ການຮ່ວມມືດ້ານປ້ອງກັນປະເທດຫວຽດນາມ - ລາວ ນັບມື້ນັບແທດຈິງ, ມີປະສິດທິຜົນ
![]() | ນໍາການພົວພັນຫວຽດນາມ-ລາວ ນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະແທດຈິງ |
![]() | ຮ່ວມມືລະຫວ່າງບັນດາໂຮງຮຽນກອງທັບຫວຽດນາມ-ລາວ ຢ່າງແໜ້ນແຟ້ນ, ມີປະສິດທິຜົນ ແລະຮອບດ້ານກວ່າອີກ |
ໂດຍຕອບສະໜອງຕາມຄຳເຊີນຂອງທ່ານພົນເອກ ຈິ້ງວັນກວຽດ, ເລຂາທິການສູນກາງພັກ, ກໍາມະການປະຈໍາຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ,ທ່ານພົນໂທ ວົງສອນ ອິນພັນພິມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ ແລະ ພັນລະຍາ ໄດ້ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 10-14 ສິງຫາ 2025.
![]() |
ທ່ານພົນເອກ ຈິ້ງວັນກວຽດ ມອບດອກໄມ້ໃຫ້ທ່ານພົນໂທ ວົງສອນ ອິນພັນພິມ |
ທ່ານພົນເອກ ຈິ້ງວັນກວຽດ, ເລຂາທິການສູນກາງພັກ, ກໍາມະການປະຈໍາຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໄດ້ເປັນປະທານພິທີຕ້ອນຮັບ ແລະ ພົບປະເຈລະຈາ.
ທີ່ການພົບປະເຈລະຈາ, ທ່ານພົນເອກ ຈິ້ງວັນກວຽດ ໄດ້ຊົມເຊີຍຜົນສຳເລັດຂອງກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກກະຊວງປ້ອງກັນປະເທດລາວ ຄັ້ງທີ 6, ອາຍຸການ 2025 - 2030. ທ່ານພົນເອກ ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ, ຄະນະປະຈຳພັກກະຊວງປ້ອງກັນປະເທດລາວ, ກອງທັບປະຊາຊົນລາວ ຈະສືບຕໍ່ບັນລຸບັນດາຜົນງານອັນໃຫຍ່ຫຼວງກວ່າອີກ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຂະບວນການສ້າງສາ ແລະ ປົກປັກຮັກສາປະເທດຊາດລາວ ແລະ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ.
![]() |
ທ່ານພົນເອກ ຈິ້ງວັນກວຽດ ເປັນປະທານພິທີຕ້ອນຮັບທ່ານພົນໂທ ວົງສອນ ອິນພັນພິມ |
ທ່ານຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ເນັ້ນໜັກວ່າ ພັກ, ລັດ, ກອງທັບ ແລະ ປະຊາຊົນຫວຽດນາມ ຍາມໃດກໍ່ຈົດຈໍາການໜູນຊ່ວຍອັນໃຫຍ່ຫຼວງ, ປະເສີດ, ສຸດອົກສຸດໃຈ ແລະ ມີປະສິດທິຜົນທີ່ພັກ, ລັດ, ກອງທັບ ແລະ ປະຊາຊົນລາວ ທີ່ມີຕໍ່ໃຫ້ຫວຽດນາມ ໃນພາລະກິດຕໍ່ສູ້ຍາດເອົາເອກະລາດແຕ່ກ່ອນ ກໍ່ຄືຂະບວນການພາສ້າງສາ ແລະ ປົກປັກຮັກສາປະເທດຊາດໃນປັດຈຸບັນ.
ທີ່ການພົບປະເຈລະຈາ, 2 ຝ່າຍໄດ້ປຶກສາຫາລືກ່ຽວກັບສະພາບການໂລກ, ພາກພື້ນ ແລະ ການທະຫານຂອງແຕ່ລະປະເທດ.
ກ່ຽວກັບບັນຫາທະເລຕາເວັນອອກ, ທັດສະນະທີ່ມັ່ນຄົງຂອງຫວຽດນາມແມ່ນການແກ້ໄຂທຸກການພິພາດໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍທະເລປີ 1982; ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC), ຢ່າງມີປະສິດຕິຜົນ ແລະ ຄົບຖ້ວນ, ສຳເລັດການເຈລະຈາໂດຍໄວ ແລະ ລົງນາມໃນກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ມີຄຸນສັກສິດ, ມີປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນ.
