ເພີ່ມທະວີການຮ່ວມມືທາງດ້ານເສດຖະກິດ, ເຊື່ອມຕໍ່ວິສາຫະກິດ ລະຫວ່າງ ຫວຽດນາມ ແລະ Kyushu
| ຊຸກຍູ້ການຮ່ວມມືທາງດ້ານວັດທະນະທຳ ເພີ່ມທະວີການຜູກພັນລະຫວ່າງປະຊາຊົນ ຫວຽດນາມ - ເຢຍລະມັນ | |
| ວັດທະນະທຳຊາ ຫວຽດນາມ ສ້າງຂີດໝາຍຢູ່ທີ່ງານວາງສະແດງ BEYOND FOOD EXPO 2026 |
ຢູ່ທີ່ພິທີເຮັດວຽກ, ທ່ານກົງສຸນໃຫຍ່ ຈິ້ງທິມາຍເຟືອງ ໄດ້ສະແດງຄວາມປິຕິຊົມຊື່ນເມື່ອໄດ້ມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັບ Kyukeiren, ເຊິ່ງແມ່ນອົງການຈັດຕັ້ງທາງດ້ານເສດຖະກິດທີ່ມີຊື່ສຽງ ແລະ ມີອິດທິພົນຢູ່ເຂດ Kyushu (ຄີວຊູ), ດຳລົງບົດບາດອັນສຳຄັນພາຍໃນການສະໜັບສະໜູນການຂະຫຍາຍຕົວເສດຖະກິດພາກພື້ນ, ຍົກສູງສະມັດຖະພາບການແຂ່ງຂັນຂອງວິສາຫະກິດ ແລະ ເພີ່ມທະວີການຮ່ວມມືສາກົນ, ພາຍໃນນັ້ນມີ ຫວຽດນາມ.
ທ່ານກົງສຸນໃຫຍ່ ໄດ້ເນັ້ນໜັກວ່າ ສາຍພົວພັນ ຫວຽດນາມ – ຍີ່ປຸ່ນ ພວມຂະຫຍາຍຕົວຢ່າງແຮງແກ່ນ ຢູ່ເທິງພື້ນຖານຄູ່ຮ່ວມມືຍຸດທະສາດຮອບດ້ານ, ສ້າງຫຼາກຫຼາຍໂອກາດເພື່ອເປີດກວ້າງການຮ່ວມມືຢ່າງແທ້ຈິງ ລະຫວ່າງ ຫວຽດນາມ ແລະ ຄີວຊູ ເຊັ່ນ: ເຄິ່ງຕົວນຳ, ປັນຍາປະດິດ, ເຕັກໂນໂລຊີສູງ, ອຸດສາຫະກຳສະໜັບສະໜູນ, ການຜະລິດລົດໂອໂຕ, ໂລຈິສຕິກ, ພະລັງງານສີຂຽວ, ກະສິກຳຄຸນນະພາບສູງ, ການທ່ອງທ່ຽວ ແລະ ການກໍ່ສ້າງແຫຼ່ງບຸກຄະລາກອນ. ພ້ອມທັງຕີລາຄາສູງຕໍ່ການທີ່ Kyukeiren ພາຍໃນຫຼາກຫຼາຍປີຜ່ານມາ ໄດ້ຕັ້ງໜ້າຈັດຕັ້ງບັນດາຄະນະວິສາຫະກິດເດີນທາງໄປ ຫວຽດນາມ ເພື່ອຊອກຮູ້ສະພາບແວດລ້ອມການລົງທຶນ, ການດຳເນີນທຸລະກິດ ແລະ ຊອກຫາຄູ່ຮ່ວມມື, ທ່ານນາງ ຈິ້ງທິມາຍເຟືອງ ໄດ້ຢັ້ງຢືນວ່າ, ສະຖານກົງສຸນໃຫຍ່ ຫວຽດນາມ ປະຈຳ Fukuoka ຈະສືບຕໍ່ຮ່ວມເດີນທາງ, ເຮັດໜ້າທີ່ເປັນຂົວຕໍ່ລະຫວ່າງ Kyukeiren ກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ມະຫາວິທະຍາໄລ, ສະຖາບັນຄົ້ນຄວ້າ ແລະ ວິສາຫະກິດ ຫວຽດນາມ.
