ພະຍາດ Covid-19 : ອິນໂດເນເຊຍ ຮຽນຮູ້ຫວຽດນາມໃນການນຳໃຊ້ຕູ້ ATM ເຂົ້າສານ ເພື່ອແຈກຢາຍເຂົ້າສານໃຫ້ປະຊາຊົນ
ອາເມລິກາ ຊ່ວຍເຫຼືອ ຫວຽດນາມ 9,5 ລ້ານ USD ເພື່ອຄວບຄຸມໂລກລະບາດໂຄວິດ-19 | |
ປະເທດລາວ ປະຕິບັດມາດຕະການຜ່ອນຜັນ ຈໍານວນໜຶ່ງ ໃນການປ້ອງກັນ ແລະ ຕ້ານພະຍາດ Covid-19 |
ໃນສະພາບການແຜ່ລະບາດຢ່າງຮຸນແຮງ ຂອງພະຍາດ COVID-19 ເຊິ່ງເຮັດໃຫ້ເພີ່ມຂຶ້ນຈຳນວນຄົນຫວ່າງງານ ແລະ ຄົນທຸກຍາກ, ກອງທັບອິນໂດເນເຊຍ ແລະ ກະຊວງກະສິກຳອິນໂດເນເຊຍ ໄດ້ປະສານສົມທົບຈັດຕັ້ງປະຕິບັດໂຄງການ “ຕູ້ ATM ເຂົ້າສານ”.
ເມື່ອບໍ່ດົນມານີ້, ໂຄງການ “ATM ເຂົ້າສານ” ຂອງຫວຽດນາມໄດ້ດຶງດູດຄວາມສົນໃຈຂອງສາກົນ, ໃນນັ້ນມີປະເທດອິນໂດເນເຊຍ. ສະນັ້ນ, ປະເທດອິນໂດເນເຊຍ ໄດ້ຮຽນຮູ້ ແລະ ນຳໃຊ້ແນວຄິດຂອງຫວຽດນາມໂດຍໄວ. ໃນກາງເດືອນເມສາ, ກະຊວງກະສິກຳ ອິນໂດເນເຊຍ ແລະ ກອງທັບອິນໂດເນເຊຍ ໄດ້ພັດທະນາໂປແກຼມໂຄງການ “ຕູ້ ATM ເຂົ້າສານ”.
![]() |
ໂຄງການ “ATM ເຂົ້າສານ” ຂອງຫວຽດນາມໄດ້ດຶງດູດຄວາມສົນໃຈຂອງສາກົນ. (ພາບ: baotintuc) |
ມາຮອດປະຈຸບັນ, ກະຊວງກະສິກຳ ອິນໂດເນເຊຍ ໄດ້ອອກແບບ ແລະ ຕິດຕັ້ງຕູ້ ATM ເຂົ້າສານ ຈຳນວນ 10 ເຄື່ອງ, ໃນນັ້ນມີ 8 ຕູ້ ຢູ່ນະຄອນຫຼວງ Jakarta ແລະ 2 ຕູ້ ຢູ່ເມືອງຈາວາທາງຕາເວັນຕົກ Java.
ກອງບັນຊາການທະຫານເມືອງຕ່າງໆ ຈະປະຕິບັດການຄວບຄຸມ, ແຈກຢາຍເຂົ້າສານ ແລະ ຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນ. ຄາດວ່າໃນອະນາຄົດອັນໃກ້ນີ້, ໂຄງການ "ຕູ້ ATM ເຂົ້າສານ" ຈະພັດທະນາເພີ່ມຕື່ມອີກ 317 ໜ່ວຍໃນທົ່ວປະເທດ.
ທ່ານພັນເອກ Alian Wijaksono - ຜູ້ບັນຊາການທະຫານເມືອງ ຕາເວັນຕົກ Jakarta, ກ່າວວ່າ: “ທຸກໆມື້ພວກເຮົາແຈກຢາຍເຂົ້າ 1,000 ຖົງ, ແຕ່ລະຖົງມີນ້ຳໜັກ 1,5 ກິໂລ. ຈຳນວນ 1000 ຖົງເຂົ້າສານນີ້ ຈະໄດ້ແຈກຢາຍໃຫ້ 8 ບ້ານໃນເມືອງ. ແຕ່ລະບ້ານໄດ້ຮັບ 125 ຖົງຕໍ່ມື້. ສ່ວນທີ່ຍັງເຫຼືອແມ່ນຈະແຈກຢາຍໃຫ້ປະຊາຊົນທີ່ກົມບັນຊາການເມືອງ. ພວກເຮົາໃຫ້ບຸລິມະສິດໃຫ້ແກ່ ຜູ້ທີ່ບໍ່ໄດ້ຮັບການຊ່ວຍເຫຼືອສັງຄົມ ຈາກລັດຖະບານ ແລະ ຖືກຮັບຜົນກະທົບຈາກການລະບາດຂອງພະຍາດ Covid - 19, ເພື່ອຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ.”