![]() |
ທ່ານພົນເອກ ຈິ້ງວັນກວຽດ ເປັນປະທານພິທີຕ້ອນຮັບທ່ານພົນໂທ ວົງສອນ ອິນພັນພິມ ກວດກາຄືນກອງກຽດຕິຍົດກອງທັບປະຊາຊົນຫວຽດນາມ. |
ກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ, ໃນໄລຍະມໍ່ໆມານີ້, ບົນພື້ນຖານບັນດາເອກະສານ, ສັນຍາທີ່ໄດ້ລົງນາມ, ສອງຝ່າຍໄດ້ຕັ້ງໜ້າຜັນຂະຫຍາຍບັນດາຂົງເຂດຮ່ວມມື, ບັນລຸໄດ້ໝາກຜົນຫຼາຍຢ່າງ ພິເສດແມ່ນ: ໄດ້ສົມທົບກັນຢ່າງແໜ້ນແຟ້ນ, ເຮັດໃຫ້ວຽກງານໂຄສະນາ, ສຶກສາກ່ຽວກັບສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດລະຫວ່າງສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນສອງປະເທດ; ການພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ ໄດ້ຖືເປັນສຳຄັນ ແລະ ຊຸກຍູ້...
ທ່ານພົນເອກ ຈິ້ງວັນກວຽດ ສະແດງຄວາມຂອບອົກຂອບໃຈມາຍັງພັກ, ລັດຖະບານ ແລະ ລັດລາວ ທີ່ສົ່ງຄະນະຜູ້ແທນຂັ້ນສູງເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ ແລະ ໄດ້ສົ່ງທະຫານກອງທັບປະຊາຊົນລາວ ເຂົ້າຮ່ວມພິທີແຫ່ສວນສະໜາມ, ແຫ່ຂະບວນທີ່ພິທີສະເຫຼີມສະຫຼອງ; ພ້ອມທັງສົມທົບກັນຢ່າງຕັ້ງໜ້າໃນການກໍ່ສ້າງອະນຸສາວະລີນັກຮົບກອງທັບປະຊາຊົນລາວ ໃນເຂດຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ.
![]() |
ພາບລວມຂອງການພົບປະສອງຝ່າຍ. |
Thời gian tới, Đại tướng Trịnh Văn Quyết đề nghị hai bên tập trung vào một số nội dung trọng tâm hợp tác sau: tăng cường gặp gỡ, tiếp xúc cấp cao; tiếp tục phối hợp chặt chẽ, triển khai hiệu quả công tác tuyên truyền, giáo dục về lịch sử, ý nghĩa, tầm quan trọng của mối quan hệ hữu nghị vĩ đại, đoàn kết đặc biệt và hợp tác toàn diện giữa hai Đảng, hai Nhà nước, hai Quân đội và nhân dân hai nước Việt Nam - Lào, nhất là đối với thế hệ trẻ; tăng cường hợp tác trên lĩnh vực báo chí, tuyên truyền, quản lý mạng xã hội thông qua trao đổi kinh nghiệm, tập huấn, bồi dưỡng chuyên môn, cử chuyên gia sang giúp đỡ, hỗ trợ lẫn nhau; tăng cường giao lưu, trao đổi đoàn các cấp.
ໃນໄລຍະຈະມາເຖິງ, ທ່ານພົນເອກ ຈິ້ງວັນກວຽດ ສະເໜີສອງຝ່າຍສຸມໃສ່ເຂົ້າບັນດາເນື້ອໃນຈຸດສຸມຮ່ວມມືຄື: ເພີ່ມທະວີການພົບປະຂັ້ນສູງ, ຕິດຕໍ່ຂັ້ນສູງ ; ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ຜັນຂະຫຍາຍວຽກງານໂຄສະນາ, ສຶກສາກ່ຽວກັບປະຫວັດສາດ, ຄວາມໝາຍ ແລະ ຄວາມສຳຄັນຂອງການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນສອງປະເທດ ຫວຽດນາມ ແລະ ລາວ, ພິເສດແມ່ນລຸ້ນໜຸ່ມ; ເພີ່ມທະວີການຮ່ວມມືໃນຂົງເຂດສື່ມວນຊົນ, ໂຄສະນາເຜີຍແຜ່, ຄຸ້ມຄອງເຄືອຂ່າຍສັງຄົມໂດຍຜ່ານການແລກປ່ຽນປະສົບການ, ເຝິກອົບຮົມ, ບຳລຸງສ້າງວິຊາຊີບ, ສົ່ງຜູ້ຊ່ຽວຊານມາຊ່ວຍເຫຼືອ, ໜູນຊ່ວຍເຊິ່ງກັນ ແລະ ກັນ; ເພີ່ມທະວີການແລກປ່ຽນ ແລະ ຄະນະຜູ້ແທນທຸກຂັ້ນ.
