14:08 | 12/09/2025

ການເຄື່ອນໄຫວຫຼາຍຢ່າງກ່ຽວກັບການສອນ ແລະ ການຮຽນພາສາຫວຽດນາມ ໃນພາກຕາເວັນອອກສຽງເໜືອຂອງປະເທດໄທ

ວັນເຊີດຊູພາສາຫວຽດນາມ ໄດ້ຖືກຈັດຂຶ້ນເປັນຄັ້ງທໍາອິດ ຢູ່ພາກຕາເວັນອອກເໜືອຂອງປະເທດໄທ
ປະເທດໄທເຊື່ອມຕໍ່ທາງລົດໄຟຈີນ-ລາວ ເພື່ອສົ່ງເສີມການຄ້າ

ຕາມຂໍ້ມູນຈາກສະຖານກົງສຸນໃຫຍ່, ລາຍການນີ້ຈັດຂຶ້ນທີ່ມະຫາວິທະຍາໄລພະບໍລົມວົງສານຸວົງອຸດອນທານີ ,ໂດຍມີກວ່າ 120 ຜູ້, ປະກອບມີ ຜູ້ນຳຝ່າຍປົກຄອງເມືອງອຸດອນທານີ, ຕົວແທນຈາກຫຼາຍພາກສ່ວນ, ຫຼາຍຄູອາຈານຈຳນວນ, ຜູ້ຊຽ່ວຊານພາສາ, ນັກຄົ້ນຄວ້າວັດທະນະທຳ, ໝູ່ເພື່ອນຊາວໄທ, ຜູ້ນຳສະມາຄົມຄົນຫວຽດນາມ ແລະ ຊາວຫວຽດນາມໂພນແດນ.

ໃນການກ່າວຄຳປາໄສໃນງານ, ທ່ານກົງສຸນໃຫຍ່ຫວຽດນາມ ປະຈຳ ຂອນແກ່ນ ດິ້ງຫວາງລິ້ງ ໄດ້ເນັ້ນໜັກວ່າ, ການຈັດງານ “ວັນເຊີດຊູພາສາຫວຽດນາມ ທີ່ພາກຕາເວັນອອກສຽງເໜືອຂອງປະເທດໄທ” ມີຄວາມໝາຍພິເສດ ເມື່ອຈັດຂຶ້ນທີ່ເມືອງອຸດອນທານີ – ສະຖານທີ່ທີ່ເມື່ອເກືອບ 100 ປີກ່ອນ, ປະທານ ໂຮ່ຈີມິນ ເຄີຍເປີດຫ້ອງຮຽນສອນພາສາຫວຽດນາມເປັນຄັ້ງທຳອິດໃຫ້ແກ່ຊາວຫວຽດນາມໂພນແດນ.

ໃນໂອກາດນີ້, ສະຖານກົງສຸນໃຫຍ່ໄດ້ມອບມະຫາຄຳພີສອງພາສາ ຫວຽດ–ໄທ “ປະທານໂຮ່ຈີມິນ ຢູ່ໄທລານ”, ຊຶ່ງເພິ່ງຖືກຈັດພິມເນື່ອງໃນການລະລຶກຄົບຮອບ 135 ປີ ວັນເກີດຂອງປະທານໂຮ່ຈີມິນ. ນີ້ແມ່ນກິດຈະກຳເພື່ອສະແດງຄວາມກະຕັນຍູຕໍ່ພຣະຄຸນຂອງທ່ານ, ພ້ອມທັ້ງຍົກຍ້ອງການມີສ່ວນຮ່ວມຂອງໝູ່ເພື່ອນຊາວໄທ ແລະ ຊາວຫວຽດນາມໂພນແດນໃນວຽກງານພາສາຫວຽດ.

ການເຄື່ອນໄຫວຫຼາຍຢ່າງກ່ຽວກັບການສອນ ແລະ ການຮຽນພາສາຫວຽດນາມ ໃນພາກຕາເວັນອອກສຽງເໜືອຂອງປະເທດໄທ

ທ່ານ ດິ້ງຫວາງລິ້ງ ກົງສຸນໃຫຍ່ຫວຽດນາມ ປະຈຳ ຂອນແກ່ນ (ຄົນທີ 3 ຈາກເບື້ອງຂວາ) ໄດ້ມອບມະຫາຄຳພີ “ປະທານໂຮ່ຈີມິນ ຢູ່ໄທລານ” ສະບັບສອງພາສາ ຫວຽດ–ໄທ. (ຮູບ: ສະຖານກົງສຸນໃຫຍ່ຫວຽດນາມ ປະຈຳ ຂອນແກ່ນ)

ທ່ານກົງສຸນໃຫຍ່ ດິ້ງຫວາງລິ້ງ ໄດ້ຢືນຢັນວ່າ: “ການຮຽນພາສາຫວຽດ ແມ່ນ ການຮັກຊາດ. ການຊ່ວຍເຫຼືອພີ່ນ້ອງຊາວໂພນແດນໃຫ້ຮຽນພາສາຫວຽດໄດ້ດີ ແມ່ນການເຮັດໃຫ້ຄວາມຮູ້ສຶກຜູກພັນອັນສັກສິດຕໍ່ປະເທດເກີດ ລຶກຊຶ້ງຍິ່ງຂຶ້ນ”.

