ຫວຽດນາມ, ອິນເດຍ ແບ່ງປັນວິໄສທັດ, ສຸມໃສ່ຍຸດທະສາດ, ການຮ່ວມມືຢ່າງແທດຕົວຈິງ
| ສືບຕໍ່ເພີ່ມທະວີສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານທີ່ຂະຫຍັນຂັນເຄື່ອນ ຫວຽດນາມ - ອິນເດຍ | |
| ນັກວິຊາການ ອິນເດຍ: ຂອບເຂດການຮ່ວມມືໃໝ່ ຫວຽດນາມ - ອິນເດຍ ແມ່ນນອນຢູ່ໃນບັນດາຂົງເຂດຍຸດທະສາດ |
![]() |
| ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ (Tô Lâm) ກ່າວປາໄສນະໂຍບາຍ ຢູ່ທີ່ສະພາບັນດາບັນຫາທົ່ວໂລກຂອງອິນເດຍ - ພາບ: TTXVN |
ສະພາບັນດາບັນຫາທົ່ວໂລກຂອງອິນເດຍ ແມ່ນອົງການຄົ້ນຄວ້າຍຸດທະສາດແຖວໜ້າ ແລະ ມີຊື່ສຽງອັນດັບໜຶ່ງ ດ້ວຍປະຫວັດສາດແຫ່ງການຂະຫຍາຍຕົວກວ່າ 80 ປີ, ມີບົດບາດບຸກທະລຸໃນການກຳນົດນະໂຍບາຍການຕ່າງປະເທດຂອງອິນເດຍ, ຈົດຈຳຫຼາຍເຫດການທີ່ສຳຄັນຍິ່ງໃນສາຍພົວພັນການຕ່າງປະເທດຂອງທັງອິນເດຍ ກໍຄືບັນດາປະເທດອາຊີ, ໂລກ ແລະ ຫວຽດນາມ, ເປັນບ່ອນເຕົ້າໂຮມຂອງບັນດາຜູ້ນຳ, ນັກການເມືອງ ແລະ ນັກການທູດຈາກທົ່ວໂລກ.
ຢູ່ທີ່ນີ້, ໃນປີ 1947 ໄດ້ມີກອງປະຊຸມທີ່ມີຄວາມໝາຍສຳຄັນທີ່ສຸດຈັດຂຶ້ນ - ນັ້ນແມ່ນກອງປະຊຸມສາຍພົວພັນອາຊີ ຄັ້ງທີ 1 ໃນປີ 1947, ເຊິ່ງໄດ້ວາງຮາກຖານໃຫ້ແກ່ການກຳເນີດຂອງຂະບວນການບໍ່ຮ່ວມກຸ່ມ, ເຊື່ອມຕໍ່ ອິນເດຍ, ຫວຽດນາມ ແລະ ບັນດາປະເທດທີ່ມີຄວາມມຸ່ງຫວັງຢາກມີເອກະລາດ, ສັນຕິພາບ, ການຮ່ວມມື, ການພັດທະນາຢ່າງຍຸດຕິທຳ ແລະ ວັດທະນາຖາວອນ.
ສານແຫ່ງສັນຕິພາບ ແລະ ຄວາມສາມັກຄີ ຂອງປະທານ ໂຮ່ຈີມິນ ທີ່ສົ່ງເຖິງກອງປະຊຸມທີ່ວ່າ: "ສາມັກຄີກັນ, ພວກເຮົາຈະແມ່ນໜຶ່ງໃນບັນດາຜູ້ປົກປັກຮັກສາທີ່ເຂັ້ມແຂງທີ່ສຸດຂອງສັນຕິພາບ ແລະ ປະຊາທິປະໄຕໂລກ" ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກເພື່ອນມິດອິນເດຍ ແລະ ສາກົນ. ນັ້ນແມ່ນໜຶ່ງໃນບັນດາສາຍໃຍທາງປະຫວັດສາດທຳອິດທີ່ເຊື່ອມຕໍ່ສອງປະເທດ ອິນເດຍ ແລະ ຫວຽດນາມ ທີ່ຫາກໍຍາດໄດ້ເອກະລາດມາໃໝ່ໆ, ທັງແມ່ນຂີດໝາຍໜຶ່ງໃນບັນດາເຫດການການຕ່າງປະເທດຫຼາຍຝ່າຍທຳອິດທີ່ປະເທດ ຫວຽດນາມ ເອກະລາດໄດ້ເຂົ້າຮ່ວມ.
