11:28 | 16/07/2025

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນຮ່ວາງຮ້ຽບ ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ຫວຽດ​ນາມ - ບຣາ​ຊິນ ​ອາຍຸການ 2025-2030.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໄດ້​ຕ້ອນ​ຮັບ​ຜູ້​ອຳ​ນວຍ​ການ​ໃຫຍ່​ກຸ່ມບໍລິສັດ Marubeni, ​ຍີ່​ປຸ່ນ
ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອົດ​ສະ​ຕາ​ລີ ເນື່ອງ​ໃນ​ໂອ​ກາດ​ເລີ່ມ​ປະ​ຕິ​ບັດ​ໜ້າ​ທີ່​ທາງ​ການ​ທູດ​ຢູ່ ຫວຽດ​ນາມ

ທ່ານ ຟານ​ແອງ​ເຊີນ, ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ ​ແລະ ກ່າວ​ຄຳ​ປາໄສ​ທີ່​ກອງ​ປະຊຸມໃຫຍ່. ໂດຍເຂົ້າ​ຮ່ວມ​ມີ​ທ່ານ Marco Farani ​ເອກ​ອັກຄະ​ລັດຖະທູດ ບຣາຊິນ ປະຈຳ ຫວຽດນາມ, ທ່ານ ຫງວຽນເລີມແທງ - ຮອງ​ປະທານ​ສະພາຊົນເຜົ່າຂອງສະພາ​ແຫ່ງ​ຊາດ, ປະທານ​ກຸ່ມສະມາຊິກລັດຖະສະພາມິດຕະພາບ ຫວຽດນາມ - ບຣາຊິນ; ທ່ານ ຟານ​ຊວນ​ຢຸ້ງ, ປະທານສະຫະພັນ​ບັນດາ​​ສະມາຄົມ​ວິທະຍາສາດ ​ແລະ ເຕັກນິກຫວຽດນາມ; ຜູ້ຕາງໜ້າ​ຂອງ​ກະຊວງ, ຄະນະ, ຂະ​ແໜງ​ການສູນກາງ, ວິ​ສາ​ຫະກິດ​ຈຳນວນ​ໜຶ່ງ​ທີ່​ຮ່ວມ​ມື​ກັບ​ບຣາຊິນ ພ້ອມກັບບັນດາ​ສະມາຊິກ​ຂອງ​ສະມາຄົມ. ສະ​ມາ​ຄົມ​ມິດ​ຕະ​ພາບ ບຣາ​ຊິນ - ຫວຽດ​ນາມ ແລະ ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ ບຣາ​ຊິນ ບຸຍວັນຫງີ້ ໄດ້​ສົ່ງ​ຈົດໝາຍ​ຊົມ​ເຊີຍ​ເຖິງ​ກອງ​ປະ​ຊຸມໃຫຍ່.

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນຮ່ວາງຮ້ຽບ ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ຫວຽດ​ນາມ - ບຣາ​ຊິນ ​ອາຍຸການ 2025-2030.
ທ່ານ ຟານ​ແອງ​ເຊີນ (ທີ 8 ຈາກ​ຊ້າຍ, ແຖວ​ໜ້າ), ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ແລະ ທ່ານ​ເອກ​ອັກຄະ​ລັດຖະທູດ ບຣາຊິນ ປະຈຳ ຫວຽດນາມ Marco Farani (ຜູ້​ທີ 7 ຈາກ​ຊ້າຍ, ແຖວ​ໜ້າ) ​ໄດ້​ອວຍພອນ​ຄະນະ​ບໍລິຫານ​ງານ​ສະມາຄົມ​ມິດຕະພາບ ​ແລະ ການ​ຮ່ວມ​ມື ຫວຽດນາມ - ບຣາຊິນ ຊຸດ 3. (ພາບ: Dinh Hoa)

​ເພີ່ມ​ທະວີ​ການ​ເຊື່ອມຕໍ່, ​ເປີດ​ກວ້າງ​ການ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ

ຕາມ​ທິດ​ທາງ​ໃນ​ບົດ​ລາຍ​ງານ​ທີ່​ໄດ້​ນຳ​ສະ​ເໜີ​ໃນ​ກອງ​ປະຊຸມ​ໃຫຍ່​ແລ້ວ, ​ໃນໄລຍະ 2025-2030, ສະມາຄົມ​ຈະ​ສຸມ​ໃສ່ 2 ກຸ່ມໜ້າທີ່​ຕົ້ນຕໍ​ຄື: ຊຸກຍູ້​ການ​ພົວພັນ​ການທ່ອງທ່ຽວ, ​ແລກປ່ຽນ​ວັດທະນະທຳ, ​ແລກປ່ຽນ​ປະຊາຊົນ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ລະຫວ່າງ​ທ້ອງ​ຖິ່ນ ​ແລະ ບັນດາ​ອົງການ​ມິດຕະພາບ​ຂອງ​ສອງ​ປະ​ເທດ ​ເພື່ອ​ແນ​ໃສ່​ຮັດ​ແໜ້ນ​ມິດຕະພາບ ​ແລະ ຄວາມ​ເຂົ້າ​ໃຈ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ. ສະມາຄົມ​ຈະ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ການ​ທູດ​ປະຊາຊົນ ​ເພື່ອ​ຮັບ​ໃຊ້​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ຫວຽດນາມ​ຮອດ​ປີ 2030 ຕາມຈິດໃຈຂອງຄຳ​ສັ່ງ 15-CT/TW ລົງ​ວັນ​ທີ 10 ສິງຫາ 2022, ປະກອບສ່ວນ​ເຂົ້າ​ໃນ​ການປະຕິບັດ​ເປົ້າ​ໝາຍ​ຫວຽດນາມ ກາຍ​ເປັນ​ປະ​ເທດພວມພັດທະນາທີ່ມີອຸດສາຫະກຳ​ທັນ​ສະ​ໄໝ ​ແລະ ມີ​ລາຍ​ຮັບ​ສະ​ເລ່ຍສູງ​ໃນ​ປີ 2030.

ກອງ​ປະຊຸມໃຫຍ່ ​ຍັງ​ໄດ້​ກຳນົດ​ຫຼາຍ​ໜ້າ​ທີ່​ ແລະ ວິທີ​ແກ້​ໄຂລະອຽດ, ​ໃນ​ນັ້ນ​ມີ: ຮັກສາ ​ແລະ ເປີດກ້ວາງການ​ເຄື່ອນ​ໄຫວ​ສັນຕິພາບ, ຄວາມ​ສາມັກຄີ, ມິດຕະພາບ; ເຂົ້າ​ຮ່ວມ ແລະ ຈັດຕັ້ງຢ່າງຕັ້ງໜ້າບັນດາຄະນະ​ຜູ້​ແທນ​ຂັ້ນ​ສູງ​ລະຫວ່າງ​ສອງ​ປະ​ເທດ. ສະມາຄົມ​ຈະ​ເປີດ​ກວ້າງ​ເຄືອ​ຂ່າຍ​ຄູ່​ຮ່ວມ​ມື, ສຸມ​ໃສ່​ເຊື່ອມ​ຕໍ່​ບັນດາ​ການ​ເຄື່ອນ​ໄຫວ​ສັງຄົມ, ບັນດາ​ອົງການ​ຊາວ​ໜຸ່ມ ​ແລະ ​ແມ່ຍິງ, ມະຫາວິທະຍາ​ໄລ, ສະ​ຖາ​ບັນ​ຄົ້ນຄວ້າ, ວິສາຫະກິດຢູ່ ບຣາຊິນ. ຊຸກຍູ້​ການ​ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື, ​ໃນ​ນັ້ນ​ມີ​ການ​ຄົ້ນຄ້ວາລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກັບ​ສະມາຄົມ​ມິດຕະພາບ​ບຣາຊິນ - ຫວຽດນາມ ​ແລະ ບັນດາ​ຄູ່​ຮ່ວມ​ມື​ທີ່​ເໝາະ​ສົມ. ສະມາຄົມ​ກໍ່​ສຸມ​ໃສ່​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ອົງການ, ປັບປຸງ​ລະບຽບ​ການ​ດຳ​ເນີນ​ງານ​ຢ່າງ​ສົມບູນ, ເປີ້ດກ້ວາງຈຳນວນວິສາຫະກິດເຂົ້າຮ່ວມຄະນະບໍລິຫານງານ; ພ້ອມ​ກັນ​ນັ້ນ, ຍູ້​ແຮງ​ວຽກ​ງານ​ຖະ​ແຫຼ​ງຂ່າວ ​ແລະ ​ໂຄສະນາ, ຄົ້ນ​ຄ້ວາ ​ແລະ ບູລະນະ​ບັນດາ​ສະຖານ​ທີ່​ອະນຸສອນ​ສະຖານ​ທີ່​ຕິດ​ພັນ​ກັບ​ປະທານ ​ໂຮ່ຈີ​ມິນ ຢູ່ ບຣາຊິນ, ​ເປີດ​ບັນຊີ​ສື່​ມວນ​ຊົນ​ບົນ​ເວທີ​ດີ​ຈີ​ຕອນ, ໂດຍຜ່ານນັ້ນ ເຮັດ​ໃຫ້​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ​ເລິກ​ເຊິ່ງກ່ວາ​ອີກ.