![]() |
ທ່ານພົນເອກ ຈິ້ງວັນກວຽດ ກ່າວຄຳປາໄສທີ່ການພົບປະສອງຝ່າຍ |
ນອກຈາກນັ້ນ, ເສີມຂະຫຍາຍບັນດາກົນໄກ, ຮູບແບບການຮ່ວມມືຄື: ພົບປະແລກປ່ຽນນາຍທະຫານຊາວໜຸ່ມ, ພົບປະແລກປ່ຽນແມ່ຍິງທະຫານ, ແຮກສ່ຽວທະຫານ -ປະຊາຊົນ, ກອງປະຊຸມປະຈຳປີລະຫວ່າງບັນດາເຂດທະຫານ, ກອງທັບ ແລະ ກຳລັງປ້ອງກັນຊາຍແດນຂອງສອງປະເທດ; ສົມທົບກັນຈັດຕັ້ງກອງປະຊຸມປະຈຳປີລະຫວ່າງ 3 ທ່ານລັດຖະມົນຕີປ້ອງກັນປະເທດ ຫວຽດນາມ - ລາວ - ກຳປູເຈຍ ໃນປີ 2025 ຢູ່ລາວ.
ທ່ານພົນເອກ ຈິ້ງວັນກວຽດ ກໍໄດ້ສະແດງຄວາມຂອບໃຈນັບຖືຢ່າງສູງຕໍ່ກະຊວງປ້ອງກັນປະເທດລາວ ທີ່ໄດ້ສືບຕໍ່ໃຫ້ການສະໜັບສະໜູນ ແລະ ສົ່ງທະຫານກອງທັບປະຊາຊົນລາວ ເຂົ້າຮ່ວມສວນສະໜາມ ແລະ ແຫ່ຂະບວນທີ່ພິທີສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ ສາທາລະນະລັດ ສັງຄົມນິຍົມຫວຽດນາມ (2 ກັນຍາ 1945 – 2 ກັນຍາ 2025). ກະຊວງປ້ອງກັນປະເທດຫວຽດນາມ ຫວັງວ່າຈະໄດ້ຕ້ອນຮັບການນຳກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ ເຂົ້າຮ່ວມເຫດການຄັ້ງນີ້.
![]() |
ທ່ານພົນໂທ ວົງສອນ ອິນພັນພິມ ກ່າວຄຳປາໄສທີ່ການພົບປະສອງຝ່າຍ |
ໃນໂອກາດນີ້, ທ່ານພົນໂທ ວົງສອນ ອິນພັນພິມ ໄດ້ອວຍພອນທ່ານພົນເອກ ຈິ້ງວັນກວຽດ ໄດ້ຮັບການຍົດທະຫານຂຶ້ນເປັນພົນເອກຈາກພັກ ແລະ ລັດ ແລະ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ທ່ານພົນເອກ ຈິ້ງວັນກວຽດ ທີ່ໄດ້ໃຫ້ການຕ້ອນຮັບຄະນະດ້ວຍນ້ຳໃຈເຄົາລົບນັບຖືນັ້ນ.
ທ່ານພົນໂທ ວົງສອນ ອິນພັນພິມ ກໍໄດ້ສົ່ງຄຳອວຍພອນຂອງທ່ານ ລັດຖະມົນຕີກະຊວງປ້ອງກັນປະເທດລາວ ເຖິງທ່ານພົນເອກ ຟານວັນຢາງ ແລະ ຄຳຖາມຂ່າວຂອງທ່ານພົນໂທ ທອງລອຍ ສິລິວົງ, ກໍາມະການສູນກາງພັກ ປະຊາຊົນ ປະຕິວັດລາວ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ ເຖິງທ່ານ ພົນເອກ ຈິ່ງວັນກວຽດ.
