11:31 | 22/04/2026

ເລັ່ງລັດການຫັນປ່ຽນ, ນຳເອົາການນະວັດຕະກຳ ເຂົ້າສູ່ພຶດຕິກຳຕົວຈິງຂອງການພັດທະນາ

ຍົກສູງປະສິດທິຜົນການໂຄສະນາເຜີຍແຜ່, ກວດກາ, ຮັດແໜ້ນລະບຽບວິໄນໃນການຂຸດຄົ້ນສິນໃນນ້ຳ
ແກ້ໄຂ "ບັດເຫຼືອງ" IUU: ນະຄອນໂຮ່ຈີມິນ ເຮັດໃຫ້ຂໍ້ມູນມີຄວາມໂປ່ງໃສ, ຄວບຄຸມການຂຸດຄົ້ນ
ເລັ່ງລັດການຫັນປ່ຽນ, ນຳເອົາການນະວັດຕະກຳ ເຂົ້າສູ່ພຶດຕິກຳຕົວຈິງຂອງການພັດທະນາ
ທ່ານຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ເລຊວນດິງ (LeXuanDinh) ກ່າວປາໄສໃນພິທີຕອບສະໜອງ ວັນສ້າງສັນ ແລະ ນະວັດຕະກຳ ໂລກ 21 ເມສາ. (ຮູບພາບ: VGP/TG)

ເພື່ອຕອບສະໜອງວັນສ້າງສັນ ແລະ ນະວັດຕະກຳ ໂລກ 21 ເມສາ ທີ່ຈັດຂຶ້ນໂດຍສະຫະປະຊາຊາດ, ໃນຕອນເຊົ້າວັນທີ 21 ເມສາ, ຢູ່ທີ່ ຮ່າໂນ້ຍ (HaNoi), ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ໄດ້ຈັດພິທີຕອບສະໜອງປີ 2026 ແນໃສ່ເຜີຍແຜ່ຈິດວິນຍານແຫ່ງນະວັດຕະກຳຢ່າງແຂງແຮງໃນທົ່ວສັງຄົມ, ຊຸກຍູ້ການຫັນປ່ຽນຈາກຄວາມຮັບຮູ້ໄປສູ່ການກະທຳ, ລະດົມບັນດາແຫຼ່ງກຳລັງຢ່າງເປັນເອກະພາບ ເພື່ອຜັນຂະຫຍາຍກິດຈະກຳນະວັດຕະກຳຢ່າງມີປະສິດທິຜົນໃນທຸກຂະແໜງການ ແລະ ຂົງເຂດ.

ເຫດການນີ້ ບໍ່ພຽງແຕ່ແມ່ນກິດຈະກຳທີ່ເຂົ້າຮ່ວມໃນຂໍ້ລິເລີ່ມລະດັບໂລກເທົ່ານັ້ນ, ແຕ່ຫາກຍັງແມ່ນໂອກາດເພື່ອໃຫ້ ຫວຽດນາມ ຢືນຢັນຄວາມມຸ່ງໝັ້ນທາງດ້ານການເມືອງ ໃນການເຮັດໃຫ້ນະວັດຕະກຳກາຍເປັນເສົາຄ້ຳຂອງຮູບແບບການພັດທະນາ, ແມ່ນກຳລັງຂັບເຄື່ອນຕົ້ນຕໍທີ່ຊຸກຍູ້ການເຕີບໂຕບົນພື້ນຖານສະມັດຕະພາບ, ຍົກສູງຄວາມສາມາດໃນການແຂ່ງຂັນລະດັບຊາດ ແລະ ປັບປຸງຄຸນນະພາບຊີວິດຂອງປະຊາຊົນຢ່າງຍືນຍົງ.

ກ່າວປາໄສໃນພິທີຕອບສະໜອງ, ທ່ານຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ເລຊວນດິງ (LeXuanDinh) ເນັ້ນໜັກວ່າ, ການຕອບສະໜອງວັນສ້າງສັນ ແລະ ນະວັດຕະກຳ ໂລກ 21 ເມສາ ມີຄວາມໝາຍຕົວຈິງທີ່ສຸດ, ສະແດງໃຫ້ເຫັນເຖິງການປະສານຈັງຫວະຂອງ ຫວຽດນາມ ກັບຂໍ້ລິເລີ່ມທົ່ວໂລກ, ພ້ອມທັງຢືນຢັນຢ່າງແຂງແຮງເຖິງຄວາມມຸ່ງໝັ້ນຂອງພັກ, ລັດ ແລະ ທົ່ວສັງຄົມ ໃນການເຮັດໃຫ້ວິທະຍາສາດ, ເຕັກໂນໂລຢີ ແລະ ນະວັດຕະກຳ ກາຍເປັນເສົາຄ້ຳແຫ່ງການພັດທະນາປະເທດຊາດ.

