ຫວຽດນາມ – ຈີນ – ລາວ ຈັດການຊ້ອມຮົບຮ່ວມກັນໃນການຮັບມືສະພາບສຸກເສີນ ກ່ຽວກັບພະຍາດຕິດແປດ.
![]() | ຄົ້ນຄວ້າສະເໜີຊື້ໄຟຟ້າຈາກ ຈີນ ແລະ ລາວ ຕື່ມອີກ |
![]() | ສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ ຢູ່ ຈີນ ແລະ ລາວ |
![]() |
ຮູບຕົວຢ່າງ. (ຮູບ: TTXVN) |
ເຂົ້າຮ່ວມການຝຶກຊ້ອມຈຳນວນມີ 241 ຜູ້ຕາງໜ້າ ແລະ ນັກຊ່ຽວຊານດ້ານສາທາລະນະສຸກ ຈາກກະຊວງສາທາລະນະສຸກ ແລະ ບັນດາຫນ່ວຍງານສາທາລະນະສຸກລະດັບແຂວງ, ທ້ອງຖິ່ນຂອງ ປະເທດວຽດນາມ ແລະ ລາວ; ຈຸດກາງຄວບຄຸມ ແລະ ປ້ອງກັນໂລກ (CDC) ຂອງ ສາທາລະນະລັດຈີນ; ພ້ອມດ້ວຍກຳລັງພະນັກງານຕອບໂຕດ້ານສາທາລະນະສຸກ ທຸກລະດັບ ຂອງແຂວງຢູນນານ.
ນີ້ແມ່ນເທື່ອທຳອິດທີ່ ປະເທດວຽດນາມ, ຈີນ ແລະ ລາວ ໄດ້ຮ່ວມກັນຈັດການຝຶກຊ້ອມຮັບມືສະຖານະການສຸກເສີນ ກ່ຽວກັບໂລກຕິດເຊື້ອຂ້າມຊາຍແດນ ທີ່ມີຂອບເຂດຄົບຖ້ວນທຸກຂັ້ນຕອນ, ທຸກຂ່ອງໂສ້, ທຸກປັດໃຈ.
ການຝຶກຊ້ອມນີ້ມີເປົ້າໝາຍໃນການທົດສອບ ແລະ ຝຶກຝົນຄວາມສາມາດຮ່ວມມືປະຕິບັດງານຂອງກຳລັງຮັບມືສຸກເສີນ, ພັດທະນາກົດເກນການຮັບມືກັບໂລກລະບາດໃນພື້ນທີ່, ຍົກລະດັບຄວາມສາມາດທາງດ້ານການຈັດການສຸກເສີນກັບໂລກຕິດເຊື້ອທີ່ສຳຄັນຂ້າມຊາຍແດນໃຫ້ດີຂຶ້ນຢ່າງຄົບວົງຈອນ ໃນເຂດຊາຍແດນລະຫວ່າງ 3 ປະເທດ.
ການຝຶກຊ້ອມໄດ້ຈຳລອງສະຖານະການທີ່ມີໂລກຕິດເຊື້ອຮ້າຍແຮງຊະນິດໃໝ່ລະບາດເກີດຂຶ້ນໃນເຂດຊາຍແດນຂອງ 3 ປະເທດ ຫວຽດນາມ–ຈີນ–ລາວ, ໂດຍມີເນື້ອໃນການຝຶກຊ້ອມປະກອບມີ ການຄົ້ນພົບ ແລະ ລາຍງານຜູ້ປ່ວຍ, ການສືບສວນທາງລະບາດວິທະຍາ, ການປະເມີນຄວາມສ່ຽງ, ການເກັບຕົວຢ່າງ ແລະ ການກວດທົດສອບ, ການຂ້າເຊື້ອໂລກໃນພື້ນທີ່ເກີດເຫດ, ການປິດຂັ້ນຕອນຮັບມື.