ຫວຽດນາມ ແລະ ອິນເດຍ ມຸ່ງໄປສູ່ບັນດາເປົ້າໝາຍການພັດທະນາໃໝ່
ກ່າວປາໄສນະໂຍບາຍຢູ່ທີ່ສະພາບັນດາບັນຫາທົ່ວໂລກຂອງອິນເດຍ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ (Tô Lâm) ເນັ້ນໜັກວ່າ ເມື່ອກັບໄປເບິ່ງປະຫວັດສາດການສ້າງຕັ້ງ ແລະ ຂະຫຍາຍຕົວນັບພັນປີຂອງສອງປະເທດ, ປະຫວັດສາດ ແລະ ວັດທະນະທຳ ໄດ້ກາຍເປັນສາຍໃຍທີ່ແໜ້ນແກ່ນເຊື່ອມຕໍ່ ອິນເດຍ ແລະ ຫວຽດນາມ. ເຖິງວ່າຈະບໍ່ມີຊາຍແດນຕິດຈອດກັນທາງພູມສາດ ແຕ່ ຫວຽດນາມ ແລະ ອິນເດຍ ກໍໄດ້ມີຄວາມຜູກພັນກັນມາແຕ່ດົນນານ. ໂດຍຜ່ານເສັ້ນທາງການຄ້າທາງທະເລ, ບັນດາຄຸນຄ່າແຫ່ງຄວາມເຊື່ອຖື, ສາສະໜາ, ແນວຄິດ ແລະ ອະລິຍະທຳຂອງອິນເດຍ ໄດ້ເຜີຍແຜ່ ແລະ ຫຼອມລວມເຂົ້າກັບຊີວິດວັດທະນະທຳ ແລະ ຈິດໃຈຂອງຄົນຫວຽດນາມແຕ່ຫົວທີ.
ເສັ້ນທາງປະຫວັດສາດແຫ່ງການຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ ແລະ ການສ້າງສາປະເທດຊາດ ໄດ້ສ້າງໃຫ້ເກີດຄວາມເຫັນອົກເຫັນໃຈຢ່າງເລິກເຊິ່ງ ແລະ ຄວາມຜູກພັນ, ສາມັກຄີກັນລະຫວ່າງປະຊາຊົນ ແລະ ບັນດາການນຳແຕ່ລະຮຸ່ນຂອງສອງປະເທດ, ເລີ່ມຕົ້ນຈາກຄວາມເຄົາລົບນັບຖືຢ່າງເລິກເຊິ່ງຂອງປະທານ ໂຮ່ຈີມິນ ທີ່ມີຕໍ່ຜູ້ນຳອິນເດຍ Mahatma Gandhi ແລະ ສາຍພົວພັນມິດຕະພາບທີ່ສະໜິດສະໜົມຂອງປະທານ ໂຮ່ຈີມິນ ກັບທ່ານນາຍົກລັດຖະມົນຕີຄົນທຳອິດຂອງອິນເດຍ Jawaharlal Nehru, ທີ່ໄດ້ຮ່ວມກັນສູ້ຊົນເພື່ອເອກະລາດ, ສັນຕິພາບ, ຄວາມຍຸດຕິທຳ ແລະ ການພັດທະນາທີ່ວັດທະນາຖາວອນ.
