09:36 | 27/08/2025

Kadrinka Kadrinova - ນັກຂ່າວ ບຸນກາຣີ ແລະ ສອງທົດສະວັດຂອງການຂຽນກ່ຽວກັບ "ຄວາມມະຫັດສະຈັນຂອງຫວຽດນາມ"

ການພົບປະແລກປ່ຽນປະຊາຊົນ ແລະ ວັດທະນະທຳ ປະກອບສ່ວນຊຸກຍູ້ການພົວພັນ ຫວຽດນາມ - ບຸນກາຣີ
ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນລະຫວ່າງ ຫວຽດນາມ ແລະ ບຸນກາຣີ

ຕົ້ນກໍາເນີດນັບແຕ່ເດັກນ້ອຍ

ໃນ​ບັນ​ດາ​ເພື່ອນ​ມິດ​ສາ​ກົນ​ທີ່​ມາ​ຢ້ຽມ​ຢາມ​ຫວຽດ​ນາມ ເນື່ອງ​ໃນ​ໂອ​ກາດ​ວັນ​ຊາດ 2 ກັນຍາປີນີ້, ທ່ານ Kadrinka Velichkova Kadrinova ​ໄດ້​ກ່າວ​ຄຳ​ປາ​ໄສ​ດ້ວຍ​ຄວາມ​ເຄົາລົບ. ນາງ​ເປັນ​ນັກ​ຂ່າວ​ທີ່​ມີ​ອິດທິພົນ​ຢູ່​ບຸນ​ກາຣີ ​ແລະ ​ເອີ​ລົບ, ມີມິດໃຈເປັນ​ພິ​ເສດ​ຕໍ່​ຫວຽດນາມ.

ເກີດຢູ່ໃນອີຕາລີ, ເຕີບໃຫຍ່ໃນ Moscow (ລັດເຊຍ) ແລະ ຫຼັງຈາກນັ້ນໄດ້ຕັ້ງຖິ່ນຖານຢູ່ໃນບຸນ​ກາຣີ ບຸນ​ກາຣີ , Kadrinova ມາຮອດຫວຽດນາມໃນຕອນຕົ້ນ. ​ໃນ​ອາຍຸ 9-14 ປີ, ​ເຂົ້າ​ຮ່ວມ​ສະ​ໂມ​ສອນ​ສາມັກຄີ​ສາກົນ, Kadrinova ​ໄດ້​ຍິນ​ກ່ຽວ​ກັບ​ການ​ຕໍ່ຕ້ານ​ຂອງ​ຊາວຫວຽດນາມ. ພາບ​ພົດ​ຂອງ​ປະ​ເທດ​ຊາດ​ທີ່ອົງອາດກ້າແກ່ນ​ໄດ້​ປູກ​ຝັງ​ໄວ້​ໃນ​ຈິດ​ວິນ​ຍານ​ຂອງ​ສາວ​ບຸນ​ກາຣີ ໃນ​ຄວາມ​ຝັນ​ທີ່​ມາ​ຢ້ຽມ​ຢາມ​ຫວຽດ​ນາມ. ຕ້ອງຮອດເດືອນ ທັນວາ ປີ 2006, ດ້ວຍການໜູນຊ່ວຍຂອງສະຖານທູດ ຫວຽດນາມ ປະຈຳ ບຸນກາຣີ, ຄວາມຝັນນັ້ນກໍ່ກາຍເປັນຈິງ ແລະ ການເດີນທາງທົ່ວປະເທດ ຫວຽດນາມ ໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງເຖິງ “ຄວາມມະຫັດສະຈັນຂອງຫວຽດນາມ”.

Kadrinka Kadrinova - ນັກຂ່າວ ບຸນກາຣີ ແລະ ສອງທົດສະວັດຂອງການຂຽນກ່ຽວກັບ

ນັກຂ່າວ Kadrinka Kadrinova ໃນຊຸດເສື້ອຍາວຫວຽດນາມ ໃນພິທີເປີດຕົວ, ແນະນຳປຶ້ມ “ຄວາມມະຫັດສະຈັນຫວຽດນາມ”, ເດືອນມິຖຸນາ 2021. (ພາບ: KT)