![]() |
ທ່ານພົນໂທ ວົງສອນ ອິນພັນພິມ ໄດ້ມອບດອກໄມ້ໃຫ້ທ່ານພົນເອກ ຈິ່ງວັນກວຽດ |
ທ່ານພົນໂທ ວົງສອນ ອິນພັນພິມ ສະແດງຄວາມເຫັນດີກ່ຽວກັບເນື້ອໃນແລກປ່ຽນຂອງທ່ານພົນເອກ, ພິເສດແມ່ນໝາກຜົນການຮ່ວມມືດ້ານປ້ອງກັນຊາດເວົ້າລວມ ແລະ ການຮ່ວມມືລະຫວ່າງກົມໃຫຍ່ການເມືອງ 2 ປະເທດ ເວົ້າສະເພາະ, ບັນລຸໄດ້ໝາກຜົນແທດຈິງ, ດີງາມ ແລະ ມີບັນດາບາດກ້າວພັດທະນາໃໝ່, ໃນນັ້ນ ມີການເຄື່ອນໄຫວຫຼາຍຢ່າງໄດ້ສ້າງຄວາມເຜີຍແຜ່ກ່ຽວກັບສາຍພົວພັນມິດຕະພາບ ລະຫວ່າງ 2 ປະເທດ ແລະ ກອງທັບສອງປະເທດ.
ກ່ອນໜ້ານັ້ນ, ຄະນະຫົວໜ້າກົມການເມືອງກອງທັບປະຊາຊົນລາວ ໄດ້ວາງພວງມາລາທີ່ອະນຸສາວະລີບັນດາວິລະຊົນນັກຮົບຜູ້້ເສຍສະລະຊີວິດເພື່ອຊາດ, ວາງພວງມາລາ ແລະ ເຂົ້າຢ້ຽມຢາມສຸສານປະທານໂຮ່ຈິມິນ. ໃນຂອບເຂດການເດີນທາງໄປຢ້ຽມຢາມ, ຄະນະຈະໄດ້ເຂົ້າຢ້ຽມຂ່ຳນັບທ່ານປະທານປະເທດ, ເຮັດວຽກຢູ່ກອງທະຫານເຂດ 2 ແລະ ວິທະຍາຄານການເມືອງ.
![]() | ການຢ້ຽມຢາມທີ່ນຳການພົວພັນ ຫວຽດນາມ-ສ.ເກົາຫຼີ ໃຫ້ພັດທະນາຢ່າງແທດຈິງ, ມີປະສິດທິຜົນ ແລະຍາວນານ ຍສໝ - ເນື່ອງໃນໂອກາດທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ຫາກໍ່ສິ້ນສຸດການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ, ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນກ່ຽວກັບໝາກຜົນອັນພົ້ນເດັ່ນຂອງການຢ້ຽມຢາມ. |
![]() | ຮັດແໜ້ນການຮ່ວມມື ແລະ ການພົບປະແລກປ່ຽນປະຊາຊົນລະຫວ່າງຫວຽດນາມ ແລະ ລາວ ຢ່າງເນື້ອແທ້ ແລະ ມີປະສິດທິຜົນ ຍສໝ - ຕອນບ່າຍວັນທີ 15 ມີນາ, ຢູ່ຮ່າໂນ້ຍ, ທ່ານປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ຟານແອງເຊີນ ໄດ້ໃຫ້ການຕ້ອນຮັບທ່ານນ່າງ ຄຳປາວ ເອີນທະວັນ - ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດ ປະຊາທິປະໄຕປະຊາຊົນ ລາວ. ການພົບປະເພື່ອແນໃສ່ປຶກສາຫາລືບັນດາມາດຕະການຊຸກຍູ້ການຮ່ວມມື ແລະ ການແລກປ່ຽນປະຊາຊົນລະຫວ່າງ 2 ປະເທດຢ່າງແທດຈິງ ແລະ ມີປະສິດທິຜົນ. |
ແທັງຮັ່ງ