18:25 | 11/07/2025

ຊາວຫວຽດນາມ ຢູ່ ໂປໂລຍ: ປະຊາຄົມສາມັກຄີ, ລະບົບຈັດຕັ້ງສະມາຄົມຄົບຊຸດໃນທຸກຂົງເຂດ

ຊາວຫວຽດນາມ ຢູ່ ຈຳປາສັກ (ລາວ) : ຮັກສາສີສັນ, ສະໜິດຕິດພັນກັບບ້ານເກີດເມືອງນອນ
ຊາວຫວຽດນາມ ຢູ່ ລາວ ຮູ້ສຶກພາກພູມໃຈຕໍ່ຜົນງານທີ່ປະເທດຕົນບັນລຸໄດ້

ຄະນະປະຕິບັດງານ ໄດ້​ມີ​ການ​ພົບ​ປະ​ກັບ​ຜູ້ຕາງໜ້າ​ປະຊາ​ຄົມ​ຊາວ​ຫວຽດນາມ ຢູ່ ​ໂປ​ໂລຍ, ຢ້ຽມຢາມ​ສູນ​ການ​ຄ້າ ASG ຢູ່ Warszawa ແລະ ສຳນັກງານຂອງກຸ່ມບໍລິສັດ ເຕີນຫວຽດ ຢູ່ນະຄອນ Gdansk, ພົບ​ປະ​ກັບ​ທ່ານ​ນາງ ກາວຮົງວິງ, ກຳມະການສະພາເມືອງ Ochota ປະທານ​ສະ​ໂມ​ສອນ ຮ່ວາງ​ຊາ-​ເຈື່ອງ​ຊາ, ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ ມາຍຫາຍເລີມ, ຜູ້​ກໍ່​ຕັ້ງອົງການWE LOVE PHO ​ແລະ ​ເຂົ້າ​ຮ່ວມ​ພິທີ​ເປີດຄ້າຍພັກແລ້ງພາສາຫວຽດນາມ.​ ຄະນະປະຕິບັດງານ ໄດ້​ໄປ​ຢ້ຽມຢາມ​ວັດ ເຍີນຮ່ວາ, ວັດ ທຽນຟຸກ.

ປະຊາຄົມຊາວ ຫວຽດນາມ ຢູ່ ໂປໂລຍ ມີປະມານ 30.000 ຄົນ, ໃນນັ້ນ ເກືອບ 3.000 ຄົນ ມີສັນຊາດປະຈຳຖິ່ນ, ດຳລົງຊີວິດຕົ້ນຕໍແມ່ນຢູ່ Warszawa (80%), ສ່ວນທີ່ເຫຼືອແມ່ນດຳລົງຊີວິດກະຈາຍຢູ່ບັນດານະຄອນ ແລະ ທ້ອງຖິ່ນຕ່າງໆຂອງໂປໂລຍ. ຊາວ ຫວຽດນາມ ຢູ່ ໂປໂລຍ ມີທ່າແຮງດ້ານເສດຖະກິດ, ສະຕິປັນຍາ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ - ສັງຄົມປະຈຳຖິ່ນ; ມີ​ຈິດ​ໃຈ​ສາມັກຄີ, ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ, ປະຕິບັດ​ກົດໝາຍປະຈຳຖິ່ນ; ຍາມໃດກໍ່ມຸ່ງໄປເຖິງບ້ານ​ເກີດ​ເມືອງ​ນອນ, ປະ​ເທດຊາດ.

ຊາວຫວຽດນາມ ຢູ່ ໂປໂລຍ: ປະຊາຄົມສາມັກຄີ, ລະບົບຈັດຕັ້ງສະມາຄົມຄົບຊຸດໃນທຸກຂົງເຂດ
Thứ trưởng Bộ Ngoại giao Lê Thị Thu Hằng chụp ảnh cùng các hội, đoàn người Việt tại Ba Lan. (Ảnh: UBNNVNVNONN)

