ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ 50 ທ່ານ ເປັນຕົວແທນຈະໄດ້ຮັບເພື່ອປະກອບສ່ວນກໍ່ສ້າງນະຄອນ ໂຮ່ຈິມິນ
![]() | ນະຄອນ ໂຮ່ຈິມິນ: ພົບປະກັບອະດີດນັກຊ່ຽວຊານ ຫວຽດນາມ ເພື່ອຊ່ວຍເຫຼືອເພື່ອນມິດ ກຳປູເຈຍ |
![]() | ກຳປັ່ນ SSEAYP ເຂົ້າທຽບທ່າກຳປັ່ນນະຄອນ ໂຮ່ຈິມິນ: ຂີດໝາຍສຳຄັນໃນການພົວພັນມິດຕະພາບພາກພື້ນ |
ຄາດວ່າ, ລາຍການຈະມີການເຂົ້າຮ່ວມຂອງນຳພານະຄອນ ໂຮ່ຈີມິນ, ການນຳຂອງຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ (ກະຊວງການຕ່າງປະເທດ), ຈຳນວນໜຶ່ງພະແນກຂະແໜງການ ແລະ ຫົວໜ່ວຍກ່ຽວຂ້ອງ ແລະ ຜູ້ແທນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ 50 ທ່ານ ທີ່ໄດ້ປະກອບສ່ວນຫຼາຍຢ່າງເຂົ້າໃນຂະບວນການກໍ່ສ້າງ ແລະ ພັດທະນານະຄອນ ໂຮ່ຈີມິນ ແຕ່ປີ 1975 ຮອດປະຈຸບັນ.
![]() |
ຊາວຫວຽດນາມ ອາໄສຢູ່ຕ່າງປະເທດເຕົ້າໂຮມກັນສະເຫຼີມສະຫຼອງລະດູບານໃໝ່ປີມະເສັງ 2025. (ຮູບ: VOV.VN) |
ລາຍການເພື່ອແນໃສ່ຮັບຮູ້ບັນດາການປະກອບສ່ວນຢ່າງຕັ້ງໜ້າຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດໃນໄລຍະແຫ່ງການເດີນທາງ 50 ປີ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ພີ່ນ້ອງຮ່ວມຊາດຢູ່ຕ່າງປະເທດກວດກາຄືນການເດີນທາງປະຫວັດສາດຂອງປະເທດຊາດທີ່ສະຫງ່າອົງອາດ, ສະແດງຄວາມເອກອ້າງທະນົງໃຈ, ຮັກແພງບ້ານເກີດເມືອງນອນ ແລະ ຄວາມມຸ່ງມາດປາດຖະໜາຢາກປະກອບສ່ວນພັດທະນານະຄອນ ເວົ້າສະເພາະ ແລະ ປະເທດຊາດ ເວົ້າລວມ ໃນໄລຍະໃໝ.
ໂດຍຜ່ານລາຍການ, ຊາວຫວຽດນາມ ອາໄສຢູ່ຫ່າງໄກຈາກບ້ານເກີດເມືອງນອນ ຈະມີໂອກາດແບ່ງປັນຄວາມຮູ້ສຶກ, ຄວາມຊົງຈຳ ແລະ ຄວາມນຶກຄິດເລິກເຊິ່ງກ່ຽວກັບວັນ 30 ເມສາ ປະຫວັດສາດ. ນີ້ກໍ່ແມ່ນຂົວເຊື່ອມຕໍ່ເພື່ອເພີ່ມທະວີຄວາມສະໜິດຕິດພັນ, ຕໍ່ໃສ່ກັນຄວາມຮັບແພງຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດກັບບ້ານເກີດເມືອງນອນ, ພ້ອມກັນນັ້ນ ກໍ່ປຸກລະດົມ ແລະ ເສີມຂະຫຍາຍແຫຼ່ງກຳລັງຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດໃນໄລຍະທີ່ປະເທດຊາດກ້າວເຂົ້າສູ່ສັງກາດໃໝ່, ສັງກາດບືນຕົວຂຶ້ນຂອງປະເທດຊາດ.
ລາຍການບໍ່ພຽງແຕ່ສະແດງໃຫ້ເຫັນຄວາມຮັກແພງ ແລະ ຄວາມສົນໃຈອັນເລິກເຊິ່ງຂອງການນຳນະຄອນທີ່ມີຕໍ່ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດເທົ່ານັ້ນ, ຫາກຍັງແມ່ນໂອກາດເພື່ອໃຫ້ຄະນະກຳມະການຊາວຫວຽດນາມ ອາໄສຢູ່ຕ່າງປະເທດສະແດງຄວາມຮູ້ບຸນຄຸນຕໍ່ບັນດາຜູ້ແທນພີ່ນ້ອງຮ່ວມຊາດຢູ່ຕ່າງປະເທດເປັນຜູ້ທີ່ຍາມໃດກໍ່ຮ່ວມເດີນທາງພ້ອມກັບຫົວໜ່ວຍວຽກງານກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ປະກອບສ່ວນເຂົ້າໃນການພັດທະນາຂອງນະຄອນ.
![]() | ເຜີຍແຜ່ແນວຄິດຂອງປະທານ ໂຮ່ຈິມິນ ກ່ຽວກັບສັນຕິພາບ ຍສໝ - ວັນທີ 19 ພຶດສະພານີ້, ເນື່ອງໃນໂອກາດສະເຫຼີມສະຫຼອງ 134 ເເຫ່ງວັນເກີດຂອງປະທານ ໂຮ່ຈິມິນ (19/5/1890 – 19/05/2024), ຢູ່ມະຫາວິທະຍາໄລ Sejong - ໂຮງຮຽນທີ່ຕັ້ງຊື່ກະສັດຜູ້ຍິ່ງໃຫຍ່ຂອງ ສ.ເກົາຫຼີ - ໄດ້ດຳເນີນກອງປະຊຸມສຳມະນາສາກົນ ເພື່ອເຊື່ອມໂຍງບັນດາປັນຍາຊົນ, ນັກສຶກສາ ແລະ ປະຊາຊົນ ຫວຽດນາມ ທີ່ອາໄສ, ... |
![]() | ບັນດາອົງການຜູ້ຕາງໜ້າ ຫວຽດນາມ ຢູ່ຕ່າງປະເທດເຊື່ອມຕໍ່ແຫຼ່ງຊັບພະຍາກອນໜູນຊ່ວຍການພັດທະນານະຄອນ ໂຮ່ຈິມິນ ຍສໝ - ວັນທີ 25 ມັງກອນ, ທ່ານຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ຫວໍວັນຮວ່ານ ໄດ້ເປັນປະທານກອງປະຊຸມເຮັດວຽກກັບຫົວໜ້າຄະນະອົງການຜູ້ຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ ເພື່ອຮັບໜ້າທີ່ໃນປີ 2024. ທ່ານຫວັງວ່າ ບັນດາອົງການຜູ້ຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ ຈະສືບຕໍ່ເຊື່ອມຕໍ່ບັນດາແຫຼ່ງຊັບພະຍາກອນໜູນຊ່ວຍການພັດທະນາໃຫ້ນະຄອນ ໂຮ່ຈີມິນ ໃນໄລຍະຈະມາເຖິງ. |
ແທັງຮັ່ງ