ການໂຄສະນາການທ່ອງທ່ຽວຫວຽດນາມ ໃນງານວາງສະແດງໃຫຍ່ຢູ່ ການາດາ
![]() |
| ງານວາງສະແດງໃນປີນີ້ໄດ້ເຕົ້າໂຮມຫຼາຍກວ່າ 190 ຮ້ານວາງສະແດງ, ໃນນັ້ນ ຫວຽດນາມ ໂດດເດັ່ນເປັນຈຸດໝາຍປາຍທາງສາກົນທີ່ໄດ້ຮັບຄວາມສົນໃຈຢ່າງຫຼວງຫຼາຍ. ສະຖານທູດຫວຽດນາມ ພ້ອມດ້ວຍຄົນເຊື້ອສາຍຫວຽດນາມຢູ່ການາດາ ໄດ້ສົມທົບກັນຢ່າງແໜ້ນແຟ້ນ ເພື່ອໂຄສະນາພາບພັກຂອງປະເທດຊາດ ໃນຖານະເປັນຈຸດໝາຍປາຍທາງທີ່ "ບໍ່ຄວນພາດ" ຂອງສະຕະວັດໃໝ່ ຜ່ານຂໍ້ມູນ, ຮູບພາບ ແລະ ວັດຖຸພັນທີ່ເປັນເອກະລັກ.ທ່ານ ຫວູ ກວາງ ຮຽບ, ເລຂານຸການເອກ ຜູ້ຮັບຜິດຊອບວຽກງານການທູດເສດຖະກິດ ແລະ ວັດທະນະທຳ ຢືນຢັນວ່າ: ການເຂົ້າຮ່ວມງານວາງສະແດງຄັ້ງນີ້ ແມ່ນເພື່ອແນໃສ່ແນະນຳບັນດາຜະລິດຕະພັນການທ່ອງທ່ຽວໃໝ່ ແລະ ແປກໃໝ່, ຈາກນັ້ນກໍເພື່ອຍົກສູງບົດບາດຂອງຫວຽດນາມ ໃນແຜນທີ່ການທ່ອງທ່ຽວໂລກ. ໂດຍສະເພາະ, ຄົນເຊື້ອສາຍຫວຽດນາມຢູ່ການາດາ ໄດ້ຮັບບົດບາດເປັນ "ທູດການທ່ອງທ່ຽວແບບທຳມະຊາດ", ໂດຍການແບ່ງປັນປະສົບການຕົວຈິງກ່ຽວກັບວັດທະນະທຳ ແລະ ອາຫານ ເພື່ອດຶງດູດນັກທ່ອງທ່ຽວໃນທ້ອງຖິ່ນ.ທ່ານ Robert Player, ຜູ້ຈັດງານວາງສະແດງ ໄດ້ຕີລາຄາສູງຕໍ່ການເຂົ້າຮ່ວມຢ່າງສະໝໍ່າສະເໝີຂອງຫວຽດນາມ ແລະ ໃຫ້ຮູ້ວ່າ ຊາວມາການາດາ ນັບມື້ນັບມີຄວາມຊື່ນຊອບຕໍ່ປະເທດຫວຽດນາມ ຍ້ອນຄວາມຫຼາກຫຼາຍດ້ານທັດສະນີຍະພາບ ແລະ ວັດທະນະທຳ ຕັ້ງແຕ່ພາກເໜືອຈົນຮອດພາກໃຕ້. ໃນສະພາບການທີ່ບັນດາຫົວໜ່ວຍຈາກ ອາເມລິກາ ເຂົ້າຮ່ວມໜ້ອຍລົງ, ຄວາມເປັນເຈົ້າການຂອງຫວຽດນາມ ໄດ້ສ້າງຄວາມປະທັບໃຈຢ່າງແຮງ ແລະ ຮັດແໜ້ນການເຊື່ອມຕໍ່ກັບຕະຫຼາດການທ່ອງທ່ຽວທີ່ມີທ່າແຮງນີ້. |
| ກົງສຸນໃຫຍ່ ການາດາ ປະຈຳນະຄອນ ໂຮ່ຈີມິນ ເຂົ້າຮ່ວມປູກຕົ້ນໄມ້ມິດຕະພາບຢູ່ ເກີນເທີ ຍສໝ - ຕອນບ່າຍວັນທີ 22 ພະຈິກ, ທ່ານນາງ Annie Dubé, ກົງສຸນໃຫຍ່ການາດາ ປະຈຳນະຄອນ ໂຮ່ຈີມິນ, ພ້ອມກັນກັບການນຳນະຄອນ ເກີນເທີ ໄດ້ເຂົ້າຮ່ວມກິດຈະກຳປູກຕົ້ນໄມ້ມິດຕະພາບ ຢູ່ສວນສາທາລະນະ ຊົງເຮົ້າ (ເມືອງ ນິງກຽວ, ນະຄອນ ເກີນເທີ). |
| ຈະສ້າງຕັ້ງສູນວາງສະແດງສິນຄ້າຫວຽດນາມ ຢູ່ ການາດາ ຍສໝ - ທ່ານ Dan On, ປະທານສະມາຄົມນັກທຸລະກິດ ຫວຽດນາມ - ການາດາ ໃຫ້ຮູ້ວ່າ, ທີ່ກອງປະຊຸມ “ການາດາ - ປະຕູເພື່ອວິສາຫະກິດ ຫວຽດນາມ ເຂົ້າເຖິງຕະຫຼາດ ອາເມລິກາເໜືອ” ໄດ້ເກີດຂຶ້ນໃນວັນທີ 22 ພະຈິກ ຢູ່ນະຄອນ ໂຮ່ຈີມິນ. |
ແທັງຮັ່ງ