ໃນປີນີ້, ຫວຽດນາມ ໄດ້ເລືອກເອົາຫົວຂໍ້: "ນະວັດຕະກຳ - ການກະທຳບຸກທະລຸ, ເຜີຍແຜ່ໝາກຜົນ" ແລະ "ນະວັດຕະກຳ - ຫັນປ່ຽນໃຫ້ໄວຂຶ້ນ, ແຂງແຮງຂຶ້ນ ເພື່ອປ່ຽນແນວຄວາມຄິດໃຫ້ເປັນມູນຄ່າ, ປ່ຽນຄວາມມຸ່ງຫວັງໃຫ້ເປັນຄວາມຈິງ". ທັງສອງຂໍ້ຄວາມນີ້ໄດ້ສະແດງໃຫ້ເຫັນຢ່າງຊັດເຈນເຖິງທິດທາງທີ່ວ່າ: ນະວັດຕະກຳ ບໍ່ພຽງແຕ່ຢຸດຢູ່ທີ່ແນວຄວາມຄິດ ຫຼື ການຄົ້ນຄວ້າເທົ່ານັ້ນ, ແຕ່ຕ້ອງກາຍເປັນການກະທຳທີ່ລະອຽດຕົວຈິງ, ໝາກຜົນທີ່ແທ້ຈິງ ແລະ ມູນຄ່າການປະກອບສ່ວນໂດຍຕົງໃຫ້ແກ່ການພັດທະນາປະເທດຊາດ.

ສຳລັບ ຫວຽດນາມ, ຕໍ່ໜ້າເປົ້າໝາຍການເຕີບໂຕ GDP ເປັນຕົວເລກສອງຫຼັກ ແລະ ຄວາມຕ້ອງການດ້ານຄຸນນະພາບການເຕີບໂຕທີ່ຕ້ອງສູງກວ່າ, ຍືນຍົງກວ່າ, ອີງໃສ່ຄວາມຮູ້, ເຕັກໂນໂລຢີ ແລະ ຂີດຄວາມສາມາດດ້ານນະວັດຕະກຳໃຫ້ຫຼາຍຂຶ້ນ. ພວກເຮົາບໍ່ສາມາດສືບຕໍ່ພັດທະນາໂດຍອີງໃສ່ຂໍ້ໄດ້ປຽບດ້ານຕົ້ນທຶນຕ່ຳ ຫຼື ການຂຸດຄົ້ນຊັບພະຍາກອນເປັນຕົ້ນຕໍອີກຕໍ່ໄປ. ຫາກຢາກພັດທະນາໃຫ້ໄວ ແລະ ຍືນຍົງ, ພວກເຮົາຕ້ອງອີງໃສ່ວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ. ຍ້ອນເຫດນັ້ນ, ນະວັດຕະກຳ ຈຶ່ງມີບົດບາດສຳຄັນເປັນພິເສດຕໍ່ກັບການພັດທະນາຂອງປະເທດຊາດໃນໄລຍະຕໍ່ໜ້າ.

ເພື່ອໃຫ້ນະວັດຕະກຳກາຍເປັນກຳລັງຂັບເຄື່ອນການພັດທະນາທີ່ສຳຄັນຂອງປະເທດຊາດຢ່າງແທ້ຈິງ, ແຕ່ລະພາກສ່ວນໃນລະບົບນະວັດຕະກຳແຫ່ງຊາດ ຈຳເປັນຕ້ອງເສີມຂະຫຍາຍບົດບາດ ແລະ ຄວາມຮັບຜິດຊອບຂອງຕົນຢ່າງເຕັມສ່ວນ. ສະຖາບັນຄົ້ນຄວ້າ ແລະ ມະຫາວິທະຍາໄລ ສວມບົດບາດເປັນຜູ້ສ້າງຄວາມຮູ້ ແລະ ເຕັກໂນໂລຢີ, ວິສາຫະກິດ ສວມບົດບາດເປັນຜູ້ນຳໃຊ້ ແລະ ຫັນເຕັກໂນໂລຢີໃຫ້ເປັນສິນຄ້າ, ສ່ວນລັດ ສວມບົດບາດເປັນຜູ້ສ້າງເງື່ອນໄຂ ແລະ ຈັດຕັ້ງການປະຕິບັດ.

