17:01 | 28/06/2026

ເສີມຂະຫຍາຍບົດບາດສະກັດໜ້າຂອງຊາວໜຸ່ມ ພາຍໃນຍຸກສະໄໝໃໝ່

ເພີ່ມທະວີການຮ່ວມມືດ້ານຍຸຕິທຳ, ແລກປ່ຽນບົດຮຽນການໄກ່ເກ່ຍລະຫວ່າງ ຫວຽດນາມ - ບູນກາລີ
Saint Petersburg ມຸ່ງມາດປາດຖະໜາຢາກຂະຫຍາຍການຮ່ວມມືດ້ານນິຕິກຳ, ການສຶກສາ ແລະ ການແລກປ່ຽນປະຊາຊົນ ກັບ ຫວຽດນາມ
ເສີມຂະຫຍາຍບົດບາດສະກັດໜ້າຂອງຊາວໜຸ່ມ ພາຍໃນຍຸກສະໄໝໃໝ່
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ກ່າວຄຳເຫັນຊີ້ນຳ, ຕອນເຊົ້າວັນທີ 25 ມິຖຸນາ. ພາບ: ທົ້ງເຍິດ/TTXVN

ສະຕິປັນຍາ ແລະ ຄວາມສ້າງສັນ - ຮາກຖານແຫ່ງຄວາມມຸ່ງມາດປາດຖະໜາອຸທິດຕົນ

ພາຍໃນບັນດາສານຊີ້ນຳທີ່ທ່ານເລຂາທິການໃຫຍ່, ປະທານປະເທດ ໄດ້ເນັ້ນຢ້ຽມຢູ່ທີ່ກອງປະຊຸມໃຫຍ່, ຂໍ້ກຳນົດກໍ່ສ້າງຄົນຮຸ່ນໜຸ່ມໃຫ້ຮຽນຮູ້ຕະຫຼອດຊີວິດ, ເປັນເຈົ້າວິທະຍາສາດ - ເຕັກໂນໂລຊີ, ສະກັດໜ້າການປ່ຽນແປງໃໝ່ຢ່າງສ້າງສັນ ແລະ ການຫັນເປັນດິຈິຕອນ ໄດ້ຮັບການເອົາໃຈໃສ່ເປັນພິເສດຈາກຫຼວງຫຼາຍສະມາຊິກຊາວໜຸ່ມ. ນີ້ກໍແມ່ນທິດທາງທີ່ເໝາະສົມກັບຂໍ້ກຳນົດການພັດທະນາຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ພາຍໃນສະພາບແວດລ້ອມທີ່ວິທະຍາສາດ - ເຕັກໂນໂລຊີ ພວມສ້າງໃຫ້ມີການປ່ຽນແປງຢ່າງແຂງແຮງຕໍ່ກັບທຸກຂົງເຂດຂອງຊີວິດການເປັນຢູ່.

ພາຍໃນຖານະເປັນເລຂາຄະນະຊາວໜຸ່ມຮາກຖານ, ຜູ້ອຳນວຍການບໍລິສັດ ບໍລິສັດ ຈຳກັດ ເຫັດຊີວະພາບ ຫວຽດນາມ (Vinabiomush), ສະຫາຍ ເຈิ່ນຕາຍ ໄດ້ແບ່ງປັນວ່າ, ສິ່ງທີ່ສະຫາຍຈັບອົກຈັບໃຈທີ່ສຸດພາຍໃນບົດກ່າວຄຳເຫັນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແມ່ນສານກ່ຽວກັບການທີ່ຊາວໜຸ່ມຕ້ອງເປັນເຈົ້າອະນາຄົດດ້ວຍສະຕິປັນຍາ, ວິທະຍາສາດ - ເຕັກໂນໂລຊີ, ຄວາມສ້າງສັນ ແລະ ຄວາມມຸ່ງມາດປາດຖະໜາອຸທິດຕົນ; ໃນຂະນະດຽວກັນກໍຕ້ອງຫັນຈິດໃຈດັ່ງກ່າວໃຫ້ກາຍເປັນບັນດາການເຄື່ອນໄຫວຕົວຈິງພາຍໃນການຮຽນຮູ້, ການອອກແຮງງານ ແລະ ການເລີ່ມຕົ້ນທຸລະກິດ.

