ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນກອງປະຊຸມສຸດຍອດສະເຫຼີມສະຫຼອງ ອາຊຽນ - ຣັດເຊຍ
| ບັນດາອົງການຈັດຕັ້ງສາສະໜາ ຂະຫຍາຍກິດຈະກຳເພື່ອຊຸມຊົນ | |
| ຮ່າໂນ້ຍ ແລະ Saint Petersburg ຂະຫຍາຍການຮ່ວມມື |
ກອງປະຊຸມດັ່ງກ່າວ ໂດຍແມ່ນທ່ານນາງ Theresa P. Lazaro ລັດຖະມົນຕີກະຊວງການຕ່າງປະເທດ ຟີລິບປິນ, ໃນນາມປະທານ ອາຊຽນ ປີ 2026 ເປັນປະທານ ເພື່ອແລກປ່ຽນວຽກງານການກະກຽມໃຫ້ແກ່ກອງປະຊຸມສຸດຍອດສະເຫຼີມສະຫຼອງ ວັນສ້າງຕັ້ງສາຍພົວພັນ ອາຊຽນ - ຣັດເຊຍ ຄົບຮອບ 35 ປີ ເຊິ່ງຄາດວ່າຈະຈັດຂຶ້ນຢູ່ທີ່ເມືອງ Kazan (ສະຫະພັນຣັດເຊຍ) ໃນວັນທີ 17-18 ມິຖຸນາ ທີ່ຈະມາເຖິງນີ້.
ໃນກອງປະຊຸມ, ບັນດາລັດຖະມົນຕີຕ່າງປະເທດ ອາຊຽນ ໄດ້ເນັ້ນໜັກເຖິງຄວາມໝາຍອັນສຳຄັນ ຂອງກອງປະຊຸມສຸດຍອດທີ່ກຳລັງຈະມາເຖິງນີ້ ໃນການຢັ້ງຢືນຄືນໃໝ່ ກ່ຽວກັບຄຳໝັ້ນສັນຍາທາງດ້ານການເມືອງ, ທິດທາງຍຸດທະສາດ ແລະ ການສ້າງກຳລັງຂັບເຄື່ອນໃໝ່ໃຫ້ແກ່ສາຍພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ຣັດເຊຍ ໃນໄລຍະຕໍ່ໄປ.
ບັນດາປະເທດ ອາຊຽນ ຢັ້ງຢືນວ່າ ຈະປະສານສົມທົບຢ່າງໃກ້ຊິດກັບ ຣັດເຊຍ ເພື່ອຮັບປະກັນໃຫ້ກອງປະຊຸມດຳເນີນໄປຢ່າງມີຜົນສຳເລັດ, ເຊິ່ງຜ່ານນັ້ນຈະສືບຕໍ່ເສີມຂະຫຍາຍບົດບາດເປັນກາງຂອງ ອາຊຽນ, ຮັກສາຄວາມດຸນດ່ຽງທາງດ້ານຍຸດທະສາດໃນການພົວພັນກັບບັນດາຄູ່ຮ່ວມມື, ໂດຍສະເພາະແມ່ນໃນທ່າມກາງສະພາບການພາກພື້ນ ແລະ ໂລກ ທີ່ຍັງມີການຜັນແປຢ່າງຫຼວງຫຼາຍ.
ຕິດພັນກັບສະພາບການຢູ່ ມຽນມາ, ບັນດາລັດຖະມົນຕີ ອາຊຽນ ໄດ້ຢັ້ງຢືນຄືນໃໝ່ວ່າ ສັນທາມະຕິ 5 ຂໍ້ ຍັງຄົງແມ່ນຂອບທິດທາງອັນສຳຄັນ ໃຫ້ແກ່ຄວາມພະຍາຍາມຕ່າງໆຂອງ ອາຊຽນ ເພື່ອແນໃສ່ຊຸກຍູ້ການເຈລະຈາ, ການປອງດອງຊາດ, ສະຖຽນລະພາບໃນໄລຍະຍາວ ແລະ ການແກ້ໄຂບັນຫາທາງດ້ານມະນຸດສະທຳ ກໍຄືການພັດທະນາຢູ່ ມຽນມາ. ບັນດາປະເທດຍັງເຫັນດີວ່າ ອາຊຽນ ຈຳເປັນຕ້ອງມີແນວທາງການເຂົ້າເຖິງທີ່ເປັນເຈົ້າການ ແລະ ມີຄວາມຢືດຢຸ່ນກວ່າເກົ່າ ໃນໄລຍະປັດຈຸບັນ, ບົນຈິດໃຈແຫ່ງຄວາມຮັບຜິດຊອບຂອງຄອບຄົວສ່ວນລວມ ແລະ ເພື່ອເປົ້າໝາຍໃນການຮັກສາສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ໃຫ້ໝັ້ນຄົງ.
