14:33 | 07/07/2026

ເອກອັກຄະລັດຖະທູດ ຟີລິບປິນ ປະຈຳ ຫວຽດນາມ: ຄູ່ຮ່ວມມືຍຸດທະສາດທີ່ໄດ້ຮັບການເພີ່ມທະວີ ເປີດໜ້າປະຫວັດສາດການຮ່ວມມືໃໝ່ລະຫວ່າງ ຫວຽດນາມ ແລະ ຟີລິບປິນ

ເຊື່ອມຕໍ່ປັນຍາຊົນ ຫວຽດນາມ ຢູ່ ໄຕ້ຫວັນ, ຊຸກຍູ້ການຮ່ວມມື, ນະວັດຕະກຳ
ເພີ່ມທະວີການຮ່ວມມືທາງດ້ານເສດຖະກິດ, ເຊື່ອມຕໍ່ວິສາຫະກິດ ລະຫວ່າງ ຫວຽດນາມ ແລະ Kyushu

- ຕາມທັດສະນະຂອງທ່ານເອກອັກຄະລັດຖະທູດ, ການທີ່ ຟີລິບປິນ - ຫວຽດນາມ ຍົກລະດັບຂຶ້ນເປັນ ຄູ່ຮ່ວມມືຍຸດທະສາດທີ່ໄດ້ຮັບການເພີ່ມທະວີ ແມ່ນມີຄວາມໝາຍຄືແນວໃດພາຍໃນສາຍພົວພັນຂອງສອງປະເທດ?

- ຫວຽດນາມ ແມ່ນປະເທດດຽວໃນເອເຊຍຕາເວັນອອກສ່ຽງໃຕ້ ທີ່ ຟີລິບປິນ ໄດ້ສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດ. ພາຍໃນການຢ້ຽມຢາມຂັ້ນລັດຖະວັດຢູ່ ມານີລາ (Manila) ຫວ່າງມໍ່ໆມານີ້ຂອງ ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ, ສາຍພົວພັນນີ້ແມ່ນໄດ້ຮັບການຍົກລະດັບຂຶ້ນເປັນ ຄູ່ຮ່ວມມືຍຸດທະສາດທີ່ໄດ້ຮັບການເພີ່ມທະວີ. ການທີ່ ຟີລິບປິນ ຕັດສິນໃຈສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດກັບ ຫວຽດນາມ ໄດ້ສະແດງໃຫ້ເຫັນວ່າ ຟີລິບປິນ ໄດ້ສະຫຼຸບຕີລາຄາສູງເປັນຢ່າງຍິ່ງ ແລະ ມີຄວາມມຸ່ງຫວັງວ່າ ສາຍພົວພັນນີ້ແມ່ນມີຄວາມໝາຍອັນສຳຄັນ, ນຳເອົາຜົນປະໂຫຍດມາໃຫ້ທັງສອງປະເທດ.

ການສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຟີລິບປິນ ແລະ ຫວຽດນາມ ແມ່ນບໍ່ພຽງແຕ່ມີຄວາມໝາຍທາງດ້ານສັນຍະລັກເທົ່ານັ້ນ ແຕ່ຍັງໄດ້ສະແດງໃຫ້ເຫັນເຖິງຄວາມໝາຍໝັ້ນຂອງທັງສອງຝ່າຍພາຍໃນການສະຫງວນຄວາມເອົາໃຈໃສ່ ແລະ ແຫຼ່ງພະລັງງານເປັນພິເສດ ແນໃສ່ຫັນບັນດາຄາດໝາຍທີ່ໄດ້ກຳນົດໄວ້ພາຍໃນ ແຜນການເຄື່ອນໄຫວທະວີພາຄີ ໃຫ້ເປັນຈິງ.