ຕາມສະຫາຍ ເຈิ່ນຕາຍ ແລ້ວ, ການຕິດຕາມຂົງເຂດການຄົ້ນຄວ້າ ແລະ ພັດທະນາເຫັດເປັນຢາມາເປັນເວລາຫຼາຍປີ ຊ່ວຍໃຫ້ສະຫາຍຮັບຮູ້ໄດ້ວ່າ ສະຕິປັນຍາເອງແມ່ນຮາກຖານທີ່ສ້າງຄຸນຄ່າອັນຍືນຍົງ. ພາຍໃນສະພາບການແຂ່ງຂັນນັບມື້ນັບໃຫຍ່ຫຼວງ, ຄົນໜຸ່ມສາວມີພຽງແຕ່ສາມາດຢັ້ງຢືນຕົນເອງໄດ້ ກໍຕໍ່ເມື່ອມີການຮຽນຮູ້, ຄົ້ນຄວ້າຢ່າງບໍ່ຢຸດຢັ້ງ ແລະ ປະຍຸກໃຊ້ວິທະຍາສາດເຂົ້າສູ່ຕົວຈິງ ເພື່ອສ້າງບັນດາຜະລິດຕະພັນທີ່ມີຄຸນນະພາບ ແລະ ເພີ່ມຄຸນຄ່າສ່ວນຂະຫຍາຍ. ສິ່ງທີ່ຄຳສຳຄັນ ບໍ່ພຽງແຕ່ແມ່ນການປະຍຸກໃຊ້ເຕັກໂນໂລຊີ ເພື່ອຍົກສູງສະມັດຖະພາບ ຫຼື ປະສິດທິຜົນການບໍລິຫານເທົ່ານັ້ນ, ແຕ່ຍັງແມ່ນການສ້າງບັນດາກຸນຄ່າໃໝ່ຈາກສະຕິປັນຍາ, ປະກອບສ່ວນຍົກສູງຄຸນນະພາບຜະລິດຕະພັນ ແລະ ເປີດກວ້າງໂອກາດການຂະຫຍາຍຕົວໃຫ້ແກ່ຂົງເຂດກະສິກຳເຕັກໂນໂລຊີສູງ.

ເສີມຂະຫຍາຍບົດບາດສະກັດໜ້າຂອງຊາວໜຸ່ມ ພາຍໃນຍຸກສະໄໝໃໝ່
ສະຫາຍ ເຈິ່ນຕາຍ, ເລຂາຄະນະຊາວໜຸ່ມຮາກຖານ, ຜູ້ອຳນວຍການບໍລິສັດ ບໍລິສັດ ຈຳກັດ Vinabiomush ຫວຽດນາມ ກວດກາຂະບວນການເພາະປູກເຫັດເປັນຢາ ທີ່ປະຍຸກໃຊ້ເຕັກໂນໂລຊີຊີວະພາບ ຢູ່ທີ່ສະຖານທີ່ຜະລິດ. ພາບ: TTXVN ອອກອາກາດ

ບໍ່ພຽງແຕ່ຢຸດຢູ່ທີ່ການພັດທະນາທຸລະກິດເທົ່ານັ້ນ, ສະຫາຍ ເຈິ່ນຕາຍ ຍັງໄດ້ຕັ້ງໜ້າຖ່າຍທອດເຕັກໂນໂລຊີໃຫ້ແກ່ບັນດາບຸກຄົນ, ວິສາຫະກິດ ແລະ ຊ່ວຍເຫຼືອຫຼວງຫຼາຍຄົນໜຸ່ມສາວເລີ່ມຕົ້ນທຸລະກິດ ພາຍໃນຂົງເຂດກະສິກຳເຕັກໂນໂລຊີສູງ. ເມື່ອຊາວໜຸ່ມໄດ້ຮັບການເຂົ້າເຖິງເຕັກໂນໂລຊີ, ໄດ້ຝຶກປະຕິບັດການຄົ້ນຄວ້າ ແລະ ມີສະພາບແວດລ້ອມເພື່ອທົດລອງບັນດາຄວາມຄິດລິເລີ່ມໃໝ່, ເຂົາເຈົ້າຈະມີຄວາມໝັ້ນໃຈກວ່າເກົ່າ ບົນເສັ້ນທາງການສ້າງຕັ້ງຕົນເອງ, ສ້າງອາຊີບ.

