ການຄາດຄະເນຂອງປະເທດລາວກ່ຽວກັບການຟື້ນຕົວ ແລະ ການເຕີບໂຕຂອງເສດຖະກິດໃນປີ 2021 ຈະຢູ່ທີ່ 4,8%
ພື້ນຖານເສດຖະກິດ ຫວຽດນາມ ຈະບັນລຸລະດັບການເຕີບໂຕ 3% ໃນປີ 2020 ແລະ ເພີ່ມຂຶ້ນ 7,8% ໃນປີ 2021 | |
ຄາດຄະເນລະດັບການເຕີບໂຕ GDP ຂອງ ຫວຽດນາມ ໃນໄຕມາດ 4 ປີ 2020 ແມ່ນ 4% |
![]() |
ພາບປະກອບ |
ໃນປີ 2020, ນອກເໜືອໄດ້ຮັບຜົນກະທົບທາງລົບຈາກ ໂລກລະບາດ Covid-19 ແລ້ວ, ປະເທດລາວຍັງປະເຊີນກັບໄພພິບັດທາງທຳມະຊາດຢ່າງຮ້າຍແຮງ, ໃນຊຸມມື້ທີ່ຜ່ານມາ, 8 ເມືອງໃນແຂວງສະຫວັນນະເຂດ, ພາກກາງຂອງປະເທດ ລາວ ໄດ້ປະສົບກັບນ້ຳຖ້ວມ, ເຮັດໃຫ້ຫລາຍພັນຄອບຄົວຕ້ອງອົບພະຍົບ, ແລະ ເນື້ອທີ່ປູກຝັງ ແລະ ສັດລ້ຽງສ່ວນຫຼາຍໄດ້ຮັບຄວາມເສຍຫາຍ. ອີງຕາມບົດລາຍງານສະບັບໃໝ່, ອົງການ IMF ເຊື່ອວ່າການຄາດຄະເນຂອງປະເທດລາວກ່ຽວກັບການຟື້ນຕົວ ແລະ ການເຕີບໂຕຂອງເສດຖະກິດໃນປີ 2021 ຈະຢູ່ທີ່ 4,8%, ສູງກວ່າປະເທດໄທ (4,0%) ແລະບຣູໄນ (3,2%) ໃນ ພາກພື້ນອາຊຽນ. ການຄາດຄະເນໄລຍະກາງຂອງ IMF ສຳລັບປີ 2025 ກ່າວວ່າເສດຖະກິດຂອງລາວຄາດວ່າຈະເຕີບໂຕໃນລະດັບ 6,1% ເຊິ່ງສູງກວ່າປະເທດອື່ນໆໃນພາກພື້ນລວມທັງອິນໂດເນເຊຍ (5,1%), ມາເລເຊຍ (5,0%), ໄທ (3,7%), ສິງກະໂປ (2,5%) ແລະບຣູໄນ (1,8%).
ອີງຕາມບົດລາຍງານໃໝ່ ຂອງທະນາຄານ ພັດທະນາອາຊີ (ADB) ແລ້ວ, ອັດຕາການຂະຫຍາຍຕົວ ທາງເສດຖະກິດຂອງ ສປປ ລາວ ຈະຕິດລົບໃນປີນີ້ ຊຶ່ງເປັນຄັ້ງທຳອິດໃນ 4 ທົດສະວັດຜ່ານມາ (ນັບຕັ້ງແຕ່ປີ 1986 ແລະ 1987 ເປັນຕົ້ນມາ), ແຕ່ວ່າປະເທດຈະເລີ່ມຟື້ນໂຕ ຈາກການສູນເສຍ ທາງດ້ານເສດຖະກິດ ທີ່ເກີດຈາກການແຜ່ລະບາດ ພະຍາດໂຄວິດ-19. ຂະນະທີ່ບົດລາຍງານການພັດທະນາຂອງອາຊີ 2020 ສະບັບປັບປຸງຄາດຄະເນລວມຍອດຜະລິດຕະພັນພາຍໃນ(GDP) ໃຫ້ຢູ່ໃນລະດັບຕິດລົບ 2,5%. ເຖິງຢ່າງໃດກໍຕາມ, ການຂະຫຍາຍຕົວຄາດວ່າຈະຟື້ນໂຕມາທີ່ອັດຕາ 4,5% ໃນປີ 2021 ເຊິ່ງຖືວ່າເປັນການຟື້ນຕົວຊ້າ ຍ້ອນວ່າການແຜ່ລະ ບາດຂອງພະຍາດ ທີ່ອາດຈະຫລຸດລົງຢ່າງຊ້າໆ.
