15:16 | 25/05/2026

ແຮງຊຸກຍູ້ໃໝ່ນຳພາສາຍພົວພັນ ຫວຽດນາມ - ໄທ ໃຫ້ຂະຫຍາຍຕົວຢ່າງແຂງແຮງຍິ່ງໆຂຶ້ນກວ່າເກົ່າ

ການບໍລິຈາກເລືອດເຊື່ອມຕໍ່ຂົວແຫ່ງການແບ່ງປັນລະຫວ່າງ ຫວຽດນາມ ແລະ ໄທ
ວິສາຫະກິດ ຫວຽດນາມ ຢູ່ ຍີ່ປຸ່ນ - ໄທ - ຫວຽດນາມ ເຊື່ອມຕໍ່ ແລະ ຮ່ວມມື

ນີ້ແມ່ນຄັ້ງທຳອິດທີ່ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເດີນທາງໄປຢ້ຽມຢາມປະເທດໄທ, ການຢ້ຽມຢາມຄັ້ງນີ້ແມ່ນຖືກຈັດຂຶ້ນໃນບໍລິບົດປີ 2026 ທີ່ສອງປະເທດຮ່ວມກັນສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຄົບຮອບ 50 ປີ (6 ສິງຫາ 1976 - 6 ສິງຫາ 2026). ການຢ້ຽມຢາມຄັ້ງນີ້ ຈະເປັນໂອກາດເພື່ອໃຫ້ຜູ້ນຳລະດັບສູງສຸດຂອງສອງປະເທດ ໄດ້ຮ່ວມກັນຫວນຄືນເສັ້ນທາງໃນຊ່ວງ 50 ປີທີ່ຜ່ານມາ, ພ້ອມທັງເປີດໂອກາດໃໝ່ໆ, ສ້າງກຳລັງດັນໃໝ່ ແລະ ແຮງຊຸກຍູ້ໃໝ່, ເພື່ອນຳພາສາຍພົວພັນຮ່ວມມືພັດທະນາ ຫວຽດນາມ - ໄທ ໃຫ້ກ້າວຂຶ້ນສູ່ລະດັບທີ່ສູງກວ່າ, ມີປະສິດທິຜົນກວ່າ ແລະ ເລິກເຊິ່ງກວ່າເກົ່າ, ຕອບສະໜອງໄດ້ຜົນປະໂຫຍດຮ່ວມກັນຂອງປະຊາຊົນສອງປະເທດ ເພື່ອສັນຕິພາບ, ການຮ່ວມມື ແລະ ການພັດທະນາຂອງພາກພື້ນ ກໍຄືໃນທົ່ວໂລກ.

50 ປີ ແຫ່ງສາຍພົວພັນມິດຕະພາບມູນເຊື້ອອັນດີງາມ ຫວຽດນາມ - ໄທ

ແຮງຊຸກຍູ້ໃໝ່ນຳພາສາຍພົວພັນ ຫວຽດນາມ - ໄທ ໃຫ້ຂະຫຍາຍຕົວຢ່າງແຂງແຮງຍິ່ງໆຂຶ້ນກວ່າເກົ່າ
ພະບາດສົມເດັດພະເຈົ້າມະຫາຊີວິດ ແຫ່ງລາຊະອານາຈັກໄທ ພູມີພົນ ອະດຸນຍະເດດ ຕ້ອນຮັບທ່ານເລຂາທິການໃຫຍ່ ໂດ໋ເມື່ອຍ ໃນໂອກາດເດີນທາງໄປຢ້ຽມຢາມປະເທດໄທ, ຕອນບ່າຍວັນທີ 16 ຕຸລາ 1993, ທີ່ທູດານຸທູດ ບາງກອກ. (ພາບ: ຊວນເລິມ/TTXVN)

ຫວຽດນາມ ແລະ ໄທ ແມ່ນສອງປະເທດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້, ມີສາຍພົວພັນມິດຕະພາບທີ່ມີມາແຕ່ດົນນານ. ໃນຕະຫຼອດເສັ້ນທາງແຫ່ງການອອກເດີນທາງເພື່ອຊອກຫາຫົນທາງກູ້ຊາດ, ປະທານ ໂຮ່ຈີມິນ ໄດ້ເດີນທາງມາຮອດປະເທດໄທ ໃນເດືອນກໍລະກົດ ປີ 1928 ແລະ ໄດ້ເລີ່ມຕົ້ນການເຜີຍແຜ່ລັດທິຮັກຊາດ ເຂົ້າໃນຊຸມຊົນຄົນຫວຽດນາມ ທີ່ອາໄສຢູ່ປະເທດໄທ.