ຕາມນັ້ນແລ້ວ, ບັນດາການເຄື່ອນໄຫວຂອງສອງຝ່າຍລ້ວນແຕ່ໄດ້ຮັບການຄິດໄລ່, ວາງແຜນຜັງ ແລະ ກໍ່ສ້າງໂດຍມຸ່ງໜ້າໄປສູ່ຄາດໝາຍອັນລະອຽດ ຄືການເພີ່ມທະວີສາຍພົວພັນຄູ່ຮ່ວມມືຍຸດທະສາດທະວີພາຄີ. ສິ່ງອັນແຕກຕ່າງກັບສາຍພົວພັນທະວີພາຄີແບບທຳມະດາ, ການເຫັນດີເປັນເອກະພາບຕໍ່ ແຜນການເຄື່ອນໄຫວທະວີພາຄີ ໄດ້ສ້າງກຳລັງດັນເພື່ອໃຫ້ທັງສອງຝ່າຍເຮັດໃຫ້ ສຳເລັດທຸກໆແຜນການ ແລະ ໂຄງການທີ່ໄດ້ຕົກລົງກັນພາຍໃນໄລຍະເວລາອັນລະອຽດ. ຍ້ອນແນວນັ້ນ, ສອງຝ່າຍຈຶ່ງກາຍເປັນບັນດາຄູ່ຮ່ວມມືທີ່ເປັນເຈົ້າການ, ເຊິ່ງບໍ່ແມ່ນພຽງແຕ່ເປັນຝ່າຍເຂົ້າຮ່ວມແບບຕັ້ງຮັບເທົ່ານັ້ນ.

ຫວຽດນາມ ແລະ ຟີລິບປິນ ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນພາຍໃນປີ 1976 - ພາຍໃນສະພາບແວດລ້ອມພາກພື້ນ ແລະ ໂລກທີ່ຍັງມີຄວາມຜັນຜວນຫຼາກຫຼາຍຢ່າງ. ສອງປະເທດໄດ້ເລືອກເອົາການເພີ່ມທະວີການເຈລະຈາ, ການຮ່ວມມືເພື່ອຜົນປະໂຫຍດຮ່ວມກັນ ແລະ ການຂະຫຍາຍຕົວຂອງແຕ່ລະປະເທດ. ສະນັ້ນ, ການສ້າງຕັ້ງສາຍພົວພັນໃນໄລຍະ 50 ປີກ່ອນ ຈຶ່ງແມ່ນບາດກ້າວເດີນທີ່ມີລັກສະນະນຳໜ້າ, ສະແດງໃຫ້ເຫັນເຖິງຄວາມພະຍາຍາມຂອງທັງສອງຝ່າຍພາຍໃນການວາງຄວາມແຕກຕ່າງໄວ້ທາງຫຼັງ ເພື່ອມຸ່ງໜ້າໄປສູ່ຄາດໝາຍອັນໃຫຍ່ຫຼວງກວ່າ ຄືການຊຸກຍູ້ສັນຕິພາບ ແລະ ຄວາມວັດທະນາຖາວອນພາຍໃນພາກພື້ນ.

ເອກອັກຄະລັດຖະທູດ ຟີລິບປິນ ປະຈຳ ຫວຽດນາມ: ຄູ່ຮ່ວມມືຍຸດທະສາດທີ່ໄດ້ຮັບການເພີ່ມທະວີ ເປີດໜ້າປະຫວັດສາດການຮ່ວມມືໃໝ່ລະຫວ່າງ ຫວຽດນາມ ແລະ ຟີລິບປິນ
ທ່ານ ເອກອັກຄະລັດຖະທູດ ຟີລິບປິນ ປະຈຳ ຫວຽດນາມ Francisco Noel R. Fernandez III. (ພາບ: ໜັງສືພິມ ລັດຖະບານ)

- ສາຍພົວພັນຄູ່ຮ່ວມມືຍຸດທະສາດທີ່ໄດ້ຮັບການເພີ່ມທະວີ ຈະນຳເອົາຜົນປະໂຫຍດຕົວຈິງຄືແນວໃດມາສູ່ປະຊາຊົນ ແລະ ວິສາຫະກິດຂອງສອງປະເທດ, ຂໍຮຽນຖາມທ່ານເອກອັກຄະລັດຖະທູດ?

- ສາຍພົວພັນຄູ່ຮ່ວມມືຍຸດທະສາດທີ່ໄດ້ຮັບການເພີ່ມທະວີ ໄດ້ສະແດງໃຫ້ເຫັນເຖິງຄວາມໝາຍໝັ້ນຂອງທັງສອງຝ່າຍພາຍໃນການສືບຕໍ່ຍົກລະດັບການແແລກປ່ຽນ ແລະ ການຮ່ວມມືພາຍໃນທຸກໆຂົງເຂດ, ລວມທັງການເມືອງ, ເສດຖະກິດ ແລະ ວັດທະນະທຳ.

