30 ສາຂາສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງ ດົ່ງນາຍ ເຂົ້າຮ່ວມງານມະໂຫລານທຳນອງມິດຕະພາບຄັ້ງທີ 6
![]() | ໄຊຊະນະໃນວັນທີ 30 ເມສາ 1975 ແມ່ນໄຊຊະນະລວມຂອງ 3 ປະເທດ ຫວຽດນາມ - ລາວ - ກໍາປູເຈຍ |
![]() | ນັກທ່ອງທ່ຽວສາກົນມາ ຫວຽດນາມ ໃນ 2 ເດືອນຕົ້ນປີເພີ່ມຂຶ້ນກວ່າ 30% |
![]() |
ການສະແດງເຂົ້າຮ່ວມງານມະໂຫລານ. (ພາບ: ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ) |
ງານມະໂຫລານປີນີ້ໄດ້ເຕົ້າໂຮມນັກສະແດງບໍ່ມີອາຊີບເກືອບ 300 ຄົນທີ່ມາຈາກ 30 ສາຂາ ແລະ ສະມາຄົມມິດຕະພາບຫວຽດນາມ - ລາວ ໃນບໍລິເວນແຂວງ. ບັນດາຫົວໜ່ວຍໄດ້ນຳເອົາ 37 ລາຍການສະແດງສິລະປະເຂັ້ມໄປດ້ວຍສີສັນວັດທະນະທຳພື້ນເມືອງ ແລະ ນ້ຳໃຈສາມັກຄີ, ມິດຕະພາບລະຫວ່າງປະຊາຊົນສອງປະເທດ ຫວຽດນາມ - ລາວ.
ບັນດາລາຍການສະແດງໄດ້ດຳເນີນຢ່າງເປັນຂະບວນຟົດຟື້ນ, ສະແດງໃຫ້ເຫັນຄວາມງາມຂອງວັດທະນະທຳ, ປະເທດ, ຊາວຫວຽດນາມ ແລະ ປະເທດ ລາວ ຢ່າງມີຊີວິດຊີວາ, ເຕັມໄປດ້ວຍອາລົມຈິດ ຜ່ານພາສາສິລະປະ... ງານມະໂຫລານ ໄດ້ສ້າງເປັນສະໜາມຫຼິ້ນທີ່ມີປະໂຫຍດຢ່າງແທ້ຈິງ, ຊຸກຍູ້ຈິດໃຈແລກປ່ຽນ, ຮຽນຮູ້, ເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງສາຂາ, ລະຫວ່າງນັກສຶກສາລາວ ທີ່ພວມຮໍ່າຮຽນຢູ່ຕ່າງປະເທດ ແລະ ນັກສຶກສາ, ຊາວໜຸ່ມແຂວງ ດົ່ງນາຍ.
![]() |
ລາຍການສະແດງໃນງານມະໂຫລານ. (ພາບ: ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ) |
ເປັນທີ່ຮູ້ກັນວ່າ, 3 ລາຍການສະແດງເປັນສັນຍະລັກຈະຖືກຄັດເລືອກເຂົ້າຮ່ວມງານມະໂຫລານມິດຕະພາບຄັ້ງທີ 6 ຂອງສະຫະພັນບັນດາອົງການມິດຕະພາບແຂວງ ດົ່ງນາຍ.
ສະມາຄົມມິດຕະພາບຫວຽດນາມ - ລາວ ແຂວງ ດົ່ງນາຍ ມີໜ້າທີ່ປັບປຸ່ງ ແລະ ພັດທະນາສາຍພົວພັນມິດຕະພາບສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງປະຊາຊົນຫວຽດນາມ - ລາວ. ໃນຊຸມປີມໍ່ໆມານີ້, ສະມາຄົມໄດ້ມີຫຼາຍການເຄື່ອນໄຫວທີ່ໜ້າຕື່ນເຕັ້ນ, ການພົບປະແລກປ່ຽນມິດຕະພາບລະຫວ່າງປະຊາຊົນສອງປະເທດ, ໄດ້ຈັດຕັ້ງການຢ້ຽມຢາມ ແລະ ຊຸກຍູ້ບັນດານັກສຶກສາລາວທີ່ຮຽນຢູ່ແຂວງ ດົ່ງນາຍ ຢ່າງເປັນປະຈຳ.
ທີ່ງານບຸນ, ສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງ ດົ່ງນາຍ ໄດ້ມອບຂອງຂວັນທີ່ມີຄວາມໝາຍຫຼາຍຢ່າງໃຫ້ແກ່ບັນດານັກສຶກສາລາວ ທີ່ພວມຮໍ່າຮຽນຢູ່ ດົ່ງນາຍ, ປະກອບສ່ວນສ້າງບັນຍາກາດແລກປ່ຽນທີ່ຟົດຟື້ນ ແລະ ມິດຕະພາບ.
![]() | ທ່ານ ເຢື່ອງວັນຕຽນ ດຳລົງຕຳແໜ່ງປະທານສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງ ໄທງວຽນ. ຍສໝ - ວັນທີ 18 ມັງກອນນີ້, ສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງ ໄທງວຽນ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ IV, ອາຍຸການ 2024 - 2029. |
![]() | ອົດສະຕາລີ ໜູນຊ່ວຍແມ່ຍິງ 30.000 ຄົນຢູ່ແຂວງ ລາວກາຍ, ເຊີນລາ ເພື່ອຍົກສູງປະສິດທິຜົນດ້ານເສດຖະກິດ ຍສໝ - ວັນທີ 9 ພຶດສະພາ 2024, ແຂວງ ລາວກາຍ, ແຂວງ ເຊີນລາ ພ້ອມກັນກັບສະຖານທູດ ອົດສະຕາລີ ປະຈຳ ຫວຽດນາມ ໄດ້ເລີ່ມປະຕິບັດໄລຍະທີ 2 ຂອງໂຄງການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ ໂດຍຜ່ານການຍົກສູງປະສິດທິຜົນດ້ານເສດຖະກິດໃນກະສິກຳ ແລະ ການທ່ອງທ່ຽວ (GREAT). |
ແທັງຮັ່ງ