ໄຂງານຄ້າຍລະດູຮ້ອນຫວຽດນາມ ປະຈຳປີ 2026: ເພີ່ມພູນຄູນສ້າງຄວາມຮັກແພງ ແລະ ຄວາມພາກພູມໃຈຕໍ່ກັບບ້ານເກີດເມືອງນອນ
| ນາຍທະຫານໜຸ່ມ ຫວຽດນາມ - ລາວ ພ້ອມກັນມີຄວາມເຊື່ອໝັ້ນ, ພ້ອມກັນພັດທະນາ | |
| ເພີ່ມພູນຄູນສ້າງຂົວຕໍ່ມິດຕະພາບ, ເຊື່ອມຕໍ່ໂອກາດ ຫວຽດນາມ - ຕີມໍ ແລັດສະເຕ |
ເຂົ້າຮ່ວມພິທີໄຂງານມີ ທ່ານນາງ ເລທິທູຮັ່ງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ; ທ່ານ ຫງວຽນຈຸງກຽນ, ຫົວໜ້າຄະນະກຳມະການແຫ່ງລັດ ກ່ຽວກັບຊາວຫວຽດນາມຢູ່ຕ່າງປະເທດ; ຕາງໜ້າຄະນະບໍລິຫານງານສູນກາງກອງທະຫານລັດທິມາກ-ເລນິນ ຊາວໜຸ່ມກອມມູນິດ ໂຮ່ຈີມິນ ພ້ອມດ້ວຍໄວໜຸ່ມ, ນັກສຶກສາຊາວຫວຽດນາມຢູ່ຕ່າງປະເທດ ຫຼາຍກວ່າ 100 ຄົນ ທີ່ມາຈາກ 32 ປະເທດ ແລະ ເຂດແຄ້ວນ ເພື່ອເຂົ້າຮ່ວມງານຄ້າຍລະດູຮ້ອນຫວຽດນາມ ປະຈຳປີ 2026.
ກ່າວຄຳປາໄສໄຂງານ ຄ້າຍລະດູຮ້ອນຫວຽດນາມ ປະຈຳປີ 2026, ທ່ານນາງຮອງລັດຖະມົນຕີກະຊວງການຕ່າງປະເທດ ເລທິທູຮັ່ງ ໄດ້ເນັ້ນໜັກວ່າ: ປີ 2026 ແມ່ນປີທຳອິດ ທີ່ຫວຽດນາມ ກ້າວເຂົ້າສູ່ໄລຍະແຫ່ງການພັດທະນາໃໝ່ ພາຍຫຼັງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ, ທັງແມ່ນປີທຳອິດພາຍໃນການຈັດສັນຄືນບັນດາຫົວໜ່ວຍການປົກຄອງ, ເປີດກວ້າງຊ່ອງທາງແຫ່ງການພັດທະນາໃໝ່ ໃຫ້ແກ່ບັນດາທ້ອງຖິ່ນ ແລະ ທົ່ວປະເທດ, ຈາກນັ້ນກໍໄດ້ສ້າງແຮງຊຸກຍູ້ຕື່ມອີກ ເພື່ອເສີມຂະຫຍາຍທ່າແຮງບົ່ມຊ້ອນ, ປຸກລະດົມຫົວຄິດປະດິດສ້າງ ແລະ ມຸ່ງໄປສູ່ເປົ້າໝາຍການພັດທະນາໃຫ້ວ່ອງໄວກວ່າ ແລະ ຍືນຍົງກວ່າເກົ່າ.