ນັບ​ແຕ່​ນັ້ນ​ເປັນ​ຕົ້ນ​ມາ, ຄວາມ​ຮັກ​ແພງ​ຂອງ​ຕົນ​ຕໍ່​ຫວຽດນາມ ​ໄດ້ກາຍເປັນຄວາມຂຶ້ນໃຈໃຫ້​ຫຼາຍ​ຮ້ອຍ​ບົດຂ່າວ ​ແລະ ປຶ້ມ 5 ຫົວ, ​ໃນ​ນັ້ນ​ມີ​ບັນດາ​ຜົນງານ​ທີ່​ຖື​ວ່າ​ເປັນ​ຂີດ​ໝາຍ​​ໃນ​​ສື່​ມວນ​ຊົນ​ກ່ຽວ​ກັບ ຫວຽດນາມ ຢູ່ ບຸນກາຣີ. ປີ 2010, Kadrinova ​ໄດ້​ພິມ​ຈຳໜ່າຍປື້ມ “ຫວຽດນາມ - ​ລູກ​ມັງກອນ ​ແລະ ​ຫຼານເທວະ​ດາ” ​ເປັນພາສາ​ບຸນ​ກາຣີ, ​ແລ້ວ​ແປ​ເປັນ​ພາສາ​ອັງກິດ, ​ແລະ​ ເປີດ​ຕົວເນື່ອງໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 1000 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ ​ແທັງ​ລອງ - ຮ່າ​ໂນ້ຍ.

ໃນປີ 2021, ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ບຸນກາຣີ, Kadrinova ໄດ້ພິມຈຳໜ່າຍປື້ມ “ຄວາມມະຫັດສະຈັນ ຫວຽດນາມ” ດ້ວຍ 20 ພາກ ແລະ 3 ສະມຸດລວມມີ 120 ຮູບພາບ, ຕົ້ນຕໍແມ່ນຮູບທີ່ນາງຖ່າຍເອງໃນເວລາໄປຢ້ຽມຢາມ ຫວຽດນາມ.

ປຶ້້ມ​ແນະນຳ​ຮູບ​ພາບຮອບດ້ານ​ກ່ຽວກັບ​ຫວຽດນາມ ຈາກ​ປະຫວັດສາດ​ຂອງ​ຊາດ, ຮີດຄອງ​ປະ​ເພນີ, ວັດທະນະທຳ, ປະ​ເທດຊາດ, ປະຊາຊົນ, ບັນດາ​ຜົນງານ​ອັນ​ພົ້ນ​ເດັ່ນ​ໃນ​ຂະ​ບວນການ​ກໍ່ສ້າງ ​ແລະ ພັດທະນາ​ປະ​ເທດຊາດ, ພິ​ເສດ​ແມ່ນ​ບັນດາ​ຜົນສຳ​ເລັດ​ຂອງ​ຫວຽດນາມ ​ໃນ​ການ​ຮັບ​ມື​ກັບ​ໂລກ​ລະບາດ​ໂຄ​ວິດ-19. ຂະ​ບວນ​ການ​ສ້າງສາ, ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ ແລະ ຂະບວນການປ່ຽນແປງໃໝ່ພັດ​ທະ​ນາ​ຂອງ​ຫວຽດ​ນາມ ລ້ວນ​ແຕ່ໄດ້ນາງ​ຮັບຮູ້ວ່າ​ເປັນ “ຄວາມມະ​ຫັດ​ສະ​ຈັນ”.

Kadrinka Kadrinova - ນັກຂ່າວ ບຸນກາຣີ ແລະ ສອງທົດສະວັດຂອງການຂຽນກ່ຽວກັບ

ບາງ​ຮູບ​ພາບ​ໃນ​ປຶ້ມ “ຄວາມມະ​ຫັດ​ສະ​ຈັນ​ຫວຽດ​ນາມ” ຂອງ​ນັກ​ຂ່າວ Kadrinka Kadrinova. (ພາບ: KT)

