13:15 | 16/04/2026

ໂຮງຮຽນທີ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນພິເສດ ຫວຽດນາມ - ລາວ

ແຜນງານພົບປະນັກສຶກສາລາວ ຢູ່ ເຊີນລາ: ສະໜິດສະໜົມນ້ຳໃຈມິດຕະພາບພິເສດ ຫວຽດນາມ - ລາວ
ງານສະເຫຼີມສະຫຼອງບຸນປີໃໝ່ລາວ ສໍາລັບນັກສຶກສາລາວ

ໃນເດືອນເມສາ 2026, ນັກຂ່າວໜັງສືພິມ ໄຊງ່ອນຢາຍຟ້ອງ (Sài Gòn Giải Phóng) ມີໂອກາດໄດ້ໄປຢ້ຽມຢາມ ແລະ ຮັບຟັງບັນດາເລື່ອງລາວແຫ່ງການ "ຫວ່ານເມັດພັນຕົວໜັງສື" ທີ່ເຕັມໄປດ້ວຍຄວາມຮູ້ສຶກ ຢູ່ທີ່ໂຮງຮຽນ ມັດທະຍົມສົມບູນ ມິດຕະພາບ ລາວ - ຫວຽດນາມ (ແຂວງ ສະຫວັນນະເຂດ, ລາວ).

ຕັ້ງຢູ່ເທິງເນື້ອທີ່ດິນກວ້າງກວ່າ 2 ເຮັກຕາ, ໂຮງຮຽນໄດ້ຮັບການກໍ່ສ້າງຢ່າງໂອ່ໂຖງມາແຕ່ປີ 2017 ດ້ວຍອາຄານ 3 ຊັ້ນ ຈຳນວນ 3 ຫຼັງ, ມີ 25 ຫ້ອງຮຽນ ພ້ອມດ້ວຍບັນດາສິ່ງອຳນວຍຄວາມສະດວກຕ່າງໆ. ນັບແຕ່ສົກຮຽນ 2019-2020 ເປັນຕົ້ນມາ, ໂຮງຮຽນໄດ້ເລີ່ມເປີດນຳໃຊ້, ຕອບສະໜອງຄວາມຕ້ອງການດ້ານການຮຽນ-ການສອນໃຫ້ແກ່ນັກຮຽນ ແຕ່ລະດັບປະຖົມ ຈົນເຖິງ ມັດທະຍົມສົມບູນ.

ໂຮງຮຽນທີ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນພິເສດ ຫວຽດນາມ - ລາວ

ໂຮງຮຽນ ມັດທະຍົມສົມບູນ ມິດຕະພາບ ລາວ - ຫວຽດນາມ ຢູ່ແຂວງ ສະຫວັນນະເຂດ, ລາວ ເລີ່ມນຳໃຊ້ແຕ່ປີ 2019. ຮູບ: ທູຮວ່າຍ

ປັດຈຸບັນ, ໃນແຕ່ລະປີ, ໂຮງຮຽນໄດ້ສິດສອນນັກຮຽນເກືອບ 1.000 ຄົນ ໂດຍແບ່ງເປັນ 27 ຫ້ອງຮຽນ. ຮ່ວມເດີນທາງໄປພ້ອມກັບນັກຮຽນແມ່ນຖັນແຖວຄູອາຈານຊາວ ຫວຽດນາມ ແລະ ຊາວລາວ ກວ່າ 50 ທ່ານ ທີ່ພວມຕິດພັນກັບໂຮງຮຽນ ແລະ ຫ້ອງຮຽນຢ່າງໃກ້ຊິດ; ອົດທົນຜ່ານຜ່າຄວາມແຕກຕ່າງດ້ານພາສາ ແລະ ເງື່ອນໄຂການດຳລົງຊີວິດ ເພື່ອຮັກສາການສິດສອນ ແລະ ການຮຽນພາສາຫວຽດ.