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນຮ່ວາງຮ້ຽບ ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ຫວຽດ​ນາມ - ບຣາ​ຊິນ ​ອາຍຸການ 2025-2030.
ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ສິ່ງ​ແວດ​ລ້ອມ, ປະທານ​ສະມາຄົມ​ມິດຕະພາບ ​ແລະ ການ​ຮ່ວມ​ມື ຫວຽດນາມ - ບຣາຊິນ ຊຸດ 3 ຫງວຽນ​ຮ່​ວາງ​ຮ້ຽບ ກ່າວ​ຄຳປາໄສ​ທີ່​ກອງ​ປະ​ຊຸມໃຫຍ່. (ພາບ: Dinh Hoa)

ກອງ​ປະຊຸມໃຫຍ່ໄດ້​ເລືອກ​ຕັ້ງ​ຄະນະ​ບໍລິຫານ​ງານ​ສະມາຄົມ​ຊຸດ​ທີ 3 ລວມມີ 35 ທ່ານ​ ແລະ ຄະນະ​ກວດກາ ລວມມີ 3 ທ່ານ. ທ່ານ ຫງວຽນ​ຮ່ວາງຮ້ຽບ, ຮອງ​ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ສິ່ງ​ແວດ​ລ້ອມ ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະທານ​ສະມາຄົມ.

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນຮ່ວາງຮ້ຽບ ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ຫວຽດ​ນາມ - ບຣາ​ຊິນ ​ອາຍຸການ 2025-2030.
ທ່ານ​ເອກ​ອັກຄະ​ລັດຖະທູດ ບຣາຊິນ ປະຈຳ ຫວຽດນາມ Marco Farani ​ໄດ້​ກ່າວ​ຄຳ​ປາ​ໄສ​ທີ່​ຊົມ​ເຊີຍ​ຕໍ່​ກອງ​ປະຊຸມໃຫຍ່. (ພາບ: Dinh Hoa)