![]() |
| ມີໄວໜຸ່ມ, ນັກສຶກສາຊາວຫວຽດນາມຢູ່ຕ່າງປະເທດ ຫຼາຍກວ່າ 100 ຄົນ ທີ່ມາຈາກ 32 ປະເທດ ແລະ ເຂດແຄ້ວນ ໄດ້ເດີນທາງກັບມາເພື່ອເຂົ້າຮ່ວມງານ ຄ້າຍລະດູຮ້ອນຫວຽດນາມ ປະຈຳປີ 2026. (ພາບ: ແທັງລອງ) |
ຫົວຂໍ້ຂອງຄ້າຍລະດູຮ້ອນໃນປີນີ້ແມ່ນ "ການເດີນທາງແຫ່ງມໍລະດົກ, ຮັດແໜ້ນຮາກເຫງົ້າ".ພາຍໃນ 14 ວັນຂອງການຈັດຕັ້ງຄ້າຍລະດູຮ້ອນ, ພວກຫຼານຈະໄດ້ຮ່ວມກັນເດີນທາງຜ່ານໄລຍະທາງເກືອບ 1.500 ກິໂລແມັດ, ນັບຕັ້ງແຕ່ ຮ່າໂນ້ຍ ໄປຈົນຮອດ ຄ໋ານຮ່ວາ. ພວກຫຼານຈະໄດ້ໄປຢ້ຽມຢາມບ້ານເກີດຂອງ ປະທານໂຮ່ຈີມິນ, ເດີນທາງໄປສູ່ບັນດາປູຊະນີຍະສະຖານທາງປະຫວັດສາດ, ມໍລະດົກທາງດ້ານວັດທະນະທຳຂອງຊາດ, ພົບປະແລກປ່ຽນກັບປະຊາຊົນຢູ່ຫຼາຍທ້ອງຖິ່ນ, ເຂົ້າຮ່ວມບັນດາການເຄື່ອນໄຫວການກຸສົນ, ພົບປະກັບໄວໜຸ່ມພາຍໃນປະເທດ ແລະ ຮ່ວມກັນປົກປັກຮັກສາ, ເຜີຍແຜ່ພາສາຫວຽດນາມ.
ນອກຈາກນັ້ນ, ພວກຫຼານກໍຈະໄດ້ໄປຢ້ຽມຊົມ ສູນຄົ້ນພົບວິທະຍາສາດ ກຸຍເຍີນ, ພົບປະແລກປ່ຽນກັບບັນດານາຍທະຫານໃນອະນາຄົດ ຂອງສະຖາບັນທະຫານເຮືອ, ຮ່ວມກັນຈຸດທູບອາໄລຫາ ຢູ່ເຂດອະນຸສອນສະຖານນັກຮົບ ກັກມາ ແລະ ເຂົ້າຢ້ຽມຊົມ ເຮືອນວາງສະແດງ ຮວ່າງຊາ.
ແຕ່ລະຈຸດໝາຍປາຍທາງ ແມ່ນໄດ້ຮັບການຄັດເລືອກດ້ວຍຄວາມມຸ່ງຫວັງໜຶ່ງ: “ຊ່ວຍໃຫ້ພວກຫຼານເຂົ້າໃຈກ່ຽວກັບ ຫວຽດນາມ ຫຼາຍຂຶ້ນ, ເຂົ້າໃຈປະຫວັດສາດ ເພື່ອເພີ່ມຄວາມພາກພູມໃຈ, ເຂົ້າໃຈວັດທະນະທຳ ເພື່ອເພີ່ມຄວາມຮັກແພງ, ເຂົ້າໃຈມະນຸດ ເພື່ອເພີ່ມຄວາມຜູກພັນ, ແລະ ເຂົ້າໃຈ ຫວຽດນາມ ໃນວັນນີ້ ເພື່ອເພີ່ມຄວາມເຊື່ອໝັ້ນຕໍ່ກັບອະນາຄົດຂອງປະເທດຊາດ”, ທ່ານນາງຮອງລັດຖະມົນຕີ ເລທິທູຮັ່ງ ໄດ້ເນັ້ນໜັກ.
ທ່ານນາງຮອງລັດຖະມົນຕີ ເລທິທູຮັ່ງ ຫວັງວ່າ ພວກຫຼານຈະສະຫຼະເວລາໃນການສັງເກດ, ສົນທະນາ ແລະ ສຳຜັດກັບປະສົບການຕົວຈິງໃຫ້ໄດ້ຫຼາຍທີ່ສຸດ, ເພາະວ່າສິ່ງທີ່ມີຄຸນຄ່າທີ່ສຸດ ເຊິ່ງຄ້າຍລະດູຮ້ອນນຳມາໃຫ້ນັ້ນ ບໍ່ແມ່ນການທີ່ພວກຫຼານໄດ້ເດີນທາງຜ່ານສະຖານທີ່ທ່ອງທ່ຽວຫຼາຍປານໃດ, ແຕ່ຫາກແມ່ນບັນດາສິ່ງທີ່ພວກຫຼານໄດ້ຮັບຮູ້ ແລະ ຮູ້ສຶກໄດ້ ກ່ຽວກັບປະເທດຊາດ ແລະ ຊາວຫວຽດນາມ.
