16:47 | 02/07/2026

ຫວຽດນາມ ຊຸກຍູ້ການຮ່ວມມືຢ່າງແທ້ຈິງ ກັບບັນດາປະເທດ ອາຟຣິກາຕາເວັນຕົກ

ຈຳປາສັກ ສະເໜີຮ່ວມມືກັບ ເກີນເທີ ຫຼາກຫຼາຍກິດຈະກຳ
ພາບສາກ 50 ປີ ແຫ່ງນະຄອນທີ່ໄດ້ຮັບກຽດຕັ້ງຊື່ຕາມທ່ານປະທານໂຮ່ຈີມິນ ຮຸ່ງເຮືອງສະຫວ່າງສະໄຫວ ຢູ່ໃຈກາງ Seoul

ທ່ານ ເລແອງຕວນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ມີບັນດາການເຮັດວຽກຮ່ວມກັບ ທ່ານ Yusuf Maitama Tuggar, ລັດຖະມົນຕີກະຊວງການຕ່າງປະເທດ ປະເທດ Nigeria ແລະ ທ່ານ Omar Alieu Touray, ປະທານຄະນະກຳມະການປະຊາຄົມເສດຖະກິດບັນດາປະເທດ ອາຟຣິກາຕາເວັນຕົກ (ECOWAS) ເພື່ອແນໃສ່ຊຸກຍູ້ສາຍພົວພັນຮ່ວມມື ລະຫວ່າງ ຫວຽດນາມ ກັບບັນດາປະເທດ ອາຟຣິກາຕາເວັນຕົກ.

ຫວຽດນາມ ຊຸກຍູ້ການຮ່ວມມືຢ່າງແທ້ຈິງ ກັບບັນດາປະເທດ ອາຟຣິກາຕາເວັນຕົກ
ທ່ານ ເລແອງຕວນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຖ່າຍພາບຮ່ວມກັນກັບ ທ່ານ Dunoma Umar Ahmed, ຮອງລັດຖະມົນຕີປະຈຳການກະຊວງການຕ່າງປະເທດ Nigeria. (ພາບ: TTXVN ປະກາດ).

ໃນການເຈລະຈາຮ່ວມກັບ ທ່ານ Yusuf Maitama Tuggar, ລັດຖະມົນຕີກະຊວງການຕ່າງປະເທດ ປະເທດ Nigeria, ທ່ານຮອງລັດຖະມົນຕີ ເລແອງຕວນ ໄດ້ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍໃຫ້ຄວາມສຳຄັນຕໍ່ສາຍພົວພັນກັບບັນດາປະເທດເພື່ອນມິດ ອາຟຣິກາ, ພາຍໃນນັ້ນ ປະເທດ Nigeria ແມ່ນຄູ່ຮ່ວມມືບຸລິມະສິດ ແລະ ແມ່ນປະຕູອັນສຳຄັນ ເພື່ອເພີ່ມທະວີການປະກົດຕົວຢູ່ທີ່ຕະຫຼາດ ອາຟຣິກາ. ທ່ານຮອງລັດຖະມົນຕີ ໄດ້ສະເໜີໃຫ້ກະຊວງການຕ່າງປະເທດສອງປະເທດ ສືບຕໍ່ເສີມຂະຫຍາຍບົດບາດປະສານງານ, ຊຸກຍູ້ການຮ່ວມມືບົນບັນດາຂົງເຂດທີ່ມີທ່າແຮງຮ່ວມກັນ, ປະກອບສ່ວນນຳພາສາຍພົວພັນທະວິພາຄີໃຫ້ຂະຫຍາຍຕົວຢ່າງແທ້ຈິງ ແລະ ມີປະສິດທິຜົນກວ່າເກົ່າ.

ທ່ານລັດຖະມົນຕີ Yusuf Maitama Tuggar ໄດ້ຕີລາຄາສູງຕໍ່ກັບບັນດາໝາກຜົນແຫ່ງການຂະຫຍາຍຕົວຂອງ ຫວຽດນາມ, ໃນຂະນະດຽວກັນ ກໍໄດ້ຢັ້ງຢືນວ່າ ປະເທດ Nigeria ມີຄວາມມຸ່ງມາດປາດຖະໜາທີ່ຈະເປີດກວ້າງການຮ່ວມມືກັບ ຫວຽດນາມ ບົນບັນດາຂົງເຂດການຄ້າ, ການລົງທຶນ, ກະສິກຳ, ພະລັງງານ ແລະ ການຫັນເປັນດິຈິຕອນ. ສອງຝ່າຍກໍໄດ້ມີຄວາມເປັນເອກະພາບກັນທີ່ຈະສົມທົບກັນຜັນຂະຫຍາຍບັນດາກົນໄກການຮ່ວມມືທະວິພາຄີຢ່າງມີປະສິດທິຜົນ ພາຍໃນໄລຍະເວລາຈະມາເຖິງ.