ບັນດາຜູ້ຊ່ຽວຊານໄດ້ປະເມີນວ່າ ການຝຶກຊ້ອມຮ່ວມມືໃນຄັ້ງນີ້ໄດ້ຊ່ວຍເສີມສ້າງແລະປັບປຸງກົດໄກການປະສານງານໃນການກວດກາ, ປ້ອງກັນໂລກຕິດເຊື້ອໃນເຂດຊາຍແດນ, ພ້ອມທັງເປັນການຝຶກອົບຮົມແລະພັດທະນາຂະຫນາດຄວາມສາມາດຫຼັກຂອງກຳລັງພາກສາທາລະນະສຸກໃນເຂດຊາຍແດນຂອງ 3 ປະເທດ ເຊັ່ນ ຮັບມືໄວ, ເຄື່ອນທີ່ຈາກໄກ, ປະຕິບັດກັບທີ່.
ນີ້ເປັນຂັ້ນຕອນການທົດລອງທີ່ມີທາດສະຫນະທາງບວກ ເພື່ອຮັບປະກັນຄວາມປອດໄພດ້ານສາທາລະນະສຸກໃນເຂດຊາຍແດນ ແລະ ຍົກລະດັບຄວາມສາມາດໃນການປ້ອງກັນ, ຮັບມືກັບບັນດາໂລກຕິດເຊື້ອຮ້າຍແຮງໄດ້ຢ່າງຄົບວົງຈອນ.
ນອກເໜືອຈາກສ່ວນການຝຶກຊ້ອມໃນພາກສະໜາມ, ໂຄງການຍັງມີການຈັດງານວາງສະແດງແບບຄົງທີ່ ແລະ ການສົນທະນາແລກປ່ຽນປະສົບການ, ເພື່ອນຳສະເໜີຜົນສຳເລັດໃໝ່ໆໃນການສ້າງສາຍກຳລັງ, ອຸປະກອນ ແລະ ຄວາມສາມາດໃນການຕອບສະໜອງຂອງສູນຄວບຄຸມໂລກຕິດເຊື້ອຈີນ, ບັນດາທີມຕອບສະໜອງສາທາລະນະສຸກສຸກເສີນແຫ່ງຊາດ (ຢູນນານ) ແລະ ທີມຕອບໂຕ້ຮວດໄວໃນການປ້ອງກັນໂລກກາກພະຍາດຂອງມົນທົນແຂວງຢູນນານ.
![]() | ທ່ານນາຍົກລັດຖະມົນຕີ ຫວຽດນາມ: ນຳແຂວງ ຢຸນໜານ ແລະ ແຂວງ ລາວກາຍ ກາຍເປັນສູນເຊື່ອມຕໍ່ການຄ້າລະຫວ່າງຈີນ ກັບ ອາຊຽນ ຍສໝ - ໃນຂອບເຂດການເຂົ້າຮ່ວມກອງປະຊຸມສຸດຍອດການຮ່ວມມືອະນຸພາກພື້ນແມ່ນ້ຳຂອງ ເປີດກວ້າງ ຄັ້ງທີ 8 ແລະ ການປະຕິບັດງານຢູ່ຈີນ, ຕອນເຊົ້າວັນທີ 6 ພະຈິກນີ້, ຢູ່ນະຄອນ ຄຸນໝິງ, ສະຫາຍ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕ້ອນຮັບສະຫາຍ ຫວ່າງນິງ, ກຳມະການຄະນະບໍລິຫານງານສູນກາງພັກກອມມູນິດຈີນ, ເລຂາພັກແຂວງ ຢຸນນານ. |
![]() | ຈີນ ແລະ ລາວ ແມ່ນ 2 ທ້ອງຕະຫຼາດສົ່ງອອກໝາກເຜັດຕົ້ນຕໍຂອງ ຫວຽດນາມ ຍສໝ - ຈີນ ແລະ ລາວ ແມ່ນ 2 ທ້ອງຕະຫຼາດສົ່ງອອກໝາກເຜັດຕົ້ນຕໍຂອງ ຫວຽດນາມ ດ້ວຍປະລິມານບັນລຸ 4.518 ໂຕນ ແລະ 340 ໂຕນ, ກວມເອົາ 95,7% ປະລິມານຂອງການສົ່ງອອກ. |
ແທັງຮັ່ງ