ເມື່ອສາມເສົາຄ້ຳນີ້ຖືກເຊື່ອມຕໍ່ກັນຢ່າງມີປະສິດທິຜົນ, ລະບົບນະວັດຕະກຳແຫ່ງຊາດຈະດຳເນີນໄປຢ່າງສະດວກ ແລະ ສ້າງມູນຄ່າເພີ່ມ, ປະກອບສ່ວນເຂົ້າໃນການເຕີບໂຕເສດຖະກິດ-ສັງຄົມຂອງປະເທດຊາດ.

ນະວັດຕະກຳ ບໍ່ແມ່ນສິດທິພິເສດຂອງກຸ່ມຄົນນ້ອຍໆ, ແຕ່ແມ່ນໜ້າທີ່ຂອງທົ່ວສັງຄົມ. ທຸກໆແຫຼ່ງກຳລັງແຫ່ງການສ້າງສັນ ຈຳເປັນຕ້ອງໄດ້ຮັບການປຸກລະດົມ, ເຊື່ອມຕໍ່ ແລະ ຫັນປ່ຽນໃຫ້ເປັນໝາກຜົນແຫ່ງການພັດທະນາທີ່ລະອຽດຕົວຈິງ, ປະກອບສ່ວນຍົກສູງຄວາມສາມາດໃນການແຂ່ງຂັນລະດັບຊາດ.

ເລັ່ງລັດການຫັນປ່ຽນ, ນຳເອົາການນະວັດຕະກຳ ເຂົ້າສູ່ພຶດຕິກຳຕົວຈິງຂອງການພັດທະນາ
ທ່ານນາງ Pauline Tamesis, ຜູ້ປະສານງານປະຈຳການຂອງສະຫະປະຊາຊາດ ປະຈຳ ຫວຽດນາມ ກ່າວປາໄສໃນພິທີຕອບສະໜອງ. (ຮູບພາບ: VGP/TG)

ນະວັດຕະກຳ ແມ່ນພາລະກິດຂອງທົ່ວປວງຊົນ

ໃນເຫດການດັ່ງກ່າວ, ທ່ານນາງ ໂພລີນ ທາເມຊິສ (Pauline Tamesis), ຜູ້ປະສານງານປະຈຳການຂອງສະຫະປະຊາຊາດ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ, ໃນຂອບເຂດທົ່ວໂລກ, ສັນຍາຕົວເລກທົ່ວໂລກຂອງສະຫະປະຊາຊາດ ໄດ້ຮຽກຮ້ອງໃຫ້ມີການຮັດແຄບໄລຍະຫ່າງທາງດ້ານດິຈິຕອນ, ຂະຫຍາຍການມີສ່ວນຮ່ວມ ແລະ ກຳນົດທິດທາງນະວັດຕະກຳຢ່າງມີຄວາມຮັບຜິດຊອບ. ຢູ່ ຫວຽດນາມ, ວິໄສທັດນີ້ໄດ້ສອດຄ່ອງຢ່າງເລິກເຊິ່ງກັບມະຕິເລກທີ 57-NQ/TW, ລົງວັນທີ 22 ທັນວາ 2024 ຂອງກົມການເມືອງ ວ່າດ້ວຍການບຸກທະລຸພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ການຫັນເປັນດິຈິຕອນແຫ່ງຊາດ, ໃນນັ້ນໄດ້ວາງວິທະຍາສາດ, ເຕັກໂນໂລຢີ ແລະ ນະວັດຕະກຳ ໄວ້ໃນຕຳແໜ່ງໃຈກາງຂອງການພັດທະນາປະເທດຊາດ.

ຕາມທ່ານນາງ ໂພລີນ ທາເມຊິສ, ມະຕິເລກທີ 57 ໄດ້ສົ່ງຂໍ້ຄວາມຢ່າງແຂງແຮງວ່າ ນະວັດຕະກຳ ບໍ່ແມ່ນທາງເລືອກ, ແຕ່ແມ່ນສິ່ງທີ່ຈຳເປັນຢ່າງພາວະວິໄສ. ນະວັດຕະກຳ ຊ່ວຍປ່ຽນສິ່ງທ້າທາຍໃຫ້ກາຍເປັນກອກໂອກາດ ແລະ ປ່ຽນແນວຄວາມຄິດໃຫ້ເປັນກຳລັງຂັບເຄື່ອນແຫ່ງຄວາມຈະເລີນຮຸ່ງເຮືອງ. ຫວຽດນາມ ບໍ່ພຽງແຕ່ພ້ອມແລ້ວທີ່ຈະສ້າງນະວັດຕະກຳເທົ່ານັ້ນ ແຕ່ຍັງສາມາດກາຍເປັນແຫຼ່ງບັນດານໃຈກ່ຽວກັບການສ້າງສັນໃນຂອບເຂດທົ່ວໂລກອີກດ້ວຍ.