ຈາກຕົວຈິງແຫ່ງການເຄື່ອນໄຫວຂອງຕົນ, ສະຫາຍ ເຈິ່ນຕາຍ ຖືວ່າ, ເພື່ອຫັນຈິດໃຈ "ຊາວໜຸ່ມ ຫວຽດນາມ ເປັນເຈົ້າອະນາຄົດດ້ວຍສະຕິປັນຍາ, ຄຸນທາດ ແລະ ຄວາມສ້າງສັນ" ໃຫ້ປະກົດຜົນເປັນຈິງ, ຄະນະຊາວໜຸ່ມທຸກຂັ້ນ ຈຳເປັນຕ້ອງສືບຕໍ່ເພີ່ມທະວີການເຊື່ອມຕໍ່ລະຫວ່າງມະຫາວິທະຍາໄລ, ສະຖາບັນຄົ້ນຄວ້າ ກັບວິສາຫະກິດ ແນໃສ່ນຳເອົາໝາກຜົນການຄົ້ນຄວ້າເຂົ້າສູ່ຕົວຈິງຢ່າງວ່ອງໄວ; ໃນຂະນະດຽວກັນກໍຕ້ອງມີບັນດານະໂຍບາຍຊ່ວຍເຫຼືອຊາວໜຸ່ມຕື່ມອີກ ກ່ຽວກັບແຫຼ່ງທຶນ, ຊັບສິນທາງປັນຍາ, ການຖ່າຍທອດເຕັກໂນໂລຊີ ແລະ ການພັດທະນາລະບົບນິເວດການເລີ່ມຕົ້ນທຸລະກິດແບບປ່ຽນແປງໃໝ່ຢ່າງສ້າງສັນ.

ຄຽງຂ້າງນັ້ນ, ການຂະຫຍາຍບັນດາເນື້ອທີ່ສ້າງສັນ, ຫ້ອງທົດລອງແບບເປີດ, ການເພີ່ມທະວີການບຳລຸງສ້າງທັກສະດ້ານດິຈິຕອນ, ປັນຍາປະດິດ, ພາສາຕ່າງປະເທດ ແລະ ສະມັດຖະພາບການເຊື່ອມໂຍງສາກົນ ກໍຈະສ້າງເງື່ອນໄຂເພື່ອໃຫ້ຫຼວງຫຼາຍຊາວໜຸ່ມກ້າຫານເຂົ້າຮ່ວມການຄົ້ນຄວ້າວິທະຍາສາດ, ເລີ່ມຕົ້ນທຸລະກິດ ແລະ ພັດທະນາທຸລະກິດບົນພື້ນຖານເຕັກໂນໂລຊີ.

ປ່ຽນແປງໃໝ່ຂະບວນການຈາກຕົວຈິງຂອງທ້ອງຖິ່ນ

ໄລຍະຜ່ານມາ, ຫຼວງຫຼາຍຮາກຖານຄະນະຊາວໜຸ່ມ ຢູ່ນະຄອນ ໂຮ່ຈີມິນ ໄດ້ສ້າງຕັ້ງແຜນງານການເຄື່ອນໄຫວທີ່ຕິດຕາມຂໍ້ກຳນົດຂອງຕົວຈິງ, ຄັດເລືອກບັນດາເນື້ອໃນທີ່ເໝາະສົມກັບຈຸດພິເສດຂອງແຕ່ລະທ້ອງບໍລິເວນ ແທນທີ່ຈະຜັນຂະຫຍາຍຂະບວນການຕາມວິທີການແບບຢາຍກັນໄປ.