ພາຍໃນຂົງເຂດການເມືອງ, ສອງປະເທດໄດ້ຢັ້ງຢືນຄືນໃໝ່ກ່ຽວກັບຄວາມໝາຍໝັ້ນຊຸກຍູ້ສັນຕິພາບພາຍໃນພາກພື້ນ, ຄັດຄ້ານການນຳໃຊ້ກຳລັງອາວຸດເພື່ອແກ້ໄຂຂໍ້ຂັດແຍ່ງ ແລະ ສະໜັບສະໜູນບັນດາອົງການຈັດຕັ້ງພາກພື້ນ ແລະ ພຫຸພາຄີ, ພາຍໃນນັ້ນມີ ອົງການສະຫະປະຊາຊາດ. ສິ່ງນີ້ຈະສ້າງເປັນສະພາບແວດລ້ອມອັນມີສັນຕິພາບ ເພື່ອໃຫ້ປະຊາຊົນ ແລະ ຊຸມຊົນວິສາຫະກິດເພີ່ມທະວີການຄ້າ, ເປີດກວ້າງການແລກປ່ຽນວັດທະນະທຳ ແລະ ການທ່ອງທ່ຽວ. ຄາດໝາຍສຸດທ້າຍ ແມ່ນການສ້າງຊຸມຊົນ ແລະ ປະຊາຊົນໃຫ້ນັບມື້ນັບມີຄວາມວັດທະນາຖາວອນ.

ພາຍໃນຂົງເຂດການຮ່ວມມືດ້ານເສດຖະກິດ, ການນຳສອງປະເທດໄດ້ວາງຄາດໝາຍຍົກມູນຄ່າການຄ້າທະວີພາຄີໃຫ້ລື່ນກາຍລະດັບ 10 ຕື້ USD. ສິ່ງນີ້ຈະຊຸກຍູ້ໃຫ້ຊຸມຊົນວິສາຫະກິດສອງຝ່າຍຊອກຫາບັນດາຂົງເຂດການຮ່ວມມືໃໝ່ນັບມື້ນັບຫຼາຍຂຶ້ນ ແລະ ຊຸກຍູ້ການລົງທຶນເຂົ້າໃນດິນແດນຂອງກັນແລະກັນ.

ໃນປະຈຸບັນ, ຟີລິບປິນ ແມ່ນໄປລົງທຶນຢູ່ ຫວຽດນາມ ຫຼາຍກວ່າ, ຖ້າພິຈາລະນາທາງດ້ານຈຳນວນວິສາຫະກິດ ຟີລິບປິນ ທີ່ໄດ້ສ້າງການປະກົດຕົວແບບຍາວນານຢູ່ ຫວຽດນາມ. ພາຍໃນໄລຍະເວລາຕໍ່ໜ້າ, ບັນດາວິສາຫະກິດ ຫວຽດນາມ ກໍຈະມີກຳລັງດັນເພີ່ມຂຶ້ນພາຍໃນການໄປລົງທຶນຢູ່ ຟີລິບປິນ ເມື່ອເປີດກວ້າງເຂົ້າສູ່ບັນດາຂົງເຂດການຄ້າໃໝ່, ພາຍໃນນັ້ນມີການຂຸດຄົ້ນບົດບາດນຳໜ້າຂອງຂະແໜງການບໍລິການເອົາການບໍລິຫານທຸລະກິດໄປໃຫ້ພາຍນອກເຮັດ (BPO) ຂອງ ຟີລິບປິນ ເຂົ້າພາຍໃນການສະໜັບສະໜູນບັນດາວິສາຫະກິດພາກພື້ນ ແລະ ຂ້າມຊາດ ເພື່ອເປີດກວ້າງການເຄື່ອນໄຫວພາຍໃນຂອບເຂດທົ່ວໂລກ. ບັນດາວິສາຫະກິດ ຫວຽດນາມ ປະຈຸບັນກໍພວມເປີດກວ້າງການເຄື່ອນໄຫວອອກນອກຊາຍແດນແຫ່ງຊາດຢ່າງວ່ອງໄວເຊັ່ນດຽວກັນ.