![]() |
| ທ່ານນາງ ເລທິທູຮັ່ງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ກ່າວຄຳປາໄສຢູ່ທີ່ພິທີໄຂງານ. (ພາບ: ແທັງລອງ) |
ທ່ານນາງຮອງລັດຖະມົນຕີ ເລທິທູຮັ່ງ ມີຄວາມມຸ່ງຫວັງວ່າ, ບໍ່ວ່າຈະຢູ່ແຫ່ງຫົນໃດ, ພວກຫຼານກໍຍາມໃດກໍມີຄວາມພາກພູມໃຈທີ່ຕົນເອງເປັນຄົນຫວຽດນາມ; ຍາມໃດກໍປົກປັກຮັກສາພາສາຫວຽດນາມ, ຮັກສາເອກະລັກວັດທະນະທຳຂອງຊາດ ແລະ ຍາມໃດກໍມຸ່ງໄປສູ່ບ້ານເກີດເມືອງນອນສະເໝີ.
“ເມື່ອມີໂອກາດ, ໃຫ້ຮ່ວມກັນແບ່ງປັນກັບເພື່ອນມິດສາກົນ ກ່ຽວກັບປະເທດຫວຽດນາມ ແຫ່ງສັນຕິພາບ, ຄວາມເປັນມິດ ແລະ ພວມມີການຂະຫຍາຍຕົວຢ່າງຂະຫຍັນຂັນເຄື່ອນ. ເມື່ອມີເງື່ອນໄຂ, ໃຫ້ຮ່ວມກັນນຳເອົາຄວາມຮູ້, ບົດຮຽນ ແລະ ການເຊື່ອມຕໍ່ຂອງຕົນເອງ ກັບຄືນສູ່ປະເທດຫວຽດນາມ. ແລະ ຫາກມື້ໃດມື້ໜຶ່ງ ພວກຫຼານຕັດສິນໃຈກັບຄືນມາຮ່ຳຮຽນ, ຄົ້ນຄວ້າ, ສ້າງທຸລະກິດ (Start-up) ຫຼື ເຮັດວຽກຢູ່ບ້ານເກີດເມືອງນອນ, ຂ້າພະເຈົ້າເຊື່ອໝັ້ນວ່າ ຫວຽດນາມ ຈະຍາມໃດກໍເປີດກວ້າງປະຕູເພື່ອຕ້ອນຮັບພວກຫຼານສະເໝີ”, ທ່ານນາງຮອງລັດຖະມົນຕີ ກ່າວສະແດງຄວາມເຊື່ອໝັ້ນ.
![]() |
| ລາຍການສະແດງໜຶ່ງ ທີ່ສະແດງໂດຍບັນດາເພື່ອນຊາວຫວຽດນາມຢູ່ຕ່າງປະເທດ. (ພາບ: ແທັງລອງ) |
ຕາງໜ້າໃຫ້ແກ່ຜູ້ແທນກວ່າ 100 ຄົນ ທີ່ເຂົ້າຮ່ວມງານຄ້າຍລະດູຮ້ອນ, ທ້າວ ມາຍຫາຍຄອຍ, ທີ່ມາຈາກ ວໍຊໍ, ປະເທດ ໂປໂລຍ ໄດ້ສະແດງຄວາມຂອບໃຈຕໍ່ກັບ ກະຊວງການຕ່າງປະເທດ, ຄະນະກຳມະການແຫ່ງລັດ ກ່ຽວກັບຊາວຫວຽດນາມຢູ່ຕ່າງປະເທດ ທີ່ໄດ້ຈັດຕັ້ງແຜນງານຄ້າຍລະດູຮ້ອນອັນມີຄວາມໝາຍນີ້ຂຶ້ນ.