ໃນການເຮັດວຽກຮ່ວມກັບ ທ່ານ Omar Alieu Touray, ປະທານຄະນະກຳມະການ ECOWAS, ທ່ານຮອງລັດຖະມົນຕີ ເລແອງຕວນ ໄດ້ເນັ້ນໜັກວ່າ ຫວຽດນາມ ໄດ້ກຳນົດເອົາ ອາຟຣິກາຕາເວັນຕົກ ແມ່ນໜຶ່ງພາຍໃນບັນດາເຂດຈຸດສຸມ ພາຍໃນນະໂຍບາຍການຕ່າງປະເທດຕໍ່ກັບ ອາຟຣິກາ ແລະ ມີຄວາມມຸ່ງມາດປາດຖະໜາທີ່ຈະສ້າງຕັ້ງສາຍພົວພັນຢ່າງເປັນທາງການກັບ ECOWAS ໂດຍໄວ. ຫວຽດນາມ ໄດ້ສະເໜີເພີ່ມທະວີການຮ່ວມມືກັບກຸ່ມດັ່ງກ່າວ ບົນບັນດາຂົງເຂດ ເຊັ່ນ: ກະສິກຳ, ການຮັກສາສັນຕິພາບ, ການສ້າງສາຄືນໃໝ່ ແລະ ການຟື້ນຟູພາຍຫຼັງການປະທະກັນ, ການຫັນເປັນດິຈິຕອນ ແລະ ການໂທລະຄົມມະນາຄົມ.

ທ່ານປະທານ Omar Alieu Touray ໄດ້ສະແດງຄວາມສະໜັບສະໜູນຕໍ່ກັບການທີ່ ຫວຽດນາມ ເພີ່ມທະວີສາຍພົວພັນກັບ ECOWAS ແລະ ບັນດາປະເທດສະມາຊິກ, ພ້ອມທັງໄດ້ເຫັນດີເປັນເອກະພາບທີ່ຈະຊຸກຍູ້ການເຈລະຈາ, ລົງນາມໃນບົດບັນທຶກຄວາມເຂົ້າໃຈການຮ່ວມມື ລະຫວ່າງ ກະຊວງການຕ່າງປະເທດ ຫວຽດນາມ ແລະ ຄະນະກຳມະການ ECOWAS, ເພື່ອສ້າງຂອບການຮ່ວມມື ພາຍໃນໄລຍະເວລາຈະມາເຖິງ.

ໜຶ່ງປີແຫ່ງການເຄື່ອນໄຫວຮູບແບບໃໝ່: ສ້າງບາດກ້າວຫັນປ່ຽນທາງດ້ານຄຸນນະພາບ ພາຍໃນການບໍລິຫານຄຸ້ມຄອງປະເທດຊາດ ຕາມທິດທາງທັນສະໄໝ ໜຶ່ງປີແຫ່ງການເຄື່ອນໄຫວຮູບແບບໃໝ່: ສ້າງບາດກ້າວຫັນປ່ຽນທາງດ້ານຄຸນນະພາບ ພາຍໃນການບໍລິຫານຄຸ້ມຄອງປະເທດຊາດ ຕາມທິດທາງທັນສະໄໝ

ຍສໝ - ຜ່ານໄລຍະ 1 ປີ ແຫ່ງການເຄື່ອນໄຫວຮູບແບບໃໝ່ ໄດ້ຢັ້ງຢືນເຖິງລັກສະນະດີເດັ່ນ ເມື່ອທຽບໃສ່ກັບຮູບແບບເກົ່າ, ສະແດງໃຫ້ເຫັນເຖິງຄວາມຖືກຕ້ອງ, ແມ່ນບາດກ້າວຂະຫຍາຍຕົວທາງດ້ານທິດສະດີ ແລະ ພຶດຕິກຳຕົວຈິງ, ຫັນປ່ຽນແນວຄິດຢ່າງແຂງແຮງ ຈາກການຄຸ້ມຄອງບໍລິຫານ ໄປສູ່ການສ້າງຕັ້ງເພື່ອການຂະຫຍາຍຕົວ, ສະຫາຍ ຫງວຽນຢຸຍຫງອກ, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ໃຫ້ຮູ້.

50 ປີ ແຫ່ງນະຄອນທີ່ໄດ້ຮັບກຽດຕັ້ງຊື່ຕາມທ່ານປະທານໂຮ່ຈີມິນ: ຈຸດເຕົ້າໂຮມຫຼວງຫຼາຍຄຸນຄ່າວັດທະນະທຳອັນເປັນເອກະລັກ 50 ປີ ແຫ່ງນະຄອນທີ່ໄດ້ຮັບກຽດຕັ້ງຊື່ຕາມທ່ານປະທານໂຮ່ຈີມິນ: ຈຸດເຕົ້າໂຮມຫຼວງຫຼາຍຄຸນຄ່າວັດທະນະທຳອັນເປັນເອກະລັກ

ຍສໝ - ປັດຈຸບັນ, ນະຄອນ ໂຮ່ຈີມິນ ແມ່ນສູນກາງເສດຖະກິດ, ວັດທະນະທຳຂະໜາດໃຫຍ່ຂອງທົ່ວປະເທດ, ທັງເປັນຕົວເມືອງທີ່ມີຄວາມຂະຫຍາຍຕົວຢ່າງຂະຫຍັນຂັນເຄື່ອນ, ເປັນຫົວໜ້າແຖວພາຍໃນການຫັນປ່ຽນໃໝ່, ການປະດິດສ້າງ ແລະ ການເຊື່ອມໂຍງເຂົ້າກັບສາກົນ. ເສັ້ນທາງແຫ່ງການຂະຫຍາຍຕົວຕະຫຼອດ 50 ປີ ນັບແຕ່ນະຄອນ ໄຊງ່ອນ - ຢາດິ້ງ (Sài Gòn - Gia Định) ໄດ້ຮັບກຽດຕັ້ງຊື່ຕາມທ່ານປະທານ ...

Link: https://huunghivietlao.thoidai.com.vn/detail-article-22278.html

In bài biết