- ພາຍໃນໄລຍະເວລາປະຕິບັດງານຢູ່ ຫວຽດນາມ, ສິ່ງໃດທີ່ໄດ້ສ້າງຄວາມປະທັບໃຈອັນເລິກເຊິ່ງທີ່ສຸດຕໍ່ທ່ານເອກອັກຄະລັດຖະທູດ ກ່ຽວກັບປະເທດຊາດ ແລະ ຊາວ ຫວຽດນາມ?

- ກ່ອນທີ່ຈະເດີນທາງມາຮອດ ຮ່າໂນ້ຍ ພາຍໃນວັນທີ 17/1/2026 ເພື່ອເລີ່ມຕົ້ນອາຍຸການເປັນເອກອັກຄະລັດຖະທູດ ຟີລິບປິນ ປະຈຳ ຫວຽດນາມ, ຂ້າພະເຈົ້າແມ່ນບໍ່ເຄີຍມີໂອກາດມາຢ້ຽມຢາມ ຫວຽດນາມ ຈັກເທື່ອ. ສະນັ້ນ, ຂ້າພະເຈົ້າມາຮອດແຫ່ງນີ້ດ້ວຍຈິດໃຈອັນຕື່ນເຕັ້ນ ແລະ ກະຕືລືລົ້ນທີ່ຈະຊອກຮູກ່ຽວກັບປະເທດຊາດ ແລະ ຊາວ ຫວຽດນາມ.

ນັບຕັ້ງແຕ່ຕອນມາຮອດ ຫວຽດນາມ, ຂ້າພະເຈົ້າສັງເກດເຫັນວ່າມີຈຸດຄ້າຍຄືກັນຫຼາກຫຼາຍຢ່າງ ລະຫວ່າງປະຊາຊົນ ຟີລິບປິນ ແລະ ປະຊາຊົນ ຫວຽດນາມ. ສິ່ງມະຫັດສະຈັນທາງທຳມະຊາດຫຼາກຫຼາຍແຫ່ງຂອງ ຫວຽດນາມ ກໍມີຄວາມຄ້າຍຄືກັນກັບບັນດາສະຖານທີ່ທ່ອງທ່ຽວຢູ່ ຟີລິບປິນ ແລະ ໃນທາງກັບກັນ. ດ້ວຍການມີຈຸດຮ່ວມຫຼາກຫຼາຍຢ່າງກ່ຽວກັບທັດສະນີຍະພາບ ແລະ ວັດທະນະທຳ, ຂ້າພະເຈົ້າເຊື່ອໝັ້ນວ່າ ສາຍພົວພັນລະຫວ່າງ ຟີລິບປິນ ແລະ ຫວຽດນາມ ຈະນັບມື້ນັບຂະຫຍາຍຕົວໄປໃນທາງທີ່ດີງາມຍິ່ງໆຂຶ້ນ.

ພາຍໃນມຸມມອງອັນລະອຽດກວ່າ, ຂ້າພະເຈົ້າແມ່ນມີຄວາມປະທັບໃຈເປັນພິເສດ ຕໍ່ກັບການຂະຫຍາຍຕົວຢ່າງແຮງແກ່ນຂອງຂະແໜງການທ່ອງທ່ຽວສາກົນຢູ່ ຫວຽດນາມ. ບັນດາສະຖານທີ່ທ່ອງທ່ຽວທີ່ຂ້າພະເຈົ້າໄດ້ໄປຮອດ ເຊັ່ນ: ຮ່າໂນ້ຍ, ນະຄອນ ໂຮ່ຈີມິນ, ອ່າວ ຮ້າລອງ, ດານັງ ແລະ ນິງບິ່ງ ລ້ວນແຕ່ມີນັກທ່ອງທ່ຽວສາກົນຢ່າງໜາແໜ້ນ. ມັນບໍ່ແມ່ນເລື່ອງແປກເລີຍ ເມື່ອລາຍຮັບຈາກການທ່ອງທ່ຽວຖືກຄາດຄະເນວ່າ ໄດ້ປະກອບສ່ວນປະມານ 10% ເຂົ້າໃນ GDP ຂອງ ຫວຽດນາມ.