“ພວກຫຼານຂໍສັນຍາວ່າມີແຕ່ຈະເດີນທາງຢ່າງມີລະບຽບວິໄນແທ້ໆ, ຮັບຟັງຢ່າງຕັ້ງໃຈແທ້ໆ ແລະ ຫຼິ້ນຢ່າງມ່ວນຊື່ນແທ້ໆ. ພວກຫຼານຈະຖ່າຍຮູບໃຫ້ໄດ້ຫຼາຍໆ, ອັດວິດີໂອໃຫ້ໄດ້ຫຼາຍໆ. ແລ້ວເມື່ອຫຼັງຈາກກັບຄືນສູ່ບ່ອນທີ່ພວມດຳລົງຊີວິດຢູ່, ພວກຫຼານຈະເລົ່າໃຫ້ເພື່ອນມິດ, ພວກນ້ອງນ້ອຍພາຍໃນຊຸມຊົນຟັງ ດ້ວຍພາສາຫວຽດນາມ. ພວກຫຼານເຊື່ອໝັ້ນວ່າ ເຖິງວ່າຈະເດີນທາງໄປໄກສຳຮານໃດກໍຕາມ, ພວກຫຼານກໍຍັງຄົງຊອກຫາທາງກັບເມືອເຮືອນໄດ້ສະເໝີ”, ມາຍຫາຍໂຄຍ ໄດ້ສະແດງຄວາມຮູ້ສຶກ.
ຮ່ວມອາລົມຈິດດຽວກັນ, ນ້ອງ ອານນາ ຮວ່າງ (Anna Hoàng), ຊາວຫວຽດນາມຢູ່ຕ່າງປະເທດ ທີ່ມາຈາກ ຣາຊະອານາຈັກອັງກິດ ໃຫ້ຮູ້ວ່າ, ນີ້ແມ່ນຄັ້ງທຳອິດທີ່ນ້ອງໄດ້ເຂົ້າຮ່ວມງານຄ້າຍລະດູຮ້ອນຫວຽດນາມ ຈຶ່ງມີຄວາມຮູ້ສຶກຫຼາກຫຼາຍ, ທັງຕື່ນເຕັ້ນ ແລະ ທັງລໍຄອຍ ເມື່ອມີໂອກາດໄດ້ກັບຄືນສູ່ບ້ານເກີດເມືອງນອນ, ພົບປະກັບບັນດາເພື່ອນມິດໄວດຽວກັນ ທີ່ເດີນທາງມາຈາກຫຼາຍປະເທດ ແລະ ເຂດແຄ້ວນໃນທົ່ວໂລກ.
![]() |
| ບັນດາໄວໜຸ່ມຊາວຫວຽດນາມຢູ່ຕ່າງປະເທດ ພາຍໃນລາຍການ. (ພາບ: ແທັງລອງ) |
“ໃນການກັບມາຢ້ຽມຢາມກ່ອນໜ້ານີ້, ຂ້າພະເຈົ້າພຽງແຕ່ມີໂອກາດໄດ້ແວ່ຜ່ານນະຄອນຫຼວງຮ່າໂນ້ຍ ແລະ ບ້ານເກີດໄຮຟອງ ໃນໄລຍະເວລາສັ້ນໆເທົ່ານັ້ນ. ເຖິງຢ່າງໃດກໍຕາມ, ຂ້າພະເຈົ້າກໍໄດ້ຖືກດຶງດູດຢ່າງວ່ອງໄວ ໂດຍຄວາມງົດງາມຂອງບັນດາຕົວເມືອງ ກໍຄືທິວທັດທຳມະຊາດຂອງຫວຽດນາມ, ແລະ ຕັ້ງແຕ່ນັ້ນມາ ກໍໄດ້ສັນຍາກັບຕົນເອງວ່າ ຈະສືບຕໍ່ຄົ້ນຫາບັນດາດິນແດນຕ່າງໆໃຫ້ຫຼາຍຂຶ້ນຕື່ມອີກ. ໂດຍສະເພາະ, ຂ້າພະເຈົ້າແມ່ນມີຄວາມມຸ່ງຫວັງຢ່າງຍິ່ງ ທີ່ຈະໄດ້ໄປຢ້ຽມຢາມເມືອງເຫ້ວ ເຊິ່ງໄດ້ຮັບການຖືວ່າແມ່ນຈຸດກຳເນີດຂອງຊຸດເຊື້ອຍາວ ພື້ນເມືອງ. ຄວາມຮັກທີ່ມີໃຫ້ແກ່ຊຸດປະຈຳຊາດ ໄດ້ສ້າງແຮງບັນດານໃຈໃຫ້ຂ້າພະເຈົ້າ ອອກແບບຊຸດອາວຢາຍດ້ວຍຕົນເອງ ເພື່ອເຂົ້າຮ່ວມໃນບັນດາການສະແດງແຟຊັ່ນຢູ່ ຣາຊະອານາຈັກອັງກິດ. ນອກຈາກນັ້ນ, ຂ້າພະເຈົ້າກໍຫວັງວ່າ ຈະໄດ້ໄປຊົມທັດສະນີຍະພາບອັນມີຊື່ສຽງຕ່າງໆ ເຊັ່ນ: ອ່າວຮະລອງ , ນິງບິ່ງ ຫຼື ໂຮ້ຍອານ ແລະ ນະຄອນໂຮ່ຈີມິນ. ເຖິງວ່າຈະໄດ້ຮັບຮູ້ຄວາມງາມຂອງຫວຽດນາມ ຜ່ານຄຳເລົ່າ, ຮູບພາບ ແລະ ເລື່ອງລາວຕ່າງໆມາແລ້ວ, ແຕ່ຂ້າພະເຈົ້າເຊື່ອວ່າ ມີພຽງແຕ່ເມື່ອໄດ້ມາສຳຜັດຕົວຈິງເທົ່ານັ້ນ, ຂ້າພະເຈົ້າຈຶ່ງຈະສາມາດເຂົ້າໃຈໄດ້ຢ່າງເລິກເຊິ່ງ ແລະ ຄົບຖ້ວນກວ່າເກົ່າ.
