ບຸນປີໃໝ່ທີ່ອົບອຸ່ນຂອງນັກສຶກສາລາວ ແລະ ກຳປູເຈຍ
![]() | ໄວ້ອາໄລ ແລະ ເຮັດພິທີທາງສາສະໜາອັດຖິນັກຮົບອາສາສະໝັກ ຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດຢູ່ ລາວ ແລະ ກຳປູເຈຍ |
![]() | ນັກສຶກສາລາວ ແລະ ກຳປູເຈຍ 72 ຄົນ ລົງຕົວຈິງ ແລະ ຊອກຮູ້ກ່ຽວກັບຊີວິດວັດທະນະທຳຫວຽດນາມ |
ນີ້ແມ່ນການເຄື່ອນໄຫວໂດຍຄະນະຊາວໜຸ່ມນະຄອນໂຮ່ຈິມິນ ສົມທົບກັບບັນດາຫົວໜ່ວຍທີ່ກ່ຽວຂ້ອງ, ໂດຍມີການເຂົ້າຮ່ວມຂອງຜູ້ຕາງໜ້າສະຖານກົງສູນລາວ ແລະ ສະຖານກົງສູນກຳປູເຈຍ ພ້ອມກັບການນຳບັນດາກົມ, ຄະນະ, ຂະແໜງການຂອງນະຄອນໂຮ່ຈິມິນ ແລະ ນັກສຶກສາລາວ ແລະ ກຳປູເຈຍ ທີ່ພວມຮ່ຳຮຽນຢູ່ນະຄອນ ໂຮ່ຈີມິນ ເປັນຈຳນວນຫຼວງຫຼາຍ.
![]() |
ນັກສຶກສາລາວໃນຊຸດອາພອນປະຈຳຊາດໃນງານບຸນປີໃໝ່ທີ່ຈັດຂຶ້ນຢູ່ນະຄອນ ໂຮ່ຈີມິນ. |
![]() |
ການສະແດງຟ້ອນພື້ນເມືອງຂອງບັນດານັກສຶກສາກຳປູເຈຍ ໃນລາຍການ. |
ຕາມຮີດຄອງປະເພນີແລ້ວ, ບຸນປີໃໝ່ລາວ ແລະ Chol Chnam Thmay ຂອງກຳປູເຈຍ ໄດ້ຈັດຂຶ້ນໃນກາງເດືອນເມສາ ທຸກໆປີ ຄືບັນດາໂອກາດເພື່ອສະແດງຄວາມເຄົາລົບນັບຖືຕໍ່ບັນພະບຸລຸດ ແລະ ຂໍອວຍພອນໃນປີໃໝ່ຢູ່ຢ່າງສະຫງົບ, ສະດວກ ແລະ ລະດູມີຄວາມອຸດົມສົມບູນ.
ບັນດານັກສຶກສາລາວ ແລະ ກຳປູເຈຍ ທີ່ພວມຮ່ຳຮຽນຢູ່ນະຄອນ ໂຮ່ຈີມິນ ຍາມໃດກໍ່ມຸ່ງໄປເຖິງກົກເຄົ້າເຫງົ້າກໍ, ອະນຸລັກຮັກສາ ແລະ ເສີມຂະຫຍາຍຄວາມງາມດ້ານວັດທະນະທຳ ໂດຍຜ່ານບັນດາການເຄື່ອນໄຫວຄື: ຜູກແຂນຂໍໃຫ້ໂຊກດີ, ບຸນຫົດນ້ຳ, ຟ້ອນລຳວົງ, ການສະແດງຊຸດອາພອນພື້ນເມືອງ ແລະ ຊິມອາຫານທີ່ດີເດັ່ນພິເສດ.