ເສີມຂະຫຍາຍບົດບາດສະກັດໜ້າຂອງຊາວໜຸ່ມ ພາຍໃນຍຸກສະໄໝໃໝ່
ສະມາຊິກຄະນະຊາວໜຸ່ມ ຂອງຄະນະຊາວໜຸ່ມຕາແສງ ຫວູງເຕົ່າ ຊ່ວຍເຫຼືອປະຊາຊົນເຮັດຂັ້ນຕອນການບໍລິຫານ ຢູ່ທີ່ສູນບໍລິການການບໍລິຫານພາກລັດຕາແສງ. ພາບ: TTXVN ອອກອາກາດ

ສະຫາຍ ມາຍວັນເຢືອງ, ເລຂາຄະນະຊາວໜຸ່ມຕາແສງ ຫວູງເຕົ່າ (Vũng Tàu) (ນະຄອນ ໂຮ່ຈີມິນ) ໃຫ້ຮູ້ວ່າ, ແຜນງານການເຄື່ອນໄຫວອາຍຸການ 2026 - 2031 ຂອງຄະນະຊາວໜຸ່ມຕາແສງ ຫວູງເຕົ່າ ໄດ້ຮັບການສ້າງຕັ້ງຂຶ້ນບົນທັດສະນະເອົາປະສິດທິຜົນແຫ່ງການຮັບໃຊ້ປະຊາຊົນ ເປັນບັນທັດຖານວັດແທກຄຸນນະພາບການເຄື່ອນໄຫວຂອງອົງການຈັດຕັ້ງຄະນະຊາວໜຸ່ມ; ເອົາຄວາມເຕີບໃຫຍ່ຂະຫຍາຍຕົວຂອງສະມາຊິກຊາວໜຸ່ມເປັນຄາດໝາຍ ແລະ ເອົາຄຸນຄ່າທີ່ນຳມາໃຫ້ແກ່ຄຸ້ມຊຸມຊົນເປັນມາດຖານປະເມີນປະສິດທິຜົນຂອງແຕ່ລະກິດຈະກຳ, ວຽກງານຊາວໜຸ່ມ.

ຈາກທິດທາງດັ່ງກ່າວ, ວຽກງານການສຶກສາມູນເຊື້ອໄດ້ຮັບການປ່ຽນແປງໃໝ່ ຜ່ານຮູບແບບ "ເນື້ອທີ່ວັດທະນະທຳ ໂຮ່ຈີມິນ" ທີ່ປະຍຸກໃຊ້ເຕັກໂນໂລຊີ 3D, ສົມທົບກັບບັນດາເວທີປາໄສ, ຫົວຂໍ້ສະເພາະ ແລະ ກິດຈະກຳທັດສະນະສຶກສາຕົວຈິງ ແນໃສ່ຊ່ວຍໃຫ້ສະມາຊິກຊາວໜຸ່ມ, ໄວໜຸ່ມ ແລະ ເດັກນ້ອຍ ເຂົ້າເຖິງປະຫວັດສາດ, ມູນເຊື້ອ ແລະ ແນວຄິດ, ຄຸນສົມບັດ, ຮູບແບບແຜນດຳລົງຊີວິດ ໂຮ່ຈີມິນ ດ້ວຍບັນດາຮູບການທີ່ ມີຊີວິດຊີວາກວ່າເກົ່າ.

ຢູ່ພາຍໃນຂົງເຂດການຫັນເປັນດິຈິຕອນ, ສະໂມສອນ "ບິ່ງເຢີນຮ໋ອກຫວຸ້ສຳລັບດິຈິຕອນ" ຍັງຄົງໄດ້ຮັບການຮັກສາໄວ້ ເພື່ອຊ່ວຍເຫຼືອປະຊາຊົນນຳໃຊ້ບໍລິການພາກລັດແບບອອນລາຍ, ເຂົ້າເຖິງບັນດາພື້ນຖານໂຄງລ່າງດິຈິຕອນ ແລະ ຍົກສູງທັກສະດ້ານດິຈິຕອນ. ຕາມສະຫາຍ ມາຍວັນເຢືອງ ແລ້ວ, ບັນດາຮູບແບບດັ່ງກ່າວ ບໍ່ພຽງແຕ່ປະກອບສ່ວນຊຸກຍູ້ການຫັນເປັນດິຈິຕອນຢູ່ພາຍໃນທ້ອງຖິ່ນເທົ່ານັ້ນ ແຕ່ຍັງສ້າງສະພາບແວດລ້ອມເພື່ອໃຫ້ສະມາຊິກຊາວໜຸ່ມໄດ້ຝຶກຝົນຫຼໍ່ຫຼອມທັກສະ, ເສີມຂະຫຍາຍຄວາມຄິດລິເລີ່ມ ແລະ ຮ່ວມເດີນທາງໂດຍກົງກັບປະຊາຊົນ ພາຍໃນຂະບວນການສ້າງຕັ້ງອຳນາດການປົກຄອງດິຈິຕອນ, ພົນລະເມືອງດິຈິຕອນ.

