ສູນສຶກສາຫວຽດນາມ ວິທະຍາ ແລະສະມາຄົມມິດຕະພາບໄທ - ຫວຽດນາມ ຮ່ວມມືບຳລຸງສ້າງພາສາຫວຽດ
![]() | ສະຖານທູດ ຫວຽດນາມ ປະຈຳ ໄທ ກ່າວເຕືອນໃຫ້ພົນລະເມືອງຕ້ອງລະວັງພາຍຫຼັງເຫດແຜ່ນດິນໄຫວ |
![]() | ວິສາຫະກິດ ຫວຽດນາມ ຢູ່ ຍີ່ປຸ່ນ - ໄທ - ຫວຽດນາມ ເຊື່ອມຕໍ່ ແລະ ຮ່ວມມື |
ຕາມສູນສຶກສາຫວຽດນາມ ວິທະຍາ (ສູນກາງ) ແລ້ວ, ກ່າວຄຳປາໄສທີ່ພິທີລົງນາມ, ທ່ານ Sanan Angubolkul ປະທານສະມາຄົມມິດຕະພາບໄທ - ຫວຽດນາມ ໄດ້ຕີລາຄາສູງການຮ່ວມມືກັບສູນກາງໃນການບຳລຸງສ້າງພາສາຫວຽດ ໄລຍະສັ້ນໃຫ້ແກ່ນັກສຶກສາໄທ.
ທ່ານ Sanan Angubolkul ໃຫ້ຮູ້ວ່າ: ການຮ່ວມມືນີ້ແມ່ນໜຶ່ງໃນບັນດາໜ້າທີ່ສຳຄັນໃນຍຸດທະສາດພັດທະນາ ແລະ ແມ່ນພາລະກິດສຳຄັນຂອງສະມາຄົມມິດຕະພາບ ໄທ - ຫວຽດນາມ, ກັບເປົ້າໝາຍພັດທະນາຄວາມສາມາດບົ່ມຊ້ອນດ້ານຊັບພະຍາກອນມະນຸດຂອງໄທ, ປະກອບບັນດາທັກສະດ້ານພາສາພື້ນຖານເພື່ອເຂົ້າເຖິງຕະຫຼາດແຮງງານ ຫວຽດນາມ. ທ່ານເຊື່ອໝັ້ນວ່າ ດ້ວຍການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງສອງຝ່າຍ, ບັນດາເປົ້າໝາຍທີ່ວາງອອກຈະບັນລຸໄດ້.
![]() |
ພິທີລົງນາມໃນການຮ່ວມມືບຳລຸງສ້າງພາສາຫວຽດ ລະຫວ່າງສູນສຶກສາຫວຽດນາມ ວິທະຍາ ຂຶ້ນກັບມະຫາວິທະຍາໄລ Ratjabath Udon Thani ແລະ ສະມາຄົມມິດຕະພາບໄທ - ຫວຽດນາມ. (ພາບ: ມາຍຊວນຮຸ່ງ) |
ທີ່ພິທີ, ຜູ້ຊ່ວຍສາດສະດາຈານ ປອ Khanisara Thanyasunthornsakun, ຜູ້ອຳນວຍການມະຫາວິທະຍາໄລ Ratjabhat Udon Thani ໃຫ້ຮູ້ວ່າ ລາຍການຮ່ວມມືນີ້ ເປັນກຳລັງຜັກດັນຊ່ວຍໃຫ້ສູນສຶກສາຫວຽດນາມ ຜັນຂະຫຍາຍບັນດາລາຍການວິຊາລະອຽດ ແລະ ແທດຈິງຕື່ມອີກ. ຜ່ານນັ້ນ ກໍ່ປະກອບສ່ວນເພີ່ມທະວີການພົວພັນມິດຕະພາບລະຫວ່າງມະຫາວິທະຍາໄລ ກັບ ບັນດາອົງການລັດ ແລະ ວິສາຫະກິດຂອງທັງສອງປະເທດໄທ ແລະ ຫວຽດນາມ.
ເນື່ອງໃນໂອກາດນີ້, ສະມາຄົມມິດຕະພາບໄທ - ຫວຽດນາມ ຈະມອບທຶນສຶກສາ 3 ພຸດ, ແຕ່ລະ ພຸດມີມູນຄ່າ 50.000 ບາດ ສຳລັບນັກສຶກສາ ໄທ ທີ່ມີຄວາມປາດຖະໜາຢາກເຂົ້າຮ່ວມຫຼັກສູດພາສາຫວຽດນາມ ໄລຍະສັ້ນ ຢູ່ສູນກາງ. ພາຍຫຼັງສຳເລັດຫຼັກສູດ, ຜູ້ຮຽນຈະສົ່ງນັກສຶກສາໄປຮຽນພາສາຫວຽດນາມ ເປັນເວລາ 1 ເດືອນ.
![]() | ສູນສຶກສາ ຫວຽດນາມວິທະຍາ (ມະຫາວິທະຍາໄລ ອຸດອນທານີ) ເຜີຍແຜ່ຄວາມຮັກພາສາ ຫວຽດນາມ ຢູ່ ໄທ ຍສໝ - ວັນທີ 9 ສິງຫາ, ໃນຂອບເຂດການເດີນທາງໄປປະຕິບັດງານຢູ່ແຂວງ ອຸດອນທານີ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໄທ ຟ້າມຫວຽດຮຸ່ງ ໄດ້ມີການເຮັດວຽກກັບການນຳຂອງມະຫາວິທະຍາໄລ ຣາດຊະພັດ ອຸດອນທານີ ແລະ ຢ້ຽມຢາມສູນສຶກສາ ຫວຽດນາມ ທີ່ຕັ້ງຢູ່ໃນຂອບເຂດໂຮງຮຽນ. |
![]() | ຫວຽດນາມ - ໄທ ເຫັນດີເປັນເອກະສັນຊຸກຍູ້ການປະຕິບັດຍຸດທະສາດ “ສາມເຊື່ອມຕໍ່” ຢ່າງສຳເລັດຜົນ ຍສໝ - ທ່ານປະທານສະພາແຫ່ງຊາດ Wan Muhamad Noor Matha ໄດ້ເຫັນດີກັບທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໃນການສົມທົບກັນຢ່າງແໜ້ນແຟ້ນ ແລະ ສ້າງແລວທາງດ້ານກົດໝາຍທີ່ສະດວກ ເພື່ອຊຸກຍູ້ການຜັນຂະຫຍາຍຍຸດທະສາດ “ສາມເຊື່ອມຕໍ່” ຄື: ການເຊື່ອມຕໍ່ລະບົບຕ່ອງໂສ້ການສະໜອງ; ເຊື່ອມຕໍ່ວິສາຫະກິດ ແລະ ທ້ອງຖິ່ນຂອງສອງປະເທດ; ເຊື່ອມຕໍ່ຍຸດທະສາດການເຕີບໂຕແບບຍືນຍົງ… |
ແທັງຮັ່ງ