![]() |
| ທ່ານເລຂາທິການໃຫຍ່, ປະທານປະເທດ ຊີ້ແຈ້ງວ່າ ເສັ້ນທາງແຫ່ງການພັດທະນາຂອງ ອິນເດຍ ແລະ ຫວຽດນາມ ໃນຕະຫຼອດກວ່າ 80 ປີຜ່ານມາ ມີຫຼາຍຈຸດທີ່ຄ້າຍຄືກັນ ແລະ ມີຫຼາຍຜົນສຳເລັດອັນໃຫຍ່ຫຼວງ - ພາບ: TTXVN |
ທ່ານເລຂາທິການໃຫຍ່, ປະທານປະເທດ ຢືນຢັນວ່າ ຫວຽດນາມ ຍາມໃດກໍຈົດຈຳ ແລະ ຕີລາຄາສູງຕໍ່ການສະໜັບສະໜູນອັນໃຫຍ່ຫຼວງ, ເລິກເຊິ່ງ ແລະ ລ້ຳຄ່າທີ່ສຸດ ທີ່ປະຊາຊົນ, ບັນດາພັກການເມືອງ ແລະ ລັດຖະບານ ອິນເດຍ ໄດ້ມອບໃຫ້ແກ່ ຫວຽດນາມ ໃນຊຸມປີແຫ່ງການຕໍ່ສູ້ປົກປັກຮັກສາເອກະລາດ, ເສລີພາບ ໃນເມື່ອກ່ອນ ກໍຄືການສະໜັບສະໜູນ ແລະ ໜູນຊ່ວຍຕົວຈິງໃນການຟື້ນຟູ ແລະ ພາລະກິດພັດທະນາປະເທດຊາດໃນປັດຈຸບັນ.
ທ່ານເລຂາທິການໃຫຍ່, ປະທານປະເທດ ຊີ້ແຈ້ງວ່າ ເສັ້ນທາງແຫ່ງການພັດທະນາຂອງ ອິນເດຍ ແລະ ຫວຽດນາມ ໃນຕະຫຼອດກວ່າ 80 ປີຜ່ານມາ ມີຫຼາຍຈຸດທີ່ຄ້າຍຄືກັນ ແລະ ມີຫຼາຍຜົນສຳເລັດອັນໃຫຍ່ຫຼວງ. ກ່ອນອື່ນໝົດແມ່ນທັງສອງປະເທດລ້ວນແຕ່ກ້າວອອກມາຈາກພື້ນຖານເສດຖະກິດແບບຫົວເມືອງຂຶ້ນທີ່ຫຍຸ້ງຍາກທີ່ສຸດ, ຈົນຮອດຂັ້ນອິດເມື່ອຍຊຸດໂຊມ, ລະດັບຕ່ຳ, ໂຄງສ້າງຂາດຄວາມສົມດຸນ ແລະ ຕ້ອງເພິ່ງພາຕ່າງປະເທດເປັນສ່ວນຫຼາຍ. ດ້ວຍຄວາມມຸ່ງຫວັງຢາກມີຄວາມວັດທະນາຖາວອນ, ນຳມາຊິ່ງຄວາມອີ່ມໜຳສຳລານ ແລະ ຄວາມສຸກໃຫ້ແກ່ປະຊາຊົນ, ສອງປະເທດໄດ້ຄ່ອຍໆສ້າງຕັ້ງພື້ນຖານເສດຖະກິດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ ແລະ ເຂັ້ມແຂງ.
ກ່ຽວກັບການຕ່າງປະເທດ, ສອງປະເທດໄດ້ແບ່ງປັນທັດສະນະເອກະລາດ, ເປັນເຈົ້າຕົນເອງ, ກຸ້ມຕົນເອງ, ສັນຕິພາບ, ສະໜັບສະໜູນການສົນທະນາ ແລະ ວິທີການເຂົ້າຫາແບບເປັນເຈົ້າການ, ສົມດຸນ ແລະ ມີຄວາມຮັບຜິດຊອບ ຕໍ່ກັບບັນດາບັນຫາພາກພື້ນ ແລະ ທົ່ວໂລກ.
