10:35 | 02/07/2025

ເປີດຕົວເຄືອຂ່າຍນັກຊ່ຽວຊານ ແລະ ນັກວິທະຍາສາດຫວຽດນາມ ຢູ່ການາດາ

ວັດ​ທະ​ນະ​ທໍາ​ຊາ​ຫວຽດ​ນາມ ປະກາຍແຈ້ງ​ຢູ່​ໃນປະເທດ​ກາ​ນາ​ດາ​
ເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່, ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການສຶກສາລະຫວ່າງຫວຽດນາມ - ການາດາ
ເປີດຕົວເຄືອຂ່າຍນັກຊ່ຽວຊານ ແລະ ນັກວິທະຍາສາດຫວຽດນາມ ຢູ່ການາດາ
ພິທີເປີດຕົວເຄືອຂ່າຍນັກຊ່ຽວຊານ ແລະ ນັກວິທະຍາສາດຫວຽດນາມ ຢູ່ການາດາ (CVSE). (ພາບ: TTXVN)

ຕາມ​ຂ່າວສານ​ຫວຽດນາມ​ແລ້ວ, ເຄືອ​ຂ່າຍ CVSE ​ໄດ້​ເຕົ້າ​ໂຮມ​ບັນດາ​ນັກ​ຊ່ຽວຊານ, ນັກວິທະຍາສາດ​ຫວຽດນາມ ພວມດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່​ກາ​ນາ​ດາ. ເຂົາເຈົ້າສ່ວນຫຼາຍໄດ້ສ້າງຕັ້ງທີ່ຕັ້ງ, ຊື່ສຽງໃນຂະແໜງວິທະຍາສາດ, ເຕັກໂນໂລຢີແລະ ນະວັດຕະກໍາ ໃນປະເທດປະຈຳຖີ່ນ. ດ້ວຍການເຂົ້າການເຄື່ອນໄຫວຢ່າງເປັນທາງການ, ເຄືອຂ່າຍຈະເປັນຂົວຕໍ່ທີ່ມີປະສິດທິຜົນເພື່ອຊ່ວຍແບ່ງປັນຄວາມຮູ້, ປະສົບການດ້ານວິຊາຊີບ ແລະ ຖ່າຍທອດເຕັກໂນໂລຢີຈາກການາດາເຖິງຫວຽດນາມ.

ທ່ານ ຮວ່າງ​ງອກ​ດິງ, ຫົວໜ້າ​ຜູ້ຕາງໜ້າ​ຫ້ອງການ​ວິທະຍາສາດເຕັກ​ໂນ​ໂລ​ຢີ (ສະຖານທູດ ຫວຽດນາມ ປະຈຳ ກາ​ນາ​ດາ) ​ເນັ້ນ​ໜັກ​ວ່າ “​ເຄືອ​ຂ່າຍ CVSE ຈະ​ແມ່ນ​ແຫຼ່ງຊັບພະຍາກອນ​ອັນ​ລ້ຳ​ຄ່າ, ພ້ອມທັງເປັນ​ຊ່ອງ​ທາງ​ເຊື່ອມ​ຕໍ່​ຂໍ້​ມູນ​ຂ່າວສານ​ຢ່າງ​ມີ​ປະສິດທິ​ຜົນ​ໃນ​ຂົງ​ເຂດ​ວິທະຍາສາດເຕັກ​ໂນ​ໂລ​ຢີລະຫວ່າງ 2 ປະ​ເທດ, ຮັບ​ໃຊ້​ທິດ​ພັດທະນາ​ຂອງ​ພັກ ​ແລະ ລັດ​ໃນ​ໄລຍະ​ຈະ​ມາ​ເຖິງ”.

ປະຈຸບັນ, ປະຊາຄົມຊາວຫວຽດນາມ ຢູ່ການາດາ ມີເກືອບ 300.000 ຄົນ, ໃນນັ້ນມີບັນດານັກປັນຍາຊົນ, ນັກວິທະຍາສາດ ແລະ ນັກທຸລະກິດໄດ້ຖືຄວາມຮູ້ ແລະ ເຕັກໂນໂລຢີຫຼັກແຫຼ່ງ ທີ່ເໝາະສົມກັບທິດພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ. ດັ່ງນັ້ນ, ການເສີມຂະຫຍາຍຂອງກໍາລັງນີ້ຜ່ານເຄືອຂ່າຍ CVSE ໄດ້ຮັບການຕີລາຄາວ່າ ເປັນແທດຈິງ ແລະ ທັນເວລາ.