ນັບຕັ້ງແຕ່ສອງປະເທດໄດ້ສ້າງຕັ້ງສາຍພົວພັນທາງການທູດຢ່າງເປັນທາງການ ໃນວັນທີ 6 ສິງຫາ 1976 ເປັນຕົ້ນມາ, ຮອດປັດຈຸບັນ ສາຍພົວພັນຮ່ວມມືລະຫວ່າງສອງປະເທດ ແມ່ນນັບມື້ນັບມີການຂະຫຍາຍຕົວຢ່າງໄວວາ ທັງໃນລວງກວ້າງ ແລະ ລວງເລິກ. ສອງປະເທດໄດ້ຮັກສາສາຍພົວພັນອັນດີງາມ ແລະ ຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງໃນລະດັບສູງ ລະຫວ່າງການນຳ ແລະ ປະຊາຊົນສອງປະເທດ. ນີ້ຄືຮາກຖານອັນໝັ້ນຄົງ ແລະ ສຳຄັນ ທີ່ປະກອບສ່ວນຊຸກຍູ້ສາຍພົວພັນລະຫວ່າງສອງຝ່າຍໃຫ້ຮັດແໜ້ນ ແລະ ເຊື່ອໝັ້ນກັນຍິ່ງໆຂຶ້ນໃນທຸກລະດັບ, ໃນທຸກຊ່ອງທາງ ທັງທາງດ້ານລັດ, ລັດຖະບານ, ສະພາແຫ່ງຊາດ, ວິສາຫະກິດ, ທ້ອງຖິ່ນ ແລະ ການແລກປ່ຽນພົບປະລະຫວ່າງປະຊາຊົນ.

ສາຍພົວພັນລະຫວ່າງສອງປະເທດ ມີບາດກ້າວເລີ່ມຕົ້ນອັນຈົບງາມທີ່ສຸດ ພາຍຫຼັງການເດີນທາງໄປຢ້ຽມຢາມຢ່າງເປັນທາງການ ຂອງທ່ານນາຍົກລັດຖະມົນຕີ ຟ້າມວັນດົ່ງ ທີ່ປະເທດໄທ ໃນເດືອນກັນຍາ ປີ 1978, ເຊິ່ງທັງສອງຝ່າຍໄດ້ອອກຖະແຫຼງການຮ່ວມ ເພື່ອກຳນົດທິດທາງ ແລະ ສ້າງຮາກຖານໃຫ້ແກ່ສາຍພົວພັນຂອງສອງປະເທດ.

ຖັດຈາກນັ້ນ, ການເດີນທາງໄປຢ້ຽມຢາມຢ່າງເປັນທາງການ ທີ່ປະເທດໄທ ຂອງທ່ານເລຂາທິການໃຫຍ່ ໂດ໋ເມື່ອຍ (ເດືອນຕຸລາ ປີ 1993) ແລະ ການເດີນທາງມາຢ້ຽມຢາມຫວຽດນາມ ຂອງມກຸດລາດຊະກຸມານ ມະຫາ ວະຊິຣາລົງກອນ (ປັດຈຸບັນແມ່ນ ພະບາດສົມເດັດພະເຈົ້າມະຫາຊີວິດ ຣາມາທີ X) (ເດືອນພະຈິກ ປີ 1992) ໄດ້ປະກອບສ່ວນນຳພາສາຍພົວພັນສອງປະເທດ ກ້າວເຂົ້າສູ່ໄລຍະໃໝ່. ໂດຍສະເພາະແມ່ນ ພາຍຫຼັງທີ່ຫວຽດນາມເຂົ້າເປັນສະມາຊິກອາຊຽນ ໃນປີ 1995, ສາຍພົວພັນ ຫວຽດນາມ-ໄທ ກໍໄດ້ຮັບການເພີ່ມພູນຄູນສ້າງ ແລະ ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ໂດຍສະເພາະແມ່ນນັບຕັ້ງແຕ່ສອງປະເທດໄດ້ອອກຖະແຫຼງການຮ່ວມ ກ່ຽວກັບຂອບການຮ່ວມມື ຫວຽດນາມ-ໄທ ໃນທົດສະວັດທຳອິດຂອງສະຕະວັດທີ XXI (ເດືອນກຸມພາ ປີ 2004).

ສອງປະເທດໄດ້ຍົກລະດັບສາຍພົວພັນຂຶ້ນເປັນ “ຄູ່ຮ່ວມມືຍຸດທະສາດ” ໃນເດືອນມິຖຸນາ ປີ 2013, ກາຍເປັນສອງປະເທດທຳອິດໃນກຸ່ມອາຊຽນ ທີ່ໄດ້ສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດນຳກັນ. ຖັດມາ, ໃນປີ 2015, ທັງສອງຝ່າຍໄດ້ຍົກລະດັບສາຍພົວພັນຂຶ້ນເປັນ “ຄູ່ຮ່ວມມືຍຸດທະສາດເຂັ້ມແຂງ” ແລະ ໄດ້ຍົກລະດັບສາຍພົວພັນຂຶ້ນເປັນ "ຄູ່ຮ່ວມມືຍຸດທະສາດຮອບດ້ານ" ໃນເດືອນພຶດສະພາ ປີ 2025.

