ງານບຸນກິລາ EPS ຄັ້ງທີ 2: ເຊື່ອມໂຍງເຂົ້າກັບປະຊາຄົມຊາວຫວຽດນາມ, ເຜີຍແຜ່ຄມິດຕະພາບຫວຽດນາມ - ສ.ເກົາຫຼີ
![]() | ຊາວ ບັກຢາງ ຢູ່ ສ.ເກົາຫຼີ: ແບ່ງປັນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນວຽກງານ ແລະ ຊີວິດ |
![]() | ຫວຽດນາມ “ຮັກສາ” ບັນດານັກລົງທຶນ ສ.ເກົາຫຼີ |
ຕາມສະຖານທູດຫວຽດນາມ ປະຈຳ ສ.ເກົາຫຼີ ແລ້ວ, ກ່າວຄຳປາໄສທີ່ພິທີໄຂ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສ.ເກົາຫຼີ ຫວູໂຮ່ ໄດ້ສົ່ງຄຳຊົມເຊີຍເຖິງຄົນນິຍົມ ສ.ເກົາຫຼີ ເນື່ອງໃນໂອກາດທີ່ທີມຊາດຜ່ານຮອບຄັດເລືອກຢ່າງເປັນທາງການ, ຍາດໄດ້ສິດເຂົ້າຮ່ວມຮອບຊີງຊະນະເລີດ World Cup 2026. ທ່ານເອກອັກຄະລັດຖະທູດເນັ້ນໜັກວ່າ ບານເຕະບໍ່ພຽງແຕ່ແມ່ນກິລາເທົ່ານັ້ນ, ຫາກຍັງແມ່ນສັນຍາລັກແຫ່ງຈິດໃຈຄວາມສາມັກຄີ, ຮ່ວມມືເປັນທີມ ແລະ ການເຊື່ອມຕໍ່ລະຫວ່າງບັນດາປະເທດຊາດ.
ທ່ານເອກອັກຄະລັດຖະທູດ ປາດຖະໜາວ່າ ບັນດາການເຄື່ອນໄຫວແລກປ່ຽນຄື ງານແຂ່ງຂັນບານເຕະຄັ້ງນີ້ ຈະສືບຕໍ່ດຳເນີນໄປໃນໄລຍະຈະມາເຖິງ, ຜ່ານນັ້ນ ກໍ່ປະກອບສ່ວນເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ, ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສ.ເກົາຫຼີ ນັບມື້ນັບພັດທະນາ.
![]() |
ບັນດາຜູ້ແທນເຂົ້າຮ່ວມງານບຸນກິລາ. (ພາບ: ສະຖານທູດຫວຽດນາມ ປະຈໍາ ສ.ເກົາຫຼີ). |
ກ່າວຄຳປາໄສທີ່ເຫດການ, ທ່ານ Kim Ki-Yong, ຫົວໜ້າພະແນກວິສາຫະກິດ ແລະ ການລົງທຶນນະຄອນ Hwaseong ໃຫ້ຮູ້ວ່າ: ປະຈຸບັນ Hwaseong ແມ່ນນະຄອນອ້າຍນ້ອງກັບ 2 ທ້ອງຖິ່ນຂອງ ຫວຽດນາມ ແມ່ນ ຝູເຖາະ ແລະ ດ່າໜັງ, ພ້ອມກັນນັ້ນ ກໍ່ປາດຖະໜາຢາກເປີດກວ້າງການຮ່ວມມືກັບຫຼາຍນະຄອນຂອງ ຫວຽດນາມ ໃນໄລຍະຈະມາເຖິງ.