ວັນທີ 5 ກໍລະກົດ, ທີ່ການພົບປະກັບສະມາຄົມຊາວຫວຽດນາມ ພ້ອມກັບອົງການຈັດຕັ້ງຊາວຫວຽດນາມ ຢູ່ ໂປໂລຍ ຫຼາຍສິບແຫ່ງ, ທ່ານ ເຈີ່ນແອງຕ໋ວນ, ປະທານສະມາຄົມຊາວຫວຽດນາມ ຢູ່ ໂປໂລຍ ໃຫ້ຮູ້ວ່າ ໃນໄລຍະຜ່ານມາ, ສະມາຄົມ ຍາມໃດກໍ່ມີບົດບາດເປັນໃຈກາງ, ໜູນຊ່ວຍປະຊາຄົມ, ປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງປະຊາຊົນ, ພິເສດແມ່ນໃນໄລຍະໂລກລະບາດໂຄວິດ, ໜູນຊ່ວຍຊາວຫວຽດນາມ ຈາກ ອູແກຣນ ໄປຍັງ ໂປໂລຍ, ເຫດໄຟໄໝ້ໃຫຍ່ຢູ່ສູນ​ການ​ຄ້າ Marywilska… ສະມາຄົມ​ບໍ່​ພຽງ​ແຕ່​ແມ່ນ​ສະຖານ​ທີ່​ເຊື່ອມ​ໂຍງ​ເຂົ້າ​ກັບ​ປະຊາ​ຄົມ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ສັນຍາ​ລັກ​ແຫ່ງ​ຄວາມ​ສາມັກຄີ, ຄວາມ​ຮັກ​ແພງ​ເຊິ່ງກັນ ​ແລະ ກັນ, ບົດບາດ​ເປັນ​ຂົວ​ຕໍ່​ລະຫວ່າງ 2 ປະ​ເທດ ຫວຽດນາມ - ​ໂປ​ໂລຍ ​ໃນ​ບັນດາ​ເຫດການ​ເສດຖະກິດ, ວັດທະນະທຳ ​ແລະ ສັງຄົມ.

ປະຊາຄົມຊາວ ຫວຽດນາມ ຢູ່ ໂປໂລຍ ຍາມໃດກໍ່ຮັກສາ ແລະ ເສີມຂະຫຍາຍບັນດາເອກະລັກວັດທະນະທຳຂອງຊາດ ໂດຍຜ່ານການຈັດຕັ້ງບັນດາເຫດການວັດທະນະທຳຫຼາຍຢ່າງເພື່ອຕອບສະໜອງຄວາມຕ້ອງການດ້ານຈິດໃຈຂອງປະຊາຊົນ. ​ໃນ​ສັງຄົມປະຈຳຖິ່ນ, ປະຊາ​ຄົມ​ຊາວ​ຫວຽດນາມ ​ໄດ້​ຮັບ​ການຕີລາຄາ​ເປັນຄົນ​ດຸ​ໝັ່ນ, ສາມັກຄີ, ດຳລົງ​ຊີວິດ​ຢ່າງ​ມີ​ຄວາມ​ຮັບຜິດຊອບ, ປະກອບສ່ວນ​ສ້າງສາ​ຍພົວພັນ​ມິດຕະພາບ​ກັບອຳນາດການປົກຄອງແລະ ປະຊາຊົນປະຈຳຖິ່ນ. ຢູ່​ໃນປະ​ເທດ, ປະຊາຊົນ​ຍາມ​ໃດ​ກໍ່​ມຸ່ງໄປສູ່​ບ້ານ​ເກີດ​ເມືອງ​ນອນ, ປະ​ເທດ​ຊາດ, ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ກຸສົນ​ດ້ານ​ມະນຸດສະທຳຢ່າງຕັ້ງໜ້າ ​ເພື່ອ​ຊ່ວຍ​ເຫຼືອ​ພີ່ນ້ອງ​ຮ່ວມ​ຊາດພາຍ​ໃນ​​ປະ​ເທດ.