ພາຍໃນຂະບວນວິວັດທີ່ ຫວຽດນາມ ສືບຕໍ່ຂະຫຍາຍຕົວຂະແໜງການທ່ອງທ່ຽວ, ຟີລິບປິນ ສາມາດສະໜັບສະໜູນ ໂດຍການປະກອບສ່ວນສະໜອງບັນດາການບໍລິການ ແລະ ມາດຕະຖານການເບິ່ງແຍງດູແລ ທີ່ບັນລຸລະດັບສາກົນ ຜ່ານທາງການຄຸ້ມຄອງວິສາຫະກິດທ່ອງທ່ຽວຫຼາກຫຼາຍແຫ່ງຂອງ ຫວຽດນາມ ເຊັ່ນ: ໂຮງແຮມ, ເຂດຣີສອດ ແລະ ຂະແໜງອຸດສາຫະກຳບັນເທີງ.

ຄຽງຂ້າງນັ້ນ, ບັນດາຄູສອນພາສາອັງກິດຊາວ ຟີລິບປິນ ຈະດຳລົງບົດບາດອັນສຳຄັນ ພາຍໃນການຊ່ວຍເຫຼືອບັນດາຄູ່ຮ່ວມມື ຫວຽດນາມ ຍົກສູງຄວາມສາມາດພາຍໃນການນຳໃຊ້ພາສາອັງກິດ - ເຊິ່ງແມ່ນພາສາທີ່ນິຍົມໃຊ້ກັນທົ່ວໄປພາຍໃນການຄ້າ ແລະ ການທ່ອງທ່ຽວສາກົນ.

ສ່ວນທາງດ້ານ ຫວຽດນາມ, ພວກທ່ານສາມາດແບ່ງປັນກັບ ຟີລິບປິນ ບັນດາປະສົບການອັນດີງາມ ພາຍໃນການຊຸກຍູ້ການເຕີບໂຕເສດຖະກິດ ແລະ ຮັກສາການຂະຫຍາຍຕົວຂອງປະເທດຊາດ ກໍຄືປະຊາຊົນ. ຜົນສຳເລັດການເຕີບໂຕທາງດ້ານເສດຖະກິດຂອງ ຫວຽດນາມ ແມ່ນໄດ້ຮັບຄວາມຊົມເຊີຍ ແລະ ສະຫຼຸບຕີລາຄາສູງຈາກທຸກໆປະເທດ.

- ຕາມທັດສະນະຂອງທ່ານເອກອັກຄະລັດຖະທູດ, ພວກ ເຮົາຄວນເຮັດແນວໃດເພື່ອເພີ່ມທະວີຄວາມເຂົ້າອົກເຂົ້າໃຈ ແລະ ຄວາມຜູກພັນລະຫວ່າງປະຊາຊົນ ຫວຽດນາມ ແລະ ປະຊາຊົນ ຟີລິບປິນ, ຜ່ານນັ້ນປະກອບສ່ວນນຳເອົາສາຍພົວພັນສອງປະເທດຂະຫຍາຍຕົວຢ່າງຍືນຍົງ?

- ສອງຝ່າຍຈຳເປັນຕ້ອງມີຄວາມພະຍາຍາມຢ່າງຈິງຈັງ ແນໃສ່ຊອກຫາບັນດາຂົງເຂດການຮ່ວມມືທາງດ້ານການຄ້າ ແລະ ການແລກປ່ຽນເສດຖະກິດຕື່ມອີກ. ເມື່ອສາມາດບັນລຸໄດ້ເກີນຄາດໝາຍການຄ້າທະວີພາຄີ ທີ່ການນຳສອງປະເທດໄດ້ວາງອອກ, ສາຍພົວພັນທາງດ້ານການຄ້າ ແລະ ເສດຖະກິດທີ່ໜັກແໜ້ນ ຈະເປັນສິ່ງຄ້ຳປະກັນໃຫ້ແກ່ກຳລັງດັນການຂະຫຍາຍຕົວຂອງສາຍພົວພັນທະວີພາຄີ ໄດ້ຮັບການຮັກສາໄວ້ພາຍໃນອະນາຄົດອັນຍາວນານ.