ແຮງຊຸກຍູ້ໃໝ່ນຳພາສາຍພົວພັນ ຫວຽດນາມ - ໄທ ໃຫ້ຂະຫຍາຍຕົວຢ່າງແຂງແຮງຍິ່ງໆຂຶ້ນກວ່າເກົ່າ
ທ່ານນາຍົກລັດຖະມົນຕີ ເລມິງຮຶງ ພົບປະກັບທ່ານນາຍົກລັດຖະມົນຕີໄທ ອະນຸທິນ ຊານວີຣະກູນ. (ພາບ: ເຢືອງຢາງ/TTXVN)

ການຮ່ວມມືທາງດ້ານການເມືອງລະຫວ່າງສອງປະເທດ ຍັງໄດ້ຮັບການຊຸກຍູ້ໂດຍຜ່ານການແລກປ່ຽນຄະນະຜູ້ແທນ ແລະ ການພົບປະຕິດຕໍ່ຂັ້ນສູງ. ຫຼ້າສຸດແມ່ນການພົບປະສອງຝ່າຍລະຫວ່າງທ່ານນາຍົກລັດຖະມົນຕີ ເລມິງຮຶງ ແລະ ທ່ານນາຍົກລັດຖະມົນຕີໄທ ອະນຸທິນ ຊານວີຣະກູນ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຄັ້ງທີ 48 ທີ່ເມືອງເຊບູ, ປະເທດຟີລິບປິນ ໃນວັນທີ 8 ພຶດສະພາ 2026. ໃນການພົບປະດັ່ງກ່າວ, ຜູ້ນຳທັງສອງທ່ານໄດ້ເຫັນດີເປັນເອກະພາບຮັດແໜ້ນຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ ໂດຍຜ່ານການເພີ່ມທະວີການແລກປ່ຽນ ແລະ ການພົບປະຕິດຕໍ່ຂັ້ນສູງ, ກະກຽມຄວາມພ້ອມໃຫ້ແກ່ບັນດາການຢ້ຽມຢາມຂັ້ນສູງລະຫວ່າງສອງປະເທດໃນໄລຍະຕໍ່ໜ້າ; ພ້ອມກັນນັ້ນ, ກໍສືບຕໍ່ປະສານສົມທົບກັນເພື່ອເສີມຂະຫຍາຍປະສິດທິຜົນຂອງບັນດາກົນໄກການຮ່ວມມື ແລະ ການເຈລະຈາລະຫວ່າງສອງປະເທດ; ເຫັນດີເປັນເອກະພາບກ່ຽວກັບຄວາມຈຳເປັນໃນການເພີ່ມທະວີການລົງທຶນໃນແຕ່ລະປະເທດ, ສ້າງເງື່ອນໄຂສະດວກເພື່ອເປີດກວ້າງຕະຫຼາດສິນຄ້າຕື່ມອີກ ຕາມທິດທາງທີ່ມີຄວາມສົມດຸນ ແລະ ຍືນຍົງ. ທ່ານນາຍົກລັດຖະມົນຕີ ເລມິງຮຶງ ໄດ້ສະເໜີໃຫ້ຝ່າຍໄທຄົ້ນຄວ້າຮູບການຫຼຸດຜ່ອນບັນດາຮູບແບບກີດກັນທາງດ້ານເຕັກນິກ, ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ສິນຄ້າຂອງຫວຽດນາມ ສາມາດເຂົ້າເຖິງຕະຫຼາດໄທ. ທ່ານນາຍົກລັດຖະມົນຕີ ອະນຸທິນ ຊານວີຣະກູນ ກໍໄດ້ສະເໜີໃຫ້ບັນດາວິສາຫະກິດຂອງຫວຽດນາມ ເພີ່ມທະວີການລົງທຶນ ແລະ ດຳເນີນທຸລະກິດຢູ່ປະເທດໄທ.

ປັດຈຸບັນ, ສອງປະເທດມີກົນໄກການຮ່ວມມື ແລະ ການເຈລະຈາເຖິງ 10 ກົນໄກໃນທຸກໆຂົງເຂດ ທັງດ້ານການຕ່າງປະເທດ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ຂົງເຂດການຮ່ວມມືເສດຖະກິດອື່ນໆ. ໃນນັ້ນ, ກົນໄກການຮ່ວມປະຊຸມຄະນະລັດຖະບານຮ່ວມຂັ້ນນາຍົກລັດຖະມົນຕີ ແມ່ນຈຸດພິເສດສະເພາະໃນສາຍພົວພັນລະຫວ່າງສອງປະເທດ, ສະແດງໃຫ້ເຫັນເຖິງຄວາມຜူກພັນ ແລະ ການປະສານສົມທົບຢ່າງໃກ້ຊິດໃນການຊຸກຍູ້ການຮ່ວມມືຮອບດ້ານ.

ໃນເວທີສາກົນ, ສອງປະເທດໄດ້ປະສານສົມທົບກັນຢ່າງໃກ້ຊິດຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ, ເປັນພິເສດແມ່ນຢູ່ສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ), ອົງການສະຫະປະຊາຊາດ, ເວທີປາໄສການຮ່ວມມືເສດຖະກິດອາຊີ-ປາຊີຟິກ (APEC), ກົນໄກການຮ່ວມມືອະນຸພາກພື້ນແມ່ນ້ຳຂອງ… ໂດຍສະເພາະແມ່ນ ການຮ່ວມເດີນທາງໄປພ້ອມກັບບັນດາປະເທດອາຊຽນ, ຫວຽດນາມ ແລະ ໄທ ຈະສືບຕໍ່ຮັດແໜ້ນຄວາມສາມັກຄີພາຍໃນກຸ່ມ, ເສີມຂະຫຍາຍບົດບາດເປັນສູນກາງ ແລະ ບັນດາຄວາມພະຍາຍາມຂອງອາຊຽນ ເພື່ອແນໃສ່ເຮັດໃຫ້ວິໄສທັດປະຊາຄົມອາຊຽນ 2045 ປະກົດຜົນເປັນຈິງ.

