ສະຫະພັນຜູ້ແທນມິດຕະພາບຍີ່ປຸ່ນ - ຫວຽດນາມ ຊຸກຍູ້ການຮ່ວມມື, ສະໜິດຕິດພັນການພົວພັນ 2 ຝ່າຍ
![]() | ກຳປູເຈຍ - ລາວ - ມຽນມາ - ຫວຽດນາມ ຊຸກຍູ້ການຮ່ວມມື |
![]() | ຫວຽດນາມ ຍົກສູງປະສິດທິຜົນໃນວຽກງານຫຼາຍຝ່າຍ |
ກ່າວຄຳປາໄສທີ່ການພົບປະ, ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈຳ ຍີ່ປຸ່ນ ຟ້າມກວາງຫຽວ ໄດ້ຊົມເຊີຍທ່ານນາງ Obuchi Yuko ໄດ້ຮັບເລືອກຕັ້ງເປັນປະທານສະຫະພັນຜູ້ແທນມິດຕະພາບ ຍີ່ປຸ່ນ - ຫວຽດນາມ. ທ່ານເອກອັກຄະລັດຖະທູດ ໄດ້ຕີລາຄາສູງການຮ່ວມເດີນທາງຢ່າງຕັ້ງໜ້າຂອງບັນດາສະມາຊິກສະຫະພັນໃນໄລຍະຜ່ານມາ, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືລະຫວ່າງ 2 ປະເທດໃນຫຼາຍຂົງເຂດ.
![]() |
ສະຖານທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ເຮັດວຽກກັບຄະນະຜູ້ແທນສະຫະພັນຜູ້ແທນມິດຕະພາບຍີ່ປຸ່ນ - ຫວຽດນາມ. (ພາບ: ສຳນັກຂ່າວສານ ຫວຽດນາມ) |
ເນັ້ນໜັກເຖິງຄວາມໝາຍຂອງການຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານເພື່ອສັນຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງຢູ່ອາຊີ ແລະ ໃນໂລກຂອງສອງປະເທດ, ທ່ານເອກອັກຄະລັດຖະທູດ ປາດຖະໜາວ່າ ບັນດາຜູ້ແທນຂອງສະຫະພັນບໍ່ວ່າຈະຢູ່ຖານະຕຳແໜ່ງໃດ, ຈະສືບຕໍ່ສວມບົດບາດສຳຄັນເປັນຂົວຕໍ່ເພື່ອຊຸກຍູ້ການຮ່ວມມືສອງຝ່າຍໃນທຸກຂົງເຂດ.
ຕາງໜ້າການນຳຫວຽດນາມ, ທ່ານເອກອັກຄະລັດຖະທູດ ຟ້າມກວາງຫ້ຽວ ໄດ້ໃຫ້ກຽດຕ້ອນຮັບທ່ານນາງ Obuchi Yuko ນຳໜ້າຄະນະຜູ້ແທນສະຫະພັນມາຢ້ຽມຢາມ ຫວຽດນາມ ໃນປີ 2025. ການຢ້ຽມຢາມຄັ້ງນີ້ ແນໃສ່ຊຸກຍູ້ການພົວພັນຮ່ວມມືສອງຝ່າຍ, ໃນນັ້ນ ມີບັນດາຂົງເຂດວິທະຍາສາດເຕັກໂນໂລຊີ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດ - 2 ເສົາຄ້ຳສຳຄັນໃນໄລຍະການຮ່ວມມືໃໝ່.
ທ່ານນາງປະທານສະຫະພັນ Obuchi Yuko ຢືນຢັນຈະສືບຕໍ່ສືບທອດມູນເຊື້ອຕິດພັນກັນ, ຖືເປັນສຳຄັນ ແລະ ຊຸກຍູ້ການແລກປ່ຽນ ແລະ ການຮ່ວມມືກັບຫວຽດນາມ ຂອງບັນດາການນຳລຸ້ນກ່ອນ, ໃນນັ້ນ ມີພໍ່-ແມ່ຂອງທ່ານນາຍົກລັດຖະມົນຕີ ນາງ Obuchi Keizo, ອະດີດປະທານສະຫະພັນ ເປັນຜູ້ເຄີຍມາຢ້ຽມຢາມ ຫວຽດນາມ ເມື່ອປີ 1998 ເນື່ອງໃນໂອກາດສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຍີ່ປຸ່ນ (21 ກັນຍາ 1973 – 21 ກັນຍາ 1998 ).
