ຂີດໝາຍໃໝ່ໃນປະຫວັດສາດແຫ່ງການພົວພັນມິດຕະພາບສອງຝ່າຍຫວຽດນາມ-ຈີນ
ຜູ້ຊົງຄຸນວຸດທິມິດຕະພາບ ຈີນ ປະກອບສ່ວນພັດທະນາການພົວພັນ ຫວຽດນາມ-ຈີນ ແບບຍືນຍົງ | |
ການຢ້ຽມຢາມ ຈີນ ຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະແດງໃຫ້ເຫັນ “ຄວາມສຳຄັນ” ຂອງການພົວພັນ ຫວຽດນາມ - ຈີນ |
ພາຍຫຼັງພິທີຕ້ອນຮັບ, ທ່ານ ໂຕເລິມ ເລຂາທິການໃຫຍ່ ໄດ້ເຂົ້າຮ່ວມງານລ້ຽງນ້ຳຊາ ແລະມີການພົບປະວົງແຄບກັບທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ. ຕໍ່ຈາກນັ້ນ, ການນຳສອງທ່ານໄດ້ນຳໜ້າຄະນະຜູ້ແທນຂັ້ນສູງສອງປະເທດເຂົ້າຮ່ວມການພົບປະເຈລະຈາຢູ່ສໍານັກງານສູນກາງພັກ.
![]() |
ທ່ານເລຂາທິການໃຫຍ່ ໂຕເລິມ ແລະທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ. ພາບ: ເຍິດບັກ |
ທີ່ການພົບປະເຈລະຈາ, ທ່ານ ໂຕເລິມ ເລຂາທິການໃຫຍ່ ສະແດງຂ່ຳນັບຊົມເຊີຍທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ ທີ່ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງຈີນ ມາຢ້ຽມຢາມທາງລັດຖະກິດຫວຽດນາມ, ເນື່ອງໃນໂອກາດປີພົບປະແລກປ່ຽນມະນຸດສະທຳ ຫວຽດນາມ - ຈີນ, ສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ. ທ່ານ ໂຕເລິມ ເຊື່ອໝັ້ນວ່າ ການຢ້ຽມຢາມຈະກາຍເປັນຂີດໝາຍໃໝ່ໃນປະຫວັດສາດແຫ່ງການພົວພັນມິດຕະພາບລະຫວ່າງສອງພັກ, ສອງປະເທດ, ຈະປະກອບສ່ວນເຂົ້າໃນການເຮັດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ຈີນ ໃຫ້ເລິກເຊິ່ງກ່ວາອີກ, ຊຸກຍູ້ການກໍ່ສ້າງປະຊາຄົມແບ່ງປັນອະນາຄົດ ຫວຽດນາມ-ຈີນ ທີ່ມີຄວາມໝາຍຍຸດທະສາດ.
![]() |
ບັນຍາກາດທີ່ການພົບປະເຈລະຈາ. ພາບ: ເຍິດບັກ |
ໃນບັນຍາກາດອັນອົບອຸ່ນ, ໄມຕີຈິດມິດຕະພາບ, ຈິງໃຈ ແລະກົງໄປກົງມາ, ການນຳສອງທ່ານໄດ້ແລກປ່ຽນສະພາບການຂອງແຕ່ລະພັກ, ແຕ່ລະປະເທດ, ການພົວພັນລະຫວ່າງສອງພັກ, ສອງລັດ ແລະບັນຫາພາກພື້ນ, ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ສອງຝ່າຍເຫັນດີເປັນເອກະພາບວ່າ ການພົວພັນລະຫວ່າງສອງພັກ, ສອງປະເທດໃນໄລຍະຜ່ານມາມີບາດກ້າວພັດທະນາຢ່າງຕັ້ງໜ້າດ້ວຍທິດທາງ “6 ກວ່າ”, ການແລກປ່ຽນຍຸດທະສາດຂັ້ນສູງ ແລະທຸກຂັ້ນໄດ້ດໍາເນີນຢ່າງສະໜິດຕິດແທດກວ່າ, ການຮ່ວມມືໃນຫຼາຍຂົງເຂດມີຄວາມຄືບໜ້າຫຼາຍຢ່າງ, ໂດຍສະເພາະແມ່ນການຮ່ວມມືດ້ານເສດຖະກິດ-ການຄ້າ ມີການເຕີບໂຕຢ່າງຕັ້ງໜ້າ; ພື້ນຖານມິດຕະພາບໄດ້ຮັບການປັບປຸງຢ່າງໝັ້ນແກ່ນກວ່າ, ດ້ວຍຫຼາຍຈຸດພົ້ນເດັ່ນໃນການຮ່ວມມືດ້ານການທ່ອງທ່ຽວ, ການສຶກສາ, ວັດທະນະທຳ, ການພົບປະແລກປ່ຽນຢູ່ທ້ອງຖິ່ນ; ສອງຝ່າຍຮ່ວມມືທີ່ບັນດາກົນໄກຫຼາຍຝ່າຍເປັນຢ່າງດີ, ຮັກສາການແລກປ່ຽນກ່ຽວກັບບັນຫາທີ່ຍັງຄົງຄ້າງບົນຈິດໃຈ ເປີດອົກເປີດໃຈ, ຈິງໃຈ.
