ຫວຽດນາມ - ຈີນ ລົງນາມຂໍ້ຕົກລົງຮ່ວມມືຫຼາຍສະບັບ
| ຜູ້ຊົງຄຸນວຸດທິມິດຕະພາບ ຈີນ ປະກອບສ່ວນພັດທະນາການພົວພັນ ຫວຽດນາມ-ຈີນ ແບບຍືນຍົງ | |
| ການຢ້ຽມຢາມ ຈີນ ຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະແດງໃຫ້ເຫັນ “ຄວາມສຳຄັນ” ຂອງການພົວພັນ ຫວຽດນາມ - ຈີນ |
![]() |
| |
ພິທີລົງນາມໃນເອກະສານຮ່ວມມືພົ້ນເດັ່ນຫຼາຍສະບັບລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງ 2 ປະເທດ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 15 ເມສາ, ຢູ່ ປັກກິ່ງ, ຕໍ່ໜ້າການເປັນສັກຂີພິຍານພິທີລົງນາມຂອງ ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ.
ບັນດາເອກະສານຮ່ວມມື ລວມມີ: ບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືໃນຂົງເຂດຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກ; ບົດບັນທຶກຊ່ວຍຈຳການຮ່ວມມືລະຫວ່າງນະຄອນ ຮ່າໂນ້ຍ ແລະ ນະຄອນ ປັກກິ່ງ ໄລຍະ 2026 – 2030; ອະນຸສັນຍາກ່ຽວກັບການສ້າງຕັ້ງ, ຄຸ້ມຄອງ ແລະ ການເຄື່ອນໄຫວໂທລະສັບສາຍດ່ວນຂັ້ນລັດຖະມົນຕີລະຫວ່າງກະຊວງຕຳຫຼວດ 2 ປະເທດ; ແຜນການຮ່ວມມືລະຫວ່າງພັກກອມມູນິດ ຫວຽດນາມ ແລະ ພັກກອມມູນິດ ຈີນ ໄລຍະ 2026 – 2030; ບົດບັນທຶກຊ່ວຍຈຳການຮ່ວມມືລະຫວ່າງ 2 ປະເທດໃນບັນດາຂົງເຂດ: ການສຶກສາວິຊາຊີບ, ເຕັກໂນໂລຊີຂໍ້ມູນຂ່າວສານ, ການຫັນເປັນດີຈີຕອນ…
ຕາມ vovworld.vn
ຕາມ https://vovworld.vn/lo-LA/khaawedn/hwnydnaam-chiin-longnaamkhmhoklongwmmyyhlaanysabb-2427875.vov5
| ເພີ່ມທະວີ, ຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງສອງປະເທດ ຫວຽດນາມ - ຈີນ ຍສໝ - ຖືວ່າການພົວພັນທາງການທູດກັບປະຊາຊົນແມ່ນໜຶ່ງໃນບັນດາຊ່ອງທາງການທູດສຳຄັນທີ່ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການພົວພັນລະຫວ່າງຫວຽດນາມ - ຈີນ, ໃນຊຸມປີມໍ່ໆມານີ້, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ຍາມໃດກໍ່ມານະພະຍາຍາມຊຸກຍູ້, ບຳລຸງສ້າງ ແລະ ສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງປະຊາຊົນສອງປະເທດຫວຽດນາມ - ຈີນ. |
| ເນື່ອງໃນໂອກາດສະເຫຼີມສະຫຼອງ 72 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ຈີນ ການນຳ ຫວຽດນາມ ແລະ ຈີນ ແລກປ່ຽນໂທລະເລກຊົມເຊີຍ ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 72 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ຈີນ (ວັນທີ 18 ມັງກອນ 1950 – 18 ມັງກອນ 2022), ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ, ທ່ານປະທານປະເທດ ຫງວຽນຊວັນຟຸກ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ... |
ຕາມ vovworld.vn