![]() |
| ທ່ານກົງສຸນໃຫຍ່ ຈິ້ງທິມາຍເຟືອງ ມອບຂອງຂວັນທີ່ລະນຶກໃຫ້ແກ່ ປະທານ Kyukeiren. (ພາບ: ສະຖານກົງສຸນໃຫຍ່ ຫວຽດນາມ ປະຈຳ Kyukeiren) |
ເນື່ອງໃນໂອກາດນີ້, ທ່ານກົງສຸນໃຫຍ່ ໄດ້ເຊື້ອເຊີນທາງຝ່າຍ Kyukeiren ແຕ່ງຕັ້ງຄະນະຜູ້ແທນເຂົ້າຮ່ວມ ເວທີປາໄສການຮ່ວມມືທ້ອງຖິ່ນ ຫວຽດນາມ – ຍີ່ປຸ່ນ ເຊິ່ງຄາດຄະເນວ່າຈະຈັດຕັ້ງຂຶ້ນຢູ່ ຫວຽດນາມ ພາຍໃນເດືອນກັນຍາ 2026, ໃນຂະນະດຽວກັນ ກໍປະສານງານຂົນຂວາຍບັນດາວິສາຫະກິດ Kyushu ເຂົ້າຮ່ວມບັນດາການເຄື່ອນໄຫວສົ່ງເສີມ ໂດຍແມ່ນສະຖານກົງສຸນໃຫຍ່ຈັດຕັ້ງຂຶ້ນພາຍໃນປີ 2026, ພາຍໃນນັ້ນມີໂຄງການ ວັນຫວຽດນາມ (Vietnam Day) ແລະ ກອງປະຊຸມສໍາມະນາການທ່ອງທ່ຽວ ຫວຽດນາມ – ຄີວຊູ.
ຕາງໜ້າໃຫ້ແກ່ຝ່າຍຕົນ, ທ່ານປະທານ ຄາຊູຮິໂຣ ອິເຄເບະ ໄດ້ຕີລາຄາສູງຕໍ່ບົດບາດຂອງ ສະຖານກົງສຸນໃຫຍ່ ຫວຽດນາມ ປະຈຳ ຟູກູໂອກະ ພາຍໃນການສະໜັບສະໜູນຊ່ວຍເຫຼືອ Kyukeiren ຈັດຕັ້ງບັນດαຄະນະວິສາຫະກິດເດີນທາງໄປ ຫວຽດນາມ, ເຊື່ອມຕໍ່ກັບບັນດາທ້ອງຖິ່ນ ແລະ ວິສາຫະກິດ ຫວຽດນາມ ໂດຍຜ່ານທາງຫຼາກຫຼາຍການເຄື່ອນໄຫວສົ່ງເສີມການລົງທຶນ ແລະ ການຄ້າ.
ທ່ານໄດ້ຢັ້ງຢືນວ່າ, ຫວຽດນາມ ສືບຕໍ່ແມ່ນຄູ່ຮ່ວມມືອັນສຳຄັນຂອງ ຄີວຊູ ດ້ວຍຫຼາກຫຼາຍທ່າແຮງການຮ່ວມມືພາຍໃນບັນດາຂົງເຂດເຕັກໂນໂລຊີສູງ, ເຄິ່ງຕົວນຳ (semi-conductor), ການຜະລິດລົດໂອໂຕ, logistics, ກະສິກຳ, ການທ່ອງທ່ຽວ ແລະ ການຂະຫຍາຍຕົວແຫຼ່ງບຸກຄະລາກອນ. Kyukeiren ຈະສືບຕໍ່ຊຸກຍູ້ບັນດາວິສາຫະກິດສະມາຊິກ ເປີດກວ້າງການຊອກຮູ້ຕະຫຼາດ, ຊຸກຍູ້ການລົງທຶນ, ໃນຂະນະດຽວກັນ ກໍຄາດຄະເນວ່າຈະຈັດຕັ້ງຄະນະວິສາຫະກິດ ຄີວຊູ ເດີນທາງໄປ ຫວຽດນາມ ພາຍໃນປີ 2027 ແລະ ມຸ່ງຫວັງວ່າຈະສືບຕໍ່ໄດ້ຮັບການປະສານງານ, ສະໜັບສະໜູນຊ່ວຍເຫຼືອຢ່າງຕັ້ງໜ້າ ຈາກສະຖານກົງສຸນໃຫຍ່ ຫວຽດນາມ ປະຈຳ Kyukeiren.