"ຫວ່ານເມັດພັນຕົວໜັງສື" ຢູ່ເທິງດິນແດນເພື່ອນມິດລາວ

ເພື່ອໃຫ້ພາສາຫວຽດດັງຂຶ້ນຢ່າງຈະແຈ້ງ ແລະ ຖືກຕ້ອງຕາມສຳນຽງຢູ່ເທິງດິນແດນເພື່ອນມິດ, ບໍ່ສາມາດບໍ່ກ່າວເຖິງຄວາມພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກຂອງຖັນແຖວຄູອາຈານ.

ອາຈານ ຫງວຽນດິ່ງເຢືອງ (ບ້ານເກີດຢູ່ແຂວງ ເຫງ້ອານ, ຄູສອນວິຊາວັນນະຄະດີ) ໄດ້ຮັບການແຕ່ງຕັ້ງຈາກກະຊວງສຶກສາທິການ ແລະ ກິລາ ຫວຽດນາມ ໃຫ້ມາສອນພາສາຫວຽດຢູ່ ລາວ. ຮອດປັດຈຸບັນ, ອາຈານໄດ້ມີເວລາ 5 ປີ ທີ່ຕິດພັນກັບແທ່ນບັນຍາຍຢູ່ທີ່ນະຄອນຫຼວງ ວຽງຈັນ ແລະ ແຂວງ ສະຫວັນນະເຂດ.

ຕາມການແບ່ງປັນຂອງ ອາຈານ ຫງວຽນດິ່ງເຢືອງ, ໃນຊ່ວງໄລຍະທຳອິດ, ຄູອາຈານຊາວ ຫວຽດນາມ ທີ່ມາປະຕິບັດໜ້າທີ່ຢູ່ ລາວ ແມ່ນບໍ່ສາມາດຫຼີກລ່ຽງຄວາມຫຍຸ້ງຍາກຍ້ອນກຳແພງດ້ານພາສາ ແລະ ຄວາມແຕກຕ່າງທາງດ້ານວັດທະນະທຳ. ເຖິງຢ່າງໃດກໍ່ຕາມ, ດ້ວຍການສະໜັບສະໜູນຈາກສະຖານທູດ ຫວຽດນາມ ປະຈຳ ລາວ, ສະຖານກົງສຸນໃຫຍ່ ຫວຽດນາມ ປະຈຳແຂວງ ສະຫວັນນະເຂດ ພ້ອມດ້ວຍບັນດາອົງການຈັດຕັ້ງທີ່ກ່ຽວຂ້ອງ, ວຽກງານຂອງບັນດາຄູອາຈານຢູ່ທີ່ນີ້ກໍ່ຄ່ອຍໆມີຄວາມສະດວກສະບາຍຂຶ້ນ.

ໂຮງຮຽນທີ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນພິເສດ ຫວຽດນາມ - ລາວ
ອາຈານ ຫງວຽນດິ່ງເຢືອງ ໃນຊົ່ວໂມງຮຽນພາສາຫວຽດ. ຮູບ: ທູຮວ່າຍ

ນອກຊົ່ວໂມງຂຶ້ນຫ້ອງສອນ, ອາຈານ ຫງວຽນດິ່ງເຢືອງ ໄດ້ເປັນເຈົ້າການຮຽນພາສາລາວເພີ່ມເຕີມ, ມັກພົບປະສ້າງສັນເປັນປະຈຳ ເພື່ອໃຫ້ມີຄວາມໃກ້ຊິດສະໜິດສະໜົມກັບເພື່ອນຮ່ວມງານ ແລະ ນັກຮຽນທ້ອງຖິ່ນຫຼາຍຂຶ້ນ.