ພາຍໃນອາຍຸການໃໝ່, ຄະນະຊາວໜຸ່ມຕາແສງ ຫວູງເຕົ່າ ຈະສືບຕໍ່ຜັນຂະຫຍາຍບັນດາກິດຈະກຳຊາວໜຸ່ມທີ່ສະໜິດແໜ້ນກັບການຫັນເປັນດิຈິຕອນ, ການປະຕິຮູບການບໍລິຫານ, ການປົກປັກຮັກສາສະພາບແວດລ້ອມ ແລະ ສະຫວັດດິການສັງຄົມ; ໃນຂະນະດຽວກັນກໍເພີ່ມທະວີການປະຍຸກໃຊ້ປັນຍາປະດິດ, ຂໍ້ມູນດິຈິຕອນ ເຂົ້າພາຍໃນວຽກງານຄະນະຊາວໜຸ່ມ. ແຕ່ລະກິດຈະກຳຕ່າງກໍໄດ້ຮັບການກຳນົດຄາດໝາຍ, ເປົ້າໝາຍຮັບໃຊ້ ແລະ ໝາກຜົນທີ່ມຸ່ງໄປເຖິງຢ່າງຈະແຈ້ງ, ຜ່ານນັ້ນປະກອບສ່ວນແກ້ໄຂບັນດາບັນຫາທີ່ວາງອອກຈາກຕົວຈິງຂອງທ້ອງຖິ່ນ.

ສາມາດຮັບຮູ້ໄດ້ວ່າ, ວິທີການເຂົ້າເຖິງນີ້ໄດ້ສະທ້ອນໃຫ້ເຫັນຢ່າງຈະແຈ້ງເຖິງຈິດໃຈແຫ່ງການປ່ຽນແປງໃໝ່ ທີ່ທ່ານເລຂາທິການໃຫຍ່ໄດ້ວາງອອກຕໍ່ກັບອົງການຈັດຕັ້ງຄະນະຊາວໜຸ່ມ: ແຕ່ລະຂະບວນການຕ້ອງສ້າງຜະລິດຕະພັນຕົວຈິງອອກມາ, ນຳມາຊຶ່ງຄຸນຄ່າອັນແທ້ຈິງ ແລະ ກາຍເປັນສະພາບແວດລ້ອມເພື່ອໃຫ້ຊາວໜຸ່ມໄດ້ຝຶກຝົນຫຼໍ່ຫຼອມ, ເຕີບໃຫຍ່ຂະຫຍາຍຕົວ.

ໂດຍກຳແໜ້ນຈິດໃຈອົງການຈັດຕັ້ງຄະນະຊາວໜຸ່ມຮ່ວມເດີນທາງກັບຊາວໜຸ່ມ ພາຍໃນການສຶກສາ, ການແນະນຳອາຊີບ, ການບຳລຸງສ້າງທັກສະ, ການຊ່ວຍເຫຼືອວຽກເຮັດງານທຳ, ການເລີ່ມຕົ້ນທຸລະກິດ, ການເບິ່ງແຍງດູແລຊີວິດການເປັນຢູ່ດ້ານວັດທະນະທຳ, ສຸຂະພາບທາງຮ່າງກາຍ ແລະ ຈິດໃຈ, ຄະນະຊາວໜຸ່ມຕາແສງ ຕາມຖັງ (Tam Thắng) (ນະຄອນ ໂຮ່ຈີມິນ) ໄດ້ຫັນເປັນຮູບປະທຳ ຜ່ານບັນດາແຜນງານການເຄື່ອນໄຫວທີ່ສະໜິດແໜ້ນກັບເງື່ອນໄຂຕົວຈິງຂອງທ້ອງຖິ່ນ ພາຍຫຼັງການຈັດສັນປ່ຽນແປງຫົວໜ່ວຍການບໍລິຫານ.