ບັນດາໂຄງການໂດຍພະແນກ, ຄະນະ, ຂະແໜງການນະຄອນ ໄດ້ຈັດຕັ້ງເພື່ອສ້າງພື້ນທີ່ຢ່າງອົບອຸ່ນ, ຊ່ວຍໃຫ້ບັນດານັກຮຽນຕ່າງປະເທດຜ່ອນຄາຍຄວາມຄິດຮອດບ້ານ ແລະ ຮູ້ສຶກເຖິງຄວາມເອົາໃຈໃສ່ ແລະ ແບ່ງປັນຈາກເພື່ອນມິດສາກົນ.
![]() |
ການສະແດງຟ້ອນພື້ນເມືອງຂອງບັນດານັກສຶກສາລາວ ໃນລາຍການ. |
ທ່ານ ຟ້າມເລມິນແຄງ, ຜູ້ອຳນວຍການຫໍພັກນັກສຶກສາລາວ ນະຄອນ ໂຮ່ຈີມິນ ແບ່ງປັນວ່າ:
“ລາຍການແມ່ນການເຄື່ອນໄຫວທີ່ແທດຈິງ, ສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງການນຳນະຄອນທີ່ມີຕໍ່ນັກສຶກສາລາວ ແລະ ກຳປູເຈຍ. ນີ້ແມ່ນໂອກາດເພື່ອເພີ່ມທະວີການແລກປ່ຽນວັດທະນະທຳ ແລະ ຮັດແໜ້ນສາຍພົວພັນຄວາມສາມັກຄີລະຫວ່າງຊາວໜຸ່ມຫວຽດນາມ, ລາວ ແລະ ກຳປູເຈຍ”.
![]() |
ພິທີການໃນບຸນປີໃໝ່ລາວ, ກຳປູເຈຍ ໄດ້ສະທ້ອນໃຫ້ເຫັນໃນລາຍການ. |
ນ້ອງ ທອນລາວິນ ລາດທະດາວອນ, ນັກສຶກສາທີ່ພວມຮ່ຳຮຽນຢູ່ໂຮງຮຽນມະຫາວິທະຍາໄລແພດສາດ ຟ້າມຫງອກແທກ ໃຫ້ຮູ້ວ່າ: “ຂ້າພະເຈົ້າຮູ້ສຶກດີໃຈຫຼາຍ, ອົບອຸ່ນ ແລະ ຮູ້ບຸນຄຸນທີ່ໄດ້ເຂົ້າຮ່ວມບຸນປີໃໝ່ປະຈຳຊາດໂດຍຫໍພັກຈັດຂຶ້ນ. ເຖິງວ່າຈະຢູ່ຫ່າງໄກຈາກບ້ານກໍ່ຕາມ, ແຕ່ບັນດາການເຄື່ອນໄຫວຕ່າງໆເຊັ່ນ: ອາບນ້ຳ ແລະ ນຸ່ງຊຸດອາພອນພື້ນເມືອງລາວ ກໍ່ເຮັດໃຫ້ຂ້າພະເຈົ້າຮູ້ສຶກວ່າຄືໄດ້ກັບບ້ານດ້ວຍບັນຍາກາດທີ່ອົບອຸ່ນ ແລະ ມີຄວາມໝາຍ”.
![]() |
ນັກສຶກສາລາວ ແລະ ກຳປູເຈຍ ເຂົ້າຮ່ວມບຸນປີໃໝ່ປະຈຳຊາດ. |
ນ້ອງ Long Viniya, ນັກສຶກສາກຳປູເຈຍ ທີ່ເຂົ້າຮ່ວມບຸນປີໃໝ່ປະຈຳຊາດເປັນຄັ້ງທຳອິດ ສະແດງວ່າ: “ຂ້າພະເຈົ້າຮູ້ສຶກດີໃຈ ແລະ ພາກພູມໃຈທີ່ໄດ້ມາເຂົ້າຮ່ວມງານບຸນຂອງຊາດເຮົາຢູ່ນະຄອນ ໂຮ່ຈີມິນ.ບັນດາການເຄື່ອນໄຫວສ້າງບັນຍາກາດເບີກບານມ່ວນຊື່ນ, ອົບອຸ່ນ ແລະ ຊ່ວຍໃຫ້ຂ້າພະເຈົ້າເຂົ້າໃຈວັດທະນະທຳບ້ານເກີດເມືອງນອນຕື່ມອີກ.”