![]() |
ກະແສຂອງການລົງທຶນ ໂດຍກົງຈາກຕ່າງປະເທດທີ່ຂັດຂ້ອງ ຈະກະທົບໃຫ້ແກ່ການລົງທຶນ ທັງໝົດໃນປະເທດຫລຸດລົງ 17,5%. ພາບປະກອບ |
ສຳລັບຂະແໜງກະສິກຳຄາດວ່າຈະຂະຫຍາຍຕົວໃນລະດັບ 1,9% ໃນປີ 2020 ຊຶ່ງຕໍ່າກວ່າ 2,5% ຕາມທີ່ໄດ້ຄາດຄະເນໄວ້ ໃນເດືອນເມສາເນື່ອງຈາກປະລິມານ ນໍ້າຝົນຫນ້ອຍ, ໃນຂະນະທີ່ອັດຕາການຂະຫຍາຍຕົວຂອງຂະແໜງອຸດສາຫະກຳຄາດວ່າຢູ່ທີ່ 1,4% ໝົດປີນີ້. ຂະແໜງບໍລິການຄາດວ່າຈະຂະຫຍາຍຕົວທີ່ -5,5% ຍ້ອນວ່າມີຈຳນວນນັກທ່ອງທ່ຽວທີ່ເຂົ້າມາຫລຸດລົງ 60% ໃນ 6 ເດືອນຕົ້ນປີ ແລະ ຄາດວ່າຈະຢຸດຕິ ການເຂົ້າມາທັງໝົດ ແລະ ມີການຫົດຕົວ ຂອງຂະແໜງການຄ້າທັງຂາຍສົ່ງ ແລະຂາຍຍ່ອຍ, ການຂົນສົ່ງ ພ້ອມທັງສະຖານທີ່ ໃຫ້ບໍລິການຕ່າງໆ. ກະແສຂອງການລົງທຶນ ໂດຍກົງຈາກຕ່າງປະເທດທີ່ຂັດຂ້ອງ ຈະກະທົບໃຫ້ແກ່ການລົງທຶນ ທັງໝົດໃນປະເທດຫລຸດລົງ 17,5%. ອັດຕາເງິນເຟີ້ຂອງ ສປປ ລາວ ໃນປີນີ້ຄາດວ່າຈະຢູ່ທີ່ 5,5%, ຍ້ອນລາຄາອາຫານທີ່ສູງຂຶ້ນ ແລະ ການຫລຸດລົງຂອງຄ່າເງິນກີບ. ໃນ 6 ເດືອນຕົ້ນປີ, ອັດຕາແລກປ່ຽນເງິນກີບຫລຸດລົງ 1,6% ເມື່ອທຽບໃສ່ກັບຄ່າເງິນໂດລາສະຫະລັດ ໃນອັດຕາທະນາຄານ ແລະ ເທົ່າກັບ 5,7% ເມື່ອທຽບກັບອັດຕາ ຂອງຕະຫລາດທົ່ວໄປ. ຊ່ອງວ່າງລະຫວ່າງສອງຕະຫລາດສະທ້ອນໃຫ້ເຫັນເຖິງການຂາດແຄນເງິນຕາຕ່າງປະເທດ. ສ່ວນອັດຕາເງິນເຟີ້ສຳລັບປີ 2021 ຄາດວ່າຈະຢູ່ໃນລະດັບ 4,5%, ຍ້ອນວ່າລາຄາອາຫານ ຄາດວ່າຈະຫລຸດລົງ ຍ້ອນຜົນເກັບກ່ຽວໄດ້ດີຂຶ້ນ.