ບໍ່ພຽງແຕ່ຖືກດຶງດູດໂດຍທິວທັດ ແລະ ປະຫວັດສາດເທົ່ານັ້ນ, ຂ້າພະເຈົ້າຍັງມີຄວາມມຸ່ງຫວັງເປັນພິເສດ ທີ່ຈະໄດ້ຮຽນຮູ້ຢ່າງເລິກເຊິ່ງກ່ຽວກັບວັດທະນະທຳ ແລະ ມໍລະດົກຂອງຊາດ. ໃນນາມເປັນຜູ້ໜຶ່ງທີ່ເຕີບໃຫຍ່ຢູ່ປະເທດອັງກິດ, ຂ້າພະເຈົ້າແມ່ນໃຫ້ຄວາມສົນໃຈຫຼາຍ ຕໍ່ກັບຊີວິດການເປັນຢູ່ຂອງປະຊາຊົນຫວຽດນາມ. ຂ້າພະເຈົ້າຫວັງວ່າ ຈະໄດ້ຄົ້ນຫາບັນດາຮີດຄອງປະເພນີ, ສິລະປະ ກໍຄືບັນດາຄຸນຄ່າວັດທະນະທຳອັນເປັນເອກະລັກ. ການໄດ້ພົບປະແລກປ່ຽນ ແລະ ເຊື່ອມຕໍ່ກັບປະຊາຊົນທ້ອງຖິ່ນ ແນ່ນອນວ່າຈະຊ່ວຍໃຫ້ຂ້າພະເຈົ້າເປີດກວ້າງຄວາມຮູ້ ແລະ ຍິ່ງເພີ່ມຄວາມເຄົາລົບຮັກ ຕໍ່ກັບຄວາມອຸດົມສົມບູນ, ຫຼາກຫຼາຍຂອງວັດທະນະທຳຫວຽດນາມ”.
ນອກຈາກນັ້ນ, ນາງ ອານນາ ຮວ່າງ (Anna Hoàng) ໃຫ້ຮູ້ວ່າ ຕົນເອງກໍມີຄວາມຕັ້ງໜ້າລໍຄອຍ ທີ່ຈະໄດ້ພົບປະກັບບັນດາເພື່ອນໄວໜຸ່ມຊາວຫວຽດນາມ ທີ່ມາຈາກຫຼາຍປະເທດໃນທົ່ວໂລກ. ນີ້ແມ່ນໂອກາດອັນລ້ຳຄ່າ ເພື່ອໃຫ້ບັນດາຜູ້ທີ່ມີຮາກເຫງົ້າອັນດຽວກັນ ແຕ່ເຕີບໃຫຍ່ພາຍໃຕ້ສະພາບແວດລ້ອມທີ່ແຕກຕ່າງກັນ ໄດ້ມາແບ່ງປັນເລື່ອງລາວ ແລະ ມຸມມອງຂອງຕົນເອງ. ນ້ອງເຊື່ອວ່າ ການເຊື່ອມຕໍ່ເຫຼົ່ານີ້ ຈະມີສ່ວນຮ່ວມໃນການສ້າງຊຸມຊົນທີ່ມີຄວາມຜູກພັນກັນ, ເຊິ່ງຢູ່ທີ່ນັ້ນ ແຕ່ລະຄົນລ້ວນແຕ່ສາມາດຊອກຫາຄວາມເຫັນອົກເຫັນໃຈ ແລະ ຄວາມພາກພູມໃຈໃນເອກະລັກຄວາມເປັນຫວຽດນາມ.