ການຮ່ວມມືທາງດ້ານເສດຖະກິດ ແມ່ນຈຸດສະຫວ່າງອັນໂດດເດັ່ນລະຫວ່າງສອງປະເທດ

ແຮງຊຸກຍູ້ໃໝ່ນຳພາສາຍພົວພັນ ຫວຽດນາມ - ໄທ ໃຫ້ຂະຫຍາຍຕົວຢ່າງແຂງແຮງຍິ່ງໆຂຶ້ນກວ່າເກົ່າ
ບັນຍາກາດບັນດາຮ້ານວາງສະແດງສິນຄ້າຂອງຫວຽດນາມ ຢູ່ກອງປະຊຸມສົ່ງເສີມການຄ້າ ໄທ - ຫວຽດນາມ ສາກົນແບບເປີດກວ້າງ ຢູ່ທີ່ແຂວງອຸດອນທານີ ທາງພາກຕາເວັນອອກສ່ຽງເໜືອຂອງໄທ. (ພາບເອກະສານ: ງອັກກວາງ/TTXVN)

ໜຶ່ງໃນບັນດາເສົາຄ້ຳການຮ່ວມມືອັນໂດດເດັ່ນທີ່ສຸດລະຫວ່າງສອງປະເທດໃນຊ່ວງໄລຍະທີ່ຜ່ານມາ ແມ່ນການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ. ໄທແມ່ນຄູ່ຮ່ວມມືທາງດ້ານການຄ້າທີ່ໃຫຍ່ທີ່ສຸດຂອງຫວຽດນາມ ໃນກຸ່ມອາຊຽນ. ມູນຄ່າການຄ້າສອງຝ່າຍໃນປີ 2025 ບັນລຸໄດ້ຫຼາຍກວ່າ 22 ຕື້ໂດລາສະຫະລັດ, ເພີ່ມຂຶ້ນຢ່າງກ້າວກະໂດດປະມານ 10% ເມື່ອທຽບໃສ່ປີກ່ອນໜ້ານັ້ນ; ສ່ວນໃນຊ່ວງ 4 ເດືອນຕົ້ນປີ 2026 ບັນລຸໄດ້ 8,59 ຕື້ໂດລາສະຫະລັດ. ສອງປະເທດໄດ້ຕັ້ງເປົ້າໝາຍທີ່ຈະບັນລຸມູນຄ່າການຄ້າໃຫ້ໄດ້ 25 ຕື້ໂດລາສະຫະລັດໃນໄວໆນີ້. ເພື່ອເຮັດໃຫ້ເປົ້າໝາຍນີ້ປະກົດຜົນເປັນຈິງ, ຄຽງຄູ່ກັບບັນດາຂົງເຂດດັ້ງເດີມແລ້ວ, ຫວຽດນາມ ແລະ ໄທ ກໍໄດ້ໃຫ້ຄວາມສຳຄັນເປັນອັນດັບຕົ້ນໆໃນການຮ່ວມມືຂົງເຂດໃໝ່ ເປັນຕົ້ນແມ່ນ ການຫັນເປັນດິຈິຕອນ, ລັດຖະບານເອເລັກໂຕຣນິກ, ເເສດຖະກິດສີຂຽວ, ການຫັນປ່ຽນພະລັງງານຢ່າງຍຸດຕິທຳ ແລະ ການປະດິດສ້າງໃໝ່. ລັດຖະບານສອງປະເທດພວມພະຍາຍາມຫຼຸດຜ່ອນບັນດາສິ່ງກີດກັນທາງດ້ານການຄ້າ, ມຸ່ງໄປສູ່ການຄ້າສອງຝ່າຍທີ່ມີຄວາມສົມດຸນ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຫຼາຍຂຶ້ນ, ພ້ອມທັງຊຸກຍູ້ໃຫ້ວິສາຫະກິດຂອງປະເທດນີ້ຂະຫຍາຍການລົງທຶນ ແລະ ດຳເນີນທຸລະກິດໃນໄລຍະຍາວຢູ່ຕະຫຼາດຂອງອີກປະເທດໜຶ່ງ.