![]() |
| ທ່ານ ເລຮວ່າຍຈຸງ (Lê Hoài Trung), ກຳມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດ ກ່າວຄຳເຫັນໃນກອງປະຊຸມ. (ພາບ: TTXVN) |
ກ່າວຄຳປາໄສໃນກອງປະຊຸມ, ທ່ານລັດຖະມົນຕີ ເລຮວ່າຍຈຸງ (Lê Hoài Trung) ໄດ້ຕີລາຄາສູງຕໍ່ຄວາມພະຍາຍາມໃນການປະສານສົມທົບ ລະຫວ່າງ ບັນດາປະເທດ ອາຊຽນ ແລະ ຣັດເຊຍ ໃນຂະບວນການກະກຽມກອງປະຊຸມສຸດຍອດ, ພ້ອມທັງຢັ້ງຢືນວ່າ ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ ເພື່ອແນໃສ່ຊຸກຍູ້ການຮ່ວມມື ອາຊຽນ - ຣັດເຊຍ ໄປໃນທິດທາງທີ່ແທດຕົວຈິງ, ມີປະສິດທິຜົນ ແລະ ສອດຄ່ອງກັບຜົນປະໂຫຍດຮ່ວມກັນຂອງພາກພື້ນ.
ທ່ານລັດຖະມົນຕີ ເນັ້ນໜັກວ່າ ອາຊຽນ ຈຳເປັນຕ້ອງສືບຕໍ່ຮັດແໜ້ນຄວາມສາມັກຄີພາຍໃນກຸ່ມ, ເສີມຂະຫຍາຍບົດບາດເປັນກາງ ແລະ ຮັກສາແນວທາງການເຂົ້າເຖິງ ບົນພື້ນຖານການເຈລະຈາ, ການຮ່ວມມື ແລະ ການສ້າງຄວາມໄວ້ເນື້ອເຊື່ອໃຈ ເພື່ອຮັບມືກັບບັນດາສິ່ງທ້າທາຍໃນປັດຈຸບັນຢ່າງມີປະສິດທິຜົນ.
ໃນການແບ່ງປັນທັດສະນະຂອງ ຫວຽດນາມ, ທ່ານລັດຖະມົນຕີ ເລຮວ່າຍຈຸງ ໄດ້ສະແດງຄວາມສະໜັບສະໜູນ ອາຊຽນ ໃນການສືບຕໍ່ເຂົ້າຮ່ວມຢ່າງຕັ້ງໜ້າ, ຮອບດ້ານ ແລະ ບົນຈິດໃຈສ້າງສັນກັບ ມຽນມາ ບົນພື້ນຖານສັນທາມະຕິ 5 ຂໍ້, ໃນນັ້ນມີການຊຸກຍູ້ບັນດາຮູບແບບການເຈລະຈາທີ່ເໝາະສົມ ໃນຂອບເຂດກອງປະຊຸມສຸດຍອດສະເຫຼີມສະຫຼອງ ອາຊຽນ - ຣັດເຊຍ. ຕາມທ່ານລັດຖະມົນຕີແລ້ວ, ສິ່ງນີ້ຈະປະກອບສ່ວນເພີ່ມທະວີບົດບາດເປັນກາງຂອງ ອາຊຽນ, ສະໜັບສະໜູນຂະບວນການປອງດອງຊາດ ແລະ ຊຸກຍູ້ສັນຕິພາບ, ສະຖຽນລະພາບ, ການພັດທະນາຢູ່ ມຽນມາ ກໍຄືໃນທົ່ວພາກພື້ນ.
| ນ້ຳໃຈມິດຕະພາບທີ່ຊື່ສັດບໍລິສຸດ, ສົດໃສ - ຊັບສິນອັນລ້ຳຄ່າຂອງປະຊາຊົນສອງປະເທດ ຫວຽດນາມ ແລະ ຣັດເຊຍ ຍສໝ - ໂດຍຕອບຮັບຄໍາເຊີນຂອງ ທ່ານ ຫງວຽນຟູ໋ຈ້ອງ ເລຂາທິການໃຫຍ່, ທ່ານ Vladimir Putin ປະທານາທິບໍດີ ແຫ່ງສະຫະພັນຣັດເຊຍ ໄດ້ມາຢ້ຽມຢາມຫວຽດນາມ ທາງລັດຖະກິດ ເປັນເວລາ 2 ວັນຄື 19 ແລະ 20 (ແຕ່ເວລາ 01:45' ຫາ 24:00 ຂອງວັນທີ 20 ... |
| ເລຂາທິການໃຫຍ່ ອາຊຽນ: ຫວຽດນາມ ຮ່ວມແຮງຮ່ວມໃຈປະກອບສ່ວນອັນໃຫຍ່ຫຼວງໃຫ້ແກ່ຜົນງານໃນຕະຫຼອດ 56 ປີຜ່ານມາຂອງ ອາຊຽນ ຍສໝ - ຫວຽດນາມ ເຂົ້າຮ່ວມທຸກໆກົນໄກຂອງ ອາຊຽນ ແລະ ສວມບົດບາດສຳຄັນໃນເລື່ອງພ້ອມກັບບັນດາປະເທດສະມາຊິກອື່ນເຄົາລົບ ແລະ ຮັບປະກັນໃຫ້ກົດບັດ ອາຊຽນ... |