ຕາມການແບ່ງປັນຂອງ ອາຈານ ຫງວຽນດິ່ງເຢືອງ, ການສອນພາສາຫວຽດຢູ່ ລາວ ມີລັກສະນະສະເພາະຕົວ ຍ້ອນລະດັບຄວາມຮູ້ຂອງນັກຮຽນບໍ່ເທົ່າທຽມກັນ. “ຢູ່ໂຮງຮຽນມີທັງນັກຮຽນລາວ ແລະ ນັກຮຽນຫວຽດນາມ ດັ່ງນັ້ນວິທີການເຂົ້າຫາຈຶ່ງແຕກຕ່າງກັນ. ສຳລັບນັກຮຽນລາວ, ຄູອາຈານຕ້ອງສອນແບບຊ້າໆ, ສັ້ນກະທັດຮັດ ແລະ ເຂົ້າໃຈງ່າຍ; ສ່ວນການສອນນັກຮຽນຫວຽດນາມ ແມ່ນສາມາດຍົກລະດັບຄວາມຮູ້ໃຫ້ສູງຂຶ້ນຕາມຄວາມເໝາະສົມ”, ອາຈານ ຫງວຽນດິ່ງເຢືອງ ກ່າວ.

ໂຮງຮຽນທີ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນພິເສດ ຫວຽດນາມ - ລາວ
ຄູອາຈານແຕ່ງບົດສອນ ຕ້ອງມີຄວາມກົມກຽວລະຫວ່າງວິທີການຮັບຮູ້ຂອງນັກຮຽນຊາວ ຫວຽດນາມ ແລະ ນັກຮຽນລາວທ້ອງຖິ່ນ. ຮູບ: ທູຮວ່າຍ

ເຖິງວ່າຈະມາປະຕິບັດໜ້າທີ່ຢູ່ຫ່າງໄກຈາກບ້ານເກີດ, ບໍ່ສາມາດຫຼີກລ່ຽງຄວາມຄິດຮອດຄອບຄົວໄດ້, ແຕ່ສິ່ງທີ່ເຮັດໃຫ້ ອາຈານ ຫງວຽນດິ່ງເຢືອງ ຍັງຄົງຕິດພັນຢູ່ກັບດິນແດນເພື່ອນມິດແຫ່ງນີ້ ບໍ່ພຽງແຕ່ແມ່ນຄວາມຮັບຜິດຊອບຂອງຜູ້ເປັນຄູເທົ່ານັ້ນ. ສຳລັບອາຈານແລ້ວ, ນັ້ນຍັງແມ່ນຄວາມສຸກເມື່ອໄດ້ປະກອບສ່ວນເຂົ້າໃນການຖ່າຍທອດສອນພາສາຫວຽດ, ແຜ່ຂະຫຍາຍວັດທະນະທຳ ຫວຽດນາມ ແລະ ເພີ່ມພູນຄູນສ້າງນ້ຳໃຈສາມັກຄີພິເສດລະຫວ່າງສອງປະເທດ. ແຮງໄດ້ດຳລົງຊີວິດ ແລະ ເຮັດວຽກຢູ່ທີ່ນີ້ດົນປານໃດ, ອາຈານ ຫງວຽນດິ່ງເຢືອງ ແຮງຮູ້ສຶກໄດ້ຢ່າງຈະແຈ້ງເຖິງຄວາມຈິງໃຈ, ຄວາມສຸພາບຮຽບຮ້ອຍຂອງປະຊາຊົນລາວ, ໂດຍສະເພາະແມ່ນບັນດານ້ອງນັກຮຽນ.

ຕິດພັນກັບໂຮງຮຽນ ມັດທະຍົມສົມບູນ ມິດຕະພາບ ລາວ - ຫວຽດນາມ ມາແຕ່ປີ 2019, ຄູອາຈານນາງ ເຈິ່ນທິດົ້ວ ກໍ່ມີເສັ້ນທາງທີ່ເປັນເອກະລັກສະເພາະຂອງຕົນກັບພາສາຫວຽດ. ເກີດມາໃນຄອບຄົວທີ່ມີ 3 ຊົ່ວຄົນດຳລົງຊີວິດຢູ່ ລາວ, ຄູອາຈານນາງເຄີຍຜ່ານຜ່າອຸປະສັກບໍ່ໜ້ອຍກັບພາສາແມ່. ຄູອາຈານນາງ ເຈິ່ນທິດົ້ວ ໄດ້ໃຊ້ເວລາ 4 ປີ ໄປຮຽນຢູ່ ຫວຽດນາມ ເພື່ອຝຶກຝົນຫຼໍ່ຫຼອມດ້ານພາສາ ແລະ ບຳລຸງລ້ຽງຄວາມຮັກທີ່ມີຕໍ່ບ້ານເກີດເມືອງນອນ.

