ອັດຕາການຫວ່າງງານໃນລາວຈະເພີ່ມຂຶ້ນເນື່ອງຈາກການແຜ່ລະບາດຂອງ COVID-19
ຫວຽດນາມ: 31 ມື້ຢ່າງລຽນຕິດບໍ່ມີຜູ້ຕິດເຊື້ອພະຍາດ Covid – 19 ໃນຊຸມຊົນ | |
ນາຍົກລັດຖະມົນຕີ: ປະເທດຫວຽດນາມ ບໍ່ມີການຕິດເຊື້ອ COVID -19 ໃນຊຸມຊົນ |
![]() |
ພາບປະກອບ |
ໃນເງື່ອນໄຂທີ່ສະພາບການແຜ່ລະບາດຂອງພະຍາດ COVID-19 ຍັງບໍ່ຮູ້ຈະສິ້ນສຸດເວລາໃດ ບັນດາປະເທດສະມາຊິກອາຊຽນ ທີ່ມີຜູ້ອອກແຮງງານລາວໄປເຮັດວຽກຢູ່ປະເທດສະມາຊິກໃດໜຶ່ງ ທີ່ຍັງຢູ່ ຫຼືກັບຄືນປະເທດແລ້ວ ຂໍໃຫ້ມີການປະຕິບັດນະໂຍບາຍການອຸດໜູນຕ່າງໆ ຕາມກົດໝາຍທີ່ກ່ຽວຂ້ອງຂອງປະເທດນັ້ນ ພ້ອມນີ້ ກໍໄດ້ສະເໜີອົງການແຮງງານສາກົນ ພິຈາລະນາແນະນຳດ້ານນະໂຍບາຍ ແລະ ການຊ່ວຍເຫຼືອດ້ານເຕັກນິກ ວິຊາການ ແລະ ແຫຼ່ງທຶນ ເພື່ອແກ້ໄຂຜົນກະທົບດ້ານແຮງງານຈາກພະຍາດ COVID-19 ໃຫ້ມີປະສິດທິຜົນດີຂຶ້ນ.
ການລະບາດຂອງ COVID-19 ມີຜົນກະທົບຕໍ່ເສດຖະກິດ-ສັງຄົມພາຍໃນປະເທດຫຼາຍດ້ານ ເປັນຕົ້ນ ການປິດຫົວໜ່ວຍແຮງງານ/ຫົວໜ່ວຍທຸລະກິດ ໄດ້ສົ່ງຜົນກະທົບໂດຍກົງທາງທຸລະກິດ ເຮັດໃຫ້ແຮງງານຈຳນວນຫຼາຍໄດ້ພັກວຽກ ມີຫຼາຍຫົວໜ່ວຍທຸລະກິດທີ່ມີຄວາມຈຳເປັນ ໃນການຫຼຸດຜ່ອນການຜະລິດ ກໍມີຄວາມສ່ຽງໃນການຍົກເລີກສັນຍາແຮງງານ ມີຫຼາຍຫົວໜ່ວຍທຸລະກິດ ບໍ່ສາມາດຈ່າຍຄ່າແຮງງານໃຫ້ແຮງງານໄດ້ ໃນເວລາທີ່ຍັງບໍ່ສາມາດດຳເນີນກິດຈະການ ໂດຍສະເພາະຂະແໜງບໍລິການທ່ອງທ່ຽວ ໂຮງແຮມ ຮ້ານອາຫານ ແລະ ອື່ນໆ ທີ່ມີຜົນກະທົບຫຼາຍ ສຳລັບຂະແໜງອຸດສາຫະກຳຈຳນວນໜຶ່ງ ຍັງສາມາດຮັກສາແຮງງານໄວ້ ໂດຍການຫຼຸດຄ່າແຮງງານທີ່ເຄີຍໄດ້ຮັບປົກກະຕິລົງ ພ້ອມນີ້ ແຮງງານລາວ 100.000 ກວ່າຄົນ ໄດ້ເດີນທາງກັບຈາກຕ່າງປະເທດ ເຊິ່ງມີຜົນກະທົບຕໍ່ຄ່າແຮງງານ ແລະ ຊີວິດການເປັນຢູ່.