ພ້ອມ​ກັບ​ສະ​ມາ​ຄົມ​ຊາວ​ຫວຽດ​ນາມ, ບັນ​ດາ​ຜູ້​ແທນຕ່າງໆ ທີ່​ຕາງ​ໜ້າ​ໃຫ້​ບັນ​ດາ​ອົງ​ການ​ຊຸມ​ຊົນ​ຢູ່ ໂປ​ໂລຍ ເຊັ່ນ: ສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ຫວຽດ​ນາມ; ສະມາຄົມແມ່ຍິງຫວຽດນາມ; ສະພາເມືອງ Ochota ຢູ່ນະຄອນ Warszawa, ປະທານ​ສະ​ໂມ​ສອນ ຮ່ວາງ​ຊາ-​ເຈື່ອງ​ຊາ; ສະຫະພັນ​ແມ່ຍິງ​ຫວຽດນາມ​ປະຈຳ​ເອີ​ລົບ​... ສະຫະພັນ​ແມ່ຍິງ​ຫວຽດນາມ​ປະຈຳ​ເອີ​ລົບ​ໄດ້​ລາຍ​ງານ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ ​ແລະ ມີ​ຂໍ້​ສະ​ເໜີ​ແນະ 18 ສະບັບ​ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ - ການ​ຄ້າ, ການ​ທ່ອງ​ທ່ຽວ, ວັດທະນະທຳ - ການ​ສຶກສາ​...​ລະຫວ່າງ​ສອງ​ປະ​ເທດ, ວຽກ​ງານ​ສະມາຄົມ, ກົດໝາຍ, ຮັກສາ​ພາສາ​ຫວຽດນາມ, ຄະນະ​ຜູ້​ແທນ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ມາ​ຢ້ຽມຢາມ ​ເຈື່ອງ​ຊາ ​ແລະ ຄ້າຍພັກແລ້ງປະຈຳ​ປີ​ໃຫ້​ຊາວ​ໜຸ່ມ​ຫວຽດນາມ ຢູ່​ຕ່າງປະ​ເທດ...

ຊາວຫວຽດນາມ ຢູ່ ໂປໂລຍ: ປະຊາຄົມສາມັກຄີ, ລະບົບຈັດຕັ້ງສະມາຄົມຄົບຊຸດໃນທຸກຂົງເຂດ
Thứ trưởng thăm, làm việc với Trung tâm Thương mại ASG. (Ảnh: UBNNVNVNONN)

ໃນການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກກັບສູນການຄ້າ ASG (5 ກໍລະກົດ), ກຸ່ມບໍລິສັດ ເຕີນຫວຽດ (6 ກໍລະກົດ), ປະຊາຄົມວິສາຫະກິດຢູ່ ໂປໂລຍ ໃຫ້ຮູ້ວ່າ ເຂົາເຈົ້າພວມປະຕິບັດການຫັນຫັນປ່ຽນຕົວແບບດຳເນີນທຸລະກິດພາຍຫຼັງ Covid – 19 ແລະ ໃນສະພາບການທີ່ສັບສົນໃນໂລກ, ສົ່ງຜົນກະທົບເຖິງປະຊາຊົນ. ນອກຈາກ​ການ​ດຳ​ເນີນ​ທຸລະ​ກິດ​ແບບ​ດັ້ງ​ເດີມ​ແລ້ວ, ທ່າ​ອ່ຽງການ​ເປີດ​ຮ້ານ​ອາ​ຫານ, ຮ້ານ nail, ຂາຍ​ເຄື່ອງ​ອອນ​ລາຍ... ພັດທະນາ​ຢ່າງເຂັ້ມ​ແຂງ.

ທີ່​ການ​ພົບ​ປະ, ທ່ານ​ນາງ ​ຮອງ​ລັດຖະມົນຕີ ​ເລ​ທິທູ​ຮັ່ງ ​ໄດ້​ສະ​ແດງ​ຄວາມ​ພາກພູມ​ໃຈ​ທີ່​ເຫັນ​ວ່າ​ປະຊາ​ຄົມ​ພັດທະນາ​ຢ່າງເຂັ້ມແຂງ, ເຊື່ອມ​ໂຍງ​ເຂົ້າ​ກັບ​ສັງຄົມປະຈຳຖິ່ນ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ ​ໂປ​ໂລຍ, ສືບ​ຕໍ່​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ ຫວຽດນາມ ​ແລະ ​ໂປ​ໂລຍ ​ໃນ 75 ປີຜ່ານມາ.