![]() |
ທ່ານນາງປະທານສະຫະພັນຜູ້ແທນມິດຕະພາບຍີ່ປຸ່ນ - ຫວຽດນາມ Obuchi Yuko ໄດ້ລົງນາມໃນປຶ້ມທີ່ລະນຶກຢູ່ສະຖານທູດ ຫວຽດນາມ ປະຈຳ ຍີ່ປຸ່ນ. (ພາບ: ສຳນັກຂ່າວສານ ຫວຽດນາມ) |
ທ່ານນາງ Obuchi Yuko ໄດ້ສະແດງຄວາມປະທັບໃຈຢ່າງເລິກເຊິ່ງຕໍ່ກັບບັນດາຄວາມຄືບໜ້າຢ່າງເຂັ້ມແຂງໃນການພົວພັນ ຫວຽດນາມ - ຍີ່ປຸ່ນ ໃນຫຼາຍຂົງເຂດຄື: ການເມືອງ, ການທູດ, ປ້ອງກັນປະເທດ, ເສດຖະກິດ, ວິທະຍາສາດເຕັກນິກ, ການສຶກສາ, ແລກປ່ຽນວັດທະນະທຳ ແລະ ການຮ່ວມມືຢູ່ທ້ອງຖິ່ນ. ການເຂົ້າຮ່ວມສະຫະພັນຂອງບັນດາຜູ້ແທນທີ່ມາຈາກຫຼາຍຝ່າຍຂອງສະພາແຫ່ງຊາດ ຍີ່ປຸ່ນ ໄດ້ສະແດງໃຫ້ເຫັນຄວາມສົນໃຈ ແລະ ຄວາມຫວັງດີອັນເລິກເຊິ່ງ ໃນການຊຸກຍູ້ການພົວພັນກັບ ຫວຽດນາມ.
ທ່ານນາງ Obuchi Yuko ກໍ່ຕີລາຄາສູງບັນດາການປະກອບສ່ວນຂອງປະຊາຄົມຊາວຫວຽດນາມ ກ່ວາ 600.000 ຄົນພວມດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ ຍີ່ປຸ່ນ ຕໍ່ກັບການພັດທະນາເສດຖະກິດ - ສັງຄົມຂອງ ຍີ່ປຸ່ນ. ທ່ານນາງຫວັງວ່າ ຈະມີການຢ້ຽມຢາມຫວຽດນາມ ຢ່າງເປັນທາງການໂດຍໄວໃນເວລາທີ່ເໝາະສົມ.
ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ຟ້າມກວາງຫ້ຽວ ພ້ອມກັບບັນດາສະມາຊິກຂອງສະຫະພັນ ໄດ້ປຶກສາຫາລືກ່ຽວກັບບັນດາມາດຕະການສະເພາະເພື່ອຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ.
![]() | ຫວຽດນາມ - ອິນໂດເນເຊຍ ທິດເຖິງວົງເງິນການຄ້າສອງຝ່າຍບັນລຸ 15 ຕື້ USD ຍສໝ - ຕອນບ່າຍວັນທີ 4 ກັນຍາ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຄັ້ງທີ 43, ຢູ່ ຈາກາຕາ, ປະເທດ ອິນໂດເນເຊຍ |
![]() | ຫວຽດນາມ - ອິນເດຍ ຈະຊຸກຍູ້ການເຈລະຈາສັນຍາເສດຖະກິດ - ການຄ້າ 2 ຝ່າຍ ຍສໝ - ຕອນບ່າຍວັນທີ 12 ກໍລະກົດ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ ໄດ້ມີບັນດາການພົບກັບ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອິນເດຍ Subrahmanyam Jaishankar ແລະ ລັດຖະມົນຕີກະຊວງການຕ່າງປະເທດ ອົດສະຕາລີ ທ່ານ Penny Wong ໃນໂອກາດບັນດາລັດຖະມົນຕີເຂົ້າຮ່ວມກອງປະຊຸມ AMM-56 ຢູ່ ຈາກາຕາ, ປະເທດອິນໂດເນເຊຍ. |