ກ່າວ​ຄຳ​ປາໄສທີ່ຊົມເຊີຍກອງ​ປະຊຸມໃຫຍ່, ທ່ານ​ເອກ​ອັກຄະ​ລັດຖະທູດ ບຣາຊິນ ປະຈຳ ຫວຽດນາມ Marco Farani ​ໃຫ້​ຮູ້​ວ່າ ການ​ພົວພັນ​ລະຫວ່າງ ບຣາຊິນ - ຫວຽດນາມ ​ແມ່ນ “ບໍ່​ເຄີຍ​ດີ​ກ່ວາ​ອີກ” ​ໂດຍ​ສະ​ເພາະ​ແມ່ນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ, ​ເປີດ​ກ້ວາງ​ການ​ເຈລະຈາ ​ແລະ ຄວາມ​ຕັດສິນ​ໃຈ​ເປີດ​ກວ້າງ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ, ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ. ​ເຖິງ​ວ່າ​ສະພາບ​ການ​ໂລກ​ພວມ​ຜັນ​ແປ​ໄປ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ແຕ່​ພື້ນຖານ​ເສດຖະກິດ​ສອງ​ປະ​ເທດ​ພວມ​ມຸ່ງ​ໄປ​ເຖິງ​ຈຸດໝາຍ​ຫັນ​ການ​ຄ້າ​ໃຫ້​ມີ​ຄວາມ​ຫຼາກ​ຫຼາຍ​ ແລະ​ ກວ້າງຂວາງ. ໃນ​ເວລາ​ບໍ່​ຮອດ 2 ປີ​ເຄິ່ງທີ່​ເຮັດ​ວຽກ​ຢູ່​ຮ່າ​ໂນ້ຍ, ທ່ານ​ໄດ້​ເຫັນ​ຄວາມ​ຖີ່​ຂອງ​ການ​ພົບ​ປະ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ, ພິ​ເສດ​ແມ່ນ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ຂອງ​ທ່ານ​ປະທານາທິບໍດີ Lula da Silva ​ເຖິງ ຫວຽດນາມ ​ໃນ​ເດືອນ ມີນາ 2025. ທ່ານ​ເອກ​ອັກຄະ​ລັດຖະທູດ​ເຊື່ອ​ໝັ້ນ​ວ່າ ຄະນະ​ບໍລິຫານ​ງານ​ສະມາຄົມ​ຊຸດ​ໃໝ່​ຈະ​ປະກອບສ່ວນ​ຊຸກຍູ້​ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ​ໃຫ້​ເລິກ​ເຊິ່ງກ່ວາ​ອີກ.

ປັບປຸງການຈັດ​ຕັ້ງ​ສະມາຄົມ, ຜັນຂະຫຍາຍບັນດາ​ໜ້າ​ທີ່​ລະອຽດຢ່າງ​ມີ​ປະສິດທິ​ຜົນ

ກ່າວ​ຄຳ​ປາໄສທີ່ຊີ້ນຳ, ທ່ານ ຟານ​ແອງ​ເຊີນ, ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ໃຫ້​ຮູ້​ວ່າ ກອງ​ປະຊຸມ​ໃຫຍ່​ໄດ້​ດຳ​ເນີນ​ໄປ​ໃນ​ຈຸດ​ເວລາ​ພິ​ເສດ​ທີ່​ການ​ພົວພັນ ຫວຽດນາມ - ບຣາຊິນ ພວມ​ພັດທະນາ​ຢ່າງເຂັ້ມແຂງ. ພຽງ​ແຕ່ 3 ປີ​ທີ່​ຜ່ານ​ມາ, ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ປະ​ເທດ​ໄດ້​ມີ​ການ​ພົບ​ປະ 5 ຄັ້ງ. ທ່ານ​ຮຽກຮ້ອງ​ໃຫ້​ສະມາຄົມ​ຈົ່ງ​ສຳເລັດມະຕິ​ກອງ​ປະຊຸມ​ໃຫຍ່ ​ແລະ ​ໂຄງການ​ວຽກ​ງານ​ຄົບ​ຊຸດ​ໂດຍ​ໄວ; ຈັດ​ຕັ້ງ​ກອງ​ປະ​ຊຸມ​ຂອງ​ຄະ​ນະ​ປະ​ຈຳ​, ຄະ​ນະ​ບໍ​ລິ​ຫານ​ງານ​ເປັນ​ປະ​ຈຳ, ປະ​ຕິ​ບັດ​ຕາມ​ກົດ​ບັດ ເພື່ອ​ຜັນຂະຫຍາຍໜ້າ​ທີ່​ທີ່​ໄດ້​ຮັບ​ມອບ​ໝາຍ​ໃຫ້​ມີ​ປະ​ສິດ​ທິ​ຜົນ.