ເມື່ອສิ້ນສຸດພິທີເຮັດວຽກ, ສອງຝ່າຍໄດ້ເປັນເອກະພາບຮັກສາການແລກປ່ຽນເປັນປະຈຳ, ເພີ່ມທະວີການປະສານງານພາຍໃນການເຊື່ອມຕໍ່ວິສາຫະກິດ, การແລກປ່ຽນຄະນະຜູ້ແທນ, ແບ່ງປັນຂໍ້ມູນຂ່າວສານກ່ຽວກັບສະພາບແວດລ້ອມການລົງທຶນ ແລະ ສະໜັບສະໜູນຊ່ວຍເຫຼືອວິສາຫະກິດສອງຝ່າຍຊອກຫາໂອກາດການຮ່ວມມື. ສອງຝ່າຍກໍໄດ້ເອກະພາບປະສານງານກຽມພ້ອມຢ່າງມີປະສິດທິຜົນ ໃຫ້ແກ່ຄະນະວິສາຫະກິດ Kyushu ເດີນທາງໄປ ຫວຽດນາມ ພາຍໃນປີ 2027, ປະກອບສ່ວນນຳເອົາສາຍພົວພັນການຮ່ວມມືທາງດ້ານເສດຖະກິດ ລະຫວ່າງ ຫວຽດນາມ ແລະ ເຂດ Kyushu ຂະຫຍາຍຕົວນັບມື້ນັບແທດຕົວຈິງ ແລະ ມີປະສິດທິຜົນສູງ.
| ການຫັນປ່ຽນດິຈິຕອນ ເປີດກວ້າງໂອກາດການຂະຫຍາຍຕົວ ໃຫ້ແກ່ພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ຍສໝ - ບາງທັດສະນະຢູ່ເທິງເຄືອຂ່າຍອິນເຕີເນັດ ໄດ້ສວຍໂອກາດນຳໃຊ້ຄວາມຫຍຸ້ງຍາກ ຢູ່ເຂດພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ ເພື່ອໃຫ້ທັດສະນະວ່າ ການຫັນປ່ຽນດິຈິຕອນ ພວມເຮັດໃຫ້ໄລຍະຫ່າງການຂະຫຍາຍຕົວເພີ່ມຂຶ້ນ, ພໍ່ແມ່ປະຊາຊົນບໍ່ໄດ້ຮັບຜົນປະໂຫຍດຢ່າງຄົບຖ້ວນ ຈາກໝາກຜົນຂອງການປະຕິວັດອຸດສາຫະກຳ ຄັ້ງທີ ສີ່. ເຖິງຢ່າງໃດກໍຕາມ, ເມື່ອເບິ່ງຈາກແຜນນະໂຍບາຍຂອງພັກ, ນະໂຍບາຍຂອງລັດ ແລະ ຕົວຈິງການຜັນຂະຫຍາຍ, ບັນດາການຮັບຮູ້ນັ້ນ ແມ່ນບໍ່ໄດ້ສະທ້ອນໃຫ້ເຫັນຢ່າງຖືກຕ້ອງ ເຖິງທາດແທ້ຂອງວິວັດທະນາການຂະຫຍາຍຕົວຢ່າງຮອບດ້ານ ທີ່ ຫວຽດນາມ ພວມສະແຫວງຫາ. |
| ຜັນຂະຫຍາຍລະບົບຄຸນຄ່າແຫ່ງຊາດ, ລະບົບຄຸນຄ່າວັດທະນະທຳ, ຄອບຄົວ ແລະ ມາດຕະຖານມະນຸດ ຫວຽດນາມ ຢ່າງຄົບຊຸດ ຍສໝ - ທ່ານນາຍົກລັດຖະມົນຕີ ມີຂໍ້ຕົກລົງສະບັບເລກທີ 1189/QĐ-TTg ລົງວັນທີ 2 ກໍລະກົດ 2026 ປະກາດໃຊ້ ແຜນການຜັນຂະຫຍາຍລະບົບຄຸນຄ່າແຫ່ງຊາດ, ລະບົບຄຸນຄ່າວັດທະນະທຳ, ລະບົບຄຸນຄ່າຄອບຄົວ, ມາດຕະຖານມະນຸດ ຫວຽດນາມ ຢ່າງຄົບຊຸດ. |