ເມື່ອກັບມາສິດສອນຢູ່ໂຮງຮຽນ, ບັນດາບົດຮຽນຕົວຈິງແຫ່ງການຜ່ານຜ່າຄວາມຫຍຸ້ງຍາກຂອງຕົນເອງ ໄດ້ຊ່ວຍໃຫ້ຄູອາຈານນາງມີຄວາມເຂົ້າອົກເຂົ້າໃຈ ແລະ ສາມາດຮ່ວມເດີນທາງໄດ້ດີກວ່າເກົ່າກັບບັນດານັກຮຽນທີ່ພວມເລີ່ມຮຽນຮູ້ພາສາໃໝ່.

ໂຮງຮຽນທີ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນພິເສດ ຫວຽດນາມ - ລາວ

ຄູອາຈານນາງ ເຈິ່ນທິເຢົ້າ ໃນຊົ່ວໂມງຮຽນພາສາຫວຽດ. ຮູບ: ທູຮວ່າຍ

ໃນແຕ່ລະຊົ່ວໂມງຮຽນ, ຄູອາຈານນາງ ເຈິ່ນທິເຢົ້າ ໄດ້ອອກແບບບົດສອນດ້ວຍການປະສົມປະສານຢ່າງມີຊີວິດຊີວາລະຫວ່າງ ວິດີໂອຄລິບ, ຮູບພາບທີ່ເຫັນໄດ້ຕົວຈິງ... ຕາມຄວາມເຫັນຂອງຄູອາຈານນາງ, ເມື່ອນັກຮຽນມີຄວາມສົນໃຈ, ການຮັບຮູ້ພາສາຫວຽດກໍ່ຈະມີຄວາມເບົາບາງ ແລະ ງ່າຍດາຍຂຶ້ນ.

ຄູອາຈານນາງ ເຈິ່ນທິເຢົ້າ ໃຫ້ຮູ້ວ່າ, ນັກຮຽນຫຼາຍຄົນພາຍຫຼັງຮຽນຈົບ ແມ່ນໄດ້ຮັບການສ້າງເງື່ອນໄຂເພື່ອຊອກຫາທຶນການສຶກສາໄປຮຽນຕໍ່ຢູ່ ຫວຽດນາມ, ຈາກນັ້ນກໍ່ເປີດໂອກາດໃຫ້ແກ່ການພັດທະນາໃນອະນາຄົດ.

“ສິ່ງທີ່ມີຄວາມໝາຍທີ່ສຸດສຳລັບຂ້າພະເຈົ້າ ແມ່ນການໄດ້ຖ່າຍທອດພາສາແມ່ໃຫ້ແກ່ນັກຮຽນ, ເພື່ອໃຫ້ພວກນ້ອງເຂົ້າໃຈແຈ້ງກວ່າເກົ່າກ່ຽວກັບວັດທະນະທຳ, ແບບແຜນການດຳລົງຊີວິດ, ວິທີການປະພຶດຂອງຄົນ ຫວຽດນາມ. ຂ້າພະເຈົ້າຫວັງວ່າ ພວກນ້ອງຈະມີໂອກາດໄປຮຽນຕໍ່ ແລະ ດຳລົງຊີວິດຢູ່ ຫວຽດນາມ ໃນພາຍໜ້າ, ເພື່ອສຳຜັດຕົວຈິງໃຫ້ຫຼາຍກວ່າເກົ່າກ່ຽວກັບປະເທດຊາດ ແລະ ຊາວ ຫວຽດນາມ”, ຄູອາຈານນາງ ເຈິ່ນທິເຢົ້າ ກ່າວ.