ຕາມທ່ານ ເຮືອງຫວຽດຈຸງ ເລຂາຄະນະຊາວໜຸ່ມຕາແສງ ຕາມຖັງ ແລ້ວ, ແຜນງານການເຄື່ອນໄຫວຂອງຫົວໜ່ວຍໄດ້ສຸມໃສ່ເຂົ້າພາຍໃນສາມກຸ່ມໜ້າທີ່ຈຸດສຸມ ລວມມີ: ສະກັດໜ້າການຫັນເປັນດິຈິຕອນ ແລະ ສ້າງຕັ້ງຕົວເມືອງສີວິໄລ; ຮ່ວມເດີນທາງກັບຊາວໜຸ່ມພັດທະນາເສດຖະກິດທະເລ, ເສດຖະກິດບໍລິການ ແລະ ການເລີ່ມຕົ້ນທຸລະກິດ; ສ້າງຕັ້ງອົງການຈັດຕັ້ງຄະນະຊາວໜຸ່ມ ມຸ່ງໄປເຖິງຄາດໝາຍຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນ.

ເພື່ອຫັນບັນດາສານຊີ້ນຳຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢູ່ທີ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄະນະຊາວໜຸ່ມປະຊາຊົນປະຕິວັດ ໂຮ່ຈີມິນ ຄັ້ງທີ XIII ໃຫ້ປະກົດຜົນເປັນຈິງ, ຄະນະຊາວໜຸ່ມຕາແສງ ຈະສືບຕໍ່ຍູ້ແຮງການຜັນຂະຫຍາຍຮູບແບບ "ຊຸມຊົນດິຈິຕອນ - ຊາວໜຸ່ມເປັນແກນນຳ", ຊ່ວຍເຫຼືອປະຊາຊົນນຳໃຊ້ບໍລິການພາກລັດແບບອອນລາຍ, ການຢັ້ງຢືນຕົວຕົນເອເລັກໂຕຣນິກ ແລະ ບັນດາພື້ນຖານໂຄງລ່າງດິຈິຕອນ; ໃນຂະນະດຽວກັນກໍຊ່ວຍເຫຼືບບັນດາຫົວໜ່ວຍທຸລະກິດປະຍຸກໃຊ້ການຊຳລະເງິນແບບບໍ່ໃຊ້ເງິນສົດ, ປ່ຽນແປງຮູບແບບການດຳເນີນທຸລະກິດຕາມທິດທາງຫັນເປັນດິຈິຕອນ.

ຄຽງຂ້າງນັ້ນ, ຄະນະຊາວໜຸ່ມຕາແສງ ກໍຍັງໄດ້ຍູ້ແຮງບັນດາແຜນງານເຊື່ອມຕໍ່ແຫຼ່ງທຶນ, ຊ່ວຍເຫຼືອຊາວໜຸ່ມເລີ່ມຕົ້ນທຸລະກິດ, ຍົກສູງທັກສະດ້ານດິຈິຕອນ, ພາສາຕ່າງປະເທດ ແລະ ສະມັດຖະພາບການເຊື່ອມໂຍງ ໃຫ້ແກ່ສະມາຊິກຊາວໜຸ່ມທີ່ພວມເຮັດວຽກພາຍໃນຂົງເຂດການທ່ອງທ່ຽວ, ບໍລິການ, ເສດຖະກິດທະເລ; ຜັນຂະຫຍາຍບັນດາກິດຈະກຳສະຫວັດດິການສັງຄົມ, ການປົກປັກຮັກສາສະພາບແວດລ້ອມ, ເບິ່ງແຍງດູແລຄອບຄົວຜູ້ມີຄຸນງາມຄວາມດີ ແລະ ຜູ້ດ້ອຍໂອກາດຢູ່ພາຍໃນບໍລິເວນ.