![]() |
ນັກສຶກສາລາວ ແລະ ກຳປູເຈຍ ຫຼາຍຄົນໄດ້ເຂົ້າຮ່ວມບຸນປີໃໝ່ປະຈຳຊາດ (ລາວ) ແລະ Chol Chnam Thmey (ກຳປູເຈຍ) ໃນລາຍການ. |
![]() |
ສະມາຄົມມິດຕະພາບ ຫວຽດນາມ - ກຳປູເຈຍ ຢູ່ນະຄອນ ໂຮ່ຈີມິນ ໄດ້ມອບຂອງຂວັນໃຫ້ບັນດານັກສຶກສາລາວ ແລະ ກຳປູເຈຍ ໃນບຸນປີໃໝ່ປະຈຳຊາດ. |
![]() |
ເນື່ອງໃນໂອກາດນີ້, ຄະນະຈັດຕັ້ງກໍ່ໄດ້ມອບຂອງຂວັນ 80 ພູດ ມີມູນຄ່າ 100 ລ້ານດົ່ງໃຫ້ບັນດານັກສຶກສາລາວ ແລະ ກຳປູເຈຍ ທີ່ພວມຮ່ຳຮຽນຢູ່ນະຄອນ ໂຮ່ຈີມິນ. |
ບຸນປິໃໝ່ ແລະ Chol Chnam Thmay ບໍ່ພຽງແຕ່ແມ່ນງານບຸນເທົ່ານັ້ນ ຫາກຍັງແມ່ນຂົວເຊື່ອມຕໍ່ວັດທະນະທຳທີ່ມີຄວາມໝາຍໃນປະຊາຄົມນັກສຶກສາຂອງ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ.
![]() | ຜ່ານຜ່າຜົນຮ້າຍຢ້ອນຫຼັງຈາກສົງຄາມ ແລະ ສັນຕິພາບຢູ່ຫວຽດນາມ, ລາວ ແລະ ກຳປູເຈຍ ຍສໝ - ສະຖາບັນສັນຕິພາບອາເມລິກາ (USIP) ຫາກໍ່ຈັດຕັ້ງການເຈລະຈາປະຈຳປີຄັ້ງທີ 2 ດ້ວຍຫົວຂໍ້ “ຜ່ານຜ່າຜົນສະທ້ອນຂອງສົງຄາມ ແລະ ຄວາມສັນຕິພາບຢູ່ຫວຽດນາມ, ລາວ ແລະ ກຳປູເຈຍ”. ເຂົ້າຮ່ວມພິທີມີການນຳ USIP, ຜູ້ຕາງໜ້າຄະນະກຳມະການການຕ່າງປະເທດລັດຖະສະພາອາເມລິກາ, ອົງການພັດທະນາສາກົນອາເມລິກາ (USAID), ບັນດາເຈົ້າໜ້າທີ່ລັດຖະບານ, ນັກຄົ້ນຄ້ວາ, ບັນດາອົງການບໍ່ຂຶ້ນກັບລັດຖະບານ ແລະ ຜູ້ຕາງໜ້າການທູດຫວຽດນາມ, ລາວ ແລະ ... |
![]() | ກຳປູເຈຍ ຍົກເລີກໜັງສືຈົດໝາຍທາງການ ທີ່ຈຳກັດການເດີນທາງຂ້າມຊາຍແດນຂອງພົນລະເມືອງ ກຳປູເຈຍ ແລະ ຫວຽດນາມ ຍສໝ - ເມື່ອບໍ່ດົນມານີ້, ກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນກຳປູເຈຍ ໄດ້ປະກາດຍົກເລີກໜັງສືຈົດໝາຍທາງການ ທີ່ຈຳກັດການເດີນທາງຂ້າມຊາຍແດນຂອງພົນລະເມືອງ ກຳປູເຈຍ ແລະ ຫວຽດນາມ. |
ແທັງຮັ່ງ