​ໃນ​ຈົດໝາຍ​ເຖິງ​ຜູ້​ອ່ານ​ຫວຽດນາມ ​ໃນ​ໂອກາດ​ກະກຽມເປີດ​ຕົວ​ປຶ້ມ “​ຄວາມມະຫັດສະຈັນ​ຫວຽດນາມ” ​ໄດ້​ແປ ​ແລະ ​ພິມ​ຈຳໜ່າຍ​ໂດຍ​ສະມາຄົມ​ມິດຕະພາບ​ຫວຽດນາມ - ບຸນ​ກາຣີ ນະຄອນຫຼວງ ຮ່າ​ໂນ້ຍ ເປັນພາສາຫວຽດ, ​ນາງໄດ້​ຂຽນ​ວ່າ: “ຂ້າພະ​ເຈົ້າ​ແມ່ນ​ນັກ​ປະພັນຂອງປື້ມ 4 ຫົວ, ໃນນັ້ນມີ 2 ​ຫົວໄວ້ສະເພາະ​ໃຫ້ ຫວຽດນາມ - ປະ​ເທດ​ທີ່​ຂ້າພະ​ເຈົ້າ​ໄດ້​ມາ​ຢ້ຽມຢາມ 5 ຄັ້ງ​ໃນ​ຖາ​ນະ​ເປັນ​ນັກ​ຂ່າວ. ຫວຽດນາມ ກໍ່​ແມ່ນ​ຫົວ​ເລື່ອງ​ຕົ້ນຕໍ​ຂອງ​ບັນດາ​ບົດ​ຄວາມຂອງຂ້າພະເຈົ້າ​ທີ່ໄດ້​ຮັບ​ການ​ລົງພິມ​ງ​ໃນ​ຕະຫຼອດ​ຊຸມ​ປີ​ຜ່ານ​ມາ, ໄດ້ເປີດແຫຼ່ງກຳເນີດຈາກຄວາມເຄົາລົບຂອງຂ້າພະເຈົ້າທີ່ມີຕໍ່ບັນດາຜົນງານຂອງປະຊາຊົນຫຽດນາມ ຍາດເອົາໄດ້ໃນຕະຫຼອດຄວາມຍາວຂອງປະຫວັດສາດ ແລະທັງໄລຍະ ທັນສະໄໝ. ດ້ວຍ​ຄວາມ​ຮັກ​ແພງ​ເປັນ​ພິ​ເສດ, ຂ້າພະ​ເຈົ້າ​ຍາມ​ໃດ​ກໍ​ສຸມ​ໃສ່​ຂຽນ​ກ່ຽວ​ກັບ​ຄວາມ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ບຸນ​ກາຣີ ແລະ ຫວຽດນາມ - ​ເປັນ​ສາຍ​ພົວພັນ​ທີ່​ບໍ່​ພຽງ​ແຕ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ເພື່ອພັດທະນາ​ກວ່າ​ອີກ, ຫາກ​ຍັງ​ແມ່ນ​ຊັບ​ສົມບັດ​ມະນຸດສະທຳ​ອັນ​ລ້ຳ​ຄ່າ​ທີ່​ໄດ້​ສະ​ແດງ​ອອກຜ່ານມະນຸດລະອຽດ - ເພື່ອນ​ມິດ​ບຸນ​ກາຣີຂອງ ຫວຽດນາມ ​ແລະ ​ເພື່ອນ​ມິດ​ຊາວ​ຫວຽດນາມຂອງ ບຸນ​ກາຣີ”.

ທ່ານ ຫງວຽນຫວູເກີນ, ຮອງ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ບຸນ​ກາ​ຣີ ຢູ່ ນະຄອນຫຼວງຮ່າ​ໂນ້ຍ ໄດ້​ແບ່ງ​ປັນ​ບົນໜ້າ​ທີ່​ສ່ວນ​ຕົວ​ວ່າ: “ປື້ມ “ຄວາມມະ​ຫັດ​ສະ​ຈັນ​ຫວຽດ​ນາມ” ແມ່ນ​ບົດ​ສັງ​ເຄາະ​ຄວາມ​ປະ​ທັບ​ໃຈ​ຂອງ​​ນາງ Kadrinova ທີ່​ມີ​ຕໍ່​ປະ​ເທດ ແລະ ປະ​ຊາ​ຊົນ​ຫວຽດ​ນາມ ຜ່ານ​ການ​ຢ້ຽມ​ຢາມ 5 ຄັ້ງ ແລະ ຂຽນກ່ຽວ​ກັບ​ປະ​ເທດ​ຊາດ​ຂອງ​ພວກ​ເຮົາ. ການກຳເນີດຂອງປື້ມແມ່ນການຜ່ານຜ່າຄວາມຫຍຸ້ງຍາກຫຼາຍຢ່າງ - ແຕ່ກະກຽມສະບັບຮ່າງໃນເອກະສານທີ່ສະສົມນັບແຕ່ປີ 1996, ເຖິງການສັບຊ້ອນທາງ​​ການ​ເງິນພິມ​ໃນ​ໄລຍະ​​ພະຍາດ​ລະບາດ. ບາງ​ທີ​ຄວາມ​ຮັກ​ແພງ​ອັນ​ຍິ່ງ​ໃຫຍ່​ຂອງ​ຫວຽດນາມ​ຢູ່ Kadrinka Kadrinova ​ໄດ້​ມອບ​ປີກ​ໃຫ້​ນາງ​ເຮັດປື້ມ​ໃຫ້​ສຳ​ເລັດ”.

