18:54 | 05/06/2025

ໜູນຊ່ວຍການກໍ່ສ້າງໃໝ່ ແລະ ສ້ອມແປງເຮືອນຢູ່ໃຫ້ 32 ຄອບຄົວຢູ່ແຂວງ ລາວກາຍ

ອົງການຊ່ວຍເຫຼືອເດັກນ້ອຍ ແລະ ການເດີນທາງ 10 ປີ ຂອງການຮ່ວມມືປ່ຽນແປງຊີວິດຂອງເດັກນ້ອຍ ລາວກາຍ
ອົງການຊ່ວຍເຫຼືອເດັກນ້ອຍຊ່ວຍເຫຼືອສຸກເສີນ 10 ຕື້ດົງ ໃຫ້ແກ່ປະຊາຊົນເຂດທີ່ປະສົບພາຍຸ ແລະ ໄພນ້ຳຖ້ວມຢູ່ ລາວກາຍ

ຫຼາຍກວ່າ 2,7 ຕື້ດົ່ງຈາກລັດຖະບານອົດສະຕຣາລີ ໂດຍຜ່ານກອງທຶນທົ່ວໄປຂອງສະຫະປະຊາຊາດ ໄດ້ຊ່ວຍໃຫ້ປະຊາຊົນມີເຮືອນຫຼັງໃໝ່ທີ່ແຂງແກ່ນ ແລະ ມີໂອກາດຫຼາຍດ້ານໃນການກໍ່ສ້າງຊີວິດຂອງເຂົາເຈົ້າຄືນໃໝ່, ເພີ່ມທະວີຄວາມຢືດຢຸ່ນຕໍ່ກັບໄພພິບັດທໍາມະຊາດໃນອະນາຄົດ.

ໜູນຊ່ວຍການກໍ່ສ້າງໃໝ່ ແລະ ສ້ອມແປງເຮືອນຢູ່ໃຫ້ 32 ຄອບຄົວຢູ່ແຂວງ ລາວກາຍ

ມອບເງິນຊ່ວຍເຫຼືອໂຄງການກໍ່ສ້າງ ແລະ ສ້ອມແປງເຮືອນໄລຍະ 1 ໃຫ້ແກ່ 32 ຄົວເຮືອນທີ່ເສຍຫາຍໜັກໜ່ວງຈາກພາຍຸ Yagi ຢູ່ແຂວງ ລາວກາຍ. (ພາບ: IOM)

​ເປັນ​ທີ່​ຮູ້​ກັນ​ວ່າ 32 ຄອບຄົວ​ທີ່​ໄດ້​ຮັບ​ການ​ສະໜັບສະໜູນ​ດ້ານ​ການ​ເງິນ​ແມ່ນ​ຄອບຄົວ​ທີ່​ມີເຮື່ອນຢູ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຈາກ​ພາຍຸ Yagi ປະມານ 30% ຂຶ້ນໄປ​ ຫຼື​ຖືກ​ຍົກຍ້າຍ; ຄອບຄົວທຸກຍາກ, ໃກ້ທຸກຍາກ, ແລະ ມີຄວາມຫຍຸ້ງຍາກ; ຄົວເຮືອນທີ່ມີເດັກນ້ອຍອາຍຸຕໍ່າກວ່າ 18 ປີທີ່ພວມໄປໂຮງຮຽນ; ຄົວເຮືອນທີ່ມີຜູ້ສູງອາຍຸຫຼາຍກວ່າ 60 ປີ; ຄົວ​ເຮືອນ​ພໍ່​ແມ່​ຄົນ​ດຽວ​ລ້ຽງ​ລູກ; ຄົວເຮືອນທີ່ມີຄົນພິການ ຫຼື ຖືກພະຍາດອັດຕະຄັດກັນດານ; ຄົວເຮືອນເປັນຊົນເຜົ່າສ່ວນໜ້ອຍ; ຄົວເຮືອນທີ່ໄດ້ຮັບການສະຫນັບສະຫນູນຫນ້ອຍ ຫຼື ຍັງບໍ່ໄດ້ຮັບການໜູນຊ່ວຍຄືກັນມີທີ່ຄ້າຍຄືກັນຈາກແຫຼ່ງອື່ນໆ.