ທ່ານເລຂາທິການໃຫຍ່, ປະທານປະເທດ ສະແດງຄວາມປະທັບໃຈຕໍ່ກັບປັດຊະຍາ "ໂລກແມ່ນຄອບຄົວດຽວກັນ" ຂອງ ອິນເດຍ ທີ່ເຊີດຊູສາຍພົວພັນມິດຕະພາບ, ຄວາມເຄົາລົບນັບຖື, ຈິດໃຈສາມັກຄີ ແລະ ຄວາມມຸ່ງຫວັງສັນຕິພາບ, ຄວາມວັດທະນາຖາວອນ - ເຊິ່ງກໍແມ່ນບັນດາຄຸນຄ່າທີ່ຊາດ ຫວຽດນາມ ຍາມໃດກໍມຸ່ງໄປຫາ. ຫວຽດນາມ ຕີລາຄາສູງຕໍ່ການປະກອບສ່ວນຢ່າງມີຄວາມຮັບຜິດຊອບຂອງ ອິນເດຍ ຜ່ານບັນດາຂອບການຮ່ວມມື ແລະ ຂໍ້ລິເລີ່ມການເຊື່ອມຕໍ່ຍຸດທະສາດ, ນະໂຍບາຍການເຄື່ອນໄຫວມຸ່ງໄປສູ່ທິດໃດ (Act East) ເພີ່ມທະວີການເຊື່ອມຕໍ່ກັບ ອາຊີຕາເວັນອອກສ່ຽງໃຕ້; ຂໍ້ລິເລີ່ມ ອິນໂດ-ປາຊີຟິກ ຊຸກຍູ້ຂົງເຂດທີ່ເປີດກວ້າງ, ກວມລວມ ແລະ ອີງຕາມກົດໝາຍ; ຕີລາຄາສູງຕໍ່ບົດບາດທີ່ນັບມື້ນັບສຳຄັນຂອງ ອິນເດຍ ຢູ່ບັນດາກົນໄກຫຼາຍຝ່າຍ, ປະກອບສ່ວນຊຸກຍູ້ການສົນທະນາ, ເພີ່ມທະວີການເຊື່ອມຕໍ່ ແລະ ແກ້ໄຂບັນດາສິ່ງທ້າທາຍລວມ. ຫວຽດນາມ ກໍໄດ້ຮັບຜິດຊອບສຳເລັດໜ້າທີ່ສາກົນທີ່ສຳຄັນຫຼາຍຢ່າງ, ສົ່ງພະນັກງານ ແລະ ນັກຮົບເຂົ້າຮ່ວມປະກອບສ່ວນເຂົ້າໃນພາລະກິດຮັກສາສັນຕິພາບຂອງ ສປຊ.
ຫວຽດນາມ ແລະ ອິນເດຍ ລ້ວນແຕ່ພວມມຸ່ງໄປສູ່ບັນດາເປົ້າໝາຍການພັດທະນາໃໝ່ ໃນໂອກາດສະເຫຼີມສະຫຼອງເອກະລາດຄົບຮອບ 100 ປີ, ປະສານສົມທົບລະຫວ່າງການເຕີບໂຕ ແລະ ຄວາມກ້າວໜ້າຂອງສັງຄົມ, ໃນນັ້ນບໍ່ສາມາດຂາດບົດບາດຂອງວິທະຍາສາດ ແລະ ເຕັກໂນໂລຊີໄດ້.
ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມຜູກພັນ, ສາຍພົວພັນຂອງສອງປະເທດໄດ້ຄ່ອຍໆຖືກກຳນົດທິດ ແລະ ຂະຫຍາຍຕົວ, ດ້ວຍການສ້າງຕັ້ງສາຍພົວພັນການທູດໃນປີ 1972, ຍົກລະດັບສາຍພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດໃນປີ 2007, ຄູ່ຮ່ວມມືຍຸດທະສາດຮອບດ້ານໃນປີ 2016, ແລະ ໄດ້ຮັບການຂະຫຍາຍຕົວ ພ້ອມທັງເຮັດໃຫ້ເລິກເຊິ່ງກວ່າເກົ່າຢ່າງບໍ່ຢຸດຢັ້ງໃນຊຸມປີຜ່ານມາ.
ການຮ່ວມມືປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສືບຕໍ່ແມ່ນເສົາຄ້ຳຍຸດທະສາດ ດ້ວຍຫຼາຍໂຄງການໜູນຊ່ວຍສິນເຊື່ອ ແລະ ການຖ່າຍທອດເຕັກນິກ. ບັນດາຂົງເຂດການສຶກສາ-ບຳລຸງສ້າງ, ການທ່ອງທ່ຽວ ແລະ ການພົບປະແລກປ່ຽນລະຫວ່າງປະຊາຊົນ ກໍໄດ້ຮັບການຂະຫຍາຍຕົວ, ໂດຍມີຖ້ຽວບິນໂດຍກົງປະມານ 80 ຖ້ຽວ ລະຫວ່າງສອງປະເທດໃນແຕ່ລະອາທິດ.