"ດັ່ງນັ້ນ, ຂໍໃຫ້ວັນນີ້ບໍ່ເປັນພຽງແຕ່ພິທີສະເຫຼີມສະຫຼອງເທົ່ານັ້ນ. ຈົ່ງລົງທຶນໃສ່ຊັບພະຍາກອນມະນຸດ, ເຊື່ອມຕໍ່ແນວຄວາມຄິດ ແລະ ແບ່ງປັນໂອກາດທາງດ້ານດິຈິຕອນໃຫ້ແກ່ທຸກໆຄົນ. ຂໍໃຫ້ຮ່ວມກັນໃຫ້ຄຳໝັ້ນສັນຍາ, ນັບແຕ່ລັດຖະບານ, ບັນດານັກນະວັດຕະກຳ, ນັກການສຶກສາ ຈົນເຖິງບັນດາຜູ້ນຳໜຸ່ມ – ເພື່ອປ່ຽນການສ້າງສັນໃຫ້ເປັນວິທີການແກ້ໄຂ, ແລະ ປ່ຽນແນວຄວາມຄິດໃຫ້ເປັນຜົນກະທົບຕົວຈິງ. ຫວຽດນາມ ບໍ່ພຽງແຕ່ສາມາດກາຍເປັນປະເທດບຸກເບີກໃນດ້ານນະວັດຕະກຳເທົ່ານັ້ນ, ແຕ່ຫາກຍັງເປັນສັນຍະລັກລະດັບໂລກກ່ຽວກັບການສ້າງສັນອີກດ້ວຍ", ທ່ານນາງ ໂພລີນ ທາເມຊິສ ກ່າວ.

ໃນຂອບເຂດຂອງພິທີຕອບສະໜອງ, ໄດ້ມີການຈັດເວທີປາໄສພັດທະນາລະບົບສູນນະວັດຕະກຳ, ເພື່ອສ້າງພື້ນທີ່ໃຫ້ບັນດານັກວິທະຍາກອນໄດ້ແລກປ່ຽນ ແລະ ສົນທະນາກ່ຽວກັບບົດບາດ, ຮູບແບບການຈັດຕັ້ງ, ກົນໄກການດຳເນີນງານ ແລະ ການຜັນຂະຫຍາຍນະໂຍບາຍຕໍ່ກັບບັນດາສູນນະວັດຕະກຳຢູ່ ຫວຽດນາມ.

ເວທີປາໄສໄດ້ສຸມໃສ່ສະເໜີບັນດາວິທີການແກ້ໄຂ ແນໃສ່ເສີມຂະຫຍາຍບົດບາດຂອງສູນ ໃນຖານະເປັນສະຖາບັນຕົວແທນທີ່ມີປະສິດທິຜົນໃນການຊອກຫາ, ເຊື່ອມຕໍ່ ແລະ ຊຸກຍູ້ການນຳໃຊ້ບັນດາວິທີການແກ້ໄຂດ້ານນະວັດຕະກຳ ເພື່ອແກ້ໄຂບັນຫາຕ່າງໆຂອງຂະແໜງການ, ຂົງເຂດ ແລະ ທ້ອງຖິ່ນ; ສະໜອງການບໍລິການສະໜັບສະໜູນການນຳໃຊ້, ການຖ່າຍທອດ, ການຫັນປ່ຽນໃໝ່ທາງດ້ານເຕັກໂນໂລຢີ ແລະ ນະວັດຕະກຳ ໃຫ້ແກ່ວິສາຫະກິດ ແລະ ປະຊາຊົນ. ໂດຍຜ່ານນັ້ນ, ປະກອບສ່ວນສ້າງມູນຄ່າເພີ່ມ, ຊຸກຍູ້ການເຕີບໂຕເສດຖະກິດ ແລະ ການພັດທະນາຢ່າງຍືນຍົງໃນໄລຍະໃໝ່.

ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຊຸກຍູ້ໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ອົງການຈັດຕັ້ງ ແລະ ວິສາຫະກິດ ເປັນເຈົ້າການຜັນຂະຫຍາຍບັນດາກິດຈະກຳຕອບສະໜອງໃຫ້ແທດເໝາະກັບສະພາບຕົວຈິງ, ຕິດພັນກັບພາລະບົດບາດ, ໜ້າທີ່ ແລະ ບັນຫາການພັດທະນາທີ່ລະອຽດ; ພ້ອມທັງເອົາໃຈໃສ່ຄົ້ນຫາ, ຍ້ອງຍໍຊົມເຊີຍ ແລະ ຂະຫຍາຍຜົນຮູບແບບທີ່ມີປະສິດທິຜົນ, ຂໍ້ລິເລີ່ມທີ່ດີເດັ່ນ ແລະ ວິທີການເຮັດວຽກທີ່ດີໃນການນຳໃຊ້ວິທະຍາສາດ, ເຕັກໂນໂລຢີ ແລະ ນະວັດຕະກຳ.