ກ່ຽວກັບດ້ານການລົງທຶນ, ໄທຈັດຢູ່ໃນອັນດັບທີ 8 ໃນບັນດາປະເທດ ແລະ ເຂດແຄ້ນທີ່ມີການລົງທຶນຢູ່ຫວຽດນາມ ດ້ວຍມູນຄ່າການລົງທຶນຫຼາຍກວ່າ 15 ຕື້ໂດລາສະຫະລັດ ໃນເກືອບ 800 ໂຄງການ. ບັນດານັກລົງທຶນໄທສ່ວນໃຫຍ່ແມ່ນລົງທຶນໃນຂົງເຂດອຸດສາຫະກຳປຸງແຕ່ງ ແລະ ປຸງແຕ່ງຜະລິດຕະພັນ, ການຜະລິດ, ພະລັງງານລົມ, ເຄມີສາດນ້ຳມັນ, ທຸລະກິດອະສັງຫາລິມະຊັບ, ການຂາຍສົ່ງ ແລະ ການຂາຍຍ່ອຍ. ສອງປະເທດມີທ່າແຮງບົ່ມຊ້ອນຫຼາກຫຼາຍໃນການຮ່ວມມືກັນພັດທະນາຕ່ອງໂສ້ອຸປະທານ, ການເຊື່ອມຕໍ່ການຄົມມະນາຄົມ, ໂລຈິສຕິກ ແລະ ການຮ່ວມມືອະນຸພາກພື້ນແມ່ນ້ຳຂອງ. ດ້ວຍທີ່ຕັ້ງພູມສາດຍຸດທະສາດອັນສຳຄັນຂອງແຕ່ລະປະເທດ, ທັງສອງຝ່າຍລ້ວນແຕ່ມີເງື່ອນໄຂອັນສະດວກ ເພື່ອກາຍເປັນສູນກາງການເຊື່ອມຕໍ່ຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້ພາກພື້ນບົກ.

ຄຽງຄູ່ກັບດ້ານເສດຖະກິດ, ການຮ່ວມມືດ້ານການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ລະຫວ່າງສອງປະເທດ ນັບມື້ນັບມີຄວາມຈິງແທ້ ແລະ ກ້າວເຂົ້າສູ່ລວງເລິກ. ທັງສອງຝ່າຍໄດ້ປະສານສົມທົບກັນຢ່າງໃກ້ຊິດໃນການສະກັດກັ້ນ ແລະ ຕ້ານອາດຊະຍາກຳຂ້າມຊາດ, ການຄ້າຢາເສບຕິດ, ການຄ້າມະນຸດ, ຄວາມປອດໄພທາງໄຊເບີ ແລະ ບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງທີ່ບໍ່ແມ່ນແບບດັ້ງເດີມ. ສິ່ງນີ້ໄດ້ປະກອບສ່ວນອັນສຳຄັນເຂົ້າໃນການຮັດແໜ້ນຄວາມເຊື່ອໝັ້ນ, ຮັກສາສະພາບແວດລ້ອມແຫ່ງສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ.

ການທ່ອງທ່ຽວ ແລະ ການແລກປ່ຽນພົບປະລະຫວ່າງປະຊາຊົນ ກໍແມ່ນຈຸດສະຫວ່າງອັນໜຶ່ງໃນສາຍພົວພັນລະຫວ່າງສອງປະເທດ. ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໄທ ຟ້າມຫວຽດຮຸ່ງ ໃຫ້ຮູ້ວ່າ, ໃນແຕ່ລະປີມີນັກທ່ອງທ່ຽວຫວຽດນາມ ເດີນທາງໄປທ່ອງທ່ຽວຢູ່ໄທປະມານ 1 ລ້ານເທື່ອຄົນ. ໃນຂະນະດຽວກັນ, ຈຳນວນນັກທ່ອງທ່ຽວໄທ ທີ່ເດີນທາງມາທ່ອງທ່ຽວ ແລະ ດຳເນີນທຸລະກິດຢູ່ຫວຽດນາມ ກໍບັນລຸໄດ້ 400.000 - 500.000 ຄົນຕໍ່ປີ. ການທີ່ປະຊາຊົນ ແລະ ນັກທຸລະກິດຂອງສອງປະເທດມີການໄປມາຫາສູ່ກັນຢ່າງເປັນປົກກະຕິນັ້ນ ບໍ່ພຽງແຕ່ສະທ້ອນໃຫ້ເຫັນເຖິງການຮ່ວມມືດ້ານການທ່ອງທ່ຽວເທົ່ານັ້ນ, ແຕ່ຍັງສະແດງໃຫ້ເຫັນວ່າ ປະຊາຊົນສອງປະເທດໃຫ້ຄວາມສຳຄັນຕໍ່ກັບຄວາມເຂົ້າໃຈດ້ານວັດທະນະທຳເຊິ່ງກັນແລະກັນ ແລະ ຮ່ວມກັນຊອກຫາໂອກາດເພື່ອຮ່ວມມືກັນ.