ທ່ານເລຂາທິການໃຫຍ່, ປະທານປະເທດ ເຫັນວ່າ ໂລກພວມມີການຜັນແປຢ່າງວ່ອງໄວ ແລະ ເລິກເຊິ່ງຢ່າງທີ່ບໍ່ເຄີຍມີມາກ່ອນ. ການແຂ່ງຂັນລະຫວ່າງບັນດາສູນອຳນາດໃຫຍ່ ນັບມື້ນັບຂະຫຍາຍຕົວ. ກົດໝາຍສາກົນ, ສປຊ ແລະ ບັນດາສະຖາບັນຫຼາຍຝ່າຍ ພວມຜະເຊີນກັບສິ່ງທ້າທາຍອັນໃຫຍ່ຫຼວງຢ່າງທີ່ບໍ່ເຄີຍມີມາກ່ອນ.
ທຸກໆປະເທດ, ໃນນັ້ນມີ ຫວຽດນາມ ແລະ ອິນເດຍ ລ້ວນແຕ່ຜະເຊີນກັບຄວາມຂັດແຍ່ງຂອງຍຸກສະໄໝ: ຄວາມຕ້ອງການຮ່ວມມືເພີ່ມຂຶ້ນ, ແຕ່ຄວາມໄວ້ເນື້ອເຊື່ອໃຈພັດຖືກເຊາະເຈື່ອນ. ບັນດາໂຄງສ້າງເສດຖະກິດເຊື່ອມຕໍ່ກັນເລິກເຊິ່ງກວ່າ, ແຕ່ພັດຖືກທຳລາຍໄດ້ງ່າຍກວ່າ. ເຕັກໂນໂລຊີມີບາດກ້າວບຸກທະລຸຢ່າງທີ່ບໍ່ເຄີຍມີມາກ່ອນ, ໃນຂະນະດຽວກັນກໍເຮັດໃຫ້ໄລຍະຫ່າງແຫ່ງການພັດທະນາລະຫວ່າງບັນດາປະເທດເລິກເຊິ່ງກວ່າເກົ່າ. ການຜັນແປພວມສ້າງສິ່ງທ້າທາຍອັນໃຫຍ່ຫຼວງ; ແຕ່ເໜືອກວ່າສິ່ງອື່ນໃດ, ການຜັນແປກໍເປີດໂອກາດຕ່າງໆອອກມາ ຖ້າພວກເຮົາຮູ້ຈັກກຳແໜ້ນ ແລະ ກຳແໜ້ນໃຫ້ທັນການ, ແລະ ໂອກາດຈະທະວີຄູນຂຶ້ນ ຖ້າໄດ້ຮັບການເຊື່ອມຕໍ່ຮ່ວມກັນ.
![]() |
| ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ບັນດາຜູ້ແທນ ຢູ່ທີ່ສະພາບັນດາບັນຫາທົ່ວໂລກຂອງອິນເດຍ - ພາບ: TTXVN |
ປັບປຸງ ແລະ ເຮັດໃຫ້ຄວາມໄວ້ເນື້ອເຊື່ອໃຈທາງຍຸດທະສາດເລິກເຊິ່ງກວ່າເກົ່າ
ສະພາບການໃໝ່, ຄວາມຮຽກຮ້ອງຕ້ອງການໃໝ່ຂອງໄລຍະແຫ່ງການພັດທະນາໃໝ່ຂອງແຕ່ລະປະເທດ ຮຽກຮ້ອງໃຫ້ທັງສອງຝ່າຍຕ້ອງປັບປຸງ, ປ່ຽນແປງໃໝ່ ແລະ ນຳພາສາຍພົວພັນ ຫວຽດນາມ-ອິນເດຍ ຂະຫຍາຍຕົວຂຶ້ນສູ່ລະດັບສູງໃໝ່.