ສຸດທ້າຍ, ອານນາ ຮວ່າງ ເຊື່ອໝັ້ນວ່າ ນີ້ຈະແມ່ນປະສົບການອັນມີຄວາມໝາຍ ແລະ ສົ່ງຜົນສະທ້ອນຢ່າງເລິກເຊິ່ງຕໍ່ກັບຕົນເອງ. “ຂ້າພະເຈົ້າຈະມີໂອກາດໄດ້ເຊື່ອມຕໍ່ຢ່າງເລິກເຊິ່ງກວ່າເກົ່າກັບຮາກເຫງົ້າຂອງຕົນ, ເຂົ້າໃຈຢ່າງຈະແຈ້ງກ່ຽວກັບຊີວິດການເປັນຢູ່ຂອງຄອບຄົວ ແລະ ບັນພະບຸລຸດ, ພ້ອມທັງສ້າງສາຍພົວພັນອັນດີງາມກັບປະຊາຊົນພາຍໃນປະເທດ ກໍຄືບັນດາເພື່ອນໄວໜຸ່ມທີ່ມີສະພາບແວດລ້ອມຄ້າຍຄືກັນ. ດ້ວຍຄວາມມຸ່ງຫວັງຢາກມີສ່ວນຮ່ວມປົກປັກຮັກສາ ແລະ ເຜີຍແຜ່ວັດທະນະທຳຫວຽດນາມ, ຂ້າພະເຈົ້າແມ່ນມີຄວາມສຸກແທ້ໆ ທີ່ໄດ້ເຂົ້າຮ່ວມງານຄ້າຍລະດູຮ້ອນຫວຽດນາມ ປະຈຳປີ 2026 ແລະ ໄດ້ສຳຜັດກັບແຜນງານອັນມີຄວາມໝາຍນີ້”, ນ້ອງໄດ້ກ່າວ.
| ພິທີມິດຕິງເພື່ອສະໜັບສະໜູນ ເດືອນແຫ່ງການເຄື່ອນໄຫວປ້ອງກັນ ແລະ ຕ້ານຢາເສບຕິດ ປະຈຳປີ 2026 ຍສໝ - ຕອນເຊົ້າວັນທີ 27 ມິຖຸນາ, ຢູ່ທີ່ສະນາມຫຼວງ ດົງກິງເຫງີຍທຸກ, ກະຊວງປ້ອງກັນຄວາມສະຫງົບ ສົມທົບຮ່ວມກັບ ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຈັດຕັ້ງພິທີມິດຕິງ ແລະ ການແຂ່ງຂັນແລ່ນມາລາທອນຂະບວນການ ເພື່ອສະໜັບສະໜູນ ເດືອນແຫ່ງການເຄື່ອນໄຫວປ້ອງກັນ ແລະ ຕ້ານຢາເສບຕິດ ປະຈຳປີ 2026 ພາຍໃຕ້ຫົວຂໍ້ “ຮ່ວມຈິດຮ່ວມໃຈກັນສ້າງຕັ້ງຕາແສງ, ແຂວງ, ເຂດພິເສດ ປອດຢາເສບຕິດ”. ... |
| ກອງ K92 ຊອກຫາ ແລະ ເກັບກູ້ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ 56 ອັດຖິ ພາຍໃດລະດູແລ້ງປີ 2025 - 2026 ຍສໝ - ກອງ K92 ສັງກັດຫ້ອງການເມືອງ, ກອງບັນຊາການທະຫານແຂວງ ອານຢາງ ໃຫ້ຂໍ້ມູນວ່າ, ໂດຍປະຕິບັດໜ້າທີ່ພາຍໃດລະດູແລ້ງປີ 2025 - 2026, ກົມກອງສາມາດຊອກຫາ ແລະ ເກັບກູ້ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ 56 ອັດຖິ ເພື່ອນຳໄປສະກາລະບູຊາຢູ່ຕາມປ່າຊ້ານັກຮົບເສຍສະຫຼະຊີວິດເພື່ອຊາດ. |