ໂດຍຜ່ານກິດຈະກຳຕອບສະໜອງຕ່າງໆ ທີ່ໄດ້ຮັບການຜັນຂະຫຍາຍໃນຂອບເຂດທົ່ວປະເທດ, ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ປາດຖະໜາທີ່ຈະເຜີຍແຜ່ຂໍ້ຄວາມທີ່ແຂງແຮງ, ຊຸກຍູ້ຄວາມເປັນເອກະພາບລະຫວ່າງຄວາມຮັບຮູ້ ແລະ ການກະທຳໃນທົ່ວສັງຄົມ; ລະດົມການມີສ່ວນຮ່ວມຢ່າງເປັນເຈົ້າການ ແລະ ດ້ວຍຄວາມຮັບຜິດຊອບຂອງທຸກໆພາກສ່ວນ ເພື່ອຮ່ວມກັນຊຸກຍູ້ນະວັດຕະກຳ.

ຜ່ານນັ້ນ, ຄ່ອຍໆເຮັດໃຫ້ນະວັດຕະກຳກາຍເປັນພາລະກິດຂອງທົ່ວປວງຊົນ, ແຊກຊຶມເຂົ້າສູ່ທຸກຂົງເຂດຂອງຊີວິດເສດຖະກິດ-ສັງຄົມ, ສ້າງຕັ້ງ ແລະ ບຳລຸງສ້າງວັດທະນະທຳນະວັດຕະກຳໃນຊຸມຊົນຢ່າງຍືນຍົງ, ປະກອບສ່ວນສ້າງພື້ນຖານການພັດທະນາທີ່ຍືນຍົງໃຫ້ແກ່ປະເທດຊາດ.

ຫວຽດນາມ - ກູບາ ເພີ່ມພູນຄູນສ້າງສາຍພົວພັນພິເສດ ຈາກຈິດໃຈ Giron ຫວຽດນາມ - ກູບາ ເພີ່ມພູນຄູນສ້າງສາຍພົວພັນພິເສດ ຈາກຈິດໃຈ Giron

ຍສໝ - ໃນວັນທີ 19 ເມສາ, ຢູ່ແຂວງ ຮຶງອຽນ ໄດ້ຈັດລາຍການ ພົບປະມິດຕະພາບ ຫວຽດນາມ - ກູບາ ເພື່ອສະເຫຼີມສະຫຼອງຄົບຮອບ 65 ປີ ແຫ່ງໄຊຊະນະ Giron. ເຫດການດັ່ງກ່າວແມ່ນຈັດຂຶ້ນໂດຍການຮ່ວມມືລະຫວ່າງ ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ, ສະມາຄົມມິດຕະພາບ ຫວຽດນາມ - ກູບາ, ຄະນະພັກແຂວງ, ສະພາປະຊາຊົນ, ...

ຫວຽດນາມ - ຂົວຕໍ່ຊ່ວຍໃຫ້ ອາກຊັງຕິນ ເຂົ້າຫາຕະຫຼາດ ອາຊຽນ (ASEAN) ແລະ ອາຊີ - ປາຊີຟິກ ຫວຽດນາມ - ຂົວຕໍ່ຊ່ວຍໃຫ້ ອາກຊັງຕິນ ເຂົ້າຫາຕະຫຼາດ ອາຊຽນ (ASEAN) ແລະ ອາຊີ - ປາຊີຟິກ

ຍສໝ - ວັນທີ 17 ເມສາ, ໃນການເຮັດວຽກລະຫວ່າງ ເອກອັກຄະລັດຖະທູດ ບັນດາປະເທດສະມາຊິກ ສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ກັບ ລັດຖະມົນຕີກະຊວງການຕ່າງປະເທດ, ການຄ້າຕ່າງປະເທດ ແລະ ສາສະໜາ ອາກຊັງຕິນ ທ່ານ ປາໂບຼ ກີໂນ (Pablo Quirno) ຢູ່ທີ່ນະຄອນຫຼວງ ບົວໂນສໄອເຣສ (Buenos Aires), ...

Link: https://huunghivietlao.thoidai.com.vn/detail-article-21889.html

In bài biết