ໃນປັດຈຸບັນ, ເຊັ່ນຄົນຮຸ່ນໜຸ່ມແມ່ນຜູ້ທີ່ມີສ່ວນຊ່ວຍຊຸກຍູ້ຄວາມເຂົ້າໃຈທາງດ້ານກ້າວໜ້າວັດທະນະທຳລະຫວ່າງສອງປະເທດ. ພາສາໄທ ແລະ ພາສາຫວຽດນາມ ລ້ວນແຕ່ແມ່ນພາສາທີ່ມີສຽງວັນນະຍຸດ, ເຊິ່ງໄດ້ຮັບການຈັດຕັ້ງສິດສອນໃນຖານະເປັນວິຊາຮຽນທາງການ ຫຼື ວິຊາຮຽນເລືອກ ຢູ່ບັນດາມະຫາວິທະຍາໄລຂອງທັງສອງປະເທດ. ລັດຖະບານໄທໄດ້ໃຫ້ການສະໜັບສະໜູນບັນດາມະຫາວິທະຍາໄລຂອງຫວຽດນາມ ໃນການສິດສອນພາສາໄທ, ລວມມີ: ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ (ມະຫາວິທະຍາໄລຕ່າງປະເທດ, ມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ມະນຸດສາດ, ມະຫາວິທະຍາໄລຮ່າໂນ້ຍ), ມະຫາວິທະຍາໄລແຫ່ງຊາດນະຄອນໂຮ່ຈີມິນ (ມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ມະນຸດສາດ) ແລະ ມະຫາວິທະຍາໄລດານັງ. ຝ່າຍໄທຍັງໄດ້ມອບທຶນການສຶກສາໄລຍະຍາວ ແລະ ໄລຍະສັ້ນເປັນຈຳນວນຫຼວງຫຼາຍ ເພື່ອຝຶກອົບຮົມພາສາໄທໃຫ້ແກ່ນັກສຶກສາ ແລະ ຄູອາຈານຫວຽດນາມ ຢູ່ປະເທດໄທອີກດ້ວຍ.

ປັດຈຸບັນ ມີຄູ່ທ້ອງຖິ່ນຫຼາຍກວ່າ 20 ຄູ່ ທີ່ມີສາຍພົວພັນຮ່ວມມືນຳກັນ ໂດຍຜ່ານບັນດາເອກະສານບັນທຶກຄວາມເຂົ້າໃຈ (MOU). ຊຸມຊົນຄົນໄທເຊື້ອສາຍຫວຽດນາມ ທີ່ພວມດຳລົງຊີວິດຢູ່ປະເທດໄທໃນປັດຈຸບັນມີຫຼາຍກວ່າ 100 ພັນຄົນ, ເຊິ່ງພວມມີບົດບາດສຳຄັນໃນການເປັນຂົວຕໍ່ແຫ່ງຄວາມສາມັກຄີ ແລະ ມິດຕະພາບລະຫວ່າງປະຊາຊົນສອງປະເທດ. ລັດຖະບານໄທໄດ້ຮັບຮອງຖານະທາງດ້ານກົດໝາຍຂອງຊຸມຊົນຄົນຫວຽດນາມ ໃນການພັກອາໄສ ແລະ ເຮັດວຽກ.

ສ້າງແຮງຊຸກຍູ້ນຳພາສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ໄທ ກ້າວຂຶ້ນສູ່ລະດັບສູງໃໝ່

ການຢ້ຽມຢາມຢ່າງເປັນທາງການ ທີ່ປະເທດໄທ ນັບຕັ້ງແຕ່ວັນທີ 27 ຫາ ວັນທີ 29 ພຶດສະພາ 2026 ແມ່ນຂີດໝາຍການເດີນທາງໄປຢ້ຽມຢາມເປັນຄັ້ງທຳອິດ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ, ເຊິ່ງຖືກຈັດຂຶ້ນຖືກຕ້ອງກັບປີທີ່ສອງປະເທດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຄົບຮອບ 50 ປີ (6 ສິງຫາ 1976 - 6 ສິງຫາ 2026), ຜ່ານນັ້ນກໍເປັນການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມຜູກພັນລະຫວ່າງຜູ້ນຳຂັ້ນສູງຂອງສອງປະເທດ ທັງຊຸກຍູ້ສາຍພົວພັນຮ່ວມມືອັນດີງາມລະຫວ່າງສອງຝ່າຍ.

ຕາມການໃຫ້ຮູ້ຂອງ ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນແມັງເກືອງ ວ່າ, ການຢ້ຽມຢາມຄັ້ງນີ້ມີຄວາມໝາຍຄວາມສຳຄັນເປັນພິເສດ. ນີ້ແມ່ນການເດີນທາງໄປຢ້ຽມຢາມປະເທດໃນກຸ່ມອາຊຽນເປັນຄັ້ງທຳອິດ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໃນຖານະຕຳແໜ່ງໃໝ່, ພ້ອມທັງຖືກຈັດຂຶ້ນໃນທ່າມກາງສະພາບການທີ່ສາຍພົວພັນລະຫວ່າງສອງປະເທດຫາກກໍໄດ້ຮັບການຍົກລະດັບຂຶ້ນເປັນ ຄູ່ຮ່ວມມືຍຸດທະສາດຮອບດ້ານ. ການຢ້ຽມຢາມຄັ້ງນີ້ໄດ້ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ໃນລະດັບສູງຂອງຫວຽດນາມ ທີ່ມີຕໍ່ກັບສາຍພົວພັນຮ່ວມກັບໄທ ກໍຄືຕໍ່ກັບພາກພື້ນອາຊີຕາເວັນອອກສ່ຽງໃຕ້. ນີ້ກໍແມ່ນໂອກາດເພື່ອໃຫ້ຜູ້ນຳລະດັບສູງຂອງສອງປະເທດ ໄດ້ຮ່ວມກັນແລກປ່ຽນຄຳເຫັນຢ່າງກວ້າງຂວາງ ກ່ຽວກັບບັນດາທິດທາງໃຫຍ່ ເພື່ອແນໃສ່ຈັດຕັ້ງປະຕິບັດຂອບການຮ່ວມມືໃໝ່ໃຫ້ມີປະສິດທິຜົນ, ຜ່ານນັ້ນກໍເປັນການສ້າງແຮງຊຸກຍູ້ໃໝ່ໃຫ້ແກ່ສາຍພົວພັນສອງຝ່າຍໃນໄລຍະຕໍ່ໜ້າ.