ຈາກບັນດາຮູບແບບຢູ່ຂັ້ນຮາກຖານ ສາມາດຮັບຮູ້ໄດ້ວ່າ, ບັນດາສານຊີ້ນຳ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແມ່ນບັນດາທິດທາງຍຸດທະສາດ ເພື່ອໃຫ້ຄະນະຊາວໜຸ່ມທຸກຂັ້ນພາຍໃນທົ່ວປະເທດ ຫັນເປັນຮູບປະທຳດ້ວຍບັນດາແຜນງານການເຄື່ອນໄຫວທີ່ເໝາະສົມກັບເງື່ອນໄຂຂອງແຕ່ລະທ້ອງຖິ່ນ. ນັບຕັ້ງແຕ່ກິດຈະກຳການຄົ້ນຄວ້າວິທະຍາສາດ, ການເລີ່ມຕົ້ນທຸລະກິດຂອງສະມາຊິກຊາວໜຸ່ມຮຸ່ນໜຸ່ມ ຮອດບັນດາຮູບແບບການຫັນເປັນດິຈິຕອນຂອງຄຸ້ມຊຸມຊົນ, ການສຶກສາມູນເຊື້ອດ້ວຍເຕັກໂນໂລຊີ, ການຊ່ວຍເຫຼືອຊາວໜຸ່ມສ້າງຕັ້ງຕົນເອງ, ສ້າງອາຊີບ ແລະ ຮັບໃຊ້ປະຊາຊົນ, ຄະນະຊາວໜຸ່ມທຸກຂັ້ນ ພວມເຮັດໃຫ້ບັນດາທິດທາງຂອງກອງປະຊຸມໃຫຍ່ປະກົດຜົນເປັນຈິງເທື່ອລະກ້າວ.

ເຊີດຊູມໍລະດົກ ປະທານ ໂຮ່ຈີມິນ ຢູ່ທີ່ ຝຣັ່ງ ເຊີດຊູມໍລະດົກ ປະທານ ໂຮ່ຈີມິນ ຢູ່ທີ່ ຝຣັ່ງ

ຍສໝ - ວັນທີ 27 ມິຖຸນາ, ຢູ່ທີ່ນະຄອນ Montreuil (ຝຣັ່ງ), ເຂດປູຊະນີຍະສະຖານ ປະທານ ໂຮ່ຈີມິນ ຢູ່ທຳນຽບປະທານປະເທດ ໄດ້ສົມທົບກັບ ສະຖານທູດ ຫວຽດນາມ ແລະ ສູນວັດທະນະທຳ ຫວຽດນາມ ປະຈຳ ຝຣັ່ງ ຈັດລະດັບກິດຈະກຳວັດທະນະທຳ - ວິທະຍາສາດ ແນໃສ່ເຊີດຊູມໍລະດົກ ຂອງປະທານ ...

ເຊີດຊູຄຸນຄ່າມີກຽດຂອງຄອບຄົວ ຢູ່ທີ່ໝູ່ບ້ານວັດທະນະທຳ - ທ່ອງທ່ຽວບັນດາເຜົ່າ ຫວຽດນາມ ເຊີດຊູຄຸນຄ່າມີກຽດຂອງຄອບຄົວ ຢູ່ທີ່ໝູ່ບ້ານວັດທະນະທຳ - ທ່ອງທ່ຽວບັນດາເຜົ່າ ຫວຽດນາມ

ຍສໝ - ນັບຕັ້ງແຕ່ວັນທີ 28 ຮອດວັນທີ 29 ມິຖຸນາ, ຢູ່ທີ່ໝູ່ບ້ານວັດທະນະທຳ - ທ່ອງທ່ຽວບັນດາເຜົ່າ ຫວຽດນາມ (ດົງໂມ, ຮ່າໂນ້ຍ) ໄດ້ຈັດລະດັບກິດຈະກຳພາຍໃຕ້ຫົວຂໍ້ "ວັນບຸນຄອບຄົວ" ເນື່ອງພາຍໃນໂອກາດສະເຫຼີມສະຫຼອງຄົບຮອບ 25 ປີ ວັນຄອບຄົວ ຫວຽດນາມ (28/6/2001-28/6/2026), ປະກອບສ່ວນເຊີດຊູບັນດາຄຸນຄ່າມູນເຊື້ອຂອງຄອບຄົວ ຫວຽດນາມ, ໃນຂະນະດຽວກັນກໍແນະນຳເອກະລັກວັດທະນະທຳຂອງຄຸ້ມຊຸມຊົນ 54 ...

Link: https://huunghivietlao.thoidai.com.vn/detail-article-22256.html

In bài biết