ເວົ້າໃຫ້ເຖິງຖ່າຍ, ໜຶ່ງໃນບັນດາຄວາມຮັບຜິດຊອບອັນດັບຕົ້ນຂອງແຕ່ລະລັດຖະບານ ແມ່ນການຄ້ຳປະກັນການເຕີບໂຕທາງດ້ານເສດຖະກິດ ແລະ ຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນ. ສິ່ງນັ້ນຈະຖືກຫັນໃຫ້ເປັນຈິງໂດຍຜ່ານທາງການຄ້າ. ເມື່ອສອງປະເທດສາມາດເປີດກວ້າງບັນດາທິດທາງການຮ່ວມມືທາງດ້ານການຄ້າໃໝ່, ຜົນປະໂຫຍດຈະບໍ່ພຽງແຕ່ຂຶ້ນກັບບັນດາວິສາຫະກິດທີ່ເຂົ້າຮ່ວມເທົ່ານັ້ນ ແຕ່ຍັງຈະສົ່ງຜົນດີມາຍັງປະຊາຊົນ ໂດຍຜ່ານການສ້າງໂອກາດວຽກເຮັດງານທຳເພີ່ມຂຶ້ນ ໃນຂະນະທີ່ບັນດາວິສາຫະກິດເປີດກວ້າງການເຄື່ອນໄຫວ ແລະ ການປະກົດຕົວຂອງຕົນ.

ເອກອັກຄະລັດຖະທູດ ຟີລິບປິນ ປະຈຳ ຫວຽດນາມ: ຄູ່ຮ່ວມມືຍຸດທະສາດທີ່ໄດ້ຮັບການເພີ່ມທະວີ ເປີດໜ້າປະຫວັດສາດການຮ່ວມມືໃໝ່ລະຫວ່າງ ຫວຽດນາມ ແລະ ຟີລິບປິນ
ຄະນະນັກທ່ອງທ່ຽວ ຟີລິບປິນ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນເມື່ອໄປຢ້ຽມຢາມຕົວເມືອງເກົ່າ ໂຮ້ຍອານ. (ພາບ: TTXVN)

ພາຍໃນຂົງເຂດການແລກປ່ຽນລະຫວ່າງປະຊາຊົນ, ຫວຽດນາມ ສາມາດຊຸກຍູ້ໃຫ້ພົນລະເມືອງເດີນທາງໄປທ່ອງທ່ຽວຢູ່ ຟີລິບປິນ ນັບມື້ນັບຫຼາຍຂຶ້ນ. ພາຍໃນປີ 2025, ມີຊາວ ຟີລິບປິນ ຫຼາຍກວ່າ 482.000 ເທື່ອຄົນມາຢ້ຽມຢາມ ຫວຽດນາມ, ໃນຂະນະທີ່ມີນັກທ່ອງທ່ຽວ ຫວຽດນາມ ປະມານ 33.000 ເທື່ອຄົນເດີນທາງໄປ ຟີລິບປິນ. ຂ້າພະເຈົ້າຖືວ່າ ການເພີ່ມຂຶ້ນຂອງຈຳນວນນັກທ່ອງທ່ຽວທັງສອງສົ້ນ ຈະປະກອບສ່ວນເພີ່ມທະວີການແລກປ່ຽນລະຫວ່າງປະຊາຊົນ, ສ້າງກຳລັງດັນໃຫ້ລັດຖະບານສອງປະເທດສືບຕໍ່ຮັດແໜ້ນສາຍພົວພັນທະວີພາຄີ ຢູ່ເທິງພື້ນຖານຄວາມຜູກພັນລະຫວ່າງປະຊາຊົນສອງປະເທດ.

ກ່ຽວກັບການລົງທຶນ, ຂ້າພະເຈົ້າມີຄວາມມຸ່ງຫວັງວ່າ ຈະມີວິສາຫະກິດ ຫວຽດນາມ ໄປລົງທຶນຢູ່ ຟີລິບປິນ ນັບມື້ນັບຫຼາຍຂຶ້ນພາຍໃນຕໍ່ໜ້າ. ການສົ່ງອອກສິນຄ້າ ປະກອບສ່ວນຊຸກຍູ້ການຄ້າທະວີພາຄີ, ໃນຂະນະທີ່ການລົງທຶນເຂົ້າໃນດິນແດນຂອງກັນແລະກັນ ຈະສ້າງພື້ນຖານການຮ່ວມມືແບບຍາວນານ ແລະ ນຳເອົາຜົນປະໂຫຍດມາໃຫ້ທັງສອງຝ່າຍ. ວິສາຫະກິດຈະມີໂອກາດເປີດກວ້າງຕະຫຼາດຕື່ມອີກ, ສ່ວນປະຊາຊົນກໍຈະໄດ້ຮັບຜົນປະໂຫຍດໂດຍຜ່ານການສ້າງວຽກເຮັດງານທຳເພີ່ມຂຶ້ນ.