ສ່ວນຕາມການໃຫ້ຮູ້ຂອງ ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໄທ ຟ້າມຫວຽດຮຸ່ງ ວ່າ, ຄາດວ່າໃນຊ່ວງການຢ້ຽມຢາມຄັ້ງນີ້, ທ່ານເລຂາທិການໃຫຍ່, ປະທານປະເທດ ໂຕເລິມ ຈະມີການເຂົ້າຮ່ວມການພົບປະ ແລະ ເຈລະຈາຮ່ວມກັບບັນດາຜູ້ນຳລະດັບສູງສຸດຂອງໄທ. ບັນດາການພົບປະຕິດຕໍ່ເຫຼົ່ານີ້ ແມ່ນມີຄວາມໝາຍຄວາມສຳຄັນຢ່າງຍິ່ງ ຕໍ່ກັບການເພີ່ມທະວີຄວາມເຂົ້າອົກເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກันແລະກັນ ລະຫວ່າງຜູ້ນຳຂັ້ນສູງຂອງສອງປະເທດ, ທັງເປັນການສ້າງປະຖົມປັດໄຈ ແລະ ຮາກຖານອັນໝັ້ນຄົງ ໃຫ້ແກ່ບັນດາອົງການຈັດຕັ້ງ ແລະ ປະຊາຊົນສອງປະເທດ ໃນການສືບຕໍ່ຊຸກຍູ້ການຮ່ວມມື ແລະ ການແລກປ່ຽນພົບປະໃນໄລຍະຕໍ່ໜ້າ.

ໃນຂອບການຢ້ຽມຢາມ, ທັງສອງຝ່າຍຈະຮ່ວມກັນປະກາດ Nem ໂລໂກ້ (Logo) ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຄົບຮອບ 50 ປີ, ພ້ອມທັງຜ່ານຮ່າງແຜນງານການເຄື່ອນໄຫວ ຈັດຕັ້ງປະຕິບັດສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ໄທ ໄລຍະປີ 2026-2031. ສິ່ງທີ່ໜ້າສົນໃຈແມ່ນ, ໃນແຜນງານການເຄື່ອນໄຫວນັ້ນ ມີເນື້ອໃນກ່ຽວກັບ "ສາມການເຊື່ອມຕໍ່" (Three Connections) ເຊິ່ງລວມມີ: ການເຊື່ອມຕໍ່ຕ່ອງໂສ້ອຸປະທານ ທີ່ເນັ້ນໃສ່ການຮ່ວມສຳພັນຂະແໜງອຸດສາຫະກຳສະໜັບສະໜູນ ໂດຍສະເພາະແມ່ນດ້ານລົດຍົນ ແລະ ເອເລັກໂຕຣນິກ; ການເຊື່ອມຕໍ່ຮາກຖານການຜະລິດ ແລະ ວິສາຫະກິດ ເພື່ອແນໃສ່ຂະຫຍາຍຕະຫຼາດ ແລະ ຊຸກຍູ້ການລົງທຶນ; ການເຊື່ອມຕໍ່ການພັດທະນາແບບຍືນຍົງ ໂດຍຜ່ານການປະສານຍຸດທະສາດການເຕີບໂຕສີຂຽວຂອງຫວຽດນາມ ແລະ ຮູບແບບເສດຖະກິດຊີວະພາບ - ໝູນວຽນ - ສີຂຽວ (BCG) ຂອງໄທ ໃຫ້ມີຄວາມສອດຄ່ອງກັນ, ເປີດແນວໂນ້ມການຮ່ວມມືຢ່າງເລິກເຊິ່ງໃນຂົງເຂດພະລັງງານສະອາດ, ການຜະລິດສີຂຽວ ແລະ ເສດຖະກິດໝູນວຽນ.

ເນື່ອງໃນໂອກາດນີ້, ບັນດາວิສາຫະກິດຂອງຫວຽດນາມ ແລະ ໄທ ກໍຈະມີຫຼາກຫຼາຍກິດຈະກຳການພົບປະ, ຕິດຕໍ່ ແລະ ແລກປ່ຽນ ເພື່ອຊອກຫາໂອກາດ, ເພີ່ມທະວີການຮ່ວມມືໃນບັນດາຂົງເຂດການລົງທຶນ, ການຄ້າ ກໍຄືຂົງເຂດເສດຖະກິດອື່ນໆ.

