບບຍືນຍົງອາຊຽນ 2020. (ພາບ: Laoedaily) |
ທ່ານ ນາງ ພອນມະລີ ອິນທະພົມ ຮອງຫົວໜ້າກົມພັດທະນາການທ່ອງທ່ຽວ ກະຊວງ ຖວທ ກ່າວວ່າ: ການຈັດງານຄັ້ງນີ້ແມ່ນ ເພື່ອນໍາສະເໜີຜະລິດຕະພັນທີ່ເປັນມິດກັບສິ່ງແວດລ້ອມ ໃຫ້ບັນດາທຸລະກິດການທ່ອງທ່ຽວ ເປັນຕົ້ນ ແມ່ນ: ທຸລະກິດສະຖານທີ່ພັກແຮມ, ສະຖານທີ່ທ່ອງທ່ຽວ, ບໍລິສັດທ່ອງທ່ຽວ, ທຸລະກິດຈໍາໜ່າຍເຄື່ອງຫັດຖະກໍາ ແລະ ກະສິກໍາ, ການນໍາໃຊ້ພະລັງງານ ທົດແທນທີ່ເປັນມິດກັບສິ່ງແວດລ້ອມ; ເພື່ອໂຄສະນາອາຊຽນ ໃຫ້ເປັນຈຸດໝາຍປາຍທາງການທ່ອງທ່ຽວທີ່ຍືນຍົງ; ທັງເປັນເວທີພົບປະແລກປ່ຽນ ລະຫວ່າງ “ທຸລະກິດ ແລະ ທຸລະກິດ” ຢູ່ໃນບັນດາປະເທດສະມາຊິກອາຊຽນ ແລະ ບັນດາຜູ້ຊ່ຽວຊານຈາກພາກພື້ນ ໄດ້ແລກປ່ຽນຄວາມຮູ້ ແລະ ປະສົບການໃນການດໍາເນີນທຸລະກິດ ໃຫ້ມີຄວາມຍືນຍົງ; ສ້າງໃຫ້ເປັນງານວາງສະແດງການທ່ອງທ່ຽວຕົວແບບ ທີ່ມີຄວາມຍືນຍົງໃນອາຊຽນ.
ທ່ານ ອຸ່ນທວງ ຂາວພັນ ກ່າວວ່າ: ການວາງສະແດງຄັ້ງນີ້ຈະເປັນການຊຸກຍູ້, ສົົ່ງເສີມການພັດທະນາການທ່ອງທ່ຽວອາຊຽນ ໃຫ້ໄປຕາມທິດການພັດທະນາການທ່ອງທ່ຽວສີຂຽວ ແລະ ຍືນຍົງ, ສົົ່ງເສີມ ແລະ ຊຸກຍູ້ສ້າງ ສປປ ລາວ ໃຫ້ເປັນຈຸດໝາຍປາຍທາງການທ່ອງທ່ຽວທີີ່ມີຄຸນນະພາບ ທັງສອດຄ່ອງກັບຍຸດທະສາດການເຕີບໂຕສີຂຽວຂອງລັດຖະບານແຫ່ງ ສປປ ລາວ. ທັງເປັນການເຕົ້າໂຮມເອົາພາກສ່ວນຕ່າງໆ ໃນສັງຄົມທັງ ພາກລັດ, ພາກທຸລະກິດ, ສະຖາບັນການສຶກສາ ແລະ ອົງການ ຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາມີສ່ວນຮ່ວມໃນການພັດທະນາການທ່ອງທ່ຽວຕາມທິດສີຂຽວ ແລະ ຍືນຍົງ.
![]() |
ຮ້ານຂາຍເຄື່ອງປະເທດຫວຽດນາມ ໃນງານວາງສະແດງ. (ພາບ: Laoedaily) |
ການຈັດງານວາງສະແດງດັ່ງກ່າວນີ້ກໍແມ່ນໜຶ່ງໃນກິດຈະກໍາຂອງ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໃນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (SDGs) ຂອງອົງການສະຫະປະຊາຊາດ ກໍຄືຂອງ ສປປ ລາວ ພາຍໃຕ້ເປົ້າໝາຍທີ 12 ຮັບປະກັນອຸປະໂພກບໍລິໂພກ ແລະ ການຜະລິດໃຫ້ມີຄວາມຍືນຍົງ.
![]() | ປະເທດລາວ ໄດ້ປະຕິບັດນະໂຍບາຍ "3 ເປີດ" ເພື່ອດຶງດູດການລົງທຶນຈາກຕ່າງປະເທດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງ ຊາດ ຊຸດທີ VIII ພາຍໃຕ້ການເປັນປະທານຂອງທ່ານນາງ ປານີ ຢາທໍ່ຕູ້ - ປະທານສະພາແຫ່ງຊາດ ໂດຍການເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ - ຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຕາງໜ້າໃຫ້ລັດຖະບານ ຂຶ້ນຊີ້ແຈງຕໍ່ຄຳຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດ (ສສຊ) ... |
![]() | ປະເທດລາວ ໄດ້ເຕືອນກ່ຽວກັບຄວາມສ່ຽງຂອງໄພນໍ້າຖ້ວມ ຍ້ອນຜົນກະທົບຂອງພະຍຸ Goni ຍສໝ - ຕາມສຳນັກຂ່າວສານຫວຽດນາມ ປະຈຳປະເທດລາວ, ຕາມກົມອຸຕຸນິຍົມ ແລະ ອຸທົກກະສາດປະເທດລາວ ຫາກໍ່ອອກແຈ້ງເຕືອນ ໃຫ້ແກ່ປະຊາຊົນ ແລະ ອຳນາດການປົກຄອງທ້ອງຖິ່ນ ຕ້ອງການລະວັງຕົວກັບໄພອັນຕະລາຍນໍ້າຖ້ວນ ແລະ ນໍ້າແກ່ງນໍ້າຊຸຍ້ອນຜົນກະທົບຈາກພາຍຸ Goni. |
![]() | ສປປລາວ: ການລະບາດຂອງ COVID-19 ຄາດຈະເຮັດໃຫ້ຄວາມຄືບໜ້າ ແລະ ເປົ້າໝາຍການພັດທະນາແບບຍືນຍົງຊ້າລົງ ການລະບາດຂອງ COVID-19 ຄາດວ່າຈະເຮັດໃຫ້ການພັດທະນາ ໄປສູ່ຄວາມຄືບໜ້າ ແລະ ເປົ້າໝາຍການພັດທະນາ ແບບຍືນຍົງຊ້າລົງ, ເຊິ່ງຜົນກະທົບ ໄລຍະຍາວ ຂອງພະຍາດດັ່ງກ່າວ ແມ່ນມີທ່າອ່ຽງ ຄື ເສດຖະກິດ-ສັງຄົມ, ເຖິງວ່າການຕອບສະໜອງ ໃນການປ້ອງກັນ ແລະ ການຈັດການການແຜ່ກະຈາຍ ຈະມີປະສິດທິພາບສູງແຕ່ຜົນກະທົບໄລຍະຍາວຕໍ່ເສດຖະກິດ, ບຸກຄົນ, ຄອບຄົວ ແລະ ຊຸມຊົນຕ້ອງຫລຸດຜ່ອນລົງ, ເຮັດໃຫ້ໂລກທີ່ພວກເຮົາ ຕ້ອງການ ບໍ່ສາມາດບັນລຸໄດ້ ... |