ທ່ານເລຂາທິການໃຫຍ່, ປະທານປະເທດ ເນັ້ນໜັກວ່າ ເສັ້ນທາງແຫ່ງການພັດທະນາຂອງແຕ່ລະປະເທດ ແລະ ເສັ້ນທາງແຫ່ງການພັດທະນາສາຍພົວພັນ ໄດ້ສະແດງໃຫ້ເຫັນວ່າ ຫວຽດນາມ ແລະ ອິນເດຍ ໄດ້ກາຍເປັນຄູ່ຮ່ວມມືທີ່ເປັນທຳມະຊາດຂອງກັນ ແລະ ກັນ ໃນບັນດາບັນຫາສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາ; ແບ່ງປັນທັດສະນະ, ວິໄສທັດ ກ່ຽວກັບຫຼາຍບັນຫາໃນການສ້າງສາປະເທດຊາດ, ພາກພື້ນ, ໂລກ ແລະ ສາຍພົວພັນສາກົນ; ພົບປະກັນຢູ່ຫຼາຍຈຸດທີ່ຄ້າຍຄືກັນ.
ບັນດາສາຍໃຍເຊື່ອມຕໍ່, ການແບ່ງປັນວິໄສທັດ, ການສຸມໃສ່ຍຸດທະສາດ ແມ່ນພື້ນຖານທີ່ໝັ້ນຄົງ ເພື່ອໃຫ້ ຫວຽດນາມ ແລະ ອິນເດຍ ຊຸກຍູ້ການຮ່ວມມື, ປະກອບສ່ວນຢ່າງມີປະສິດທິຜົນເຂົ້າໃນເສັ້ນທາງແຫ່ງການພັດທະນາຂອງແຕ່ລະປະເທດໃນຍຸກສະໄໝໃໝ່, ທັງປະກອບສ່ວນກຳນົດທິດສະພາບແວດລ້ອມພາກພື້ນ ແລະ ສາກົນ ຕາມທິດທາງທີ່ມີສະຖຽນລະພາບ ແລະ ຍືນຍົງກວ່າເກົ່າ.
ສືບທອດພື້ນຖານທີ່ໝັ້ນຄົງຂອງສາຍພົວພັນ ຫວຽດນາມ-ອິນເດຍ ໃນຕະຫຼອດກວ່າ 50 ປີຜ່ານມາ, ເພື່ອນຳພາສາຍພົວພັນການຮ່ວມມື ຫວຽດນາມ-ອິນເດຍ ກ້າວເຂົ້າສູ່ໄລຍະໃໝ່ໃນລະດັບໃໝ່, ທ່ານເລຂາທິການໃຫຍ່, ປະທານປະເທດ ປາດຖະໜາຢາກໃຫ້ທັງສອງຝ່າຍປັບປຸງ ແລະ ເຮັດໃຫ້ຄວາມໄວ້ເນື້ອເຊື່ອໃຈທາງຍຸດທະສາດເລິກເຊິ່ງກວ່າເກົ່າ - ເຊິ່ງແມ່ນເງື່ອນໄຂເພື່ອຮັກສາສາຍພົວພັນໃຫ້ມີສະຖຽນລະພາບ, ທັງແມ່ນພື້ນຖານເພື່ອຊຸກຍູ້ການຮ່ວມມືທີ່ມີປະສິດທິຜົນ ແລະ ຮ່ວມກັນຮັບມືກັບບັນດາສິ່ງທ້າທາຍລວມ.
ໃນໄລຍະໃໝ່, ທັງສອງຝ່າຍຈຳເປັນຕ້ອງສືບຕໍ່ເພີ່ມທະວີການແລກປ່ຽນຢ່າງຮອບດ້ານໃນທຸກຊ່ອງທາງ - ລະຫວ່າງ ລັດ, ສະພາແຫ່ງຊາດ, ພັກການເມືອງ, ປະຊາຊົນສອງປະເທດ ແລະ ທຸກຂັ້ນ, ທັງຂັ້ນສູນກາງ ແລະ ທ້ອງຖິ່ນ; ຂະຫຍາຍການຮ່ວມມືໃນບັນດາຂົງເຂດຍຸດທະສາດ; ຈຳເປັນຕ້ອງເສີມຂະຫຍາຍໃຫ້ຫຼາຍກວ່າເກົ່າ, ຍົກສູງປະສິດທິຜົນຂອງການເຄື່ອນໄຫວ, ປະສານສົມທົບທັດສະນະໃນບັນດາເວທີປຶກສາຫາລືຫຼາຍຝ່າຍ.