![]() |
ອິນໂດເນເຊຍ ຮຽນຮູ້ຫວຽດນາມ ໃນການນຳໃຊ້ຕູ້ ATM ເຂົ້າສານ ເພື່ອແຈກຢາຍໃຫ້ປະຊາຊົນທີ່ຖືກຮັບຜົນສະທ້ອນຈາກພະຍາດ Covid-19. (ພາບ: VOV) |
ຕາມທ່ານ ພັນເອກ Alian Wijaksono ໃຫ້ຮູ້ວ່າ, ປະຊາຊົນທີ່ມາຮັບເຂົ້າ ພຽງແຕ່ຕ້ອງແຈ້ງບັດພັກພາອາໄສ ແລະ ປະຕິບັດມາດຕະການທາງການແພດຢ່າງເຂັ້ມງວດ, ເຊັ່ນ: ໃສ່ຜ້າບັງປາກ, ຮັກສາໄລຍະຫ່າງ ແລະ ຄວາມເປັນລະບຽບຮຽບຮ້ອຍ.
ກ່ອນໜ້ານີ້, ລັດຖະບານ ອິນໂດເນເຊຍ ໄດ້ນຳສະເໜີງົບປະມານມີມູນຄ່າ 110 ພັນຕື້ Rupiah ເພື່ອສະໜັບສະໜູນຜູ້ທຸກຍາກທີ່ຮັບຜົນກະທົບຈາກພະຍາດ COVID-19. ຕາມນັ້ນ, ຜູ້ທີ່ນອນໃນເປົ້າໝາຍອຶດຫິວ ຈະໄດ້ຮັບເຄື່ອງທີ່ຈຳເປັນໃນຊີວິດປະຈຳວັນ ຫຼື ການຊ່ວຍເຫຼືອເປັນເງິນສົດມີມູນຄ່າ 600,000 Rupiah ຕໍ່ເດືອນ.
![]() | ຫວຽດນາມ ແບ່ງປັນປະສົບການ ກັບສາກົນ ໃນການສະກັດກັ້ນການລະບາດຂອງພະຍາດ COVID-19 ຍສໝ - ວັນທີ 30 ເມສາ, ຫວຽດນາມໄດ້ຕາງໜ້າສຳນັກງານ ອົງການອະນາໄມໂລກ WHO ຢູ່ ເຂດທິດຕາເວັນຕົກປາຊີຟິກ ເຊິ່ງໄດ້ກ່າວບົດສະເໜີກ່ຽວກັບປະສົບການໃນການປ້ອງກັນ ແລະ ສະກັດກັ້ນພະຍາດ COVID-19, ກໍ່ຄື ອະທິບາຍສະແດງໃຫ້ເຫັນວ່າເປັນຫຍັງໃນ 14 ວັນທີ່ຜ່ານມາ, ຫວຽດນາມບໍ່ໄດ້ບັນທຶກກໍລະນີຕິດເຊື້ອຢູ່ໃນຊຸມຊົນ. |
![]() | ສະມາຄົມມິດຕະພາບຫວຽດນາມ - ຝຣັ່ງ ນະຄອນໂຮຈິມິນໄດ້ມອບເຄື່ອງມືການແພດ ໃຫ້ແກ່ປະຊາຊົນຝຣັ່ງ ຕໍ່ຕ້ານພະຍາດ COVID-19 ຍສໝ - ຕອນບ່າຍວັນທີ 29 ເມສາ, ສະຫະພັນບັນດາອົງການມິດຕະພາບນະຄອນໂຮ່ຈີມິນ ສົມທົບກັບສະມາຄົມມິດຕະພາບຫວຽດນາມ - ຝລັ່ງ ນະຄອນໂຮ່ຈິມິນ ໄດ້ມອບເຄື່ອງມືອຸປະກອນການແພດ ເຊິ່ງເປັນຜ້າບັງປາກຈຳນວນ 23.000 ແຜ່ນ ແລະ ນໍ້າຢາຂ້າເຊື້ອ 100 ລິດ ໃຫ້ປະຊາຊົນຝຣັ່ງ ເພື່ອຮ່ວມມືຕໍ່ຕ້ານພະຍາດ COVID-19 ຜ່ານສະຖານກົງສຸນຝຣັ່ງ ປະຈຳນະຄອນໂຮ່ຈີມິນ. |
![]() | ອົງການອະນາໄມໂລກ WHO ສະແດງຄວາມຂອບໃຈການຊ່ວຍເຫຼືອຂອງຫວຽດນາມ ໃນການຕໍ່ສູ້ກັບພະຍາດ Covid-19 ຍສໝ - ເມື່ອບໍ່ດົນມານີ້ , ຢູ່ Geneva, ທ່ານ Tedros Adhanom Ghebreyesus - ຜູ້ອຳນວຍການໃຫຍ່ ອົງການອະນາໄມໂລກ WHO ໄດ້ສະແດງຄວາມຂອບໃຈ ສຳຫຼັບການຊ່ວຍເຫຼືອຂອງຫວຽດນາມ, ບັນດາປະເທດ, ອົງການຈັດຕັ້ງ ແລະ ບຸກຄົນຕ່າງໆ ໃນແຜນຍຸດທະສາດການຕອບໂຕ້ ແລະ ການກະກຽມດ້ານຍຸດທະສາດຂອງ WHO ໃນການຕໍ່ສູ້ກັບການລະບາດຂອງພະຍາດ ... |
ຄຳຮຸ່ງ