ຕາມ​ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ ກາ​ນາ​ດາ ຟ້າມວິງກວາງ ​ແລ້ວ, ການ​ສ້າງ​ຕັ້ງ​ເຄືອ​ຂ່າຍ CVSE ບໍ່​ພຽງ​ແຕ່ຫັນຈິດ​ໃຈ​ມະຕິ​ເລກທີ 169/NQ-CP ຂອງ​ລັດຖະບານ​ກ່ຽວວຽກງານສຳລັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດເປັນຕົວຈິງເທົ່າ​ນັ້ນ ຫາກ​ຍັງ​ຫັນຍຸດ​ທະ​ສາດ​ພັດທະນາ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີຕາມ​ມະຕິ​ເລກທີ 57 ຂອງສູນກາງເປັນລະອຽດອີກດ້ວຍ. ທ່ານປາດ​ຖະໜາ​ວ່າ ​ເຄືອ​ຂ່າຍ​ຈະນັບມື້ນັບພັດທະນາຢ່າງເຂັ້ມແຂງ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ຄວາມ​ມານະ​ພະຍາຍາມ​ເຮັດ​ໃຫ້​ຫວຽດນາມ ​ເປັນ​ປະ​ເທດ​ພັດທະນາ, ຈັບ​ຄູ່​ກັບ​ມະຫາ​ອຳນາດ​ດ້ານ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ.

ຜູ້ຕາງໜ້າຄະນະຄຸ້ມຄອງເຄືອຂ່າຍ CVSE, ຮອງສາດສະດາຈານ ຫວູຫວຽດຮື່ງ (ສະຖາບັນເຕັກນິກການທະຫານ ການາດາ) ໃຫ້ຮູ້ວ່າ ເປົ້າໝາຍທັນທີແມ່ນການກໍ່ສ້າງເວທີປາໄສເຊື່ອມຕໍ່ນັກວິທະຍາສາດ ຫວຽດນາມ ແລະ ການາດາ, ສ້າງເງື່ອນໄຂເພື່ອນຳບັນດາຜົນງານວິທະຍາສາດບຸກເບີກຂອງ ການາດາ ມານຳໃຊ້ຢູ່ ຫວຽດນາມ.

ທ່ານປອ. ຫງວຽນ​ຊວນຟອງ,​ ຊ່ຽວຊານ AI ຢູ່​ສະ​ຖາ​ບັນ​ຄົ້ນ​ຄ້ວາ Mila, ສະມາຊິກ​ໃນ​ເຄືອ​ຂ່າຍ CVSE ຢືນຢັນ​ວ່າ “ນີ້​ແມ່ນ​ພື້ນຖານ​ສຳຄັນ​ເພື່ອ​ໃຫ້ ຫວຽດນາມ ຫຍໍ້ໃຫ້ສັ້ນເຂົ້າ​ກັບ​ໂລກ​ໃນ​ຂົງ​ເຂດ​ເຕັກ​ໂນ​ໂລ​ຢີສູງ. CVSE ຈະ​ໜູນ​ຊ່ວຍ​ຢ່າງຕັ້ງໜ້າການ​ຖ່າຍທອດ​ເຕັກ​ໂນ​ໂລຢີ ແລະ ສ້າງ​ຂົວ​ເຊື່ອມ​ຕໍ່​ລະຫວ່າງ ຫວຽດນາມ ກັບ​ເພື່ອນ​ມິດສາ​ກົນ”.

ເປີດຕົວເຄືອຂ່າຍນັກຊ່ຽວຊານ ແລະ ນັກວິທະຍາສາດຫວຽດນາມ ຢູ່ການາດາ
ພິທີເປີດຕົວເຄືອຂ່າຍນັກຊ່ຽວຊານ ແລະ ນັກວິທະຍາສາດຫວຽດນາມ ຢູ່ການາດາ (CVSE). (ພາບ: TTXVN)

ປະຈຸ​ບັນ, ການ​ຮ່ວມ​ມື​ດ້ານ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ ​ແມ່ນ​ໜຶ່ງ​ໃນ 7 ຂົງ​ເຂດ​ບຸລິມະສິດ​ໃນ​ການ​ພົວພັນ​ຫວຽດນາມ - ກາ​ນາ​ດາ. ການ​ເປີດ​ຕົວ CVSE ຄາດ​ວ່າ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ປະດິດ​ສ້າງ, ພ້ອມ​ທັງ​ຢືນຢັນ​ບົດບາດ​ຂອງ​ປັນຍາ​ຊົນ​ຫວຽດນາມ ຢູ່​ຕ່າງປະ​ເທດ​ໃນ​ການ​ພັດທະນາ​ຂອງ​ປະ​ເທດ.