ນາງ ເລືອງທິແຫ້ງ, ອາຍຸ 60 ປີ, ແບ່ງປັນວ່າ: “ເມື່ອກ່ອນ, ຂ້າພະເຈົ້າ ແລະ ຫຼານສາວສອງຄົນ ຕ້ອງອາໄສຢູ່ໃນຜ້າເຕັ້ນຊົ່ວຄາວ, ເມື່ອຝົນຕົກ, ນໍ້າຮົ່ວ, ເມື່ອອາກາດໜາວ, ພວກຂ້າພະເຈົ້າຕ້ອງຈູດຟືນຢູ່ໃນເຮືອນ. ທຸກໆຄັ້ງທີ່ພາຍຸມາ ພວກຂ້າພະເຈົ້າຕ້ອງໄປຫາຜູ້ອື່ນ. ເນື່ອງຈາກມີ IOM ຊ່ວຍເຫຼືອ, ຄອບຄົວຂອງຂ້າພະເຈົ້າຈຶ່ງມີເຮືອນທີ່ແຂງແຮງແລ້ວຂ້າພະເຈົ້າກັບຫຼານໆບໍ່ຕ້ອງກັງວົນໃນເວລາຝົນຕົກລົມພັດອີກແລ້ວ. ຂ້າພະເຈົ້າບໍ່ໄດ້ຄາດຄິດເລີຍວ່າໃນອາຍຸນີ້ຈະມີເຮືອນທີ່ອົບອຸ່ນແທ້ໆ ເພື່ອມີຄວາມສົບຍົມພ້ອມກັບຫຼານໆ. ນີ້​ແມ່ນ​ຄວາມ​ຝັນ​ຂອງ​ຂ້າ​ພະ​ເຈົ້າ​ເປັນ​ຈິງ.”

ໄຂກອງປະຊຸມການຕ່າງປະເທດ ຄັ້ງທີ 32 ໄຂກອງປະຊຸມການຕ່າງປະເທດ ຄັ້ງທີ 32

ຍສໝ - ຕອນ​ເຊົ້າ​ວັນ​ທີ 19 ທັນວາ, ຢູ່​ຮ່າ​ໂນ້ຍ, ກອງ​ປະຊຸມ​ການຕ່າງປະເທດ ​ຄັ້ງ​ທີ 32 ດ້ວຍ​ຫົວ​ຂໍ້ “ເສີມຂະຫຍາຍບົດບາດນຳໜ້າ, ສ້າງພື້ນຖານການທູດຮອບດ້ານ, ທັນສະໄໝ, ໝັ້ນຄົງເຂັ້ມແຂງ, ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກຢ່າງມີໄຊ” ​ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໄດ້​ເຂົ້າ​ຮ່ວມ ​ແລະ ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະຊຸມ.

ລາວກາຍ ຈັດການສະເຫລີມສະຫລອງ 120 ປີ ແຫ່ງການທ່ອງທ່ຽວຊາປາ ລາວກາຍ ຈັດການສະເຫລີມສະຫລອງ 120 ປີ ແຫ່ງການທ່ອງທ່ຽວຊາປາ

ຍສໝ - ລາຍການພິເສດ ສະເຫລີມ ສະຫລອງ 120 ປີ ແຫ່ງການທ່ອງທ່ຽວ ຊາປາ ໄດ້ໄຂຂຶ້ນຢູ່ ແຂວງລາວກາຍ ເມື່ອບໍ່ ດົນ ມານີ້.ໃນໂອກາດນີ້ ທ່ານ ເຈິ່ນຮົ່ງຮ່າ,ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕີລາຄາສູງ ວິວັດການສ້າງຕັ້ງ, ພັດທະ ນາ ການທ່ອງທ່ຽວ ຊາປາ ໃນໄລຍະ 120 ...

ແທັງຮັ່ງ

Link: https://huunghivietlao.thoidai.com.vn/detail-article-20913.html

In bài biết