ບັນຫານີ້ເປັນພຽງຜົນກະທົບໃນໄລຍະເບື້ອງຕົ້ນເທົ່ານັ້ນ ຖ້າສະພາບການແຜ່ລະບາດຂອງພະຍາດ COVID-19 ຍັງແກ່ຍາວໄປຕື່ມອີກ ຈະມີສິ່ງທ້າທາຍອັນໃຫຍ່ຫຼວງໃຫ້ລັດຖະບານ ທີ່ຈະຕ້ອງໄດ້ຫາວິທີການແກ້ໄຂ ເຊິ່ງຕາມການຄາດຄະເນເບື້ອງຕົ້ນ ຜົນກະທົບຂອງພະຍາດ COVID-19 ໃນປັດຈຸບັນ ຫາກມີການແກ່ຍາວ ຈະເຮັດໃຫ້ອັດຕາການຫວ່າງງານພາຍໃນ ສປປ ລາວ ເພີ່ມຂຶ້ນຈາກອັດຕາປົກກະຕິ 2% ຂຶ້ນເປັນ 25%.
ໄລ່ຮອດເວລາ 17:00 ໂມງວັນທີ 17 ພຶດສະພາ 2020 ມີຈຳນວນຜູ້ເດີນທາງເຂົ້າມາມີທັງໝົດ 1.489 ຄົນ ຈຸດຜ່ານດ່ານລາວ-ໄທ ທັງໝົດ 757 ຄົນ ໃນນັ້ນມີແຮງງານລາວກັບມາຈາກປະເທດໄທ 4 ຄົນ ເຊິ່ງຜ່ານດ່ານວັງເຕົ່າ-ຊ່ອງເມັກ ແຂວງຈຳປາສັກ ເຫຼືອນັ້ນແມ່ນຜູ້ຂັບລົດຂົນສົ່ງສິນຄ້າຈຸດຜ່ານດ່ານລາວ-ຈີນ ທັງໝົດ 5 ຄົນ ໃນນີ້ແຮງງານລາວກັບມາແຕ່ຈີນ 2 ຄົນ ເຂົ້າມາຜ່ານດ່ານບໍ່ເຕ່ນ ແລະ ຄົນຈີນ 3 ຄົນແມ່ນຜູ້ຂັບລົດຂົນສົ່ງສິນຄ້າ ຈຸດຜ່ານດ່ານລາວ-ຫວຽດນາມ ທັງໝົດ 727 ຄົນ ໃນນັ້ນຄົນລາວ 1 ຄົນແມ່ນນັກສຶກສາກັບຈາກຫວຽດນາມ ເຂົ້າມາຜ່ານດ່ານລະໄລ ແຂວງສາລະວັນ ເຫຼືອນັ້ນແມ່ນຄົນຂັບລົດສົ່ງສິນຄ້າ ແລະ ຈຳນວນຜູ້ເດີນທາງຜ່ານສະໜາມບິນສາກົນວັດໄຕບໍ່ມີ ໃນທຸກດ່ານແມ່ນໄດ້ກວດວັດອຸນຫະພູມຮ່າງກາຍ ແລະ ບໍ່ມີຄົນເປັນໄຂ້.