ທັງສອງຝ່າຍຂະຫຍາຍເນື້ອທີ່ແຫ່ງການເຊື່ອມຕໍ່, ເພີ່ມທະວີການເຊື່ອມຕໍ່ການພັດທະນາ, ສ້າງກຳລັງຊຸກຍູ້ເພີ່ມເຕີມໃຫ້ແກ່ການເຊື່ອມໂຍງພາກພື້ນ. ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືດ້ານການຢາ ກັບ ອິນເດຍ, ຊົມເຊີຍບັນດາບໍລິສັດຢາຂອງອິນເດຍ ເຂົ້າມາລົງທຶນຜະລິດຢາຢູ່ ຫວຽດນາມ ເພື່ອສະໜອງໃຫ້ແກ່ຕະຫຼາດອາຊີຕາເວັນອອກສ່ຽງໃຕ້.
ທັງສອງຝ່າຍຍົກລະດັບ ແລະ ເລັ່ງຄວາມໄວການຮ່ວມມືດ້ານວິທະຍາສາດ, ການປ່ຽນແປງໃໝ່ປະດິດສ້າງ ແລະ ເຕັກໂນໂລຊີຍຸດທະສາດ ໃຫ້ກາຍເປັນເສົາຄ້ຳທີ່ສຳຄັນໃນສາຍພົວພັນການຮ່ວມມື ຫວຽດນາມ-ອິນເດຍ.
ຫວຽດນາມ ໃຫ້ຄວາມສຳຄັນເປັນພິເສດຕໍ່ການຮ່ວມມືກັບ ອິນເດຍ ໃນຂົງເຂດວິທະຍາສາດ, ເຕັກໂນໂລຊີ, ໂດຍສະເພາະແມ່ນໃນບັນດາຂົງເຂດຍຸດທະສາດ ເຊັ່ນ ເຕັກໂນໂລຊີເຊມິຄອນດັກເຕີ (semiconductor), ປັນຍາປະດິດ (AI) ແລະ ການຫັນເປັນດີຈີຕອນ.
ເຜີຍແຜ່ບັນດາຄຸນຄ່າວັດທະນະທຳ-ສັງຄົມ, ເພີ່ມທະວີການພົບປະແລກປ່ຽນລະຫວ່າງປະຊາຊົນ, ທັງສອງຝ່າຍຈຳເປັນຕ້ອງສືບຕໍ່ຂະຫຍາຍ ແລະ ເຮັດໃຫ້ບັນດາການເຊື່ອມຕໍ່ນັ້ນເລິກເຊິ່ງກວ່າເກົ່າ ໂດຍຜ່ານການຮ່ວມມືດ້ານການສຶກສາ-ບຳລຸງສ້າງ, ວັດທະນະທຳ, ການທ່ອງທ່ຽວ, ການເຊື່ອມຕໍ່ທ້ອງຖິ່ນ ແລະ ການພົບປະແລກປ່ຽນລະຫວ່າງປະຊາຊົນ, ໂດຍສະເພາະແມ່ນລະຫວ່າງຄົນຮຸ່ນໜຸ່ມ; ຮ່ວມມືກັນສ້າງຕັ້ງ ແລະ ປັບປຸງຂົງເຂດແຫ່ງສັນຕິພາບ, ສະຖຽນລະພາບ.