ຕາມທ່ານ ເກີນ, Kadrinka Kadrinova ແມ່ນ “ສັນຍາລັກໃໝ່ຂອງສື່ມວນຊົນກ່ຽວກັບ ຫວຽດນາມ ຢູ່ ບຸນກາຣີ ແລະ ເອີຣົບ”.

ຫວຽດນາມ​ໃນ​ໃຈ

ບັນດາບົດຂຽນຂອງ Kadrinka Kadrinova ບໍ່ພຽງແຕ່ບອກເລົ່າກ່ຽວກັບປະຫວັດສາດຂອງສົງຄາມເທົ່ານັ້ນ, ແຕ່ຍັງບັນຍາຍເຖິງການຫັນປ່ຽນໃໝ່ ແລະ ບືນຕົວຢ່າງເຂັ້ມແຂງຂອງຫວຽດນາມ.

​ໃນ​ບົດ​ຂຽນ​ທີ່​ມີ​ຫົວ​ຂໍ້​ວ່າ: “​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ - ຈຸດ​ພົ້ນ​ເດັ່ນ​ຂອງ​ວັນ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສິ້ນ​ສຸດ​ສົງຄາມ​ຢູ່​ຫວຽດນາມ” ​ໄດ້​ຂຽນ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ປົດ​ປ່ອຍ​ພາກ​ໃຕ້ ​ແລະ ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ​ກັນ​ວ່າ: ພາຍຫຼັງ 50 ປີ​ແຫ່ງ​ວັນ​ສາທາລະນະ​ລັດ​ສັງຄົມ​ນິຍົມ ຫວຽດນາມ ​ໄດ້ບືນຂຶ້ນ​​ຈາກ​ຂີ້​ເຖົ່າ​ສົງຄາມ, ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ພື້ນຖານ​ເສດຖະກິດ​ທີ່​ເຕີບ​ໂຕ​ໄວ​ທີ່​ສຸດ​ໃນ​ໂລກ, ມຸ່ງໝັ້ນປະຕິບັດນະ​ໂຍບາຍ​ການ​ຕ່າງປະ​ເທດ​ທີ່​ສອດຄ່ອງ​ກັບ​ບົນຄວາມ​ເຂົ້າ​ໃຈ​ສາກົນ, ການ​ພົວພັນ​ຄູ່​ຮ່ວມ​ມື​ທີ່​ມີ​ປະສິດທິ​ຜົນ ​ແລະ ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດກັບ​ບັນດາ​ປະ​ເທດ - ນັບ​ທັງ​ບັນດາ​ສັດຕູ​ໃນ​ອະດີດ. ພາຍຫຼັງ​ການອົດທົນ​ຄວາມ​ເສຍ​ຫາຍ​ຫຼາຍ​ຢ່າງ​ຍ້ອນ​ສົງຄາມ, ປະຊາຊົນ ຫວຽດນາມ ຍາມ​ໃດ​ກໍ່​ຖື​ສັນຕິພາບ ​ແລະ ໂຮມປະເທດຊາດເປັນເອກະພາບ​ແມ່ນ​ບັນດາ​ຄຸນຄ່າ​ອັນ​ສັກສິດ ​ແລະ ລ້ຳ​ຄ່າ​ທີ່​ສຸດ”.

Kadrinka Kadrinova - ນັກຂ່າວ ບຸນກາຣີ ແລະ ສອງທົດສະວັດຂອງການຂຽນກ່ຽວກັບ

ນັກ​ຂ່າວ Kadrinka Kadrinova (ຊ້າຍ​ສຸດ) ​ໄດ້ເປັນກຽດ​ຮັບ​ຫຼຽນ​ກາ​ມິດຕະພາບ​ຈາກ​ລັດ ຫວຽດນາມ ​ໃນ​ປີ 2010. (ພາບ: KT)

ນາງ ​ໄດ້​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ຈິດ​ໃຈ​ສາມັກຄີ​ແຫ່ງ​ຊາດ​ໃນ​ບົດ​ຂຽນ “ປະເທດຫວຽດນາມ​ເປັນ​ໜຶ່ງ, ປະຊາຊົນ​ຫວຽດນາມ​ແມ່ນ​ໜຶ່ງ​ດຽວ” ຂອງທ່ານເລຂາທິການ​ໃຫຍ່ ໂຕເລີມ.