ໂຮງຮຽນທີ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນພິເສດ ຫວຽດນາມ - ລາວ
ນ້ອງ ຫງວຽນທິກວິ່ງ (ຄົນທີສອງຈາກເບື້ອງຂວາມາ) ພ້ອມກັບບັນດາໝູ່ເພື່ອນຊາວລາວ

ສະຖານທີ່ແຫ່ງການເຊື່ອມຕໍ່ຄວາມຮັກ

ໃນເວລາພັກຜ່ອນ, ນ້ອງ ຫງວຽນທິກວິ່ງ, ນັກຮຽນຊັ້ນມັດທະຍົມປີທີ 5 (ມ.5), ພ້ອມກັບບັນດາໝູ່ເພື່ອນຊາວລາວ ໄດ້ຖືໂອກາດແລກປ່ຽນບົດຮຽນ, ແນະນຳເຊິ່ງກັນແລະກັນກ່ຽວກັບຄຳສັບພາສາຫວຽດທີ່ຍັງຍາກ. ເກີດ ແລະ ເຕີບໃຫຍ່ຢູ່ ລາວ, ເງື່ອນໄຂບໍ່ອຳນວຍໃຫ້ໄດ້ກັບໄປຢ້ຽມຢາມບ້ານເກີດເປັນປະຈຳ, ຄອບຄົວຂອງ ນ້ອງ ຫງວຽນທິກວິ່ງ ຍັງຄົງຮັກສາການສື່ສານພາສາຫວຽດນຳກັນໃນທຸກໆມື້.

ໂຮງຮຽນທີ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນພິເສດ ຫວຽດນາມ - ລາວ
ອາຈານ ເຄນຕາ ແກ້ວສຸເດືອນ, ຜູ້ນຳນວຍການໂຮງຮຽນ ມັດທະຍົມສົມບູນ ມິດຕະພາບ ລາວ - ຫວຽດນາມ ຢູ່ແຂວງ ສະຫວັນນະເຂດ, ລາວ. ຮູບ: ທູຮວ່າຍ

ອາຈານ ເຄນຕາ ແກ້ວສຸເດືອນ, ຜູ້ນຳນວຍການໂຮງຮຽນ ມັດທະຍົມສົມບູນ ມິດຕະພາບ ລາວ - ຫວຽດນາມ, ໃຫ້ຮູ້ວ່າ ນັກຮຽນຂອງໂຮງຮຽນລວມມີທັງລູກຫຼານຊາວ ຫວຽດນາມ ທີ່ພວມດຳລົງຊີວິດຢູ່ ລາວ ແລະ ນັກຮຽນຊາວລາວ. ຕາມການແບ່ງປັນຂອງອາຈານ, ຜູ້ປົກຄອງເລືອກເອົາໂຮງຮຽນແຫ່ງນີ້ ບໍ່ພຽງແຕ່ເພື່ອໃຫ້ລູກຫຼານໄດ້ຮຽນຕາມຫຼັກສູດສາມັນສຶກສາເທົ່ານັ້ນ, ແຕ່ຍັງຫວັງວ່າພວກນ້ອງຈະມີພື້ນຖານພາສາຫວຽດ ແລະ ຄວາມຮັບຮູ້ກ່ຽວກັບວັດທະນະທຳ ຫວຽດນາມ ທີ່ແໜ້ນແກ່ນກວ່າເກົ່າ; ຜ່ານນັ້ນກໍ່ເປີດທິດທາງໃນການໄປຮຽນຕໍ່ຢູ່ ຫວຽດນາມ ໃນອະນາຄົດ.