ນອກຈາກນັ້ນ, ໃນຊ່ວງການຢ້ຽມຢາມຄັ້ງນີ້, ທ່ານເລຂາທិການໃຫຍ່, ປະທານປະເທດ ໂຕເລິມ ຍັງຈະມີການພົບປະຮ່ວມກັບຄະນະພີ່ນ້ອງຮ່ວມຊາດ ທີ່ອາໄສຢູ່ປະເທດໄທ, ເພື່ອຮັບຟັງຄວາມມຸ່ງມາດປາດຖະໜາ ແລະ ສະພາບຈິດໃຈຂອງພີ່ນ້ອງຮ່ວມຊາດ, ເຊິ່ງສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ຂອງພັກ ແລະ ລັດ ທີ່ມີຕໍ່ກັບຄະນະຊຸມຊົນຄົນຫວຽດນາມ ຢູ່ຕ່າງປະເທດ. ปັດຈຸບັນ ຊຸມຊົນຄົນຫວຽດນາມ ຢູ່ປະເທດໄທ ແມ່ນຂົວຕໍ່ແຫ່ງມິດຕະພາບທີ່ເປັນສັນຍະລັກ ໃຫ້ແກ່ສາຍພົວພັນລະຫວ່າງສອງປະເທດ.

ດ້ວຍຮາກຖານ 50 ປີ ແຫ່ງສາຍພົວພັນມິດຕະພາບອັນດີງາມ, ຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງໃນລະດັບສູງ ແລະ ທ່າແຮງບົ່ມຊ້ອນແຫ່ງການຮ່ວມມືອັນກວ້າງຂວາງຫຼາກຫຼາຍ, ການຢ້ຽມຢາມຢ່າງເປັນທາງການ ທີ່ປະເທດໄທ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລิມ ໃນຄັ້ງນີ້ ຈະສ້າງກຳລັງດັນໃໝ່ ເພື່ອນຳພາສາຍພົວພັນ ຫວຽດນາມ - ໄທ ໃຫ້ມີການເຕີບໃຫຍ່ຂະຫຍາຍຕົວຢ່າງແຂງແຮງຍິ່ງໆຂຶ້ນກວ່າເກົ່າ, ມຸ່ງໄປສູ່ລະດັບສູງໃໝ່ໃນຊ່ວງໄລຍະຕໍ່ໜ້າ.

ຮອງປະທານສະພາແຫ່ງຊາດລາວ ຢ້ຽມຢາມ ແລະ ເຮັດວຽກ ຢູ່ໂຄງການລົງທຶນຈຸດສຸມຂອງຫວຽດນາມ ຮອງປະທານສະພາແຫ່ງຊາດລາວ ຢ້ຽມຢາມ ແລະ ເຮັດວຽກ ຢູ່ໂຄງການລົງທຶນຈຸດສຸມຂອງຫວຽດນາມ

ຍສໝ - ເມື່ອບໍ່ດົນມານີ້, ຄະນະຜູ້ແທນສະພາແຫ່ງຊາດລາວ ໂດຍແມ່ນສະຫາຍ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດລາວ ທ່ານນາງ ສູນທອນ ໄຊຍະຈັກ ເປັນຫົວໜ້າຄະນະ, ໄດ້ເດີນທາງໄປຢ້ຽມຢາມ, ເຮັດວຽກ ແລະ ກວດກາຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ໂຄງການເຂດອຸດສາຫະກຳຂຸດຄົ້ນບໍ່ແຮ່ Bauxite ແລະ ປຸງແຕ່ງ Alumina Dakcheung ຂອງກຸ່ມບໍລິສັດ ຫວຽດເຟືອງ (Việt Phương) ...

ນັກສຶກສາຫວຽດນາມ ຢູ່ ຟຣັງເຟີດ ເພີ່ມທະວີການເຊື່ອມຕໍ່ປະຊາຄົມ ນັກສຶກສາຫວຽດນາມ ຢູ່ ຟຣັງເຟີດ ເພີ່ມທະວີການເຊື່ອມຕໍ່ປະຊາຄົມ

ຍສໝ - ຫຼາຍມື້ຜ່ານມາ, ສະມາຄົມນັກສຶກສາຫວຽດນາມ ຢູ່ ຟຣັງເຟີດ (VSAF) ໄດ້ຈັດຕັ້ງເຫດການ “The Next Move 2026” ແນໃສ່ສະຫຼຸບສັງລວມບັນດາກິດຈະກຳໃນປີຜ່ານມາ ແລະ ເລືອກຕັ້ງຄະນະບໍລິຫານງານສະໄໝໃໝ່. ເຫດການໄດ້ດຳເນີນໄປຢູ່ບໍລິເວນ ສະຖານກົງສຸນໃຫຍ່ຫວຽດນາມ ປະຈຳ ຟຣັງເຟີດ, ເຢຍລະມັນ.

Link: https://huunghivietlao.thoidai.com.vn/detail-article-22058.html

In bài biết