ຕາມ​ທ່ານ​ນາງ​ແລ້ວ, ​ສານສຳຄັນຕົ້ນຕໍຂອງບົດຂຽນແມ່ນ: ຄວາມ​ສາມັກຄີ​ແຫ່ງ​ຊາດ​ບໍ່​ແມ່ນ​ເປົ້າໝາຍ​ສຳ​ເລັດ​ຜົນ, ​ຫາກຍັງ​ແມ່ນ​ຈຸດ​ເລີ່​ມຕົ້ນ​ເພື່ອ​ສ້າງສາ​ປະ​ເທດ​ຫວຽດນາມ​ໃຫ້​ເຂັ້ມ​ແຂງ ​ແລະ ພັດທະນາ​ກວ່າ​ອີກ. ​ເວົ້າ​ອີກ​ວ່າ, ສັນຕິພາບ​ບໍ່​ແມ່ນ​ອະນຸສາວະລີ​ທີ່​ເຄື່ອນບໍ່ໄດ້ ​ແລະ ​ຈຳຍອມ, ​ແຕ່​ແມ່ນ​ພື້ນຖານ​ມີຊີວິດຊີວາ ​ແລະ ຂະຫຍັນຂັນເຂື່ອນໃຫ້ວິວັດ​ການ​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ. ເປັນໜຶ່ງໃນຂະບວນການແມ່ນປັບປຸງ​ປະ​ເທດ​ໃຫ້​ທັນ​ສະ​ໄໝ, ຍົກ​ສູງ​ລະດັບ​ສະຕິ​ປັນຍາ​ຂອງ​ປະຊາຊົນ​ຕິດ​ພັນ​ກັບ​ເຕັກ​ໂນ​ໂລ​ຊີ​ໃໝ່ ແລະ ປັບປຸງ​ພື້ນຖານ​ໂຄງ​ລ່າງ​ຢ່າງ​ບໍ່​ຢຸດ​ຢັ້ງ. ທັງ​ໝົດ​ລ້ວນ​ແຕ່​ໄດ້​ຮັບ​ການ​ບຳລຸງ​ສ້າງ​ໃນ​ສະພາບ​ແວດ​ລ້ອມ​ສັງຄົມ​ທີ່​ມີ​ຈັນຍາ​ບັນ ​ແລະ ເຕັມໄປດ້ວຍ​ຄວາມ​ເຫັນ​ອົກ​ເຫັນ​ໃຈ - ເຊິ່ງເປັນບ່ອນສົ່ງເສີມ​ປະຊາຊົນ​ອຸທິດ​ຕົນສຸດຊີວິດ ​ແລະ ມີຄວາມຮັບ​ຜິດ​ຊອບ​ເພື່ອ​ຜົນ​ປະ​ໂຫຍ​ດລວມ, ​ເພື່ອ​ການ​ພັດທະນາ​ນັບມື້ນັບໝັ້ນຄົງເຂັ້ມ​ແຂງ​ຂອງ​ປະ​ເທດ​ຊາດ”.

ຊື່ຂອງ Kadrinka Kadrinova ແມ່ນຕິດພັນກັບຫົວຂໍ້ຂອງຫວຽດນາມ. ນັບຕັ້ງແຕ່ເດືອນກັນຍາ 2024, ນາງໄດ້ຖືກແຕ່ງຕັ້ງໂດຍປະທານາທິບໍດີບຸນກາຣີ Rumen Radev ເປັນສະມາຊິກຂອງສະພາສື່ມວນຊົນເອເລັກໂຕຣນິກ - ອົງການຈັດຕັ້ງການຄຸ້ມຄອງສື່ມວນຊົນສູງສຸດໃນປະເທດ ບຸນ​ກາຣີ. ​ເຖິງ​ວ່າ​ບໍ່​ໄດ້​ເຮັດ​ວຽກ​ເປັນ​ປະຈຳ​ກໍ່ຕາມ, ​ແຕ່​ນາງ​ຍັງ​ຢືນຢັນ​ວ່າ: “​ໃນ​ຕະຫຼອດ​ພາລະກິດເປັນ​ນັກ​ຂ່າວຂອງຕົນ, ຫົວ​ຂໍ້​ກ່ຽວກັບ​ຫວຽດນາມ ຍາມ​ໃດ​ກໍ່​ແມ່ນ​ສິ່ງ​ທີ່​ໃກ້​ຊິດ​ກັບ​ຫົວ​ໃຈ​ຂອງ​ຂ້າພະ​ເຈົ້າ.