ຄວາມສ່ຽງຕໍ່ການຄາດຄະເນ ສ່ວນໃຫຍ່ແມ່ນດ້ານອ່ອນ ຂອງສະພາບພາຍນອກ ເນື່ອງຈາກປະລິມານຄັງສໍາຮອງ ທີ່ເປັນເງິນຕາສາກົນມີບໍ່ພຽງພໍ ແລະ ໜີ້ສາທາລະນະທີ່ເພີ່ມຂຶ້ນ, ຜົນເສຍຫາຍທີ່ຕິດພັນກັບ ພະຍາດລະບາດຢ່າງຕໍ່ເນື່ອງ ແລະ ການປະເຊີນກັບ ອັນຕະລາຍຈາກ ໄພທຳມະຊາດ. ADB ມຸ່ງໝັ້ນເພື່ອບັນລຸເປົ້າໝາຍ ເຮັດໃຫ້ພາກພື້ນອາຊີ ແລະ ປາຊີຟິກ ມີຄວາມຮຸ່ງເຮືອງສີວິໄລ, ທົ່ວເຖິງ, ພ້ອມຮັບມືກັບການປ່ຽນແປງ ແລະ ສາມາດຍືນຍົງ ໄປພ້ອມກັບ ການຮັກສາຄວາມ ພະຍາຍາມຂອງຕົນ ເພື່ອລົບລ້າງຄວາມທຸກຍາກ.
![]() | ADB: ເສດຖະກິດລາວ ຄາດວ່າຈະຟື້ນຕົວ ແລະ ເຕີບໃຫຍ່ໃນປີ 2021 ອີງຕາມບົດລາຍງານໃໝ່ ຂອງທະນາຄານ ພັດທະນາອາຊີ (ADB) ທີ່ເຜີຍແຜ່ໃນ ວັນທີ 18 ກັນຍາ 2020 ລະບຸວ່າ: ອັດຕາການຂະຫຍາຍຕົວທາງເສດຖະກິດຂອງ ສປປ ລາວ ຈະຕິດລົບໃນປີນີ້ຊຶ່ງເປັນຄັ້ງທຳອິດໃນ 4 ທົດສະວັດຜ່ານມາ (ນັບຕັ້ງແຕ່ປີ 1986 ແລະ 1987 ເປັນຕົ້ນມາ), ແຕ່ວ່າປະເທດຈະເລີ່ມຟື້ນໂຕ ຈາກການສູນເສຍທາງດ້ານເສດຖະກິດທີ່ເກີດຈາກການແຜ່ລະບາດພະຍາດ ໂຄວິດ-19. |
![]() | ADB: ພື້ນຖານເສດຖະກິດຫວຽດນາມ ໄດ້ຄາດວ່າຈະເຕີບໂຕ 1,8% ໃນປີ 2020 ແລະ ເພີ່ມຂື້ນ 6,3% ໃນປີ 2021 ຍສໝ - ຫວຽດນາມ ມີຄວາມສາມາດທີ່ຈະໄດ້ຮັບຜົນປະໂຫຍດຈາກທ່າອຽງການຄ້າ, ການລົງທືນ ແລະ ການຜະລິດທົ່ວໂລກໃນປະຈຸບັນ. |
![]() | ເສດຖະກິດຫວຽດນາມໄລຍະ 2021 – 2025: ກາລະໂອກາດ ແລະ ສິ່ງທ້າທາຍຈາກບັນດາສັນຍາການຄ້າເສລີລຸ້ນໃໝ່ ຍສໝ - ໃນແຜນການພັດທະນາເສດຖະກິດ ສັງຄົມ ໄລຍະ 2016 – 2020, ຫວຽດນາມ ຍາມໃດກໍ່ຮັກສາການເຕີບໂຕ GDP ຢູ່ໃນລະດັບສູງ (6,84%), ໃນນັ້ນ ປີ 2018 ບັນລຸ 7,08% ແລະ ປີ 2019 ຄາດວ່າບັນລຸ 7,1%. |