ວັນທີ 18 ພຶດສະພານີ້, ທົ່ວໂລກ ມີຜູ້ຕິດເຊື້ອ ພະຍາດໂຄວິດ-19 ເພີ່ມຂຶ້ນ 4.710.614 ຄົນ ໃນ 188 ປະເທດ ແລະເຂດແຄ້ວນ ໃນນີ້ີ້ ສ.ອາເມລິກາ ຍັງຄົງເປັນ ອັນດັບໜຶ່ງ ຂອງ ຜູ້ຕິດເຊື້ອໂຄວິດ-19 ຫລາຍທີ່ສຸດ ໃນໂລກ 1.486.376 ຄົນ ຕາມມາດ້ວຍ ຣັດເຊຍ 281.752 ຄົນ, ອັງກິດ 244.995 ຄົນ. ຂະນະທີ່ ບຣາຊິນ ປັບຂຶ້ນ ມາເປັນ ອັນດັບສີ່ 241.080 ຄົນ ແລະ ແອັດສະປາຍ 230.698 ຄົນ. ສ່ວນ ຍອດຈຳນວນ ຜູ້ເສຍຊີວິດ ທົ່ວໂລກ ຈາກໂຄວິດ-19 ເພີ່ມຂຶ້ນ 315.023 ຄົນ ໃນນີ້ ສ.ອາເມລິກາ 89.550 ຄົນ, ອັງກິດ 34.716 ຕົນ, ອີຕາລີ 31.908 ຄົນ, ຝຮັ່ງ 28.111 ຄົນ, ແອັດສະປາຍ 27.563 ຄົນ ແລະ ບຣາຊິນ ມີຜູ້ເສຍຊີວິດ ທັງໝົດ 16.118 ຄົນ.
![]() | ອົງການ ChildFund ຫວຽດນາມໄດ້ມອບອຸປະກອນການສຶກສາ ແລະ ອຸປະກອນການແພດ ໃຫ້ແກ່ ແຂວງກາວບັ່ງ, ບັກກ້ານ ແລະ ຮວ້າບີ່ງ ເພື່ອປ້ອງກັນ ແລະ ຕໍ່ສູ້ຕ້ານກັບ COVID-19. ຍສໝ - ຕາມຕົວເລກສະຖິຕິ, ຮອດວັນທີ 15 ພຶດສະພາ, ບັນດາຫ້ອງການພັດທະນາເຂດ ChildFund ຫວຽດນາມ ຢູ່ ແຂວງກາວບັ່ງ, ບັກກ້ານ ແລະ ຮວ່າບີ່ງ ໄດ້ຈັດຕັ້ງການມອບຮັບເຄື່ອງອຸປະກອນການສຶກສາ ແລະ ອຸປະກອນການແພດ ເພື່ອປ້ອງກັນ ແລະ ຕໍ່ສູ້ຕ້ານກັບ COVID-19 ໄລຍະ 2. |
![]() | ລາວ ເລີ່ມປະຕິບັດຜ່ອນຜັນບາງມາດຕະການ ແລະ ໃຫ້ສືບຕໍ່ປະຕິບັດບາງມາດຕະການປ້ອງກັນການຕິດເຊື້ອໃນທົ່ວປະເທດ ຍສໝ - ລັດຖະບານ ລາວ ໄດ້ຕົກລົງ ແລະ ຊີ້ນໍາ ກ່ຽວກັບການຜ່ອນຜັນມາດຕະການຈຳນວນໜຶ່ງ ແລະ ສືບຕໍ່ປະຕິບັດຢ່າງເຂັ້ມງວດບາງມາດຕະການປ້ອງກັນການຕິດເຊື້ອ. |
![]() | ທະຫານຊາຍແດນຫວຽດນາມ ໄດ້ມອບສິ່ງທີ່ຈຳເປັນ ໃຫ້ແກ່ທະຫານຊາຍແດນປະເທດລາວ ເພື່ອຕໍ່ຕ້ານ COVID-19. ຍສໝ - ວັນທີ 15 ພຶດສະພາ, ຢູ່ດ່ານຊາຍແດນສາກົນ ເກົ່າແຈວ, ແຂວງຮ່າຕິ້ງ, ກອງບັນຊາການທະຫານຊາຍແດນຫວຽດນາມ ໄດ້ຈັດຕັ້ງການມອບເຄື່ອງຊ່ວຍເຫຼືອ ປະກອບມີ: ຜ້າບັງປາກ 30.000 ແຜ່ນ, ນໍ້າຢາລ້າງມື 1.500 ຂວດ, ເຄື່ອງນຸ່ງປ້ອງກັນການລະບາດ 3,000 ຊຸດ , ເຂົ້າສານ 3 ໂຕນ ແລະ ... |
ໄຊພອນ