ໂຮງຮຽນທີ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນພິເສດ ຫວຽດນາມ - ລາວ
ບັນດາຊົ່ວໂມງຮຽນທີ່ຟົດຟື້ນຢູ່ໂຮງຮຽນ. ຮູບ: ທູຮວ່າຍ

ຕາມການແບ່ງປັນຂອງອາຈານ, ຄຸນນະພາບການສຶກສາຂອງໂຮງຮຽນໃນຊຸມປີຜ່ານມາໄດ້ຮັບການຮັກສາຢ່າງຄົງທີ່; ໃນແຕ່ລະປີລ້ວນແຕ່ມີນັກຮຽນຍາດໄດ້ລາງວັນໃນການສອບເສັງນັກຮຽນເກັ່ງລະດັບແຂວງ ແລະ ລະດັບຊາດ. ປັດຈຸບັນ, ມີນັກຮຽນຂອງໂຮງຮຽນ 7 ຄົນ ພວມຕັ້ງໜ້າທວນຄືນບົດຮຽນເພື່ອເຂົ້າຮ່ວມການສອບເສັງນັກຮຽນເກັ່ງລະດັບຊາດ.

ໝາກຜົນດັ່ງກ່າວແມ່ນມາຈາກການປະສານສົມທົບຢ່າງແໜ້ນແຟ້ນລະຫວ່າງຄູອາຈານຊາວ ຫວຽດນາມ ແລະ ຄູອາຈານຊາວລາວ. ຄູອາຈານແຕ່ລະທ່ານລ້ວນແຕ່ມີຄວາມສະດວກ ແລະ ຄວາມຫຍຸ້ງຍາກສະເພາະຕົວ, ແຕ່ລ້ວນແຕ່ມີຈຸດໝາຍຮ່ວມກັນຄື ຊ່ວຍໃຫ້ນັກຮຽນໄດ້ຮຽນຮູ້ ແລະ ຮັບເອົາຄວາມຮູ້ໄດ້ດີກວ່າເກົ່າ, ໂດຍສະເພາະແມ່ນການຮຽນພາສາຫວຽດ ແລະ ພາສາລາວ.

“ຄູອາຈານຊາວລາວທີ່ສອນພາສາຫວຽດ ຍັງຄົງພົບຄວາມຫຍຸ້ງຍາກກ່ຽວກັບບັນດາຄຳສັບເປີດກວ້າງ ແລະ ຄຳສັບຍາກ, ດັ່ງນັ້ນຈຶ່ງໄດ້ແລກປ່ຽນກັບຄູອາຈານຊາວ ຫວຽດນາມ ເປັນປະຈຳ ເພື່ອເພີ່ມເຕີມຄວາມຮູ້ ແລະ ປັບປຸງບົດສອນໃຫ້ເໝາະສົມ. ໃນທາງກົງກັນຂ້າມ, ຄູອາຈານຊາວ ຫວຽດນາມ ກໍ່ໄດ້ມານະພະຍາຍາມຮຽນພາສາລາວ ເພື່ອໃຫ້ການສື່ສານກັບນັກຮຽນມີຄວາມສະດວກຂຶ້ນ, ຊ່ວຍໃຫ້ຊົ່ວໂມງຮຽນມີປະສິດທິຜົນ ແລະ ມີຄວາມໃກ້ຊິດສະໜິດສະໜົມກວ່າເກົ່າ”, ອາຈານ ເຄນຕາ ແກ້ວສຸເດືອນ ກ່າວ.