Kadrinka Kadrinova ​ໄດ້​ຮັບ​ກຽດ​​ຫຼຽນ​ໄຊ​ມິດຕະພາບ​ຈາກ​ລັດ ຫວຽດນາມ ​ໃນ​ປີ 2010 ​ແລະ ​ໄດ້​ຮັບ​ລາງວັນ​ແຫ່ງຊາດກ່ຽວກັບ​ຂ່າວ​ການຕ່າງປະ​ເທດ​ຫວຽດນາມ 2 ຄັ້ງ. ສຳລັບ​ນາງ​ແລ້ວ, ການ​ເດີນ​ທາງ​ຂຽນ​ກ່ຽວ​ກັບ​ຫວຽດນາມ​ບໍ່​ເຄີຍ​ຢຸດ​ຢັ້ງ, ​ເພາະວ່າ​ເມື່ອ​ນາງ​ເຄີຍ​ແບ່ງປັນ​ວ່າ: “ຄວາມ​ປະ​ທັບ​ໃຈ​ທີ່​ມີ​ໄມຕີ​ຈິດ​ມິດຕະພາບ, ​ເປີດໃຈຂອງ​ຫວຽດນາມ ຈະ​ຢູ່​ໃນ​ຕົວ​ຂ້າພະ​ເຈົ້າ​ຕະຫຼອດ​ໄປ”.

ສ້າງກຳລັງໜູນຊຸກຍູ້ການພົວພັນ ຫວຽດນາມ - ບຸນກາຣີ ສ້າງກຳລັງໜູນຊຸກຍູ້ການພົວພັນ ຫວຽດນາມ - ບຸນກາຣີ

ຍສໝ - ສອງຝ່າຍໄດ້ຕີລາຄາສູງບັນດາບາດກ້າວພັດທະນາທີ່ຕັ້ງໜ້າໃນການຮ່ວມມືສອງຝ່າຍໃນທຸກຂົງເຂດ; ເຫັນດີສືບຕໍ່ຊຸກຍູ້ການຢ້ຽມຢາມ ແລະການພົົບປະຂັ້ນສູງ ແລະທຸກຂັ້ນໃນທຸກຊ່ອງທາງ, ຜັນຂະຫຍາຍບັນດາກົນໄກ ແລະຂໍ້ຕົກລົງຮ່ວມມືສອງຝ່າຍຢ່າງມີປະສິດທິຜົນ; ທ່ານ ຟ້າມມິງຈິ໊ງ ຫວັງວ່າ ນັບມື້ຈະນັບມີຫຼາຍວິສາຫະກິດ ແລະນັກລົງທຶນຂອງຫວຽດນາມ ແລະ ບຸນກາຣີ ລົງທຶນເຂົ້າຕະຫຼາດຂອງກັນ.

ທ່ານປະທານສະພາແຫ່ງຊາດ ບຸນກາຣີ: ເພື່ອນມິດຫວຽດນາມ ແມ່ນປັດໄຈສຳຄັນ, ຮັບປະກັນຜົນສຳເລັດຂອງການຮ່ວມມືລະຫວ່າງ 2 ປະເທດ ທ່ານປະທານສະພາແຫ່ງຊາດ ບຸນກາຣີ: ເພື່ອນມິດຫວຽດນາມ ແມ່ນປັດໄຈສຳຄັນ, ຮັບປະກັນຜົນສຳເລັດຂອງການຮ່ວມມືລະຫວ່າງ 2 ປະເທດ

ຍສໝ - ຕອນຄ່ຳວັນທີ 7 ມັງກອນ, ໃນຂອບເຂດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ທ່ານປະທານສະພາແຫ່ງຊາດ ບຸນກາຣີ Rossen Dimitrov Jeliazkov ໄດ້ມີການພົບປະກັບຜູ້ຕາງໜ້າຊາວ ຫວຽດນາມ ທີ່ໄດ້ຮ່ຳຮຽນ ແລະ ເຮັດວຽກຢູ່ ບຸນກາຣີ.

ແທັງຮັ່ງ

Link: https://huunghivietlao.thoidai.com.vn/detail-article-21148.html

In bài biết