ທ່ານ​ນາງ ​ຮອງ​ລັດຖະມົນຕີ ​ຕີລາຄາສູງປະຊາຄົມຊາວ ຫວຽດນາມ ຢູ່ ໂປໂລຍ ເປັນປະຊາຄົມໜຶ່ງທີ່ສາມັກຄີ, ມີລະບົບຈັດຕັ້ງສະມາຄົມຢ່າງຄົບຖ້ວນໃນຫຼາຍຂົງເຂດ (ສະມາຄົມຫວຽດນາມ, ວິສາຫະກິດ, ແມ່ຍິງ, ຄົນຮ່ວມຖິ່ນຖານ, ສະໂມສອນຮ່ວາງຊາ-ເຈື່ອງຊາ...), ມີ​ການ​ປະກອບສ່ວນ​ຫຼາຍ​ຢ່າງ​ໃຫ້​ແກ່​ປະ​ເທດ, ມີ​ຂໍ້​ລິ​ເລີ່​ມ​ໃນ​ການ​ເຄື່ອນ​ໄຫວ, ຂະບວນການຂອງ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ຄື ການສຳມະນາ​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ, ສ້າງ​ຕັ້ງ​ອົງການ WE LOVE PHO… ທ່ານ​ນາງ ​ຮອງ​ລັດຖະມົນຕີ ​ເລ​ທິທູ​ຮັ່ງ ຢືນຢັນ​ວ່າ ພັກ ​ແລະ ລັດ​ຂອງ ຫວຽດນາມ ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່, ​ເປັນຫ່ວງ, ຖື​ເປັນ​ສຳຄັນ​ແຫຼ່ງກຳລັງ​ຂອງ​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່​ຕ່າງປະ​ເທດ; ພ້ອມກັນນັ້ນ ຂໍ້ມູນກ່ຽວກັບສະຖານະການພາຍໃນປະເທດ; ສະເຫຼີຍຂໍ້​ສະ​ເຫນີ​ແນະ, ບັນ​ຫາ​ຂອງ​ປະ​ຊາ​ຊົນ; ປາດ​ຖະໜາ​ ປະຊາຊົນ​ປະກອບສ່ວນ​ເຂົ້າ​ໃນ​ການ​ຟື້ນ​ຟູ​ປະ​ເທດ​ຊາດ, ​ໃນ​ນັ້ນ​ມີ​ວິທະຍາສາດ​ເຕັກ​ໂນ​ໂລ​ຢີ​ເປັນ​ພື້ນຖານ.

ທ່ານ​ນາງ ​ຮອງ​ລັດຖະມົນຕີ ​ເລ​ທິທູ​ຮັ່ງ ​ໄດ້​ແບ່ງປັນ ​ແລະ ຕີ​ລາຄາ​ສູງ​ຄວາມປັບຕົວ​ເໝາະກັບຂອງ​ວິ​ສາ​ຫະກິດ ຫວຽດນາມ ຢູ່ ​ໂປ​ໂລ​ຍ, ປາດ​ຖະໜາ​ວ່າ ບັນດາ​ວິ​ສາ​ຫະກິດ ຫວຽດນາມ ຢູ່ ​ໂປ​ໂລ​ຍ ຈະ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ພັດທະນາ​ປະ​ເທດ​ໃນ​ໄລຍະ​ພັດທະນາ​ໃໝ່, ພິ​ເສດ​ແມ່ນ​ມະຕິ​ເລກທີ 57 ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ການ​ພັດທະນາ​ວິທະຍາສາດ​ເຕັກ​ໂນ​ໂລ​ຢີ ແລະ ນະວັດຕະກຳ, ມະຕິ​ເລກທີ 68 ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ​ເອກະ​ຊົນ, ​ໂດຍ​ຜ່ານ​ການ​ແນະນຳ​ນັກ​ຊ່ຽວຊານ, ປັນຍາ​ຊົນ ​ແລະ ບັນດາ​ໂຄງການ​ລະອຽດ.