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນຮ່ວາງຮ້ຽບ ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ຫວຽດ​ນາມ - ບຣາ​ຊິນ ​ອາຍຸການ 2025-2030.
ທ່ານ ຟານ​ແອງ​ເຊີນ, ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ກ່າວ​ຄຳປາໄສທີ່ຊີ້ນຳກອງ​ປະຊຸມໃຫຍ່. (ພາບ: Dinh Hoa)

ທ່ານ​ເນັ້ນ​ໜັກ​ເຖິງ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ປະຊາຊົນ​ໃນ​ຂົງ​ເຂດ​ການ​ສຶກສາ, ທ່ອງ​ທ່ຽວ, ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລຢີ, ຍາດແຍ່ງ​ບົດບາດ​ຂອງ​ສະຖານທູດ​ຂອງ​ສອງ​ປະ​ເທດ​ໃຫ້​ດີ ​ແລະ ​ເປີດ​ກວ້າງ​ການເຊື່ອມຕໍ່ວິສາຫະກິດ. ທ່ານ​ໄດ້​ສະ​ເໜີ 3 ວຽກ​ງານ​ລະອຽດ​ຄື: ​ແປ “ບັນທຶກ​ຈຳ​ຄຸກ” ຂອງ​ປະທານ ​ໂຮ່ຈີ​ມິນ ​ແລະ ບົດກະວີ ໂຮ່ຊ່ວນເຮື່ອງ ເປັນ​ພາສາ​ປອກຕຸຍການ; ​ ພ້ອມ​ກັນ​ນັ້ນ ໃຫ້​ນຳ​ໃຊ້ວັດ​ຈະນານຸກົມ​ພາສາ​ປອກຕຸຍການ-ຫວຽດນາມ​ເປັນ​ດິຈິຕອນ ເພື່ອ​ເຜີຍ​ແຜ່​ມັນ​ໂດຍ​ບໍ່​ເສຍ​ຄ່າ​ໃນ​ເວທີ​ອອນ​ລາຍ, ​ເພື່ອ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ແລກປ່ຽນ​ປະຊາຊົນ.

ທ່ານ ຟານ​ແອງ​ເຊີນ ກໍ່​ສະ​ເໜີ​ໃຫ້​ສະມາຄົມ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ແລະ ສະຖານທູດ​ບຣາຊິນ ປະຈຳ ຫວຽດນາມ ຈັດ​ຕັ້ງ​ບັນດາ​ການ​ພົບ​ປະ​ແລກປ່ຽນ​ຫົວ​ເລື່ອງ, ລະດົມ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ອົງການ, ວິ​ສາ​ຫະກິດ, ທີ່​ປຶກສາ ​ແລະ ຜູ້ຕາງໜ້າ​ສະຖານທູດ ​ເພື່ອ​ຂະຫຍາຍ​ທ່າ​ແຮງ​ຮ່ວມ​ມື.

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນຮ່ວາງຮ້ຽບ ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ຫວຽດ​ນາມ - ບຣາ​ຊິນ ​ອາຍຸການ 2025-2030.
ທ່ານ ຟານ​ແອງ​ເຊີນ (ຂວາ), ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ຫວຽດ​ນາມ ໄດ້​ມອບ​ໃບ​ຍ້ອງຍໍ​ໃຫ້​ສະ​ມາ​ຄົມ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື ຫວຽດ​ນາມ - ບຣາ​ຊິນ ຊຸດ 2. (ພາບ: Dinh Hoa)