ສຳລັບທິດທາງພັດທະນາການພົວພັນລະຫວ່າງສອງພັກ, ສອງປະເທດໃນໄລຍະຈະມາເຖິງ, ສອງຝ່າຍເຫັນດີເປັນເອກະພາບຮັກສາການພົບປະແລກປ່ຽນຂັ້ນສູງຢ່າງເປັນປະຈຳ, ຍົກລະດັບກົນໄກເຈລະຈາຍຸດທະສາດລະຫວ່າງກະຊວງການຕ່າງປະເທດ-ກະຊວງປ້ອງກັນປະເທດ-ກະຊວງຕໍາຫຼວດ ຂຶ້ນເປັນລະດັບລັດຖະມົນຕີ; ເພີ່ມທະວີການຮ່ວມມືໃນຂົງເຂດຕ່າງໆ, ສ້າງຕັ້ງຄະນະກຳມະການຮ່ວມມືທາງລົດໄຟລະຫວ່າງລັດຖະບານສອງປະເທດ ເພື່ອຊຸກຍູ້ການຮ່ວມມືທາງລົດໄຟ; ຈັດຕັ້ງບັນດາກິດຈະກຳຂອງປີພົບປະແລກປ່ຽນມະນຸດສະທໍາ ຈີນ-ຫວຽດນາມ 2025 ເປັນຢ່າງດີ, ປັບປຸງພື້ນຖານສັງຄົມ; ການປະສານສົມທົບຫຼາຍຝ່າຍຢ່າງໝ້ັນແກ່ນກວ່າ; ຄວບຄຸມ ແລະແກ້ໄຂຄວາມບໍ່ລົງລອຍກັນເປັນຢ່າງດີ.
ພາຍຫຼັງການພົບປະເຈລະຈາ, ເລຂາທິການໃຫຍ່ສອງທ່ານ ໄດ້ຊົມເບິ່ງ ແລະຮັບຟັງການແນະນຳກ່ຽວກັບຂໍ້ຕົກລົງຮ່ວມມື 45 ສະບັບໃນຫຼາຍຂົງເຂດທີ່ໄດ້ລົງນາມລະຫວ່າງກະຊວງ, ຂະແໜງການ ແລະທ້ອງຖິ່ນຂອງສອງປະເທດ, ສະແດງໃຫ້ເຫັນຜົນງານທີ່ອຸດົມສົມບູນ ແລະຮອບດ້ານ ເຊິ່ງສອງຝ່າຍບັນລຸໄດ້ໃນການຢ້ຽມຢາມຄັ້ງນີ້.
* ຕອນຄ່ຳວັນດຽວກັນ, ທ່ານ ໂຕເລິມ ເລຂາທິການໃຫຍ່ ແລະທ່ານ ເລືອງເກື່ອງ ປະທານປະເທດ ໄດ້ຈັດຕັ້ງງານລ້ຽງຕ້ອນຮັບທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ.
![]() | ຂີດໝາຍໃໝ່ໃນການພົວພັນຫວຽດນາມ-ສະຫະພັນລັດເຊຍ ຍສໝ - ທ່ານເອກອັກຄະລັດຖະທູດ ໃຫ້ຮູ້ວ່າ ໃນຂອບເຂດການຢ້ຽມຢາມ, ທ່ານ Mikhail Vladimirovich Mishustin ຈະມີການພົບປະ ແລະເຈລະຈາກັບບັນດາການນຳຫວຽດນາມ. |
![]() | ສິດທິມະນຸດຢູ່ ຫວຽດນາມ: ບັນດາຂີດໝາຍໃນການເດີນທາງເພື່ອມະນຸດ ຍສໝ - ຄຽງຄູ່ກັບບັນດາຜົນງານໃນການສ້າງສາປະເທດຊາດ, ຫວຽດນາມ ຍັງບັນລຸໄດ້ຜົນງານຫຼາຍຢ່າງໃນການຮັບປະກັນສິດທິມະນຸດໃນທຸກດ້ານຂອງຊີວິດສັງຄົມ. |