ທີ່​ການ​ພົບ​ປະ​ກັບ​ສະ​ໂມ​ສອນ ຮ່ວາງ​ຊາ - ​ເຈື່ອງ​ຊາ, ທ່ານ​​ນາງ ​ຮອງ​ລັດຖະມົນຕີ ​ເລ​ທິທູ​ຮັ່ງ ມີຄວາມຮູ້ສຶກຕື້ນຕັນໃຈເມື່ອໄດ້ຮັບຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ 35 ຄົນ ​ເຊິ່ງ​ແມ່ນ “ທະຫານ​ເຈື່ອງ​ຊາ” ພ້ອມກັບພີ່ນ້ອງ​ຮ່ວມ​ຊາດ​ຢູ່ ​ໂປ​ໂລຍ; ອັບເດັດຂໍ້​ມູນ​, ນະ​ໂຍບາຍ​ຂອງ​ຫວຽດນາມ ກ່ຽວ​ກັບ​ບັນຫາ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ຢູ່​ທະ​ເລ ​ແລະ ໝູ່​ເກາະ. ຕີລາຄາສູງສະໂມສອນຮ່ວາງຊາ-ເຈື່ອງຊາ ເວົ້າສະເພາະ ແລະ ປະຊາຄົມຊາວຫວຽດນາມ ຢູ່ ໂປໂລຍ ໄດ້ຜັນຂະຫຍາຍການເຄື່ອນໄຫວຕົວຈິງຫຼາຍຢ່າງ ເພື່ອເຊື່ອມຕໍ່ຊາວຫວຽດນາມ ຢູ່ຕ່າງປະເທດ, ປະກອບສ່ວນຢັ້ງຢືນ ແລະ ປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະ, ທ່ານຮອງລັດຖະມົນຕີ ເລທິທູຮັ່ງ ຫວັງວ່າ ສະໂມສອນຈະສືບຕໍ່ເຜີຍແຜ່ຮູບພາບ, ຄວາມຮັກແພງທະເລ, ໝູ່ເກາະ ຫວຽດນາມ ໄປເຖິງຊາວຫວຽດນາມ ຢູ່ໂປ​ໂລຍ, ປະກອບສ່ວນ​ເຜີຍ​ແຜ່​ຄວາມ​ຈິງ ​ແລະ ຍຸຕິ​ທຳ​ຂອງ ຫວຽດນາມ ​ເຖິງ​ເພື່ອນ​ມິດສາ​ກົນ.

ຊາວຫວຽດນາມ ຢູ່ ໂປໂລຍ: ປະຊາຄົມສາມັກຄີ, ລະບົບຈັດຕັ້ງສະມາຄົມຄົບຊຸດໃນທຸກຂົງເຂດ
Thứ trưởng tham dự khai mạc trại hè “Vui cùng tiếng Việt” lần thứ 10 năm 2025. (Ảnh: UBNNVNVNONN)

ກ່ອນ​ໜ້າ​ນັ້ນ, ​ໃນ​ການ​ເຂົ້າ​ຮ່ວມ​ພິທີ​ເປີດ​ຄ້າຍພັກແລ້ງ“ມ່ວນ​ຊື່ນ​ກັບ​ພາສາຫວຽດນາມ” ຄັ້ງ​ທີ 10 ປີ 2025 ຢູ່​ໂຮງຮຽນ​ພາສາ​ຫວຽດນາມ ຫຼາກລອງກວນ, ທ່ານ​ຮອງ​ລັດຖະມົນຕີ ເລ​ທິທູ​ຮັ່ງ ​ໄດ້ສະແດງຄວາມ​ຍ້ອງຍໍ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ​ໂປ​ໂລຍ ​ແລະ ບັນດາ​ຄູ​ອາຈານ​ໃນ​ການ​ໂຄສະນາ​ເຜີຍ​ແຜ່​ນ້ຳໃຈ​ປົກ​ປັກ​ຮັກສາ​ວັດທະນະທຳ ​ແລະ ພາສາ​ຫວຽດນາມ ​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ​ໃນ​ນັ້ນ​ມີ​ບັນດາ​ການ​ເຄື່ອນ​ໄຫວ​ຕອບ​ສະໜອງ​ວັນ​ເຊີດຊູພາສາ​ຫວຽດນາມ (8 ກັນຍາ).

ຂໍ້​ລິ​ເລີ່ມ​ຈັດ​ຕັ້ງ​​ຄ້າຍພັກແລ້ງ“ມ່ວນ​ຊື່ນ​ກັບ​ພາສາຫວຽດນາມ” ຄວນ​ໄດ້​ຮັບ​ການ​ຄັດ​ເລືອກ​ຢູ່​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ຢູ່​ປະ​ເທດ​ອື່ນ. ນື່ອງ​ໃນ​ໂອກາດ​ນີ້, ທ່ານ​ຮອງ​ລັດຖະມົນຕີ ​ເລ​ທິທູ​ຮັ່ງ ​ໄດ້​ມອບ​ປຶ້ມ​ຮຽນ​ພາສາ​ຫວຽດນາມ ​ໃຫ້​ໂຮງຮຽນ​ພາສາ​ຫວຽດນາມ ຫຼາກລອງກວນ ແລະ ມອບ​ຫຼຽນ​ໄຊ​ທີ່​ລະນຶກ​ໃຫ້​ບັນດາ​ຄູ​ອາຈານ ​ເພື່ອສະແດງຄວາມຮູ້ບຸນຄຸນ​ບັນດາ​ການ​ປະກອບສ່ວນ​ອັນ​ດີ​ເດັ່ນ​ໃນ​ການ​ສອນ​ພາສາ​ຫວຽດນາມ ຢູ່ ​ໂປ​ໂລຍ.

