ລັດຖະບານ ລາວ ຮັບປະກັນໃຫ້ເສດຖະກິດມະຫາພາກ ມີສະຖຽນລະພາບ
ລາວ: ລັດຖະບານ ກຳນົດບາງມາດຕະການຈຸດສຸມ ໃນ 6 ເດືອນທ້າຍປີ 2020 | |
ລັດຖະບານ ສປປ.ລາວ ອະນຸຍາດໃຫ້ວິສາຫະກິດ ໄດ້ດຳເນີນເຄື່ອນໄຫວທຸລະກິດຄືນໃໝ່ |
![]() |
ພາບປະກອບ |
ລັດຖະບານ ລາວ ໄດ້ມີແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2021 ດັ່ງນີ້: ນໍາພາປະເທດຊາດ ໃຫ້ສາມາດບັນລຸເງືີ່ອນໄຂ ການຫລຸດພົົ້ນອອກຈາກ ສະຖານະພາບຄວາມດ້ອຍ ພັດທະນາ (LDC), ປະຕິ ບັດເປົ້າໝາຍພັດທະນາ ແບບຍືນຍົງ (SDGs), ຜັນຂະຫຍາຍ ຍຸດທະສາດ ການເຕີບໂຕສີຂຽວ; ຮັບປະ ກັນການພັດທະນາ ໄປຕາມທິດຍືນຍົງ, ສົມດຸນ ແລະ ສີຂຽວ; ຮັບປະກັນໃຫ້ເສດຖະກິດມະຫາພາກ ມີສະຖຽນລະພາບ ແລະ ສົມດຸນກວ່າເກົ່າ. ຂໍ້ມູນດັ່ງກ່າວ, ແມ່ນໄດ້ລາຍງານຈາກບົດລາຍງານການ ຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ ປະຈຳປີ 2020 ແລະ ແຜນການປະຈໍາປີ 2021 ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 27 ຕຸລາ 2020 ທີ່ຫໍປະຊຸມສະພາແຫ່ງຊາດຫລັກ 6 ນະຄອນຫລວງວຽງຈັນ.
ສຳລັບທິດທາງລວມແມ່ນ ຮັບປະກັນໃຫ້ມີສະຖຽນລະພາບ ທາງດ້ານການເມືອງ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ໃນສັງຄົມ ຢ່າງໜັກແໜ້ນ, ສ້າງສັງຄົມສາມັກຄີປອງດອງ, ປອດໄພ, ສີວິໄລ ແລະ ຍຸຕິທໍາ; ປະຕິຮູບໂຄງສ້າງເສດຖະກິດ ເພື່ອຍູ້ເສດຖະກິດ ໃຫ້ສືບຕໍ່ຂະຫຍາຍຕົວ ດ້ວຍຄຸນນະພາບທີ່ດີຂຶ້ນ ດ້ວຍການ ປະຕິຮູບ ໂຄງສ້າງເສດຖະກິດໃຫ້ມີຄວາມ ສົມດຸນຕາມຂົງເຂດ, ຂະແໜງການ ແລະ ທ້ອງຖິ່ນ; ພັດທະນາຊັບພະຍາກອນມະນຸດ ໃຫ້ມີຄຸນນະພາບດີຂຶ້ນຕື່ມ ເພື່ອເປັນປັດໄຈຊຸກຍູູ້ ການພັດທະນາ ເສດຖະກິດ-ສັງຄົມ, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ໃຫ້ມີຄຸນນະພາບຊີວິດທີ່ດີຂຶ້ນ...
![]() | ລັດຖະບານ ສປປ.ລາວ ໄດ້ຕິດຕາມສະຖານະການ ສະກັດກັ້ນພະຍາດ Covid-19 ຢູ່ນະຄອນຫຼວງວຽງຈັນ ເປັນເວລາ 14 ມື້ຕິດຕໍ່ກັນ, ປະເທດສປປ.ລາວ ບໍ່ໄດ້ກວດພົບກໍລະນີໃໝ່ຖືກຕິດເຊື້ອພະຍາດ Covid-19. |
![]() | ສະຖານທູດຫວຽດນາມ ໄດ້ສະໜັບສະໜູນ ລັດຖະບານ ສປປ.ລາວ ໃນການປ້ອງກັນພະຍາດ COVID-19 ຍສໝ - ນີ້ແມ່ນນ້ຳໃຈຂອງບັນດາພະນັກງານ, ລັດຖະກອນຂອງສະຖານທູດຫວຽດນາມ ປະຈຳ ສປປ.ລາວ ແລະ ອົງການຕ່າງໆນອກຈາກສະຖານທູດຫວຽດນາມ ເພື່ອປະກອບສ່ວນໃຫ້ລັດຖະບານ ແລະ ປະຊາຊົນລາວ ຄວບຄຸມ ແລະ ສະກັດກັ້ນພະຍາດ COVID-19. |
![]() | ລັດຖະບານ ລາວ ປຶກສາຫາລື ການຈັດຕັ້ງຜັນຂະຫຍາຍ 10 ນະໂຍບາຍ ແລະ 9 ມາດຕະການ ທາງດ້ານເສດຖະກິດ ໃນວັນທີ 20 ເມສາ 2020 ທີ່ນະຄອນຫລວງວຽງຈັນ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ເປັນປະທານກອງປະຊຸມ ຂອງ ຄະນະສະເພາະກິດ ດ້ານເສດຖະກິດ ເພື່ອແກ້ໄຂຜົນກະທົບ ຈາກການລະບາດຂອງພະຍາດ ໂຄວິດ-19 ຊຶ່ງໄດ້ປຶກສາຫາລື ການຈັດຕັ້ງຜັນຂະຫຍາຍ 10 ນະໂຍບາຍ ແລະ ... |