ຕາມ ອາຈານ ເຄນຕາ ແກ້ວສຸເດືອນ, ໂຮງຮຽນຫວັງວ່າໃນຕໍ່ໜ້າ, ຖັນແຖວຄູອາຈານຈະມີໂອກາດເຂົ້າຮ່ວມການຝຶກອົບຮົມດ້ານວິຊາສະເພາະຢູ່ ຫວຽດນາມ ໃຫ້ຫຼາຍຂຶ້ນ; ພ້ອມທັງເພີ່ມຈຳນວນຄູອາຈານທີ່ໄດ້ເຂົ້າຮ່ວມໃນແຕ່ລະຊຸດຝຶກອົບຮົມ ແທນທີ່ຈະມີການຈຳກັດຄືໃນປັດຈຸບັນ. ນອກຈາກນັ້ນ, ໂຮງຮຽນກໍ່ຄາດຫວັງວ່າ ຄູອາຈານ ແລະ ນັກຮຽນຂອງໂຮງຮຽນ ຈະມີເງື່ອນໄຂເພີ່ມເຕີມໃນການພົບປະແລກປ່ຽນ ແລະ ຖອດຖອນບົດຮຽນຢູ່ບັນດາໂຮງຮຽນຢູ່ ຫວຽດນາມ ເພື່ອຍົກສູງລະດັບວິຊາສະເພາະ ແລະ ເພີ່ມທະວີຄວາມຜູກພັນລະຫວ່າງຄູອາຈານ ແລະ ນັກຮຽນຂອງສອງປະເທດ.

ໃນເວລາອຳລາພວກເຮົາ, ອາຈານຜູ້ນຳນວຍການ ພ້ອມດ້ວຍຄູອາຈານ ແລະ ນັກຮຽນ ໄດ້ສົ່ງຮອຍຍິ້ມທີ່ສົດໃສ ແລະ ສະໜິດສະໜົມ ພ້ອມທັງນັດໝາຍໃນວັນທີ່ບໍ່ໄກນີ້ ຈະໄດ້ຕ້ອນຮັບພວກເຮົາກັບມາຢ້ຽມຢາມໂຮງຮຽນທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບແຫ່ງນີ້ອີກຄັ້ງ...

ຕຳຫຼວດແຂວງກວາງຈິ ຊ່ວຍເຫຼືອ ລາວ ມອດໄຟໄໝ້ລາມປ່າ, ປົກປັກຮັກສາເຂດທີ່ຢູ່ອາໄສຂອງປະຊາຊົນ ຕຳຫຼວດແຂວງກວາງຈິ ຊ່ວຍເຫຼືອ ລາວ ມອດໄຟໄໝ້ລາມປ່າ, ປົກປັກຮັກສາເຂດທີ່ຢູ່ອາໄສຂອງປະຊາຊົນ

ຍສໝ - ກຳລັງຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ແລະ ກູ້ໄພ-ກູ້ຊີບ, ຕຳຫຼວດແຂວງກວາງຈິ ໄດ້ສົມທົບກັບກຳລັງທີ່ກ່ຽວຂ້ອງຂອງ ສປປ ລາວ ຢ່າງທັນການ ເພື່ອມອດໄຟໄໝ້ລາມປ່າ.

ຫວຽດນາມ - ລາວ: ຊຸກຍູ້ມູນຄ່າການຄ້າສອງຝ່າຍໃຫ້ບັນລຸໄດ້ຫຼາຍກວ່າ 4 ຕື້ໂດລາສະຫະລັດ ໃນປີ 2026 ຫວຽດນາມ - ລາວ: ຊຸກຍູ້ມູນຄ່າການຄ້າສອງຝ່າຍໃຫ້ບັນລຸໄດ້ຫຼາຍກວ່າ 4 ຕື້ໂດລາສະຫະລັດ ໃນປີ 2026

ຍສໝ - ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ ລາວ ໄດ້ເຫັນດີເປັນເອກະພາບຕໍ່ແຜນການຮ່ວມມືລະອຽດ ໃນບັນດາຂົງເຂດຈຸດສຸມ ເພື່ອແນໃສ່ແກ້ໄຂຄວາມຫຍຸ້ງຍາກ, ຊຸກຍູ້ການເຊື່ອມຕໍ່ພື້ນຖານໂຄງລ່າງ ແລະ ຕັດສິນໃຈເຮັດໃຫ້ມູນຄ່າການຄ້າສອງຝ່າຍບັນລຸໄດ້ບັນດາຕົວເລກສະຖິຕິໃໝ່.

Link: https://huunghivietlao.thoidai.com.vn/detail-article-21856.html

In bài biết