ສຳລັບບັນດາວັດ ຫວຽດນາມ ຢູ່ ໂປໂລຍ, ຄະນະປະຕິບັດງານໄດ້ຮັບຮູ້ບຸນຄຸນຂອງພຸດທະສາສະນິກກະຊົນຂອງວັດ ຫວຽດ ທັງ​ເບິ່ງ​ແຍງ​ຊີວິດ​ທາງ​ດ້ານ​ຈິດ​ໃຈ​ຂອງ​ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່ ​ໂປ​ໂລຍ, ປະກອບສ່ວນ​ເຜີຍ​ແຜ່ ​ແລະ ປົກ​ປັກ​ຮັກສາ​ຄວາມ​ສາມັກຄີ ​ແລະ ບັນດາ​ຄຸນຄ່າ​ອັນ​ດີງາມ​ຂອງ​ພຸດທະ​ສາສະໜາ ຫວຽດນາມ.

ໂປ​ໂລຍ​ແມ່ນ​ປະເທດ​ທຳ​ອິດ​ໃນ​ການ​ຢ້ຽມຢາມ​, ເຮັດວຽກຢູ່ 3 ປະເທດໂປ​ແລນ, ​​ແດນ​ມາກ ​ແລະ ​ໂຮ​ນລັງ ຂອງທ່ານ​ຮອງ​ລັດຖະມົນຕີ ​ເລ​ທິທູ​ຮັ່ງ ​ແຕ່​ວັນ​ທີ 5-13 ກໍລະກົດ 2025.

ຊາວຫວຽດນາມ ຜູ້ທຳອິດທີ່ພິຊິດຈອມພູທີ່ປີນຂຶ້ນຍາກທີ່ສຸດໃນໂລກ ຢູ່ ປາກິດສະຖານ ຊາວຫວຽດນາມ ຜູ້ທຳອິດທີ່ພິຊິດຈອມພູທີ່ປີນຂຶ້ນຍາກທີ່ສຸດໃນໂລກ ຢູ່ ປາກິດສະຖານ

ຍສໝ - ທ່ານໝໍ ໂງຫາຍເຊີນ ​ແມ່ນ​ນັກ​ປີນ​ພູທີ່ມີສັນຊາດ​ ຫວຽດນາມ​ ຄົນ​ທຳ​ອິດ​ທີ່​ຂຶ້ນ​ພູ K2 ຂອງ ​ປາ​ກິດ​ສະຖານ ​ຢ່າງ​ສຳ​ເລັດ​ຜົນ. K2 ແມ່ນຈອມ​ພູ​​ທີ່​ສູງ​ອັນ​ດັບ​ສອງ​ໃນ​ໂລກ ​ແລະ ​ໄດ້ຕີລາຄາວ່າ ປີນຂຶ້ນຍາກກວ່າຈອມພູ Everest ທີ່ສູງທີ່ສຸດ ​ເປັນ​ຫຼາຍ​ເທົ່າ​.

ໂປໂລຍ ສະໜັບສະໜູນການເພີ່ມທະວີການຮ່ວມມືລະຫວ່າງ EU - ຫວຽດນາມ ກ່ຽວກັບການພັດທະນາການປະມົງແບບຍືນຍົງ ໂປໂລຍ ສະໜັບສະໜູນການເພີ່ມທະວີການຮ່ວມມືລະຫວ່າງ EU - ຫວຽດນາມ ກ່ຽວກັບການພັດທະນາການປະມົງແບບຍືນຍົງ

ຍສໝ - ຕອນ​ເຊົ້າ​ວັນ​ທີ 30 ພຶດສະພາ, ຢູ່​ທີ່​ສຳນັກງານ​ລັດຖະບານ, ທ່ານ​ນາງ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ​ເລ​ທິທູ​ຮັ່ງ ​ແລະ ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ໂປ​ໂລຍ Anna Krystyna Radwan-Röhrenschef ໄດ້​ເປັນ​ປະທານ​ຮ່ວມໃນການ​ທີ່​ປຶກສາ​ການ​ເມືອງ​ຂັ້ນ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດຂອງຫວຽດນາມ - ໂປໂລຍ.

ມີງດຶກ

Link: https://huunghivietlao.thoidai.com.vn/detail-article-21007.html

In bài biết