ຫວຽດນາມ ໝູນໃຊ້ກາລະໂອກາດຕະຫຼາດ Halal ຢູ່ມາເລເຊຍ
![]() | ເພື່ອນມິດສາກົນສະເໜີຄວາມເຫັນເພື່ອຊ່ວຍຫວຽດນາມພັດທະນາເສດຖະກິດ ແລະ ການຄ້າ Halal |
![]() | ທ່ານນາຍົກລັດຖະມົນຕີ: ຫວຽດນາມ ມີ 3 ພື້ນຖານສຳຄັນ ເພື່ອພັດທະນາຂະແໜງການ Halal |
ຂໍ້ມູນຂອງດ່ານພາສີຫວຽດນາມສະແດງໃຫ້ເຫັນວ່າ ຮອດທ້າຍເດືອນກັນຍາ 2025, ຍອດວົງເງິນການສົ່ງອອກ-ນຳເຂົ້າລະຫວ່າງສອງປະເທດບັນລຸກວ່າ 12 ຕື້ USD, ເພີ່ມຂຶ້ນ 12,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ແນວໃດກໍດີ, ຍອດມູນຄ່າການຄ້າໄດ້ອຽງໄປມາເລເຊຍຄື: ຫວຽດນາມ ໄດ້ນຳເຂົ້າ 8,17 ຕື້ USD ຈາກມາເລເຊຍ (ເພີ່ມຂຶ້ນ 19,4%), ໃນຂະນະທີ່ການສົ່ງອອກໄປມາເລເຊຍບັນລຸພຽງ 3,8 ຕື້ USD (ເພີ່ມຂຶ້ນ 1,3%) ເຮັດໃຫ້ຂາດດຸນ 4,29 ຕື້ USD.
ວິເຄາະຕະຫຼາດມາເລເຊຍ, ທ່ານ ໂງກວາງຮືງ, ຜູ້ຕາງໜ້າອົງການການຄ້າຫວຽດນາມ ປະຈໍາ ມາເລເຊັຍ ຕີລາຄາວ່າ ຕະຫຼາດມາເລເຊຍ ມີຄວາມດຶງດູດດ້ວຍກຳລັງການຊື້ສູງ, ຄວາມຕ້ອງການທີ່ຫຼາກຫຼາຍ ແລະ ຄວາມໃກ້ຊິດຂອງວັດທະນະທໍາຜູ້ບໍລິໂພກກັບສິນຄ້າຫວຽດນາມ. ເຖິງຢ່າງໃດກໍຕາມ, ການສົ່ງອອກຂອງຫວຽດນາມ ຕ້ອງແຂ່ງຂັນກັບຈີນ, ໄທ ແລະ ອິນໂດເນເຊຍ. ສິ່ງທ້າທາຍທີ່ໃຫຍ່ທີ່ສຸດແມ່ນຍັງແມ່ນໃບຢັ້ງຢືນ Halal, ເປັນອຸປະສັກທີ່ສໍາຄັນຕໍ່ການເຈາະຕະຫຼາດຊາວມຸດສະລິມທີ່ສໍາຄັນນີ້.
ໃນສະພາບການນັ້ນ, ລັດຖະບານແຫ່ງລັດ Melaka ເຊິ່ງຈັດຕັ້ງງານບຸນ Halal ສາກົນ Melaka (MIHF) 2025 ແຕ່ວັນທີ 16-19 ຕຸລາ, ຫາກໍສ້າງຕັ້ງສະພາພັດທະນາອຸດສາຫະກຳ Halal (MPIH Melaka). ທ່ານຂ້າຫຼວງລັດ Ab Rauf Yusoh ເນັ້ນໜັກວ່າ ສະພາຈະ "ເລັ່ງການຍອມຮັບນັກລົງທຶນ ແລະ ການອະນຸມັດການຢັ້ງຢືນ Halal ໂດຍບໍ່ມີຂັ້ນຕອນການບໍລິຫານທີ່ຫຍຸ້ງຍາກ."
![]() |
ມຸມໜຶ່ງຂອງງານຕະຫຼາດນັດ Halal ສາກົນ Melaka, ໄດ້ຈັດຂຶ້ນໃນລະຫວ່າງວັນທີ 16-19 ຕຸລາ. (ພາບ: TTXVN) |
ການເຄື່ອນໄຫວນີ້ໄດ້ຮັບຖືວ່າແມ່ນໂອກາດທີ່ສະດວກເພື່ອໃຫ້ບັນດາວິສາຫະກິດ ຫວຽດນາມ ຜ່ານຜ່າບັນດາຮົ້ວກີດຂວາງການຢັ້ງຢືນ, ຂຸດຄົ້ນຕະຫຼາດ Melaka ແລະ ຕະຫຼາດ Halal ພາກພື້ນຢ່າງກວ້າງຂວາງ. Melaka ມຸ່ງໄປເຖິງກາຍເປັນສູນ Halal ຂອງພາກພື້ນ, ເປີດແງ່ຫວັງໃໝ່ໃຫ້ວິສາຫະກິດຫວຽດນາມ.
![]() | “Thai Summer Delicacies” – ນຳຜະລິດຕະພັນ Halal ໄທ ມາສູ່ລູກຄ້າ ຫວຽດ ດ້ວຍຄວາມປາດຖະໜາ ນຳຜະລິດຕະພັນ Halal ມາສູ່ປະຊາຊົນ ຫວຽດນາມ, ສະນັ້ນ, ໃນເດືອນິສງຫາ ຜ່ານມາ, ສະຖານທູດ ໄທ ປະຈຳ ຫວຽດນາມ ໄດ້ສົມທົບກັບພັດທະຄານ Eastern & Oriental Tea House and Coffee Parlour ຈັດລາຍການ “Thai Summer Delicacies” ... |
![]() | ການເຊື່ອມຕໍ່, ຫນູນຊ່ວຍປະຊາຄົມວິສາຫະກິດໃນການເຂົ້າເຖິງຕະຫຼາດ Halal ຍສໝ - ຫວ່າງແລ້ວນີ້, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ແລະ ກະຊວງການຕ່າງປະເທດ ໄດ້ສົມທົບກັນຈັດຕັ້ງກອງປະຊຸມ “ຕະຫຼາດ Halal ອາຊີຕາເວັນອອກສ່ຽງໃຕ້ - ປາຊີຟິກ: ຄວາມສາມາດບົ່ມຊ້ອນ ແລະ ກາລະໂອກາດ”. |
ມີງດຶກ