ທ່ານເລຂາທິການໃຫຍ່, ປະທານປະເທດ ເນັ້ນໜັກເຖິງໄລຍະເວລາແຫ່ງການເຊື່ອມຕໍ່ທາງປະຫວັດສາດນັບພັນປີ ແລະ ກວ່າ 50 ປີແຫ່ງການສ້າງຕັ້ງສາຍພົວພັນການທູດ ໄດ້ສ້າງເປັນພື້ນຖານທີ່ໝັ້ນຄົງ, ອັນລ້ຳຄ່າຢ່າງຍິ່ງໃຫ້ແກ່ສາຍພົວພັນ ຫວຽດນາມ-ອິນເດຍ, ດ້ວຍບັນດາສາຍໃຍເຊື່ອມຕໍ່ທີ່ມີຄວາມໜາແໜ້ນ ແລະ ເລິກເຊິ່ງທາງດ້ານປະຫວັດສາດ ແລະ ຫຼາຍຈຸດທີ່ຄ້າຍຄືກັນໃນເສັ້ນທາງແຫ່ງການພັດທະນາ. ສຳລັບ ຫວຽດນາມ, ອິນເດຍ ຍາມໃດກໍແມ່ນຄູ່ຮ່ວມມືທີ່ສຳຄັນທີ່ສຸດ, ທັງແມ່ນເພື່ອນມິດທີ່ສະໜິດສະໜົມ, ໄວ້ເນື້ອເຊື່ອໃຈ.
ກ້າວເຂົ້າສູ່ຍຸກສະໄໝໃໝ່, ດ້ວຍສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານທີ່ໄດ້ຮັບການເພີ່ມທະວີຂຶ້ນສູ່ລະດັບສູງໃໝ່ ແລະ ຄຳຂວັນ "ແບ່ງປັນວິໄສທັດ, ສຸມໃສ່ຍຸດທະສາດ ແລະ ການຮ່ວມມືຢ່າງແທດຕົວຈິງ," ດ້ວຍວິທີການແກ້ໄຂຢ່າງຂຸ້ນຂ້ຽວຂອງລັດຖະບານ, ຄວາມຕັດສິນໃຈ, ຄວາມເປັນນ້ຳໜຶ່ງໃຈດຽວກັນ, ຈິດໃຈສ້າງສັນ, ປ່ຽນແປງໃໝ່ຂອງວິສາຫະກິດສອງປະເທດ, ທ່ານເລຂາທິການໃຫຍ່, ປະທານປະເທດ ເຊື່ອໝັ້ນວ່າ ສາຍພົວພັນ ຫວຽດນາມ-ອິນເດຍ ຈະຂະຫຍາຍຕົວຢ່າງແຂງແຮງກວ່າເກົ່າ, ແທດຕົວຈິງກວ່າເກົ່າ, ການເຊື່ອມຕໍ່ລະຫວ່າງສອງປະເທດຈະແໜ້ນແຟ້ນກວ່າເກົ່າ, ນຳມາຊິ່ງຜົນປະໂຫຍດຕົວຈິງ ແລະ ຜົນສຳເລັດໃຫ້ແກ່ການພັດທະນາຂອງແຕ່ລະປະເທດ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ຄວາມວັດທະນາຖາວອນໃນພາກພື້ນ ແລະ ໃນໂລກ.
| ກຳລັງຊຸກຍູ້ໃໝ່, ຂອບເຂດການຮ່ວມມືໃໝ່ ໃຫ້ແກ່ສາຍພົວພັນ ຫວຽດນາມ - ອິນເດຍ ຍສໝ - ການຢ້ຽມຢາມທາງລັດຖະກິດຢູ່ ອິນເດຍ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແມ່ນໄດ້ຮັບການຄາດຫວັງວ່າ ຈະສ້າງກຳລັງຊຸກຍູ້ໃໝ່, ເປີດຂອບເຂດການຮ່ວມມືທີ່ກວ້າງຂວາງກວ່າເກົ່າ ແລະ ຍົກລະດັບສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອິນເດຍ ໃນສັງກາດໃໝ່, ໃຫ້ສົມຄູ່ກັບທ່າແຮງ ແລະ ຖານະບົດບາດຂອງສອງປະເທດ ຢູ່ໃນພາກພື້ນ ແລະ ໃນໂລກ. |
| ສ້າງບາດກ້າວບຸກທະລຸໃຫ້ແກ່ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອິນເດຍ ໃນໄລຍະໃໝ່ ຍສໝ - ຕອບສະໜອງຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ອິນເດຍ Narendra Modi, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະໄປຢ້ຽມຢາມລັດຖະກິດ ຢູ່ ສາທາລະນະລັດ ອິນເດຍ ແຕ່ວັນທີ 5 - 7 ພຶດສະພາ 2026. |