ເຖິງຢ່າງໃດກໍຕາມ, ສິ່ງອັນສຳຄັນແມ່ນບັນດາຂໍ້ຜູກພັນກັບນັກລົງທຶນ ຕ້ອງໄດ້ຮັບການເຄົາລົບ ແລະ ຈັດຕັ້ງປະຕິບັດຢ່າງຄົບຖ້ວນ, ເຖິງແມ່ນວ່າຈະມີການປ່ຽນແປງກ່ຽວກັບກົນໄກການນຳພາຢູ່ທ້ອງຖິ່ນກໍຕາມ. ສິ່ງນີ້ຈະປະກອບສ່ວນຮັດແໜ້ນຄວາມເຊື່ອໝັ້ນຂອງຊຸມຊົນວິສາຫະກິດ ແລະ ສ້າງສະພາບແວດລ້ອມອັນອຳນວຍຄວາມສະດວກ ເພື່ອຊຸກຍູ້ການຮ່ວມມືດ້ານການລົງທຶນ ແລະ ການຄ້າລະຫວ່າງສອງປະເທດ.

ຂໍຂອບໃຈທ່ານ!

ຊຸກຍູ້ການຮ່ວມມືທາງດ້ານວັດທະນະທຳ ເພີ່ມທະວີການຜູກພັນລະຫວ່າງປະຊາຊົນ ຫວຽດນາມ - ເຢຍລະມັນ ຊຸກຍູ້ການຮ່ວມມືທາງດ້ານວັດທະນະທຳ ເພີ່ມທະວີການຜູກພັນລະຫວ່າງປະຊາຊົນ ຫວຽດນາມ - ເຢຍລະມັນ

ຍສໝ​ - ວັນທີ 3 ກໍລະກົດ 2026 ຢູ່ທີ່ ສຳນັກງານກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ, ທ່ານ ຕ້າກວາງດົງ ລັດຖະມົນຕີຊ່ວຍວ່າການກະຊວງວັດທະນະທຳ, ກิລາ ແລະ ການທ່ອງທ່ຽວ ໄດ້ຕ້ອນຮັບ ແລະ ເຮັດວຽກຮ່ວມກັບ ຄະນະຜູ້ແທນລັດ Hessen (ປະເທດເຢຍລະມັນ) ໂດຍແມ່ນທ່ານ Kambiz ...

ວັດທະນະທຳຊາ ຫວຽດນາມ ສ້າງຂີດໝາຍຢູ່ທີ່ງານວາງສະແດງ BEYOND FOOD EXPO 2026 ວັດທະນະທຳຊາ ຫວຽດນາມ ສ້າງຂີດໝາຍຢູ່ທີ່ງານວາງສະແດງ BEYOND FOOD EXPO 2026

ຍສໝ - ສະເໜີບໍລິເວນວັດທະນະທຳຊາ ຫວຽດນາມ ຢູ່ທີ່ງານວາງສະແດງ BEYOND FOOD EXPO 2026 ທີ່ຂອນແກ່ນ (ປະເທດໄທ) ໄດ້ແນະນຳບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະຂອງ ຫວຽດນາມ, ນຳມາໃຫ້ເພື່ອນມິດສາກົນໄດ້ມີປະສົບການອັນເຕັມໄປດ້ວຍເອກະລັກວັດທະນະທຳ, ປະກອບສ່ວນໂຄສະນາພາບພົດປະເທດຊາດ, ມະນຸດ ຫວຽດນາມ ແລະ ຊຸກຍູ້ການຮ່ວມມືທາງດ້ານເສດຖະກິດ, ການພົບປະແລກປ່ຽນປະຊາຊົນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຫວຽດນາມ - ໄທ ຄົບຮອບ ...

Link: https://huunghivietlao.thoidai.com.vn/detail-article-22304.html

In bài biết