​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ ຟານ​ແອງ​ເຊີນ ​ໄດ້​ມອບ​ໃບ​ຍ້ອງຍໍ​ຂອງນາຍົກລັດຖະມົນຕີ ​ໃຫ້​ທ່ານ ຫງວຽນ​ວັນ​ລ້າງ, ປະທານ​ສະມາຄົມ​ຊຸດ 2, ​ໂດຍ​ໄດ້​ຮັບ​ຮູ້​ບັນດາ​ຜົນງານ​ທີ່​ຕົນ​ບັນລຸ​ໄດ້​ໃນ​ການ​ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ສາມັກຄີ, ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ - ບຣາຊິນ. ພ້ອມທັງມອບຫຼຽນກາ “ເພື່ອສັນຕິພາບ ແລະ ມິດຕະພາບລະຫວ່າງບັນດາຊົນເຜົ່າ” ຂອງສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໃຫ້ແກ່ທ່ານ ຫງວຽນວັນລ້າງ; ມອບໃບຍ້ອງຍໍຂອງສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ໃຫ້ສະມາຄົມ ແລະ 03 ບຸກຄົນ; ພ້ອມນີ້, ຍັງໄດ້ມອບໃບຍ້ອງຍໍໃຫ້ແກ່ບຸກຄົນ 01 ທ່ານ.

ການ​ຮ່ວມ​ມື​ດ້ານ​ການ​ຜະ​ລິດ​ເຂົ້າສານ: ສັນ​ຍາ​ລັກ​ສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ພົວ​ພັນ​ມິດ​ຕະ​ພາບ​ຫວຽດ​ນາມ - ກູ​ບາ ການ​ຮ່ວມ​ມື​ດ້ານ​ການ​ຜະ​ລິດ​ເຂົ້າສານ: ສັນ​ຍາ​ລັກ​ສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ພົວ​ພັນ​ມິດ​ຕະ​ພາບ​ຫວຽດ​ນາມ - ກູ​ບາ

ຍສໝ - ວັນທີ 10 ມິຖຸນາ (ຕາມເວລາທ້ອງຖິ່ນ), ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ກູບາ ເລກວາງລອງ ໄດ້ໄປຢ້ຽມຢາມ ແລະ ຮັບຮູ້ໝາກຜົນແຫ່ງການປະຕິບັດໂຄງການຮ່ວມມື ຫວຽດນາມ - ກູບາ ກ່ຽວກັບການພັດທະນາການຜະລິດເຂົ້າສານ ໄລຍະ 2019-2023 (ໄລຍະ 5) ຢູ່ຟາມ José Martí, ...

ປະ​ທານ​ປະ​ເທດ: ບົດບາດສ້າງ​ສັນ​ຕິ​ພາບ​ຂອງ​ການ​ທູດ​ຫວຽດ​ນາມ ​ໄດ້​ຮັບ​ການ​ສະ​ແດງ​ໃຫ້​ເຫັນ​ຕະຫຼອດໄປ ປະ​ທານ​ປະ​ເທດ: ບົດບາດສ້າງ​ສັນ​ຕິ​ພາບ​ຂອງ​ການ​ທູດ​ຫວຽດ​ນາມ ​ໄດ້​ຮັບ​ການ​ສະ​ແດງ​ໃຫ້​ເຫັນ​ຕະຫຼອດໄປ

ຍສໝ -​ ທ່ານ​ປະທານ​ປະ​ເທດ​ກ່າວ​ວ່າ ເມື່ອ​ກະຊວງການ​ເມືອງ​ປີ 1969 ​ໄດ້​ອອກ​ມະຕິ​ກຳນົດ​ວ່າ “ການ​ທູດ​ໄດ້​ກາຍ​ເປັນ​ໜ້າ​ທີ່​ສຳຄັນ​ທາງ​ຍຸດ​ທະ​ສາດ” ເຊີ່ງການ​ທູດ​ໄດ້ກາຍ​ເປັນ​ເຄື່ອງ​ມື​ສຳຄັນ.

Link: https://huunghivietlao.thoidai.com.vn/detail-article-21018.html

In bài biết