ໃນຂອບເຂດຂອງໂຄງການນີ້, ສະຖານກົງສຸນໃຫຍ່ໄດ້ເລີ່ມຕົ້ນກິດຈະກຳຫຼາຍຢ່າງທີ່ເປັນປະໂຫຍດ ເພື່ອສະໜັບສະໜູນການສອນ ແລະ ການຮຽນພາສາຫວຽດໃນຊຸມຊົນ, ໃນນັ້ນມີພິທີເປີດຫຼັກສູດອົບຮົມ, ຝຶກອົບຮົມຍົກສູງຄວາມທັກສະການສອນພາສາຫວຽດ ສຳລັບຄູ ແລະ ອາສາສະໝັກຊາວໂພນແດນ, ເຊິ່ງເປັນຄັ້ງທຳອິດທີ່ຖືກຈັດຂຶ້ນໃນບໍລິເວນນີ້.

ທ່ານ ເລື່ອງຊວນຮວາ, ຮອງປະທານສະມາຄົມຊາວຫວຽດນາມທົ່ວປະເທດໄທ, ປະທານສະມາຄົມຄົນຫວຽດນາມແຂວງອຸດອນທານີ ໄດ້ກ່າວວ່າ: ການຈັດຫຼັກສູດອົບຮົມໃນທ້ອງຖິ່ນເປັນຂ່າວດີຢ່າງໃຫຍ່ສຳລັບພີ່ນ້ອງຊາວໂພນແດນ. ສະມາຄົມຄົນຫວຽດນາມແຂວງອຸດອນໄດ້ໃຫ້ການສະໜັບສະໜູນຢ່າງເຕັມທີ່ ແລະ ຮ່ວມມືດຳເນີນງານທີ່ໂຮງຮຽນພາສາຫວຽດ ແຄງອານ, ຢູ່ຖະໜົນຫວຽດນາມ ໃນເມືອງອຸດອນທານີ.

ຫຼັກສູດອົບຮົມໄດ້ຈັດຂຶ້ນ ຕັ້ງແຕ່ວັນທີ 9-22 ກັນຍາ 2025. ທ່ານ ເລື່ອງຊວນຮວາ ໄດ້ເນັ້ນຢ້ຳວ່າ, ນີ້ແມ່ນ “ຂອງຂວັນດ້ານຈິດໃຈທີ່ອຸດົມໄປດ້ວຍຄຸນຄ່າວັດທະນະທຳຂອງຊາດ”, ພ້ອມທັ້ງເຊີນຊວນພີ່ນ້ອງຊາວໂພນແດນໃຫ້ເຂົ້າຮ່ວມຢ່າງກະຕືລືລົ້ນ, ເພື່ອສະແດງຄວາມຮັກ ແລະ ຄວາມຮັບຜິດຊອບຕໍ່ພາສາແມ່.

ນັກສຶກສາ ດານັງ ຝຶກງານ ແລະ ພົບປະແລກປ່ຽນຢູ່ ມະຫາວິທະຍາໄລພະບໍລົມວົງສານຸວົງ ອຸດອນທານີ (ປະເທດໄທ) ນັກສຶກສາ ດານັງ ຝຶກງານ ແລະ ພົບປະແລກປ່ຽນຢູ່ ມະຫາວິທະຍາໄລພະບໍລົມວົງສານຸວົງ ອຸດອນທານີ (ປະເທດໄທ)

ຍສໝ - ນັບແຕ່ວັນທີ 25 ມີນາ ຫາ ວັນທີ 22 ເມສາ 2024, ຄະນະນັກສຶກສາຈາກມະຫາວິທະຍາໄລພາສາຕ່າງປະເທດ ດານັງ ໄດ້ເຂົ້າຮ່ວມການຝຶກງານ ແລະ ພົບປະແລກປ່ຽນຢູ່ສູນຫວຽດນາມວິທະຍາ ຢູ່ມະຫາວິທະຍາໄລພະບໍລົມວົງສານຸວົງ ອຸດອນທານີ (ມະຫາວິທະຍາໄລ ຣາດຊະພັດ ອຸດອນທານີ) ໃນຂອບເຂດໂຄງການຮ່ວມມືລະຫວ່າງ ມະຫາວິທະຍາໄລພາສາຕ່າງປະເທດ ດານັງ ແລະ ມະຫາວິທະຍາໄລພະບໍລົມວົງສານຸວົງ ...

ປະເທດໄທ ລົງເລິກການພົວພັນບ້ານໃກ້ເຮືອນຄຽງ ກັບ ສປປ.ລາວ ປະເທດໄທ ລົງເລິກການພົວພັນບ້ານໃກ້ເຮືອນຄຽງ ກັບ ສປປ.ລາວ

ຍສໝ - ທ່ານ Maris Sangiampongsa - ລັດຖະມົນຕີ​ການ​ຕ່າງປະ​ເທດ​ໄທ ຈະ​ມາ​ຢ້ຽມຢາມ​ລາວ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 30 ພຶດສະພາ​ນີ້ ຕາມ​ຄຳ​ເຊີນ​ຂອງ​ທ່ານ ສະ​ເຫຼີມ​ໄຊ ກົມ​ມະ​ສິດ - ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ໄທ.

ແທັງຮັ່ງ

Link: https://huunghivietlao.thoidai.com.vn/detail-article-21189.html

In bài biết