ດ້ວຍ​ພື້ນຖານ​ນະ​ໂຍບາຍ​ທີ່​ສະດວກ ​ແລະ ການຮ່ວມເດີນທາງຂອງ​ບັນດາ​ອົງການ​ຜູ້ຕາງໜ້າ​ຫວຽດນາມ, CVSE ຄາດ​ວ່າ​ຈະ​ກາຍ​ເປັນ​ເຄືອ​ຂ່າຍ​ວິຊາ​ຊີບ, ເສີມຂະຫຍາຍແຫຼ່ງກຳລັງ​ປັນຍາ​ຊົນ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ຢ່າງສູງສຸດ, ປະກອບສ່ວນຢ່າງແທດ​ຈິງ​ເຂົ້າໃນເປົ້າໝາຍສ້າງ​ຫວຽດນາມ ​ໃຫ້​ກາຍ​ເປັນ​ປະ​ເທດ​ພັດທະນາ, ຮັ່ງມີ ​ແລະ ວັດຈະນາຖາວອນ.

ຫວຽດນາມ ແລະການາດາ ເພີ່ມທະວີເຊື່ອມຕໍ່ໃນດ້ານການຄ້າ, ການລົງທຶນ ຫວຽດນາມ ແລະການາດາ ເພີ່ມທະວີເຊື່ອມຕໍ່ໃນດ້ານການຄ້າ, ການລົງທຶນ

ຍສໝ - ຫວຽດນາມ ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ການ​ສົ່ງ​ເສີມ​ການ​ລົງທຶນ​ສາກົນ MIBIExpo ດ້ວຍ​ຄວາມ​ປາດ​ຖະໜາ​ຢາກ​ຊຸກຍູ້​ເຊື່ອມ​ຕໍ່ ພ້ອມກັນນັ້ນ ກໍ່ສ້າງ​ອອກລະບົບ​ນິ​ເວດ​ໃນ​ລະບົບບັນດາ​ສັນຍາ​ການ​ຄ້າ​ເສລີ​ລະຫວ່າງ 2 ປະ​ເທດ​ທີ່​ມີ​ຢູ່​ແລ້ວ.

ຊາວ​ຫວຽດນາມ ອາໄສ​ຢູ່​ ກາ​ນາ​ດາ ​ເຜີຍ​ແຜ່​ຄວາມ​ເອກອ້າງທະນົງ​ໃຈຫວຽດນາມ ຊາວ​ຫວຽດນາມ ອາໄສ​ຢູ່​ ກາ​ນາ​ດາ ​ເຜີຍ​ແຜ່​ຄວາມ​ເອກອ້າງທະນົງ​ໃຈຫວຽດນາມ

ຍສໝ - ​ໃນ​ບັນຍາກາດ​ສະ​ເຫຼີ​ມສະຫຼອງ​ວັນ​ຊາດວັນທີ 2 ກັນຍາ ​ຂອງ​ທົ່ວ​ປວງ​ຊົນ​ທັງ​ຊາດ, ປະຊາ​ຄົມ​ຊາວ​ຫວຽດນາມ ອາໄສ​ຢູ່​ບາງ​ສະຖານທີ່​ຂອງ​ ກາ​ນາ​ດາ ​ໄດ້​ຈັດ​ພິທີເອົາ​ທຸງຊາດຂຶ້ນຢູ່​ສຳນັກງານເທດສະບານນະຄອນ ທີ່ພວກເຂົາດຳລົງ​ຊີວິດ​ເພື່ອ​ສະ​ແດງ​ຄວາມ​ເອກອ້າງທະນົງໃຈ ​ແລະ ນ້ຳໃຈຄວາມ​ສາມັກຄີພ້ອມ​ກັນ​ມຸ່ງໄປເຖິງປະ​ເທດ​ຊາດ​.

ມີງດຶກ

Link: https://huunghivietlao.thoidai.com.vn/detail-article-20984.html

In bài biết