ຕາມທ່ານ Kim Ki-Yong ແລ້ວ, ລັດຖະບານນະຄອນ Hwaseong ຍາມໃດກໍ່ມານະພະຍາຍາມສ້າງເງື່ອນໄຂສະດວກທີ່ສຸດໃຫ້ປະຊາຄົມຊາວຫວຽດນາມ, ລວມມີນັກຮຽນ, ຄົນງານ ແລະ ບັນດາວິສາຫະກິດທີ່ດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ທ້ອງຖິ່ນ. ປະຈຸບັນ, ນະຄອນພວມສ້າງແຜນການເພື່ອດຶງດູດຄົນງານຕ່າງປະເທດເພີ່ມຂຶ້ນ, ໃນນັ້ນ ມີຄົນງານຫວຽດນາມ ເພື່ອປະກອບສ່ວນພັດທະນາເສດຖະກິດ - ສັງຄົມຂອງນະຄອນ.
![]() |
ບັນດານັກກິລາຈົກສະຫຼາກ. (ພາບ: VFAK) |
ທ່ານ ຈູກວາງເຢືອງ, ຫົວໜ້າຫ້ອງການ EPS ປະຈຳ ສ.ເກົາຫຼີ ໄດ້ແບ່ງປັນກັບບັນດານັກກິລາກ່ຽວກັບບັນດານະໂຍບາຍໃໝ່ຂອງ ສ.ເກົາຫຼີ ສຳລັບຄົນງານ ຫວຽດນາມ. ເນື່ອງໃນໂອກາດນີ້, ຫ້ອງການ EPS ຍັງໄດ້ຈັດຕັ້ງບັນດາການເຄື່ອນໄຫວເຜີຍແຜ່ ແລະ ໂຄສະນາກົດໝາຍ ເພື່ອຍົກສູງຈິດສຳນຶກໃຫ້ແກ່ຜູ້ອອກແຮງງານໃນຊຸມຊົນ.
ພາຍໃນຂອບເຂດຂອງເຫດການ, ການແຂ່ງຂັນບານເຕະຂອງ EPS - VFAK Cup 2025 ໄດ້ດຳເນີນໄປຢ່າງກະຕືລືລົ້ນ. ໃນທີ່ສຸດ,ທີມ Jeongeup FC ໄດ້ຍາດເອົາຊະນະ.
![]() | ສ້າງຕັ້ງສະໂມສອນວິສາຫະກິດ ຫວຽດນາມ - ສ.ເກົາຫຼີ ຢູ່ນະຄອນ ຫ່າຍຟ່ອງ ຍສໝ - ວັນທີ 20 ມັງກອນນີ້, ສະມາຄົມມິດຕະພາບ ຫວຽດນາມ - ສ.ເກົາຫຼີ ແລະ ສະມາຄົມຊາວ ສ.ເກົາຫຼີ ຢູ່ນະຄອນ ຫ່າຍຟ່ອງ ໄດ້ຈັດງານພົບປະແລກປ່ຽນມິດຕະພາບ ຫວຽດນາມ - ສ.ເກົາຫຼີ ແລະ ເປີດຕົວສະໂມສອນວິສາຫະກິດ ຫວຽດນາມ - ສ.ເກົາຫຼີ ນະຄອນ ຫ່າຍຟ່ອງ. |
![]() | ທ່ານ Park Hang Seo ແມ່ນເອກອັກຄະລັດຖະທູດການພົວພັນມະຫາຊົນກິດຕິມະສັກ, ເຊື່ອມຕໍ່ການພົວພັນລະຫວ່າງ ຫວຽດນາມ - ສ.ເກົາຫຼີ ຍສໝ - ທ່ານ Park Hang Seo ອະດີດຫົວໜ້າຄູຝຶກທີມບານເຕະແຫ່ງຊາດ ຫວຽດນາມ ຫາກໍ່ໄດ້ຮັບການແຕ່ງຕັ້ງເປັນເອກອັກຄະລັດຖະທູດການພົວພັນມະຫາຊົນກິດຕິມະສັກຂອງແຂວງ Jeolla ເໜືອ (Jeonbuk) ເພື່ອຊ່ວຍຮັດແໜ້ນສາຍພົວພັນລະຫວ່າງສອງປະເທດ. |
ແທັງຮັ່ງ