14:29 | 02/07/2025

ທ່ານນາງຮອງປະທານປະເທດຫວຽດນາມ ພົບປະສົນທະນາກັບປະທານ ສະພາຕ່ຳ ອີຕາລີ

ອີຕາລີ ປະດັບຫຼຽນໄຊກຽດຕິຄຸນຊັ້ນອັດສະວິນໃຫ້ ທ່ານ ປອ ນາງ ຫງວຽນເຟືອງຮວ່າ
ການທ່ອງທ່ຽວ ຫວຽດນາມ ແມ່ນ “ດວງດາວທີ່ກຳລັງພົ້ນເດັ່ນຂຶ້ນ” ຢູ່ ອີຕາລີ

ວັນທີ 30 ມິຖຸນາ, ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ອີຕາລີ ແຕ່ວັນທີ 29 ມິຖຸນາ ຮອດວັນທີ 1 ກໍລະກົດ, ຢູ່ ສຳນັກງານສະພາຕ່ຳ ອີຕາລີ, ນະຄອນ ໂຣມ, ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວນ ໄດ້ມີການພົບປະສົນທະນາກັບທ່ານປະທານສະພາຕ່ຳ ອີຕາລີ Lorenzo Fontana. ນະທີ່ນີ້ ສອງຝ່າຍ ເຫັນດີນຳກັນ ວ່າ ຈະຕັ້ງຫນ້າຜັນຂະຫຍາຍບັນດາຄຳໝັ້ນສັນຍາ, ຂໍ້ຕົກລົງ, ກົນໄກຮ່ວມມືທີ່ມີຢູ່ແລ້ວ; ສືບຕໍ່ຜັນຂະຫຍາຍສັນຍາການຄ້າເສລີ ສະຫະພາບເອີລົບ - ຫວຽດນາມ (EVFTA) ຢ່າງມີປະສິດທິຜົນ; ເພີ່ມທະວີການສົ່ງເສີມດ້ານການຄ້າ, ການລົງທຶນ; ເພີ່ມທະວີການຮ່ວມມືກ່ຽວກັບການຮັກສາສັນຕິພາບ, ແກ້ໄຂຜົນຮ້າຍຢ້ອນຫລັງຈາກສົງຄາມ, ຄວາມປອດໄພທາງເຄືອຂ່າຍອິນເຕີແນັດ, ການປ້ອງກັນຕ້ານອາດຊະນາກຳຂ້າມຊາດ. ອີຕາລີ ຫນູນຊ່ວຍ ຫວຽດນາມ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຫັນປ່ຽນພະລັງງານສະອາດ, ສືບຕໍ່ສົມທົບກັນຈັດຕັ້ງເຫດການພົວພັນແລກປ່ຽນວັດທະນະທຳ, ສິລະປະ ແລະ ສົ່ງເສີມການທ່ອງທ່ຽວ, ສະຫນັບສະຫນູນການຊຸກຍູ້ການພົວພັນ ຫວຽດນາມ - ອີຢູ.

ທ່ານນາງຮອງປະທານປະເທດຫວຽດນາມ ພົບປະສົນທະນາກັບປະທານ ສະພາຕ່ຳ ອີຕາລີ
ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວນ ໄດ້ມີການພົບປະສົນທະນາກັບທ່ານປະທານສະພາຕ່ຳ ອີຕາລີ Lorenzo Fontana. (ພາບ:Dương Hoa/TTXVN)

ກ່ຽວກັບການຮ່ວມມືລັດຖະສະພາ, ສອງຝ່າຍເຫັນດີເພີ່ມທະວີການແລກປ່ຽນ, ແບ່ງປັນບົດຮຽນປະສົບການກ່ຽວກັບການສ້າງກົດໝາຍ, ຕິດຕາມກວດກາ ແລະ ປ່ຽນແປງໃຫມ່ການເຄື່ອນໄຫວລັດຖະສະພາ ພ້ອມທັງສົມທົບກັນຢ່າງແຫນ້ນແຟ້ນຢູ່ບັນດາເວທີປາໄສລັດຖະສະພາສາກົນ.

ທ່ານປະທານສະພາຕ່ຳ ອີຕາລີ Lorenzo Fontana ຢືນຢັນ ຈະຂົນຂວາຍສະພາແຫ່ງຊາດບັນດາປະເທດສະມາຊິກ ອີຢູ ທີ່ຍັງເຫລືອ ໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ (EVIPA) ໂດຍໄວ, ຊຸກຍູ້ ຄະນະກຳມະການເອີລົບ ຍົກເລີກ “ບັດເຫລືອງ” IUU ສຳລັບສິນໃນນ້ຳສົ່ງອອກ ຂອງຫວຽດນາມ.

ອີຕາລີ, ແມ່ນເພື່ອນມິດທີ່ຮັກຄວາມແພງ, ສັດຊື່ບໍລິສຸດຂອງຫວຽດນາມ ອີຕາລີ, ແມ່ນເພື່ອນມິດທີ່ຮັກຄວາມແພງ, ສັດຊື່ບໍລິສຸດຂອງຫວຽດນາມ

ຍສໝ - ພາຍຫຼັງເຄິ່ງສະຕະວັດ, ບົນພື້ນຖານມິດຕະພາບອັນໝັ້ນແກ່ນ, ຫວຽດນາມ ແລະ ອີຕາລີ ໄດ້ກາຍເປັນຄູ່ຮ່ວມມືສຳຄັນໃນທຸກຂົງເຂດ, ຮ່ວມມືຢ່າງແໜ້ນແຟ້ນທັງສອງຝ່າຍ ແລະ ຫຼາຍຝ່າຍ.

ເລີ່ມ​ຕົ້ນໂຄງການໂຄສະນາ ຫວຽດນາມ ຢູ່ ອີຕາລີ ເລີ່ມ​ຕົ້ນໂຄງການໂຄສະນາ ຫວຽດນາມ ຢູ່ ອີຕາລີ

ຍສໝ - ວັນ​ທີ 24 ພະຈິກ​ນີ້, ສະຖານທູດ​ຫວຽດນາມ ປະຈຳ ອີ​ຕາ​ລີ ສົມທົບ​ກັບບໍລິສັດໃຫຍ່ການຄຸ້ມ​ຄອງ​ສະໜາມ​ບິນ Milan, ອຳນາດການປົກຄອງນະຄອນ Milan ​ແລະ ຫ້ອງການການ​ຄ້າ ອີ​ຕາ​ລີ - ຫວຽດນາມ ​ໄດ້​ຈັດ​ຕັ້ງ​ພິທີ​ເລີ່ມ​ຕົ້ນ​ໂຄງການໂຄສະນາ ຫວຽດນາມ ຢູ່ Milan.

ມີງດຶກ

Link: https://huunghivietlao.thoidai.com.vn/detail-article-20986.html

In bài biết